IEA ຄາດຄະເນການເຕີບໂຕຄວາມຕ້ອງການນ້ຳມັນຂອງໂລກຈະຊ້າລົງນັບແຕ່ປີ 2025 ເປັນຕົ້ນໄປ
(VOVWORLD) -ວັນທີ 13 ພະຈິກ, ອົງການພະລັງງານສາກົນ (IEA) ໄດ້ປະກາດບົດລາຍງານໂດຍສະແດງໃຫ້ເຫັນວ່າ ການເຕີບໂຕກ່ຽວກັບຄວາມຕ້ອງການນ້ຳມັນຈະຊ້າລົງນັບແຕ່ປີ 2025 ເປັນຕົ້ນໄປ, ໃນຂະນະທີ່ປະສິດທິຜົນແຫ່ງການນຳໃຊ້ພະລັງງານນັບມື້ນັບໄດ້ຮັບການປັບປຸງ ແລະ ບັນດາຍານພາຫະນະທີ່ນຳໃຊ້ເຄື່ອງຈັກໄຟຟ້າກໍ່ນັບມື້ນັບເພີ່ມຂຶ້ນ.
ພາບປະກອບ / AFP/TTXVN |
ໃນບົດລາຍງານ ແງ່ຫວັງພະລັງງານໂລກຮອດປີ 2040, IEA ໃຫ້ຂໍ້ສັງເກດວ່າ ການເຕີບໂຕກ່ຽວກັບຄວາມຕ້ອງການນ້ຳມັນຂອງໂລກຈະສືບຕໍ່ສູງຂຶ້ນ ແຕ່ລະດັບການເຕີບໂຕຈະຊັກຊ້າລົງພໍສົມຄວນໃນຊຸມປີ 2030. ສົມທົບກັບບັນດານະໂຍບາຍພະລັງງານໃນປັດຈຸບັນ ແລະ ບັນດາເປົ້າໝາຍທີ່ໄດ້ວາງອອກ, IEA ຄາດຄະເນວ່າ ຄວາມຕ້ອງການນ້ຳມັນຈະເພີ່ມຂຶ້ນສະເລ່ຍແມ່ນປະມານ 1 ລ້ານຖັງ/ວັນ ໃນແຕ່ລະປີໄລ່ຮອດປີ 2025 ຈາກລະດັບຄວາມຕ້ອງການຂອງປີ 2018 ແມ່ນ 97 ລ້ານຖັງ/ວັນ. ນັບແຕ່ປີ 2025 ຮອດປີ 2030, ຄວາມຕ້ອງການນ້ຳມັນຈະເພີ່ມຂຶ້ນປະມານ 0,1 ລ້ານຖັງ/ວັນ ໃນແຕ່ລະປີ ແລະ ຈະຄ່ອຍໆບັນລຸໄດ້ 106 ລ້ານຖັງ/ວັນໃນປີ 2040.