ໝູ່ບ້ານ ປໄລເອິບ ມີອາຍຸ 100 ປີ ຢູ່ນະຄອນ ປໄລກູ.

(VOVWORLD) -ໝູ່ບ້ານ ປໄລເອິບ ຫຼື ເອີ້ນວ່າ ບ້ານ ອົບ ໄດ້ຮັບການສ້າຕັ້ງຂຶ້ນໃນປີ 1927 ມາຮອດປັດຈຸບັນເກືອບ 100 ປີແລ້ວ. ເຖິງວ່າ ນອນຢູ່ໃນໃຈກາງນະຄອນ ປໄລກູ ກໍ່ຕາມ ແຕ່ໝູ່ບ້ານ ອົບ ພັດຖືກອ້ອມຮອບດ້ວຍຮ່ອມພູ ອີອາເລິມ ແລະ ຫ້ວຍສອງລຳ ແມ່ນ ເອຍນິນ ແລະ ເອຍໜັກ, ນ້ຳຫ້ວຍໃສເຢັນໄຫຼອ້ອມໝູ່ບ້ານໃນຕະຫຼອດວັນ ແລະ ຄືນ ອັນໄດ້ເຮັດໃຫ້ທັດຊະນີຍະພາບຂອງໝູ່ບ້ານເພີ່ມຄວາມສະຫງົບສຸກ ແລະ ສວຍງາມເປັນໜ້າຈັບໃຈ
ໝູ່ບ້ານ ປໄລເອິບ ມີອາຍຸ 100 ປີ ຢູ່ນະຄອນ ປໄລກູ. - ảnh 1ປະຕູໂຂງຂອງໝູ່ບ້ານ ປໄລເອິບ

     ຄວາມປະທັບໃຈທຳອິດເມື່ອມາຢາມບ້ານ ປໄລເອິບ ກໍ່ແມ່ນປະຕູໂຂງຂອງໝູ່ບ້ານ ແລະ ຫຼັງຄາສາລາບ້ານທີ່ເປັນປະເພນີ, ນີ້ກໍ່ໄດ້ຮັບຖືວ່າແມ່ນຫົວໃຈ ແມ່ນວິນຍານຂອງໝູ່ບ້ານ ແມ່ນສັນຍາລັກທາງດ້ານວັດທະນະທຳຂອງໝູ່ບ້ານ. ສາລາບ້ານມີຮູບປຽບເໝືອນຮູບຂວານ ຖຶກບັນດານາຍຊ່າງໃນໝູ່ບ້ານສ້າງຂຶ້ນຈາກວັດສະດຸໃນທຳມະຊາດຄື ໄມ້, ໄມ້ໄຜ່ ແລະ ໄມ້ເຮ້ຍ. ການຮ່ວມຊີວິດວັດທະນະທຳ, ງານບຸນກໍ່ລ້ວນແຕ່ຖຶກສະແດງໃນບໍລິເວນນ

      ພາແຂກທ່ອງທ່ຽວໄປຢ້ຽມຊົມໃນສາລາບ້ານ, ເຈົ້າເຫຼົ່າ ຊຽວໜຸຍ ຢູ່ບ້ານ ປໄລເອິບ ຕາແສງ ຮວາລື ນະຄອນ ປໄລກູ ແຂວງ ຢາລາຍ ໃຫ້ຮູ້ວ່າ:

      “ສາລາບ້ານ ແມ່ນບ່ອນຮ່ວມຊີວິດຂອງຊາວໜຸ່ມ. ທຸກໆຄືນ, ຊາວໜຸ່ມກໍ່ພາກັນມາເຕົ້າໂຮມຢູ່ນີ້. ແຄນນີ້ເພື່ອຮັບໃຊ້ໃນເວລາຕ້ອງການເຕົ້າໂຮມປະຊຸມກໍ່ເປົ່າແຄນ ເພື່ອຮຽກໂຮມທຸກໆມາຮ່ວມຊີວິດຢູ່ສາລາບ້ານ. ຄ້ອງຢູ່ນີ້ກໍ່ຮັບໃຊ້ງານບຸນແທງຄວາຍ. ໃນສາລານກໍ່ຕ້ອງວາງສະແດງຫົວຄວາຍ. 7 ປີໃດງານບຸນກໍ່ຖຶກຈັດຂຶ້ນເທື່ອໜຶ່ງ ແລະ ຕ້ອງເກັບຮັກສາຫົວຄວາຍເພື່ອວາງສະແດງ ສ່ວນພິນ ຕຣຶງ ເມື່ອກ່ອນນີ້ກໍ່ໃຊ້ຂັບໄລ່ນົກ ແລະ ສັດຮ້າຍເມື່ອມາທຳລາຍເນື້ອທີ່ໄຮ່ນາ”.

      ຢູ່ອ້ອມແອ້ມສາລາບ້ານກໍ່ມິຮູບແກະຄວັດສະຫຼັກໄມ້ທຸກຢ່າງ ເຊິ່ງໄດ້ວາດພາບເຖິງຊີວິດປະຈຳວັນຂອງຊຸມຊົນຢູ່ໝູ່ບ້ານ. ເຈົ້າເຫຼົ່າ ຊຽວໜຸຍ ແບ່ງປັນວ່າ ເພື່ອສ້າງຮູບແກະຄວັດສະຫຼັກໃຫ້ມີວິນຍານ ແລະ ມີຄວາມໃກ້ຊິດຕິດແທດກັບຊາວບ້ານ ກໍ່ຮຽກຮ້ອງໃຫ້ມີຄວາມຕ້ອງການມີຜູ້ແກະຄວັດສະຫຼັກ ມີປະສົບການໃນຊີວິດ ແລະ ມີຄວາມເຂົ້າໃຈກ່ຽວກັບວັດທະນະທຳຂອງເຜົ່າຕົນ. ດ້ວຍບັນດາເຄື່ອງມືທີ່ປະຖົມປະຖານຄື ສິ່ວ, ຂວານ, ມີດ ພ້ອມກັບຄວາມຄ່ອງແຄ້ວຂອງສອງຝາມື ແລະ ການວາດນຶກທີ່ອຸດົມສົມບູນ ເຂົ້າເຈົ້າຈະຜະລິດອອກບັນດາຮູບແກະຄວັດສະຫຼັກທີ່ຊ້ອນແຝງອາລົມຈິດ ຄວາມຮັກແພງຂອງນາຍຊ່າງທີ່ມີຕໍ່ຜະລິດຕະພັນຂອງຕົນ ເຈົ້າເຫຼົ່າ ຊຽວໜຸຍ ເວົ້ົ້າວ່າ:

       “ພວກຂ້າພະເຈົ້າໄດ້ເຂົ້າໄປປ່າ ເພື່ອຊອກຫາຕົ້ນໄມ້ໃຫຍ່ ແລະ  ເປັນປະເພໄມ້ທີ່ດີ. ໃຊ້ເວລາປະມານ3 – 4 ເດືອນ ກໍ່ສາມາດແກະຄັວດສະຫຼັກສຳເລັດ. ທຳມະດາບັນດາຜູ້ອາຍຸສູງ ຜູ້ເຮັດຢ່າງລະອຽດລະອໍຈຶ່ງສາມາດແກະຄວັດສະຫຼັກຮູບທີ່ງາມໄດ້

      ປັດຈຸບັນສຽງຄ້ອງບໍ່ພຽງແຕ່ດັງກ້ອງກັງວານໃນທ່າມກາງເຂດພູຜາປ່າໄມ້ເທົ່ານັ້ນ ຫາກຍັງດັງກ້ອງກັງວານຢູ່ເຂດຕົວເມືອງທີ່ໜາແໜ້ນໃນນະຄອນ ປໄລກູ ອີກດ້ວຍ. ບັນດາເຈົ້າກົກເຈົ້າເຫຼົ່າຢູ່ບ້ານ ເອິບ ໃນຫຼາຍປີທີ່ຜ່ານມາກໍ່ໄດ້ຈັດຊຸດອົບຮົມຖ່າຍທອດການຕີຄ້ອງໃຫ້ແກ່ໄວໜຸ່ມ ເພື່ອແນໃສ່ຮັກສາ ແລະ ເສີມຂະຫຍາຍຄວາມງາມທາງດ້ານວັດທະນະທຳຂອງໝູ່ບ້ານ. ນັກສິລະປະການ ບຸຍມີລີກ ຢູ່ໝູ່ບ້ານ ປໄລເອິບ ໃຫ້ຮູ້ວ່າ:

      “ຊຸດຮຽນຕີຄ້ອງໄດ້ເປີດກ່ອນນີ້ 4 – 5 ປີ. ກ່ອນໜ້ານັ້ນບັນດາຜູ້ອາຍຸສູງໄດ້ສອນພວກຂ້າພະເຈົ້າ ແລະ ປັດຈຸບັນພວກຂ້າພະເຈົ້າກໍ່ໄດ້ຖ່າຍທອດໃຫ້ພວກລູກຫຼານ ເພື່ອຊ່ວຍໃຫ້ພວກລູກຫຼານໄດ້ເຂົ້າໃຈກ່ຽວກັບມູນເຊື້ອຂອງເຜົ່າຕົນຫຼາຍຂຶ້ນ”.

     ເພື່ອນ ຣາມາເກິນ ຢູ່ບ້ານ ປໄລເອິບ ແບ່ງປັນວ່າ:

     “ນ້ອງກໍ່ດີໃຈທີ່ສຸດ ແລະ ມີຄວາມເອກອ້າງທະນົງໃຈເມື່ອໄດ້ເຂົ້າຮ່ວມຊຸດຮຽນຕີຄ້ອງຂອງໝູ່ບ້ານ”.

     ມາຢາມໝູ່ບ້ານ ເອິບ ແຂກທ່ອງທ່ຽວບໍ່ຄວນພາດໂອກາດຊີມບັນດາເຍື່ອງອາຫານພິເສດຂອງຊາວທ້ອງຖິ່ນຄື ປີ້ງງົວ, ປີ້ງໄກ່ ຫຼື ໝີ່ຂົ້ວ. ອ້າຍ ຮວ່າງຢຸຍເກືອງ ຢູ່ບ້ານ ປະໄລເອິບ ໃຫ້ຮູ້ວ່າ:

      “ຝຸງໄກ່ນີ້ຖືກລ້ຽງແບບປ່ອຍຕາມເນື້ອທີ່ໄຮ່ນາ, ພຽງແຕ່ກິນເຂົ້າເປືອກ ແລະ ຜັກເທົ່ານັ້ນ ໄກ່ມີນ້ຳໜັກໂລໜຶ່ງເທົ່ານັ້ນ ແລະ ເມື່ອປີ້ງໄກ່ໂຕໜຶ່ງກໍ່ຕ້ອງໃຊ້ເວລາ 1 ຫາ 2 ຊົ່ວໂມງ”.

     ກ່ອນນີ້ 17 ປີ ຄືປີ 2008, ໝູ່ບ້ານວັດທະນະທຳທ່ອງທ່ຽວ ປໄລເອິບ ໄດ້ຮັບການຮັບຮອງຢ່າງເປັນທາງການ ແລະ ນັບແຕ່ນັ້ນມາໝູ່ບ້ານກໍ່ນັບມື້ນັບສວຍງາມ ຊາວບ້ານກໍ່ໄດ້ສ້າງລາຍການທ່ອງທ່ຽວຄົ້ນຫາວັດທະນະທຳທ້ອງຖິ່ນ ເພື່ອຮັບໃຊ້ແຂກທ່ອງທ່ຽວທັງຢູ່ພາຍໃນແລະ ສາກົນ. 

ຕອບກັບ

ຂ່າວ/ບົດ​ອື່ນ