(ພາບປະກອບ: Reuters)
(vovworld) - ອົງການຕິດຕາມສິດທິມະນຸດຊີຣີ (SOHR), ວັນທີ 07/08, ໃຫ້ຮູ້ວ່າ, ກຸ່ມລັດອິສລາມ IS ອ້າງຊື່ເອງ ໄດ້ລອກຈັບຕົວສາມັນຊົນຢ່າງໜ້ອຍສຸດ 230 ຄົນ, ໃນນັ້ນຢ່າງໜ້ອຍສຸດທີ 60 ຄົນຖືສາສະໜາຄຼິດ, ລວມທັງແມ່ຍິງ ແລະ ເດັກນ້ອຍ, ຢູ່ເທດສະບານ Al Qaryatain ຂຶ້ນກັບແຂວງ Homs, ທາງພາກກາງຊີຣີ, ພາຍຫຼັງ IS ຢືດຄອງເຂດນີເປັນເວລາພຽງ 2 – 3 ຊົ່ງໂມງ. ຕາມ SOHR ແລ້ວ, ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 06/08, ພາຍຫຼັງພວກ IS ຢືດຄອງເທດສະບານນີ້ກ່ອນນັ້ນໜຶ່ງວັນ. ມີເດັກນ້ອຍ 19 ຄົນຖືກລອກຈັບຕົວ, ປະຈຸບັນຍັງບໍ່ທັນຮູ້ວ່າ IS ໄດ້ພາຈຳນວນເດັກນ້ອຍເຫຼົ່ານັ້ນໄປໄສ.