VOVແລະຜູ້ຕາງໜ້າບັນດາອົງການທູຕານຸທູດຫວຽດນາມເພີ່ມທະວີການຮ່ວມມືໂຄສະນາຮູບພາບພົດຫວຽດນາມເຖິງເພື່ອນມິດສາກົນ
(VOVWORLD) -ວັນທີ 22 ພຶດສະພາ, ທີ່ສຳນັກງານວິທະຍຸກະຈາຍສຽງຫວຽດນາມ (VOV), ຢູ່ຮ່າໂນ້ຍ, VOV ໄດ້ຈັດການຕ້ອນຮັບບັນດາເອກອັກຄະລັດຖະທູດ, ຫົວໜ້າບັນດາອົງການທູຕານຸທູດຫວຽດນາມ ປະຈຳຕ່າງປະເທດອາຍຸການ 2017 – 2020. ທີ່ການຕ້ອນຮັບ, ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໋ກີ ໄດ້ ຢືນຢັນວ່າ.
(ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໋ກີ
ກ່າວຄຳເຫັນທີ່ການຕ້ອນຮັບ)
|
“VOV ພວມບືນຕົວຂຶ້ນເພື່ອກາຍເປັນອົງການສື່ສານຫຼາຍພາຫະນະ, ຫຼາຍຮູບແບບ, ສຳພັດກັບບັນດາເຕັກໂນໂລຊີທີ່ທັນສະໄໝຂອງສື່ມວນຊົນໂລກ. ພວກຂ້າພະເຈົ້າປາດຖະໜາຢາກແຜ່ກະຈາຍຄືນຂອງ VOV ເຖິງປະຊາຄົມຊາວຫວຽດນາມ ຢູ່ພາຍໃນປະເທດ, ກໍຄືເພື່ອນມິດສາກົນມີຄວາມເຂົ້າໃຈກ່ຽວກັບພາລະກິດແຫ່ງການປ່ຽນແປງໃໝ່ຂອງຫວຽດນາມ, ເຂົ້າໃຈແນວທາງການຕ່າງປະເທດຂອງພັກ, ລັດຫວຽດນາມ ກວ່າ”.
ຜູ້ອຳນວຍການໃຫຍ່ VOV ສະແດງຄວາມປາດຖະໜາວ່າ, ບັນດາເອກອັກຄະລັດຖະທູດ, ຫົວໜ້າບັນດາອົງການທູຕານຸທູດຫວຽດນາມ ປະຈຳຕ່າງປະເທດ ໃນອາຍຸການຂອງຕົນຈະຊ່ວຍເຫຼືອ, ຮ່ວມມືກັບ VOV ໃນການສະໜອງບັນດາຂໍ້ມູນຂ່າວສານຢູ່ປະເທດປະຈຳຖິ່ນ.
ໂດຍຕາງໜ້າບັນດາເອກອັກຄະລັດຖະທູດ, ຫົວໜ້າບັນດາອົງການທູຕານຸທູດຫວຽດນາມ ປະຈຳຕ່າງປະເທດອາຍຸການ 2017 – 2020, ທ່ານ ຫວູກວາງມິງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳລາຊະອານາຈັກກຳປູເຈຍ ຢືນຢັນວ່າ, ບັນດາເອກອັກຄະລັດຖະທູດ, ຫົວໜ້າບັນດາອົງການທູຕານຸທູດຫວຽດນາມ ປະຈຳຕ່າງປະເທດຈະສົມທົບກັບ VOV ຢ່າງແໜ້ນແຟ້ນ ໃນການສະໜອງຂໍ້ມູນຂ່າວສານກ່ຽວກັບປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ, ການພົວພັນຫຼາຍດ້ານລະຫວ່າງປະເທດປະຈຳຖິ່ນກັບຫວຽດນາມ… ເພື່ອໃຫ້ VOV ໄດ້ອອກຂ່າວສ່ອງແສງຢ່າງທັນການ.