ຕະຫຼາດງົວ ຕ່າງ໊າວ ໃນແຂວງ ອານຢາງ

(VOVWORLD) -     ຕະຫຼາດງົວ ຕ່າງ໊າວ ຢູ່ຕາແສງ ຕິ້ງບຽນ ເທດສະບານຕິ້ງບຽນ ແຂວງ ອານຢາງ ແມ່ນຕະຫຼາດຊື້ຂາຍງົວໃຫຍ່ກວ່າໝູູ່ຢູ່ເຂດທາງທິດຕາເວັນຕົກພາກໃຕ້. ຢູ່ທ້ອງຖິ່ນຕິດກັບຊາຍແດນກຳປູເຈຍນີ້ ພໍ່ແມ່ພີ່ນ້ອງເຜົ່າ ຂະແມ ດຳລົງຊີວິດ ຕົ້ນຕໍດ້ວຍອາຊີບຄ້າຂາຍງົວຊີ້ນ, ງົວແມ່, ງົວແຂ່ງໃນງານບຸນ ແລະ ງົວແກ່ກວຽນ… 
ຕະຫຼາດງົວ ຕ່າງ໊າວ ໃນແຂວງ ອານຢາງ - ảnh 1ຕະຫຼາດງົວ ຕ່າງ໊າວ

    ຕະຫຼາດງົວ ຕ່າງ໊າວ ຫ່າງຈາກປະເທດ ກຳປູເຈຍ ດ້ວຍຄອງ ຫວິງເຕ໊. ກ່ອນນີ້ໂດຍເລີ່ມມາຈາກການລ້ຽງງົວໃຫ້ເຕີບໂຕ ແລະ ນຳໃຊ້ເພື່ອຫຼາກແກ່ຢູ່ເຂດ ໄບ໋ໜຸຍ. ດັ່ງນັ້ນຮອດຍາມລະດູການ ຫຼື ງານບຸນ, ພໍ່ແມພີ່ນ້ອງເຜົ່າ ຂະແມ ພັດພາກັນໄປ ກຳປູເຈຍ ຊື້ງົວຄວາຍ. ຕະຫຼາດງົວຖືກຈັດຂຶ້ນອາທິດລະເທື່ອໜຶ່ງ ດັ່ງນັ້ນກໍ່ເອີ້ນວ່າ ຕະຫຼາດນັດຊື້ຂາຍງົວ. ນັບແຕ່ນັ້ນມາງົວຄວາຍໄດ້ຖືກສົ່ງໄປແລກປ່ຽນຊື້ຂາຍຢູ່ບໍລິເວນຊາຍແດນທີ່ບ້ານ ຝູເຕິມ ຕາແສງ ອານຝູ ເມືອງ ຕິ້ງບຽນ. ຈາກນັ້ນກໍ່ໄດ້ກາຍເປັນຕະຫຼາດງົວທີ່ລືຊື່ທົ່ວເຂດ ເຊິ່ງໃສ່ຊື່ວ່າ ຕ່າງ໊າວ. ລຸງ ເຈົາມິງລັງ ພໍ່ຄ້າງົວຄວາຍຢູ່ຕະຫຼາດ ຕ່າງ໊າວ ໃຫ້ຮູ້ວ່າ:

      “ຂ້າພະເຈົ້າປະກອບອາຊີບລ້ຽງງົວຄວາຍ ແລະ ຄ້າຂາຍງົວຄວາຍນັບແຕ່ຄາວຍັງນ້ອຍ. ຕະຫຼາດງົວ ຕ່າງ໊າວນີ້ ເມື່ອຂ້າພະເຈົ້າມານີ້ຂາຍ ກໍ່ເຫັນຈຳນວນງົວທີ່ນຳມາຂາຍຢູ່ທີ່ນີ້ແມ່ນຫຼາຍທີ່ສຸດ ບັນຍາກາດຊື້ຂາຍກໍ່ຄຶກຄື້ນມ່ວນຊື່ນ. ອາຊີບຊື້ຂາຍງົວກໍ່ສາມາດຫາລາຍໄດ້ເປັນຢ່າງດີ ເມື່ອທຽບໃສ່ວຽກງານອື່ນໆ”.

    ນອກຈາກການຊື້ຂາຍງົວນັ້ນ, ຕະຫຼາດງົວ ຕ່າງ໊າວ ຍັງມີການບໍລິການອື່ນເຊັ່ນ ຕັດຫຍ້າ, ລ້ຽງງົວ ອັນໄດ້ສ້າງລາຍຮັບໃຫ້ແກ່ແຮງງານທ້ອງຖິ່ນນັບຮ້ອຍຄົນ. ພິເສດເມື່ອຮອດງານບຸນແຂ່ງງົວ ເພື່ອຮັບຕ້ອນລະດູການຜະລິດ, ຊາວທ້ອງຖິ່ນຍັງໄປດິນແດນລາວ, ໄທ ເພື່ອຊອກຊຶ້ງົວມາຝຶກ ເພື່ອເຂົ້າຮ່ວມງານບຸນແຂ່ງງົວ, ຍ້ອນການສະໜອງບໍ່ສາມາດຕອບສະໜອງຕາມຄວາມຕ້ອງການ, ດັ່ງນັ້ນຊາວທ້ອງຖິ່ນໄດ້ເລືອກເອົາງົວໂຕໃຫຍ່ ເພື່ອປະສົມພັນຂະຫຍາຍຝຸງງົວໃຫ້ຫຼາຍຂຶ້ນ ຊື່ສຽງຮຽງນາມ ແລະ ຂອບຂະໜາດການເຄື່ອນໄຫວຂອງຕະຫຼາດງົວ ຕ່າງ໊າວ ກໍ່ນັບມື້ນັບຂະຫຍາຍຕົວເທື່ອລະກ້າວ ກາຍເປັນຈຸດນັດພົບຂອງພວກພໍ່ຄ້າງົວ ໃນທົ່ວດິນແດນ ຫວຽດນາມ ແລະ ກຳປູເຈຍ. ອ້າຍຊັອກຄາ ຜູ້ຄ້າຂາຍງົວຢູ່ຕະຫຼາດຕ່າງ໊າວ ເລົ່າສູ່ຟັງວ່າ:

       “ນີ້ແມ່ນຕະຫຼາດຂາຍງົວຄວາຍໃຫຍ່ກວ່າໝູ່ ຢູ່ເຂດທາງທິດຕາເວັນຕົກພາກໃຕ້, ແຕ່ລະມື້ງົວຄວາຍຖືກນຳມາເຕົ້າໂຮມດ້ວຍຈຳນວນຢ່າງໜ້ອຍ 200 ໂຕ. ຕະຫຼາດນີ້ໄດ້ຄົງຕົວມາເປັນເວລາຫຼາຍປີແລ້ວ ນັບແຕ່ຄາວຍັງເປັນທາງຄັນຄູ ປັດຈຸບັນກໍ່ໄດ້ມີທາງເປຕົງຖາວອນແລ້ວ”.

      ປີ 2006 ຕະຫຼາດນີ້ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໂດຍບໍລິສັດ 622 ຈຳກັດຜູ້ດຽວຂອງທະຫານເຂດ 9 ຄວບຄຸມ. ຕະຫຼາດງົວ ຕ່າງ໊າວ ມີເນື້ອທີ່ໜຶ່ງເຮັກຕາ ປະກອບດ້ວຍຫຼາຍຮ້ານ ແລະ ເຂດຄອກຟາມລ້ຽງງົວ, ມີເຂດຂາຍຫຍ້າອີກ. ມາແລກປ່ຽນຊື້ຂາຍງົວຢູ່ຕະຫຼາດນີ້ ພວກພໍ່ຄ້າຊາວຂາຍກໍ່ໃຊ້ສະກຸນເງິນດົ່ງຂອງ ຫວຽດນາມ ແລະ ເງິນຣຽນຂອງກຳປູເຈຍ. ອ້າຍ ໂຮ່ແອັງຕ໊ວນ ພໍ່ຄ້າງົວຢູ່ຕະຫຼາດຕ່າງ໊າວ ໃຫ້ຮູ້ວ່າ:

     “ຂ້າພະເຈົ້າກໍ່ໄດ້ໄປຫຼາຍແຫ່ງຊື້ງົວແລ້ວ ແຕ່ຢູ່ຕະຫຼາດ ຕ່າງ໊າວ ມີແຕ່ງົວແຂງແຮງດີ. ສອງຜົວເມຍພວກຂ້າພະເຈົ້າປະກອບອາຊີບລ້ຽງງົວ ແລະ ຄ້າຂາຍງົວ ເຄີຍມາຕະຫຼາດນີ້ຊື້ຂາຍງົວ”. ງົວຄວາຍຢູ່ຕະຫຼາດ ຕ່າງ໊າວ ໄດ້ຮັບການກວດພະຍາດຢ່າງເຄັ່ງຄັດ ງົວບໍ່ຕິດພະຍາດຈຶ່ງໄດ້ນຳມານີ້ຊື້ຂາຍ. ງົວຢູ່ນີ້ກໍ່ມີລາຄາຫຼາຍລະດັບ ເຊິ່ງເຄື່ອນເໜັງແຕ່ 8 ລ້ານຕໍ່ໂຕ ຫາ 30 ລ້ານຕໍ່ໂຕ.

      “ຂ້າພະເຈົ້າຊື້ງົວມາລ້ຽງໃຫ້ເຕີບໂຕ ເຮົານຳເມືອລ້ຽງໃຫ້ແຂງແຮງ ແລະ ງາມ ເພື່ອຈະຂາຍໄດ້ງ່າຍ”.

      “ເຮົາຊື່ງົວເມືອແລ້ວກໍ່ຕັດຫຍ້າເກືອງົວພ້ອມກັບສານອາຫານໃຫ້ມັນເຕີບໂຕໄວ. ງົວກໍ່ເລືອກເອົາຫົວງົວ, ເລັບຕີນ ແລະ ຫາງຂອງມັນ”.

      ໃນທຸກວັນນີ້ ຕ່າງ໊າວ ໄດ້ມີການປ່ຽນແປງມີຜູ້ມາຊຶ້ຂາຍງົວຢ່າງຄຶກຄື້ນມ່ວນຊື່ນ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ດີຂຶ້ນອຳນາດການປົກຄອງທ້ອງຖິ່ນກໍ່ພວມມີແຜນການເປີດກວ້າງຕະຫຼາດງົວຕ່າງ໊າວ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນທຳມາຄ້າຂາຍ ກໍ່ຄືເປັນເປັນການອະນຸລັກ ແລະ ຂະຫຍາຍຕະຫຼາດທີ່ເປັນເອກະລັກ ຢູ່ເຂດທາງທິດຕາເວັນຕົກພາກໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ