ບັນດາຜູ້ຍາມຮັກສາປ່າໃນຍາມລະດູແລ້ງຢູ່ແຂວງ ດົ່ງນາຍ

(VOVWORLD) -              ໃນທ່າມກາງແດດຮ້ອນເອົ້າໃນຍາມທ້າຍລະດູແລ້ງຢູ່ເຂດພາກໃຕ້, ຄວາມສ່ຽງເກີດໄຟໄໝ້ປ່າແມ່ນສູງທີ່ສຸດ, ອາດຈະເກີດໃນທຸກໆເວລາ. ດ້ວຍຄວາມທົດສອບດັ່ງກ່າວ, ບັນດາຜູ້ຄົນຢູ່ເຂດອະນຸລັກທຳມະຊາດ-ວັດທະນະທຳດົ່ງນາຍ, ແຂວງ ດົ່ງນາຍ ພວມອອກແຮງຍາມຮັກສາປ່າໃນທຸກວັນ ແລະ ຄືນເພື່ອປ້ອງກັນ ແລະ ຕ້ານໄຟໄໝ້ປ່າ
ບັນດາຜູ້ຍາມຮັກສາປ່າໃນຍາມລະດູແລ້ງຢູ່ແຂວງ ດົ່ງນາຍ - ảnh 1ບັນດາພະນັກງານກວດກາປ່າໄມ້ ເວນຍາມຮັກສາປ່າ 

ເສັ້ນທາງ ບ່າຮ່າວ ພຽງເສັ້ນດຽວຈາກເທດສະບານເມືອງ ຫວິງອານ, ເມືອງ ຫວິງກິ໋ວ, ແຂວງ ດົ່ງນາຍ  ທີ່ແລ່ນເຂົ້າໃຈກາງເຂດອະນຸລັກທຳມະຊາດ - ວັດທະນະທຳດົ່ງນາຍ, ສອງຟາກທາງແມ່ນບັນດາເນື້ອທີ່ປ່າທີ່ກວ້າງໃຫຍ່ໄພສານ. ແຫ່ງທີ່ໄດ້ຮັບການຂະໜານນາມວ່າ “ປອດຂຽວ” ຂອງເຂດທາງທິດຕາເວັນອອກຂອງພາກໃຕ້ ເຊິ່ງໄດ້ຮັບການຮັບຮອງຈາກອົງການ Unesco ວ່າແມ່ນເຂດນິເວດທຳມະຊາດໂລກ. ເຂດອະນຸລັກທຳມະຊາດ - ວັດທະນະທຳດົ່ງນາຍ ພວມຮັກສາການເຕືອນໄພໄໝ້ປ່າລະດັບ 5, ໝາຍຄວາມວ່າເປັນລະດັບທີ່ອັນຕະລາຍທີ່ສຸດ. ຢູ່ທຸກສາຍທາງເຂົ້າສູ່ປ່າ ຍາມໃດກໍ່ປະກົດມີບັນດາພະນັກງານກວດກາປ່າໄມ້ຂອງເຂດ ເຊິ່ງມີການປະສານສົມທົບກັບຊາວທ້ອງຖິ່ນ ເພື່ອເວນຍາມຮັກສາຕິດຕາມວຽກງານປ້ອງກັນ ແລະ ຕ້ານໄພໄໝ້ປ່າ. ທ່ານ ຮ່າວັນຫຼິງ ພະນັກງານກວດກາປ່າໄມ້ ບໍ່ໄດ້ເມືອຢາມຄອບຄົວເປັນເວລາເກືອບໜຶ່ງເດືອນແລ້ວ, ຕາມກົດລະບຽບ, ປະມານອາທິດໜຶ່ງ, ທ່ານ ຫຼິງ ກໍ່ຄືບັນດາອ້າຍນ້ອງພະນັກງານກວດກາຢູ່ດ່ານກວດກາປ່າໄມ້ ສວຍເຈົາ ຈະໄດ້ພັກຜ່ອນມື້ໜຶ່ງ. ແຕ່ໃນສູ່ມື້ນີ້ບໍ່ມີໃຜຄຳນຶງເຖິງເລື່ອງກັບເມືອຢ້ຽມຢາມຄອບຄົວ, ຕາມສະຖານທີ່ຍາມຮັກສາປ່າ 66 ຈຸດ ຂອງບັນດາດ່ານກວດກາປ່າໄມ້ໃນເຂດອະນຸລັກ ກໍ່ລ້ວນແຕ່ເວນຍາມຮັກສາຕະຫຼອດວັນ ແລະ ຄືນ. ທ່ານ ຮ່າວັນຫຼິງ ເລົ່າສູ່ຟັງວ່າ:

      “ປັດຈຸບັນແມ່ນເດືອນຈຸດສຸມຂອງລະດູແລ້ງ, ເວົ້າລວມແລ້ວ ເວລາຢູ່ຄຽງຂ້າງຄອບຄົວແມ່ນໜ້ອຍທີ່ສຸດ, ສ່ວນຫຼາຍແມ່ນຢູ່ໄກບ້ານ, ຫ່າງຈາກກັບຄອບຄົວດັ່ງນັ້ນຄິດຮອດເມຍ ແລະ ລູກຫຼາຍ. ມີບາງເວລກໍ່ຫງ່ວມເຫງົາແຕ່ຍ້ອນວຽກງານຂອງຕົນ ເຮົາກໍ່ຕ້ອງຍອມຮັບເຮັດຕາມອາຊີບ ແລະ ຕິດພັນກັບອາຊີບ ເພາະວ່າເຮົາຊົມຊອບວຽກງານຂອງຕົນ”.

      ຫໍຍາມຖືກເຮັດດ້ວຍເຫຼັກ, ສູງປະມານ 25 ແມັດ ໝາຍຄວາມວ່າສູງກວ່າຕົ້ນໄມ້ທີ່ສູງສຸດຢູ່ໃນປ່າ. ດ້ວຍປະສົບການຂອງຜູ້ຍາມຮັກສາປ່າມາແຕ່ດົນນານ, ເມື່ອຢູ່ຍອດໄມ້ສະຫຼັບກັບກຸ່ມເມກເຝື້ອຂາວ ຫຼື ດຳ, ກໍ່ຕ້ອງຕັ້ງໃຈສັງເກດລະອຽດ. ຖ້າຫາກວ່າກຸ່ມເມກເຝື້ອຂາວຫຼືດຳຈາກທາງລຸ່ມກຸ້ມຂຶ້ນເປັນກຸ່ມ ກໍ່ໝາຍຄວາມວ່າຢູ່ທາງລຸ່ມຂອງປ່າພວມເກີດໄຟໄໝ້. ທ່ານ ຟ້າມງອກຫ໋າຍ ຜູ້ມີໄລຍະເກືອບ 10 ປີປະຕິບັດວຽກງານຍາມຢູ່ຫໍຍາມ ໃຫ້ຮູ້ວ່າ:

     “ຄວາມລຳບາກແມ່ນລຳບາກທີ່ສຸດ ແລະ ກໍ່ມີຄວາມເຄັ່ງຕຶງພ້ອມ. ຍ້ອນວ່າເຮົາຍາມຮັກສາປ່າ ຕົ້ນຕໍແມ່ນຕ້ອງຕັ້ງໃຈສັງເກດ, ຖ້າຫາກຢາກນອນກໍ່ບໍ່ໄດ້ນອນເດັດຂາດ. ຄວາມສ່ຽງເວລາເຮົາເຫງົານອນອາດຈະເກີດຂຶ້ນໄດ້ງ່າຍ ແລະ ເມື່ອເກີດໄພໄໝ້ ຖ້າວ່າເຮົາບໍ່ແຈ້ງເຖິງດ່ານກວດກາ ກໍ່ບໍ່ໍສາມາດຈັດສົ່ງກຳລັງໄດ້ຢ່າງທັນການ”.

     ມາດຖານທີ່ສຳຄັນອັນໜຶ່ງ ຂອງບັນດາພະນັກງານຍາມຮັກສາປ່າຢູ່ນີ້ ແມ່ນຕ້ອງແມ່ນຊາວທ້ອງຖິ່ນ,ບໍ່ພຽງແຕ່ມີສຸຂະພາບແຂງແຮງເທົ່ານັ້ນ ຫາກຍັງຕ້ອງການມີບົດຮຽນປະສົບການ  ແລະ ທັງອິດທິພົນທີ່ມີຕໍ່ຊຸມຊົນທີ່ດຳລົງຊີວິດຢູ່ໃກ້ກັບເຂດອະນຸລັກ. ບັນດາພະນັກງານກວດກາປ່າໄມ້ຢູ່ທັງ 19 ດ່ານ ກວດກາປ່າໄມ້ຂອງອົງການກວດກາປ່າໄມ້ເຂດອະນຸລັກທຳມະຊາດ - ວັດທະນະທຳດົ່ງນາຍ ເກືອບຄືວ່າບໍ່ມີໃຜຂໍພັກການປະຈຳປີເລີຍ. ທ່ານ ຫງວຽນຮວ່າງຫ໋າວ ຫົວໜ້າອົງການກວດກາປ່າໄມ້ຢູ່ເຂດອະນຸລັກທຳມະຊາດ - ວັດທະນະທຳດົ່ງນາຍ ໃຫ້ຮູ້ວ່າ:

   “ບົດບາດຂອງປະຊາຊົນແມ່ນສຳຄັນເປັນພິເສດ. ໃນການປະຕິບັດວິທີການ ປ້ອງກັນ ແລະ ຕ້ານໄຟໄໝ້ປ່າ, ປະຊາຊົນກໍ່ໄດ້ເຂົ້າຮ່ວມ ການບຸກເບີກທາງເຂົ້າປ່າ. ຢູ່ບັນດາສະຖານທີ່ເວນຍາມ, ປະຊາຊົນກໍ່ໄດ້ເຂົ້າຮ່ວມຍາມກັບກຳລັງ ກວດກາປ່າໄມ້, ວຽກງານໂຄສະນາຂອງເຂດອະນຸລັກ ແລະ ອຳນາດການປົກຄອງທ້ອງຖິ່ນ ກໍ່ໄດ້ຊ່ວຍປູກຈິດສຳນຶກໃຫ້ແກ່ປະຊາຊົນ ໃຫ້ນັບມື້ນັບສູງຂຶ້ນ”.

      ຍ້ອນມີການຜັນຂະຫຍາຍບັນດາວິທີການປ້ອງກັນ ແລະ ຕ້ານໄພໄໝ້ປ່າຢ່າງຄົບຊຸດ, ດັ່ງນັ້ນເນື້ອທີ່ປ່າໃນເຂດອະນຸລັກທຳມະຊາດ - ວັດທະນະທຳດົ່ງນາຍ ຍັງຄົງມີຄວາມສະຫງົບຜ່ານບັນດາລະດູແລ້ງທີ່ຮ້າຍແຮງ. ບັນດາພະນັກງານ ກວດກາປ່າໄມ້ ແລະ ຊາວທ້ອງຖິ່ນພວມຍາມຮັກສາໃນຕະຫຼອດວັນ ແລະ ຄືນອັນໄດ້ປະກອບສ່ວນ ອະນຸລັກຮັກສາ ເຂດອະນຸລັກທຳມະຊາດ - ວັດທະນະທຳດົ່ງນາຍ.

ຕອບກັບ

ຂ່າວ/ບົດ​ອື່ນ