Vietnam Airlines ເປັນເຈົ້າພາບຈັດກອງປະຊຸມການບິນສາກົນ IAS 2024
(VOVWORLD) - ປີ 2024, Vietnam Airlines ຈະເປັນເຈົ້າພາບຈັດກອງປະຊຸມການບິນສາກົນ International Airline Symposium (IAS), ເຊິ່ງຈະດຳເນີນໃນລະຫວ່າງວັນທີ 27 – 29 ກຸມພາ ຈະມາເຖິງຢູ່ ຮ່າໂນ້ຍ.
(ພາບປະກອບ: vov.vn) |
ກອງປະຊຸມໄດ້ດຳເນີນພາຍໃຕ້ຫົວຂໍ້ "Navigating Aviation in a Never Normal World" - ຂະແໜງການບິນ: ຫັນທິດໃນສະພາບບໍ່ເປັນປົກກະຕິ”’ ໂດຍມີການເຂົ້າຮ່ວມຂອງຜູ້ແທນປະມານ 60 ທ່ານ, ລວມມີ: ການນຳບັນດາອົງການຈັດຕັ້ງ, ວິສາຫະກິດການບິນ ແລະ ວິສາຫະກິດອື່ນທີ່ມາຈາກຫຼາຍປະເທດ.
ດ້ວຍຖານະເປັນເຈົ້າພາບ IAS 2024, Vietnam Airlines ມີໂອກາດຮັບເອົາຄຳເຫັນຈາກບັນດານັກຊ່ຽວຊານແຖວໜ້າໃນໂລກ, ປຶກສາຫາລືລົງເລິກກວ່າກ່ຽວກັບບັນດາທ່າອ່ຽງ, ເຕັກໂນໂລຢີໃໝ່ສຸດໃນຂົງເຂດການບິນ, ຈາກນັ້ນ ເປັນເຈົ້າການສ້າງຍຸດທະສາດພັດທະນາໃນສະພາບການໂລກມີການຜັນແປຫຼາຍຢ່າງ. IAS 2024 ກໍແມ່ນໂອກາດເພື່ອໂຄສະນາພາບພົດຂອງປະເທດ, ປະຊາຊົນ ຫວຽດນາມ ໃຫ້ຜູ້ໂດຍສານສາກົນເປັນຈຳນວນຫຼວງຫຼາຍ.