(VOVWORLD) -ແຂວງ ລ້າງເຊີນ ຕັ້ງຢູ່ທາງທິດຕາເວັນອອກພາກເໜືອ ຫວຽດນາມ ເຊິ່ງບໍ່ພຽງແຕ່ແມ່ນເຂດຊຍແດນດ້ວຍທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ ບັນດາສະຖານທີ່ປະຫວັດສາດທີ່ລືຊື່ ມີຈຸດວັດທະນະທຳເຂັ້ມຂົ້ນໄປດ້ວຍສີສັນຊາດເທົ່ານັ້ນ, ດິນແດນແຫ່ງນີ້ຍັງມີອາຫານການກິນທີ່ເປັນເອກະລັກທີ່ສຸດ ເຂັ້ມຂົ້ນໄປດ້ວຍລົດຊາດຂອງເຂດພູຜາປ່າໄມ້
ເປັດປິ່ນທີ່ເປັນຕາແຊບຢູ່ແຂວງລ້າງເຊີນ |
ມາຮອດໃຈກາງບັນດາຕາແສງ, ເມືອງ ແລະ ນະຄອນລ້າງເຊີນ ແຂວງ ລ້າງເຊີນ ແຂກທ່ອງທ່ຽວຕ່າງກໍ່ພົບເຫັນບັນດາຮ້ານຂາຍຊີ້ນໝູປິ່ນ, ເປັດປິ່ນທີ່ເປັນຕາແຊບ. ອ້າຍ ຮວ່າງຊານ ຜູ້ຂາຍໝູປິ່ນຢູ່ຖະໜົນບັກເຊີນນະຄອນລ້າງເຊີນ ໃຫ້ຮູ້ວ່າ:
“ໝູຕ້ອງມີອາຍຸແຕ່ 4 ຫາ 6 ເດືອນ ຈຶ່ງຈະເຕີບໃຫຍ່ເປັນໝູຊີ້ນທີ່ແຊບນົວໄດ້. ໂດຍພື້ນຖານແລ້ວ ສົ້ນເຂົ້າແມ່ນຕ້ອງມີວັດຖຸດິບທີ່ດີ, ຜູ້ປຸງແຕ່ງກໍ່ຕ້ອງມີບົດຮຽນປະສົບການ. ສຳລັບໄຟຟືນກໍ່ຕ້ອງຮັບປະກັນຄວາມຮ້ອນຈຶ່ງຈະສ້າງໃຫ້ມີຜະລິດຕະພັນທີ່ແຊບນົວໄດ້”.
ນາງ ຈ້ຽວງວຽດງ່າ ຢູ່ບ້ານ ກວິ່ງເຊີນ ເມືອງ ບັກເຊີນ ຖືວ່າ ເພື່ອປຸງແຕ່ງເຍື່ອງອາຫານໝູປິ່ນທີ່ຫອມ ແລະ ແຊບນົວນັ້ນ ຜູ້ປຸງແຕ່ງຕ້ອງຜ່ານຫຼາຍຂັ້ນຕອນ. ນາງ ງາ ເຜີດເຜີຍວ່າ:
“ສຳລັບໝູປິ່ນແລ້ວ ຜູ້ປຸງແຕ່ງຕ້ອງໃຊ້ວັດຖຸດິບຕົ້ນຕໍແມ່ນໝາກມົດແຫ້ງ ແລະ ໃບໝາກມົດເພື່ອໃສ່ທາງໃນ. ເມື່ອປິ່ນໃນຄວາມຮ້ອນຂອງຖ່ານຟືນ, ຂະນະທີ່ໝູໃກ້ຈະສຸກ, ຜູ້ປຸງແຕ່ງຈະທານ້ຳເຜີ້ງພິເສດໃສ່ ເພື່ອສ້າງໃຫ້ໝູມີສີເຫຼືອງກໍ່ຄືມີຄວາມຫອມຫວານໃຫ້ໝູ່”.
ອ້າຍ ຮວ່າງຊານ ໃຫ້ຮູ້ຕື່ມອີກວ່າ:
“ໜັງສຳລັບ ສ່ວນຊີ້ນສາມຊັ້ນກໍ່ຖືວ່າ ເປັນຕ່ອນແຊບທີ່ສຸດ ເພາະວ່າມັນມີເວລາຄົບເພື່ອໃຫ້ເຄື່ອງປຸງຊຶມເລີກເຂົ້າຊີ້ນຂອງໝູ”.
ພ້ອມກັບເຍື່ອງອາຫານໝູປິ່ນ, ເປັດປິ່ນກໍ່ໄດ້ຮັບຖືວ່າແມ່ນເຍື່ອງອາຫານພິເສດຂອງຊາວແຂວງ ລ້າງເຊີນ. ເປັນປິ່ນເປັນອາຫານພິເສດຂອງແຂວງ ລ້າງເຊີນ ຖືປຸງແຕ່ງຈາກເປັດປະເພດໜຶ່ງໂດຍພໍ່ແມ່ພີ່ນ້ອງເຜົ່າໄຕ່ ເຜົ່ານຸ່ງລ້ຽງແລະ ປ່ອຍຢູ່ຕາມຫ້ວຍໜອງບຶງ. ເພື່ອມີເປັດປິ່ນທີ່ແຊບນົວນັ້ນ. ພາຍຫຼັງຂ້າເປັດແລະ ລ້າງໃຫ້ສະອາດແລ້ວ, ຜູ້ປຸງແຕ່ງກໍ່ເລີ່ມເອືອບດ້ວຍເຄື່ອງປຸງດ້ວຍວັດຖຸດິບຕົ້ນຕໍ ແມ່ນໝາກມົດ ແລະ ໃບໝາກມົດ ເພື່ອໃຫ້ມີຄວາມຫອມ. ນາງ ຈ້ຽວງວຽວງາ ແລະ ນາງດັ້ງທິເທີ ຢູ່ເມືອງ ຫຽວຫຼຸງ ໃຫ້ຮູ້ວ່າ:
“ຊາວເຜົ່າໄຕ່ ຈະນຳໄປຂ້າເປັດທີ່ຖືກລ້ຽງປ່ອຍຕາມທຳມະຊາດ ຫຼັງຈາກນັ້ນກໍ່ລ້າງໃຫ້ສະອາດ ແລະ ເອືອບດ້ວຍໃບໝາກມົດສົດ ແລະ ນຳໄປປິ່ນໃນຄວາມຮ້ອນຂອງຖ່ານຟືນ ເພື່ອເຮັດໃຫ້ໝູມີລົດຫອມ ແລະ ມີຄວາມຮ້ອນ, ສິ່ງນີ້ກໍ່ສ້າງຄວາມປະທັບໃຈສຳລັບເຍື່ອງອາຫານເປັດປິ່ນຢູ່ບັກເຊີນ”
“ຕ້ອງຮູ້ຈັກວິທີປະສົມລະຫວ່າງລົດຊາດ ເພື່ອສ້າງເປັນເຍື່ອງອາຫານເປັດປິ່ນທີ່ແຊບນົວຢູ່ ລ້າງເຊີນ. ເມື່ອພວກເຮົາຢາກຊີມເຍື່ອງອາຫານພິເສດນັ້ນ ກໍ່ຕ້ອງຄຳນຶງເຖິງລົດຫອມຂອງມັນ ແລະ ຄຸນນະພາບເປັດຢູ່ ລ້າງເຊີນ”.
ມາຮອດແຂວງ ລ້າງເຊີນ ໃນຊຸມວັນຕົ້ນລະດູບານໃໝ່, ເມື່ອອາກາດໜາວເຢັນ, ແຂກທ່ອງທ່ຽວກໍ່ບໍ່ຄວນພາດໂອກາດຊີມລົດຊາດຂອງເຍື່ອງອາຫານ ເຄົ້າຍຸກ, ເຊິ່ງແມ່ນເຍື່ອງອາຫານທີ່ເຂັ້ມຂົ້ນໄປດ້ວຍລົດຊາດພິເສດ ຍາກທີ່ຈະຫຼົງລືມໄດ້. ເຄົ້າຍຸກຖືກປຸງແຕ່ງຈາກຊີ້ນໝູສາມຊັ້ນ ເມື່ອກ່ອນນີ້ເຄົ້າຍຸກແມ່ນເຍື່ອງອາຫານທີ່ຂາດບໍ່ໄດ້ໃນບັນດາໂອກາດວັນບຸນຂອງພໍ່ແມ່ພີ່ນ້ອງບັນດາເຜົ່າ. ປັດຈຸບັນເຄົ້າຍຸກໄດ້ກາຍເປັນໜຶ່ງໃນບັນດາເຍື່ອງອາຫານທີ່ມີຊື່ສຽງຢູ່ ລ້າງເຊີນ. ລຸງ ນົງວັນຄວາດ ຢູ່ເມືອງ ບິ່ງຢາ ໃຫ້ຮູ້ວ່າ:
“ເຄົ້າຍຸກແມ່ນເຍື່ອງອາຫານທີ່ພິເສດຂອງຊາວ ບິ່ງຢາ ແລະ ຖືກປຸງແຕ່ງໃນໂອກາດງານດອງ, ບຸນເຕັດຂອງບັນດາເຜົ່າ. ເພື່ອໃຫ້ເຍື່ອງອາຫານເຄົ້າຍຸກຖືປຸງແຕ່ງທີ່ແຊບນົວນັ້ນ ກ່ອນອື່ນໝົດແມ່ນຕ້ອງເລືອກເອົາໂຕໝູທີ່ແຊບ ແລະ ກໍ່ຕ້ອງເລືອກເອົາຊີ້ນຕ່ອນແຊບກວ່າໝູ່ ຫຼັງຈາກນັ້ນກໍ່ລ້າງໃຫ້ສະອາດ ແລະ ຕັດເປັນຕ່ອນມີຮູບສີ່ຫຼ່ຽມ ແຕ່ລະຕ່ອນມີນ້ຳໜັກປະມານ 1 ໂລ”.
ເຄົ້າຍຸກອາດຈະກິນກັບເຂົ້າ ຫຼື ເຂົ້າຈີ່ພ້ອມກັບຜັກຊະນິດຕ່າງໆ ໃນຄາບເຂົ້າເຊົ້າ ຫຼື ເຂົ້າທ່ຽງ, ຊີ້ນສາມຊັ້ນກໍ່ອ່ອນ ມີກິ່ນຫອມຂອງເຄື່ອງປຸງ, ໜັງກໍ່ມີລົດຫວານຂອງນ້ຳເຜີ້ງ ທັງໝົດເຫຼົ່ານັ້ນກໍ່ໄດ້ສ້າງເປັນເຍື່ອງອາຫານພິເສດ ເຮັດໃຫ້ຜູ້ຮັບປະທານບໍ່ອາດຫຼົງລືມລົດຊາດພິເສດຂອງເຍື່ອງອາຫານນີ້ໄດ້.