ອຸມົງໃຕ້ດິນ ກູ໋ຈີ - ສິ່ງມະຫັດສະຈັນກ່ຽວກັບສິລະປະການທະຫານ ທີ່ເປັນເອກະລັກຂອງ ຫວຽດນາມ
Vinh Phong -  
(VOVWORLD) -ກິດຈະກຳອຸມົງໃຕ້ດິນ ກູ໋ຈີ ໄດ້ຮັບຖືວ່າ ແມ່ນສິ່ງມະຫັດສະຈັນຢູ່ໃຕ້ດິນຂອງສິລະປະສົງຄາມກອງຫຼອນ ຫວຽດນາມ. ໂດຍຢູ່ຫ່າງຈາກໃຈກາງນະຄອນ ໂຮ່ຈີມິນ ປະມານ 60 ກິໂລແມັດ ໄປທາງທິດຕາເວັນຕົກສຽງເໜືອ, ອຸມົງໃຕ້ດິນ ກູ໋ຈີ ທີ່ເມືອງ ກູ໋ຈີ ແມ່ນສະຖານທີ່ຂອງທ່າສະໜາມທີ່ມີຫົວຄິດປະດິດສ້າງ ແລະ ໄຫວພິບຂອງກອງທັບ ແລະ ປະຊາຊົນ ກູ໋ຈີ ໃນການຕໍ່ຕ້ານຍາວນານ ແລະ ດຸເດືອດໃນຕະຫຼອດ 30 ປີ ແຫ່ງການຍາດເອົາເອກະລາດ ເສລີພາບມາໃຫ້ປະເທດຊາດ
ອຸມົງໃຕ້ດິນ ກູ໋ຈີ ຖືກສ້າງຂຶ້ນໃນໄລຍະຕໍ່ຕ້ານ ຄືໃນປີ 1948 |
ລະບົບອຸມົງໃຕ້ດິນ ກູ໋ຈີ ຖືກສ້າງຂຶ້ນໃນໄລຍະຕໍ່ຕ້ານ ຄືໃນປີ 1948 ໃນບໍລິເວນສອງຕາແສງ ເຕິນຝູຈຸງ ແລະ ເຟືອກວິ້ງອານ. ລະບົບອຸມົງໃຕ້ດິນ ກູ໋ຈີ ມີລາວຍາວທັງໝົດ 250 ກິໂລແມັດ ຖືກແບ່ງເປັນສາມຊັ້ນຢູ່ໃຕ້ດິນ. ຊັ້ນສູງສຸດນອນຫ່າງຈາກໜ້າດິນ 3ແມັດ, ຊັ້ນກາງຫ່າງຈາກໜ້າດິນ 6 ແມັດ ແລະ ຊັ້ນເລິກກວ່າໝູ່ແມ່ນຫ່າງຈາກໜ້າດິນ 12 ແມັດ. ອ້າຍ ເຈືອງວັນກຸ໊ຍ ຜູ້ນຳທ່ຽວຢູ່ເຂດຮ່ອງຮອຍສະຖານປະຫວັດສາດອຸມົງໃຕ້ດິນ ກູ໋ຈີ ໃຫ້ຮູ້ວ່າ:
“ຢູ່ໃຕ້ດິນກໍ່ມີຫຼາຍກິດຈະກຳແຕກຕ່າງກັນ ຈາກຫ້ອງປະຊຸມ, ເຮືອນຄົວ ບ່ອນກິນເຂົ້າ. ຢູ່ບ່ອນເລິກຈາກໜ້າດິນມີບ່ອນປິ່ນປົວພະຍາດ, ບ່ອນພັກຜ່ອນ ແລະ ສະຖານທີ່ປະຊຸມຂອງທະຫານເຂດ ໄຊງ່ອນ - ຢາດິ້ງ”.
ດ້ວຍການໃຊ້ເຄື່ອງມືປະຖົມປະຖານຄືຈົກ ແລະ ຊວ້ານເຮັດດ້ວຍໄມ້ໄຜ່, ກອງທັບ ແລະ ປະຊາຊົນ ກູ໋ຈີ ໄດ້ສ້າງກິດຈະກຳທີ່ໃຫຍ່ໂຕຂຶ້ນ ດ້ວຍທາງອຸມົງລວມຄວາມຍາວນັບຮ້ອຍ ກິໂລແມັດ. ລະບົບອຸມົງໃຕ້ດິນຢູ່ສະຖານທີ່ແຫ່ງນີ້ ລວມມີທາງຄົດງໍເຊື່ອມຕໍ່ກັນຕາມພູມມີສັນຖານ. ເຖິງວ່າຖືກກໍ່ສ້າງຢູ່ໃຕ້ດິນກໍ່ຕາມ ແຕ່ລະບົບອຸມົງໃຕ້ດິນມີຄວາມສາມາດຕ້ານຢັນກັບລຸກປືນໃຫຍ່ ແລະ ນ້ຳໜັກຂອງລົດຖັງ, ລົດຫຸ້ມເກາະ ແລະ ຢູ່ບາງບ່ອນເລິກກໍ່ສາມາດຕ້ານຢັນກັບລູກລະເບີດຂະໜາດນ້ອຍໄດ້. ໃນລະບົບອຸມົງໃຕ້ດິນ ກູ໋ຈີ ກໍ່ມີບາງຈຸດຂວາງກັ້ນສັດຕູ ຫຼື ທາດເຄມີເມື່ອຖືກສັດຕູສີດເຂົ້າ, ພັນເອກ ນັກສືບ ຫງວຽນວັນເຕົ່າ ປີນີ້ອາຍຸ 98 ປີ ເຊິ່ງແມ່ນນັກວິລະຊົນກຳລັງປະກອບອາວຸດປະຊາຊົນ ເປັນຜູ້ໄດ້ຕໍ່ສູ່ຢູ່ອຸມົງ ກູ໋ຈີ ໃນໄລຍະ 10 ປີ ແຕ່ປີ 1962 – 1971 ໃຫ້ຮູ້ວ່າ:
“ກຳລັງທະຫານ ອາເມລິກາ ໃຊ້ເຮືອບິນ B52, B57, ກຳປັ່ນຮົບ, ໃຊ້ທາດເຄມີ, ແກັສນ້ຳຕາ ເພື່ອບຸກໂຈມຕີທຳລາຍລະບົບອຸມົງໃຕ້ດິນ. ຕົ້ນໄມ້ໃບຫຍ້າຖືກສູນເສຍ ແຕ່ກຳລັງພວກຂ້າພະເຈົ້າກໍ່ບໍ່ສັ່ນສະເທືອນ ບັນດາເສັ້ນທາງໃນອຸມົງໃຕ້ດິນ ກູ໋ຈີ ກໍ່ເປັນໜ້າຈາລຶກເຂົ້າໜ້າປະຫວັດສາດ
ປັດຈຸບັນເຂດຮ່ອງຮອຍສະຖານປະຫວັດສາດອຸມົງໃຕ້ດິນ ກູ໋ຈີ ໄດ້ຮັບການຮັບຮອງແມ່ນສະຖານທີ່ປະຫວັດສາດລະດັບຊາດພິເສດນັບແຕ່ປີ 2015. ປັດຈຸບັນນະຄອນ ໂຮ່ຈີມິນ ພວມປະກອບເອກະສານໃຫ້ສຳເລັດ ເພື່ອຍື່ນສະເໜີຕໍ່ອົງການ Unesco ຮັບຮອງອຸມົງໃຕ້ດິນ ກູ໋ຈີ ແມ່ນມໍລະດົກໂລກໃນປີ 2027. ທ່ານ ຫງວຽນມິງເຕິມ ຮອງຫົວໜ້າຄະນະຄຸ້ມຄອງເຂດຮ່ອງຮອຍສະຖານປະຫວັດສາດອຸມົງໃຕ້ດິນ ກູ໋ຈີ ໃຫ້ຮູ້ວ່າ:
“ນີ້ແມ່ນສັນຍານທີ່ດີ. ຖ້າຫາກອຸມົງໃຕ້ດິນ ກູ໋ຈີ ໄດ້ຮັບການຮັບຮອງແມ່ນມໍລະດົກໂລກ ກໍ່ຈະແມ່ນໂອກາດເພື່ອໃຫ້ສະຖານທີ່ແຫ່ງນີ້ ໄດ້ຕ້ອນຮັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຫຼາຍຂຶ້ນໃນໄລຍະທີ່ຈະມາເຖິງ ເພື່ອໃຫ້ໂລກຮູ້ຈັກເຖິງຄວາມສະຫຼາດສະຫຼຽວ ແລະ ນ້ຳໃຈຮັກຊາດຂອງຊາວ ຫວຽດນາມ”.
ແຕ່ລະປີ ເຂດຮ່ອງຮອຍສະຖານອຸມົງໃຕ້ດິນ ກູ໋ຈີ ສາມາດຕ້ອນຮັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຫຼາຍກວ່າ 1.000.000 ເທື່ອຄົນ ມາຢ້ຽມຊົມທັດສະນະສຶກສາ. ອຸມົງໃຕ້ດິນ ກູ໋ຈີ ໃນປັດຈຸບັນບໍ່ພຽງແຕ່ແມ່ນສະຖານທີ່ວາງສະແດງເປັນສິ່ງມະຫັດສະຈັນທາງດ້ານສິລະປະການທະຫານທີ່ເປັນເອກະລັກເທົ່ານັ້ນ ຫາກຍັງແມ່ນສະຖານທີ່ແດງເພື່ອໃຫ້ແຂກທ່ອງທ່ຽວສາມາດເຂົ້າໃຈເລິກກ່ຽວກັບເຈດຈຳນົງອົງອາດກ້າແກ່ນ ແລະ ບໍ່ຍອມຈຳນົນຂອງຊາວ ຫວຽດນາມ.
Vinh Phong