UNESCO ໜູນ​ຊ່ວຍ​ການ​ຮັບ​ມື​ກັບ​ບັນ​ດາ​ກໍ​ລະ​ນີ​ສຸກ​ເສີນ​ທົ່ວ​ໂລກ

(VOVWORLD) -   ສ່ວນໜຶ່ງໃນບ້ວງເງິນອຸປະຖຳໃໝ່ຈະສະຫງວນໃຫ້ແກ່ວິວັດການຟື້ນຟູຂອງ ຢູແກຼນ.

     ວັນທີ 17 ກຸມພາ, ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO)  ໄດ້ປະກາດ 19 ໂຄງການໃໝ່ດ້ວຍຍອດມູນຄ່າ 6.9 ລ້ານ USD ເພື່ອແນໃສ່ໜູນຊ່ວຍການຮັບມືກັບບັນດາກໍລະນີສຸກເສີນໃນທົ່ວໂລກ ດ້ວຍແຫຼ່ງເງິນປະກອບເພີ່ມເຕີມຈາກລັດຖະບານ ຍີ່ປຸ່ນ.

   ບັນດາບ້ວງເງິນອຸປະຖຳໃໝ່ຈະເພີ່ມທະວີບັນດາການເຄື່ອນໄຫວໃນຂົງເຂດອະນຸລັກຮັກສາມໍລະດົກວັດທະນະທຳ, ການສຶກສາ ແລະ ຮັບປະກັນສິດເຂົ້າເຖິງຂໍ້ມູນຂ່າວສານ, ພ້ອມທັງປັບປຸງບົດບາດຂອງອົງການນີ້ໃນສະພາບການສຸກເສີນ.

   ສ່ວນໜຶ່ງໃນບ້ວງເງິນອຸປະຖຳໃໝ່ຈະສະຫງວນໃຫ້ແກ່ວິວັດການຟື້ນຟູຂອງ ຢູແກຼນ. ບັນດາໂຄງການຈະສຸມໃສ່ການຕິດຕາມກວດກາ, ປັບປຸງມໍລະດົກຖືກເປ່ເພຍ້ອນການປະທະກັນໂດຍດ່ວນ; ສ້າງສະພາບແວດລ້ອມແຫ່ງການຮ່ຳຮຽນປອດໄພ, ກວມລວມ ແລະ ມີຄວາມສາມາດທົນທານຜ່ານການບຳລຸງສ້າງວິຊາສະເພາະ ແລະ ໜູນຊ່ວຍສຸຂະພາບ ພ້ອມທັງເພີ່ມທະວີການໜູນຊ່ວຍໃຫ້ແກ່ບັນດານັກຂ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ