ໝູ່ບ້ານຮ່ວມຂອງພໍ່ແມ່ພີນ້ອງເຂດພູສູງໃນແຂວງ ເທື່ອທຽນເຫວ້

(VOVWORLD) -ເມືອງ ອາເຫຼືອຍ ແຂວງ ເທື່ອທຽນເຫວ້ ນອນຢູ່ສາຍພູຫຼວງທີ່ໃຫຍ່ໂຕມະໂຫຖານ ແມ່ນແຫ່ງດຳລົງຊີວິດຂອງປະຊາຊົນບັນດາເຜົ່າຄື ປາໂກ, ຕາໂອຍ, ກະຕູ… ຢູ່ແຫ່ງນີ້ມີໝູ່ບ້ານວັດທະນະທຳພື້ນເມືອງທີ່ເປັນເອກະລັກ ແມ່ນບ່ອນຮ່ວມຊີວິດອະນຸລັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າສ່ວນໜ້ອຍໃນເມືອງ ອາເຫຼືອຍ.
ໝູ່ບ້ານຮ່ວມຂອງພໍ່ແມ່ພີນ້ອງເຂດພູສູງໃນແຂວງ ເທື່ອທຽນເຫວ້ - ảnh 1ບ້ານວັດທະນະທຳບັນດາເຜົ່າເມືອງ ອາເຫຼືອຍ ເບິ່ງຈາກທີ່ສູງ

    ໝູ່ບ້ານວັດທະນະທຳພື້ນເມືອງບັນດາເຜົ່າເມືອງ ອາເຫຼືອຍ ຖືກປຸກສ້າງໃນເຂດອະນຸລັກຂຶ້ນກັບຕາແສງ ຮົ່ງເທື້ອງ ດ້ວຍເນື້ອທີ່ 5 ເຮັກຕາ. ໝູ່ບ້ານລວມມີກຸ່ມເຮືອນລວມດຳເນີນຊີວິດຊຸມຊົນ ແລະ ເຮືອນປະເພນີສາມຫຼັງຂອງຊົນເຜົ່າ ປາໂກ, ຕະໂອຍ ແລະ ກະຕູ. ການສ້າງຕັ້ງໝູ່ບ້ານວັດທະນະທຳພື້ນຂອງບັນດາເຜົ່າເປັນຮູບປະທຳໄດ້ຕອບສະໜອງຄວາມຄອງຄອຍຂອງປະຊາຊົນບັນດາເຜົ່າສ່ວນໜ້ອຍໃນເມືອງ ອາເຫຼືອຍ ເພື່ອເປັນບ່ອນອະນຸລັກຮັກສາວາດພາບ ແລະ ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າສ່ວນໜ້ອຍໃນເມືອງ. ທ່ານ ເລກວາງວິງ ປະທານຄະນະກຳມະການປະຊາຊົນຕາແສງ ຮົ່ງເທື້ອງ ເມຶອງ ອາເຫຼືອຍ ຢືນຢັນວ່າ:

“ໝູ່ບ້ານ ອາເຫຼືອຍ ຖືກກໍ່ສ້າງໃນບໍລິເວນຕາແສງ ຮົ່ງເທື້ອງ ແມ່ນຄວາມເປັນກຽດຢ່າງຍິ່ງສຳລັບຕາແສງ. ພວກຂ້າພະເຈົ້າພ້ອມກັບເມືອງ ອາເຫຼືອຍ ທັງອະນຸລັກຄຸນຄ່າວັດທະນະທຳພື້ນເມືອງທີ່ເຂັ້ມຂົ້ນໄປດ້ວຍສີສັນບັນດາເຜົ່າສ່ວນໜ້ອຍ ທັງພັດທະນາການທ່ອງທ່ຽວໃນພາຍພາກໜ້າໃນບໍລະເວນ”.

ຢູ່ໝູ່ບ້ານ ອາເຫຼືອຍ ເຄີຍຈັດບັນດາງານບຸນວັດທະນະທຳປະເພນີ ເຊິ່ງວາດພາບເຖິງຄວາມງາມ ການດຳເນີນຊີວິດຂອງປະຊາຊົນບັນດາເຜົ່າ. ນາງ ຫງວຽນເລທຸ໋ຍຕຽນ ຊາວເຜົ່າ ປາໂກ  ຢູ່ຕາແສງ ຮົ່ງເທື້ອງ ເປີດເຜີຍວ່າ:

 “ນ້ອງຍາມໃດກໍ່ເຄົາລົບ ແລະ ນຸ່ງຊຸດອາພອນປະຈຳເຜົ່າຂອງຕົນ. ໄປໃສນ້ອງກໍ່ເລົ່າກ່ຽວກັບຂອງຕົນ ແລະ ມີຄວາມເອກອ້າງທະນົງໃຈທີ່ສຸດຕໍ່ສິ່ງນີ້. ນ້ອງຢາກແຜ່ກະຈາຍເຖິງທຸກໆຄົນ. ນ້ອງໄດ້ພົບເພື່ອນຫຼາຍຄົນທີ່ມາຈາກເຜົ່າຕ່າງໆຄື ກະຕູ, ຕະໂອຍ, ປາຮີ…”.

ນີ້ຍັງແມ່ນສະຖານທີ່ວາງສະແດງ ແນະນຳສິລະປະຫັດຖະກຳ, ສະແດງອາຊີບຫັດຖະກຳ ພ້ອມກັບບັນດາການເຄື່ອນໄຫວວັດທະນະທຳພື້ນເມືອງ. ຜ່ານນັ້ນກໍ່ສ້າງຈຸດທີ່ພົ້ນເດັ່ນເຊື່ອມຕໍ່ແຂກທ່ອງທ່ຽວເຂົ້າຮ່ວມ ແລະ ຄົ້ນຫາບັນດາການເຄື່ອນໄຫວທີ່ເປັນໜ້ປະທັບໃຈໃນເມືອງ ອາເຫຼືອຍ. ທ່ານນາງ ເລທິເທມ ຫົວໜ້າຂະແໜງວັດທະນະທຳຖະແຫຼງຂ່າວ ເມືອງ ອາເຫຼືອຍ ໃຫ້ຮູ້ວ່າ:

 “ບັນດາການເຄື່ອນໄຫວວັດທະນະທຳພື້ນເມືອງສິລະປະວັນນະຄະດີ ຖືກຈັດຂຶ້ນຕາມປະເພນີຂອງບັນດາເຜົ່າ. ບັນດານັກສິລະປະການກໍ່ແມ່ນບັນດາຜູ້ຖ່າຍທອດສະແດງບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງງານບຸນ, ສີສັນວັດທະນະທຳພື້ນເມືອງຂອງເຜົ່າຕົນ”.

 ໂດຍໄດ້ຮັບການກໍ່ສ້າງຈາກແຫຼ່ງທຶນຂອງໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດສັງຄົມເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030, ປັດຈຸບັນໄລຍະທີໜຶ່ງຂອງໂຄງການສ້າງໝູ່ບ້ານ ອາເຫຼືອຍ ໄດ້ສຳເລັດການສ້າງເສັ້ນທາງເຂົ້າໄປໝູ່ບ້ານ ແລະ ປັດຈຸບັນໄດ້ມີຫຼາຍກິດຈະກຳຍ່ອຍ, ພື້ນຖານໂຄງລ່າງ ເພື່ອຮັບປະກັນຕອບສະໜອງຄວາມຮຽກຮ້ອງຕ້ອງການໃນຊີວິດປະຈຳວັນ ແລະ ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາ. ທ່ານ ຫງວຽນວັນຫາຍ ຮອງປະທານຄະນະກຳມະການປະຊາຊົນເມືອງ ອາເຫຼືອຍ ໃຫ້ຮູ້ວ່າ:

“ທາງເມືອງໄດ້ກໍ່ສ້າງຊາຍຄາຮ່ວມ, ຢູ່ທີ່ນີ້ຈະວາງສະແດງ ແນະນຳບັນດາຜະລິດຕະພັນພື້ນເມືອງຂອງປະຊາຊົນບັນດາເຜົ່າສ່ວນໜ້ອນ. ພ້ອມ ກັນນັ້ນ ນີ້ກໍ່ແມ່ນບ່ອນສຶກສາອົບຮົມໄວໜຸ່ມ, ຈັດຕັ້ງບັນດາເຫດການໃຫຍ່ຂັ້ນເມືອງ ແລະ ຂອງບັນດາເຜົ່າ ທັງນີ້ກໍ່ເປັນການຮັບປະກັນ ແລະ ພັດທະນາເສດຖະກິດທ່ອງທ່ຽວຢູ່ທ້ອງຖິ່ນ”.

ໃນໄລຍະຕໍ່ໄປ, ເມືອງ ອາເຫຼືອຍ ຈະສ້າງແຜນກຳນົດອະລຽດກ່ຽວກັບໝູ່ບ້ານ ອາເຫຼືອຍ ດ້ວຍຂອບຂະໜາດ 30 ເຮັກຕາ ປະກອບດ້ວຍບບັນດາກິດຈະກຳຍ່ອຍ: ສະໜາມຫຼວງສູນກາງ, ເຂດໝູ່ບ້ານອາຊີບ, ທ່່າເຮືອ, ຫໍພິພິທະພັນຊົນເຜົ່າວິທະຍາ, ວາດພາບເຖິງຊີວິດປະຈຳວັນຂອງປະຊາຊົນເມື່ອກ່ອນນີ້… ຜ່ານນັ້ນກໍ່ເປັນການປະກອບສ່ວນອະນຸລັກ ເສີມຂະຫຍາຍຄຸນຄ່າບັນດາການເຄື່ອນໄຫວວັດທະນະທຳໂດຍກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວໄດ້ນຳເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸລະດັບຊາດ ຄວນໄດ້ຮັບການຮັກສາ ແລະພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ