ຄົ້ນຫານ້ຳຕົກຕາດ ບ໋ານບາ ໃນແຂວງ ຕວຽນກວາງ ແລະ ຄວາມງາມຢູ່ເຂດພູຜາປ່າໄມ້ ຫວຽດບັກ.
The Hung -  
(VOVWORLD) -ນ້ຳຕົກຕາດ ບ໋ານບາ ຂຶ້ນກັບແຂວງ ຕວຽນກວາງ ເຊິ່ງປັດຈຸບັນແມ່ນແຂວງຖືກໂຮມເຂົ້າຈາກແຂວງ ຕວຽນກວາງ ແລະ ຮ່າຢາງເກົ່າ, ບໍ່ພຽງແຕ່ແມ່ນສະຖານທີ່ຮົກເຮື້ອດ້ວຍຄວາມງາມດັ່ງໃນຝັນເທົ່ານັ້ນ ຫາກຍັງແມ່ນສະຖານທີ່ທີ່ດີ ເພື່ອໃຫ້ແຂກທ່ອງທ່ຽວເຊື່ອມຕົວເຂົ້າກັບທຳມະຊາດ ຜ່ານການອາບນ້ຳໃນປ່າ ແລະ ນີ້ພວມກາຍເປັນທ່າອ່ຽງທ່ອງທ່ຽວ ພັກຜ່ອນບຳລຸງສຸຂະພາບອີກດ້ວຍ.
ແຂກທ່ອງທ່ຽວນັ່ງດື່ມນ້ຳຊາຢູ່ນ້ຳຕົກຕາດ ບ໋ານບາ |
ນ້ຳຕົກຕາດ ບ໋ານບາ ມີຄວາມສູງປະມານ 170 ແມັດ ແລະ ຖືກຂະໜານນາມວ່າເປັນຍຸວະນາລີພວມນອນໃນປ່າຂອງແຂວງ ຕວຽນກວາງ. ດ້ວຍກະແສນ້ຳໄຫຼຕະຫຼອດປີ ແລະ ມີນ້ຳສາມຊັ້ນ. ນ້ຳຕົກຕາດ ບ໋ານບາ ໄດ້ກາຍເປັນໜຶ່ງໃນບັນດາສະຖານທີ່ທຳມະຊາດທີ່ເປັນເອກະລັກ ດຶງດູດໃຈນັກທ່ອງທ່ຽວມາຢ້ຽມຊົມຄວາມງາມແບບຮົກເຮື້ອ
ນ້ຳຕົກຕາດ ບ໋ານບາ ພົ້ນເດັ່ນຂຶ້ນດ້ວຍນ້ຳໄຫຼສາມຊັ້ນທີ່ເປັນເອກະລັກ. ຊັ້ນທີໜຶ່ງມີຊື້ວ່າ ຕາດກຸ໊ມ ແຫ່ງທີ່ມີຜາຫີນຮູບມັງກອນ. ຊັ້ນທີ່ສອງມີຊື່ວ່າ ຕາດກາວ ຖືກແບ່ງເປັນສອງສາຂານ້ຳໄຫຼປຽບເໝືອນແຖບຜ້າໄໝ, ຢູ່ແຫ່ງນີ້ແຂກທ່ອງທຽວສາມາດອາບນ້ຳ ແລະ ຖ່າຍຮູບເປັນທີ່ລະນຶກ. ສ່ວນຊັ້ນສຸດທ້າຍມີຊື່ວ່າ ຕາດຢໍ໊ ໄຫຼລຽບຕາມໂງ່ນຫີນປູນລົງເຫວເລິກ ອັນໄດ້ສ້າງເປັນທັດຊະນີຍະພາບທີ່ໃຫຍ່ໂຕມະໂຫຖານ. ອ້າຍ ມິງຮວ່າງ ແຂກທ່ອງທ່ຽວມາຈາກແຂວງ ບັກຢາງ ແບ່ງປັນວ່າ:
“ການຄົ້ນຫາຢູ່ ບ໋ານບາ ລວມມີລາຍການຕ່າງໆຄື ນັ່ງຕັ້ງສະມາທິ, ແອບໂຢກາ, ແຊ່ຕີນດ້ວຍນ້ຳອຸ່ນ ແລະ ຢ້ຽມຊົມນ້ຳຕົກຕາດ ບ໋ານບາ ໄດ້ເຮັດໃຫ້ຂ້າພະເຈົ້າເຊື່ອມຕົວເເຂົ້່າກັບບັນຍາກາດສະຫງົບງຽບ ແລະ ທັດຊະນີຍະພາບຢູ່ ບ໋ານບາ ງົດງາມດັ່ງໃນຝັນ”.
ນອກຈາກຄວາມງາມທີ່ໃຫຍ່ໂຕມະໂຫຖານ, ນ້ຳຕົກຕາດ ບ໋ານບາ ຍັງແມ່ນແຫ່ງທີ່ສະຫງວນໃຫ້ບັນດານັກທ່ອງທ່ຽວພະຈົນໄພ. ແຂກທ່ອງທ່ຽວມານີ້ ຈະໄດ້ເຂົ້າຮ່ວມການປີນພູໃນທ່າມກາງກະແສນ້ຳໄຫຼແຮງ. ການພິຊິດນ້ຳຕົກຕາດແຕ່ລະຊັ້ນ ບໍ່ພຽງແຕ່ຕ້ອງການມີສຸຂະພາບທົນທານເທົ່ານັ້ນ ຫາກຍັງເຮັດໃຫ້ແຂກທ່ອງທ່ຽວມີຄວາມລະເລີງ ແລະ ພໍໃຈ.
ອາບນ້ຳໃນປ່າກໍ່ແມ່ນການຄົ້ນຫາທີ່ຈັບໃຈຢູ່ນ້ຳຕົກຕາດ ບ໋ານບາ. ແຂກທ່ອງທ່ຽວຈະໄດ້ຍ່າງໃຕ້ຮົ່ມເຢັນຂອງກົກໄມ້ໃຫຍ່ສູບເອົາອາກາດທີ່ປອດໂປ່ງ ຫຼື ໄດ້ອາບນ້ຳຢູ່ບ່ອນນ້ຳຕົກຕາດທີ່ເຢັນສະບາຍ ກໍ່ເປັນການບັນເທົາຄວາມອິດເມື່ອຍ. ນາງ ບຸ່ຍຍ່ານ ແຂກທ່ອງທ່ຽວມາຈາກແຂວງ ຮ່ານາມ ເປີດເຜີຍວ່າ:
“ທິວທັດທຳມະຊາດ, ຫ້ວຍນ້ຳກໍ່ເປັນນ້າຈັບໃຈອີຫຼີ ນີ້ກໍ່ແມ່ນສະຖາທີ່ເພື່ອບຳລຸງສຸຂະພາບທີ່ດີໃຫ້ແກ່ມະນຸດ”.
ເມື່ອມາແຫ່ງນີ້ແຂກທ່ອງທ່ຽວຍັງໄດ້ເຂົ້າຮ່ວມການຕັ້ງສະມາທິ, ແອບໂຢກາ ໃນຍາມເຊົ້າຢູ່ແຄມຫ້ວຍ ຫຼືເຂົ້າຮ່ວມການໂອລົມຮ່ວມຊີວິດຊຸມຊົນ ຖືກຈັດຂຶ້ນເປັນປະຈຳ. ນອກຈາກນັ້ນແຂກທ່ອງທ່ຽວຍັງຈະໄດ້ແຊ່ຕີນດ້ວຍນ້ຳຢາສະໝູນໄພຂອງຊາວເຜົ່າໄຕ່ອີກດ້ວຍ. ນາງ ຢ້າມທູຈາງ ຜູ້ອຳນວຍການໃຫຍ່ບໍລິສັດ ຊົງເກິມຈຳກັດ ເຈົ້າຂອງໂຄງການລົງທຶນເຂດທ່ອງທ່ຽວທຳມະຊາດນ້ຳຕົກຕາດ ບ໋ານບາ ໃຫ້ຮູ້ວ່າ ຍ້ອນເຫັນໄດ້ເຖິງຄວາມສາມາດບົ່ມຊ້ອນທຳມະຊາດຮົກເຮື້ອຢູ່ ບ໋ານບາ. ດັ່ງນັ້ນທາງບໍລິສັດໄດ້ມາເຮັດບໍລິການຢູ່ທີ່ນີ້. ນາງ ຈາງ ໃຫ້ຮູ້ວ່າ:
“ຍ້ອນເຫັນໄດ້ເຖິງຄວາມສາມາດບົ່ມຊ້ອນຢູ່ ບ໋ານບາ ແມ່ນທ່າໄດ້ປຽບຂອງທຳມະຊາດທີ່ຮົກເຮື້ອ ດັ່ງນັ້ນທາງບໍລະສັດໄດ້ເຮັດບໍລິການຢູ່ທີ່ນີ້ ແຕ່ບໍ່ໄດ້ສົ່ງຜົນສະທ້ອນເຖິງທຳມະຊາດ. ມະນຸດຕ້ອງໃຊ້ກຳລັງແຮງຂອງທຳມະຊາດ ເພື່ອບຳລຸງສຸຂະພາບໃຫ້ແກ່ຕົນເອງ”.
ຖ້າຫາກເພື່ອນພວມຊອກຫາສະຖານທີ່ທ່ອງທ່ຽວໃນທ່າມກາງການດຳລົງຊີວິດທີ່ທັນສະໄໝນັ້ນ ເພື່ອສູບເອົາອາກາດປອດໂປ່ງ, ໄດ້ອາບນ້ຳໃນປ່າ, ໄດ້ເຊື່ອມຕົວເຂົ້າກັບທຳມະຊາດ ເພື່ອບຳລຸງສຸຂະພາບນັ້ນ ນ້ຳຕົກຕາດ ບ໋ານບາ ກໍ່ແມ່ນສະຖານທີ່ບໍ່ຄວນພາດໂອກາດແວ່ຢາມ.
The Hung