(ພາບ: Vietnam+)
(vovworld)- ຫວ່າງແລ້ວນີ້, ຢູ່ທຳນຽບປະທານາທິບໍດີ Zimbabwe ທີ່ນະຄອນຫຼວງ Harere, ທ່ານເລຮຸຍຮ່ວາງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດ ສສ.ຫວຽດນາມ ປະຈຳ Zimbabwe ໄດ້ຍື່ນສານຕາຕັ້ງຂອງປະທານປະເທດເຈື່ອງເຕິນຊາງ ຕໍ່ປະທານາທິບໍດີປະເທດ ສ. Zimbabwe Robert Mugabe. ພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດເລຮຸຍຮ່ວາງ ຢືນຢັນຄວາມປາດຖະໜາ ແລະ ຄວາມຕັດສິນໃຈຂອງລັດຖະບານ ແລະ ປຊຊ ຫວຽດນາມ ໃນການຮັດແໜ້ນການພົວພັນມິດຕະພາບ ແລະ ການຮ່ວມມືໃນທຸກດ້ານກັບລັດຖະບານ ແລະ ປຊຊ Zimbabwe. ທ່ານເອກອັກຄະລັດຖະທູດເລຮຸຍຮ່ວາງ ເນັ້ນໜັກເຖິງແຜນນະໂຍບາຍຕັ້ງໜ້າເຊື່ອມໂຍງເຂົ້າກັບໂລກຂອງຫວຽດນາມ ພ້ອມທັງແລກປ່ຽນບັນດາມາດຕະການເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດກ່ວາອີກ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ, ສາທາລະນະສຸກ, ກະສິກຳ…ສ່ວນປະທານາທິບໍດີ Zimbabwe ໄດ້ສະແດງຄວາມປາດຖະໜາຢາກໃຫ້ສອງປະເທດເສີມຂະຫຍາຍການພົວພັນດ້ານການເມືອງທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ, ຍູ້ແຮງການຮ່ວມມືດ້ານເສດຖະກິດການຄ້າກ່ວາອີກ, ທ່ານເນັ້ນຫນັກວ່າຢາກໃຫ້ບັນດາກະຊວງຂະແໜງການຂອງສອງປະເທດແລກປ່ຽນໂດຍລະອຽດ ເພື່ອເພີ່ມທະວີການແລກປ່ຽນສິນຄ້າ, ຜັນຂະຫຍາຍບັນດາໂຄງການຮ່ວມມື…../.