ວົງ​ຕະ​ກຸນ ວ່າງ ຄຸ້ມ​ຄອງ​ດ້ວຍ​ຕົນ​ເອງ​ຢູ່​ຕາ​ແສງ ຕາ​ຕົ໋ງ ແຂວງ​ລາຍ​ເຈົາ

(VOVWORLD) -ວົງຕະກຸນ ວ່າງ ຄຸ້ມຄອງດ້ວຍຕົນເອງ ຢູ່ ຕາແສງ ຕາຕົ໋ງ ແຂວງ ລາຍເຈົາ ໄດ້ຮັບການສ້າງຕັ້ງຂຶ້ນໃນໄລຍະ ກວ່າ 5 ປີມານີ້. ນັບແຕ່ເມື່ອສ້າງຕັ້ງຂຶ້ນມາຮອດປະຈຸບັນ, ພ້ອມກັບເລື່ອງຮັກສາຄວາມເປັນລະບຽບຮຽບຮ້ອຍ, ວົງຕະກຸນ ວ່າງ ແມ່ນແບບຢ່າງ ນຳຫນ້າໃນຂະບວນການຊ່ວຍເຫລືອກັນພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກຢູ່ ທ້ອງຖິ່ນ.

ວົງ​ຕະ​ກຸນ ວ່າງ ຄຸ້ມ​ຄອງ​ດ້ວຍ​ຕົນ​ເອງ​ຢູ່​ຕາ​ແສງ ຕາ​ຕົ໋ງ ແຂວງ​ລາຍ​ເຈົາ - ảnh 1ຮ້ອຍເອກ ຫລີຟູ່ຍຈອງ, ຫົວຫນ້າ ຕຳຫລວດ ຕາແສງ ຕາຕົ໋ງ. (ພາບ:Ngọc Anh)

:ຕາຕົ໋ງ ຢູ່ ຕາແສງເຂດພູສູງ ເມືອງ ເມື່ອງແຕ່ ແຂວງ ລາຍເຈົາ ມີຄວາມຫຍຸ້ງຍາກເປັນພິເສດ . ປະຊາຊົນດຳລົງຊີວິດ ຢູ່ 11 ຕາແສງ ແລະ 4 ເຂດຊຸມຊົນ ດ້ວຍພົນລະເມືອງ 7.168 ຄົນ,ໃນນັ້ນ ຊາວເຜົ່າມົ້ງກວມເອົາກວ່າ 95%. ຕາແສງ ຕາຕົ໋ງ ມີ 2 ວົງຕະກຸນໃຫຍ່ ນັ້ນແມ່ນວົງຕະກຸນ ວ່າງ ແລະ ວົງຕະກຸນ ຢາງ. ອ້າຍ ຊຸ່ງອາຈື ປະທານ ຄະນະກຳມະການປະຊາຊົນ ຕາແສງ ຕາຕົ໋ງ ໃຫ້ຮູ້ວ່າ:

   “ວົງຕະກຸນ ວ່າງ ກ່ອນນີ້ ປະຕິບັດ ບ້ານ, ຕາແສງຢ່າງເຂັ້ມງວດ.ພາຍຫລັງໄດ້ຮັບການສ້າງຕັ້ງ ວົງຕະກຸນ ວ່າງ ໄດ້ສົ່ງຜູ້ຕາງໜ້າວົງຕະກຸນ ຄົນໜຶ່ງໄປເຂົ້າຮ່ວມການຄຸ້ມຄອງລວມໃນຕາແສງ. ບັນດາຄອບຄົວກ່ອນນີ້ ບໍ່ມັກອອກແຮງງານ ຫົວຫນ້າວົງຕະກຸນ ໄດ້ລົງໄປຕັກເຕືອນຂົນຂວາຍເຂົາເຈົ້າອອກແຮງງານ. ບາງຄອບຄົວກ່ອນນີ້ ເມື່ອໄດ້ຍິນຖ້ອຍທຳນອງເສກສັນປັ້ນແຕ່ງບິດເບື່ອນຄວາມຈິງ ແຕ່ພາຍຫລັງໄດ້ຮັບການໂຄສະນາ ເຂົາເຈົ້າກໍ່ລ້ວນແຕ່ປະຕິບັດຕາມແຜນນະໂຍບາຍແນວທາງຂອງພັກ, ລັດ ພິເສດແມ່ນ ກົດລະບຽບຂອງບ້ານ”

ອຳນາດການປົກຄອງ ແລະ ຕຳຫລວດທ້ອງຖິ່ນ ໄດ້ເປັນເສນາທິການໃຫ້ຕຳຫລວດແຂວງ ເພື່ອສ້າງຕັ້ງວົງຕະກຸນ ວ່າງ ຄຸ້ມຄອງດ້ວຍຕົນເອງ ຕາແສງ ຕາຕົ໋ງ. ວົງຕະກຸນ ວ່າງ ຄຸ້ມຄອງດ້ວຍຕົນເອງ ຢູ່ຕາແສງ ຕາຕົ໋ງ ປະຈຸບັນ ມີ 96 ຄອບຄົວ ແບ່ງປັນ 3 ກຸ່ມເຄື່ອນໄຫວຢູ່ 3 ບ້ານ. ຮ້ອຍເອກ ຫລີຟູ່ຍຈອງ, ຫົວຫນ້າ ຕຳຫລວດ ຕາແສງ ຕາຕົ໋ງ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າ ເລືອກເຟັ້ນ ວົງຕະກຸນ ວ່າງ ເພາະວ່າ ວົງຕະກຸນ ວ່າງ ມີຜູ້ຫນຶ່ງເປັນ ອະດີດເລຂາພັກ ມີໄລຍະເວລາປະຕິບັດວຽກງານສັງຄົມເປັນຢ່າງດີ, ຮັບຮູ້ບົດບາດ ແລະ ຄວາມຮັບຜິດຊອບການຄຸ້ມຄອງວົງຕະກຸນ. ພວກຂ້າພະເຈົ້າເລືອກເຟັ້ນວົງຕະກຸນ ວ່າງ ເປັນແບບຢ່າງເພື່ອກ້າວໄປເຖິງການທະວີຄູນອອກສູ່ວົງຕະກຸນອື່ນ. ຮູບແບບວົງຕະກຸນ ວ່າງ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ປະຈຸບັນເຄື່ອນໄຫວມາໄດ້ກວ່າ 5 ປີແລ້ວ. ຮູບແບບນີ້ ພວມຮັກສາການເຄື່ອນໄຫວໄດ້ເປັນຢ່າງດີ ເປັນຕົ້ນແມ່ນບັນຫາຂົນຂວາຍລູກຫລາໄປໂຮງຮຽນ, ບໍ່ລະເມີດກົດໝາຍ. ໃນວົງຕະກຸນ ເຂົາເຈົ້າເຄີຍ ຈັດການຕີລາຄາການປະຕິບັດເປັນປະຈຳ”

ວົງຕະກຸນ ວ່າງ   ໄດ້ສ້າງກົດລະບຽບຢ່າງມີແບບມີແຜນ, ມີການກະທຳຢ່າງແທດຈິງ, ສະມາຊິກທຸກຄົນໃນວົງຕະກຸນ ວ່າງ ລ້ວນແຕ່ແມ່ນແບບຢ່າງປະຕິບັດນະໂຍບາຍ, ກົດໝາຍຂອງລັດຢ່າງເຂັ້ມງວດ. ອ້າຍ ວ່າງອາແຍ່ ຢູ່ ບ້ານຕາຕົ໋ງ ເລົ່າສູ່ຟັງວ່າ:

 “ພວກຂ້າພະເຈົ້າຂົນຂວາຍລູກຫລານໄປໂຮງຮຽນ, ດຸໝັ່ນໃນການອອກແຮງງານ, ຜະລິດເພືື່ອພັດທະນາເສດຖະກິດຄອບຄົວ, ບໍ່ໄດ້ຍິນການໂຄສະນາເສກສັນປັ້ນແຕ່ງຈາກພວກຄົນບໍ່ດີ. ກ່ອນທີ່ສ້າງຕັ້ງ ວົງຕະກຸນກໍ່ປະສົບກັບຄວາມຫຍຸ້ງຍາກ ສະມາຊິກໃນວົງຕະກຸນ ໄປເຮັດວຽກຢູ່ຫລາຍບ່ອນ ແຕ່ເມື່ອໄດ້ຮັບການສ້າງຕັ້ງ ພໍ່ແມ່ປະຊາຊົນລ້ວນແຕ່ເຂົ້າໃຈໄດ້ແຜນນະໂຍບາຍ, ນະໂຍບາຍຂອງລັດ. ພວກຂ້າພະເຈົ້າພ້ອມກັນບໍລິຈາກ, ສ້າງກອງທຶນເພື່ອແບ່ງປັນ, ຊ່ວຍເຫລືອຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ”

ວົງ​ຕະ​ກຸນ ວ່າງ ຄຸ້ມ​ຄອງ​ດ້ວຍ​ຕົນ​ເອງ​ຢູ່​ຕາ​ແສງ ຕາ​ຕົ໋ງ ແຂວງ​ລາຍ​ເຈົາ - ảnh 2ອ້າຍ ວ່າງອາແຍ່ ແນະນຳ ໃບຍ້ອງຍໍຂອງ ວົງຕະກຸນ ວ່າງ. (ພາບ: NgocAnh)

 ວົງຕະກຸນ ວ່າງ ຢູ່ ຕາແສງ ຕາຕົ໋ງ ມີສະມາຊິກພັກຫລາຍຄົນເຂົ້າຮ່ວມ. ພິເສດ ໃນນັ້ນ ມີສະມາຊິກກາຍເປັນພະນັກງານຫລັກແຫລ່ງຂອງທ້ອງຖິ່ນ. ອ້າຍ ວ່າງອາມົ່ວ, ເລຂາຫນ່ວຍພັກ ບ້ານ ຕາຕົ໋ງ ໃຫ້ຮູ້ວ່າ:

“ປະຈຸບັນຫນ່ວຍພັກ ມີສະມາຊິກພັກ 26 ຄົນ, ໃນນັ້ນ ມີ 3 ຄົນແມ່ນລັດຖະກອນ, ສ່ວນຍັງເຫລືອແມ່ນຊາວກະສິກອນ. ວົງຕະກຸນ ວ່າງ ຂົນຂວາຍປະຊາຊົນເພີ່ມພູນຜະລິດຜົນ, ຕັ້ງຫນ້າເຮັດວຽກທຳມາຫາກິນເພື່ອລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ພັດທະນາກ້າວຂຶ້ນ. ບັນດາສະມາຊິກພັກພວມເຄື່ອນໄຫວໃນຫນ່ວຍພັກ ແຕ່ລະເດືອນໄດ້ວາງອອກທິດທາງ, ໂຄສະນາ, ຊາບຊຶມໃຫ້ປະຊາຊົນ, ຄອບຄົວ, ພີ່ນ້ອງໃນວົງຕະກຸນຕົນ ຊອກຫາ, ຮ່ຳຮຽນເອົາບົດຮຽນຄວາມຮູ້ໃຫມ່, ວິທະຍາສາດເຕັກນິກ ນຳໃຊ້ເຂົ້າໃນການຜະລິດໃຫ້ມີປະສິດທິຜົນກວ່າ, ນຳໃຊ້ຝຸ່ນເຄມີແນວໃດໃຫ້ເໝາະສົມເພື່ອຮັບຜົນຜະລິດໄດ້ສູງກວ່າ”

ຊຸມປີຜ່ານມາ, ຕາແສງ ຕາຕົ໋ງ ເສີມຂະຫຍາຍບົດບາດຂອງບັນດາຫົວຫນ້າວົງຕະກຸນ, ຜູ້ມີອິດທິພົນຊື່ສຽງເພື່ອກໍ່ສ້າງຮູບແບບ “ວົງຕະກຸນຄຸ້ມຄອງດ້ວຍຕົນເອງ”. ຜ່ານນັ້ນ ປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ, ຊຸກຍູ້ການພັດທະນາເສດຖະກິດ ສັງຄົມຂອງທ້ອງຖິ່ນ

ຕອບກັບ

ຂ່າວ/ບົດ​ອື່ນ