
ພາບປະກອບ
|
(vovworld) – ໃນລະຫວ່າງວັນທີ 8 – 11/1/2015, ພະນັກງານພາກພາສາຕ່າງປະເທດ (VOV5) ຈະຈັດຕັ້ງລາຍການມອບຂອງຂວັນກຸສົນໃຫ້ 6 ບ້ານຊາຍແດນຂອງຕາແສງ ຊີ໋ນກ໋າຍ, ເມືອງ ແມ່ວວາກ, ແຂວງ ຮ່າຢາງ.
ຍອດມູນຄ່າໃນການເຄື່ອນໄຫວກຸສົນຄັ້ງນີ້ປະມານ 100 ລ້ານດົ່ງ, ເຊິ່ງແມ່ນບັນດາຂອງຂວັນຄື: ປື້ມຕຳລາຮຽນ, ປື້ມຂຽນ, ເສື້ອກັນໜາວ, ຜ້າຮົ່ມ, ອາຫານຊະນິດຕ່າງໆ… ນີ້ແມ່ນຈຳນວນເງິນໂດຍບັນດາພະນັກງານ, ສະມາຊິກຊາວໜຸ່ມ, ໄວໜຸ່ມຂອງພາກພາສາຕ່າງປະເທດ VOV5 ແຜ່ບໍລິຈາກເພື່ອໜູນຊ່ວຍປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເດັກນ້ອຍເຂດພູສູງ ຊີ໋ນກ໋າຍ.
ຮ່ວມເດີນທາງພ້ອມກັບຄະນະຍັງມີການຮ່ວມແຮງຮ່ວມໃຈຂອງວິສາຫະກິດທີ່ມີໃຈບູນໃຈກຸສົນຫຼາຍແຫ່ງຄື: ທະນາຄານ Vietcombank – ສາຂາບໍລິການລູກຄ້າພິເສດ, ບໍລິສັດ Asialand Travel, ບໍລິສັດ Arirang ຫວຽດນາມ, ບໍລິສັດຈຳກັດ ຟອງຮ່າ…