ສື່ມວນຊົນ ໄທ - ຫວຽດນາມ ມຸ່ງໄປເຖິງພື້ນຖານສື່ມວນຊົນ ອາຊຽນ ສາມັກຄີ ແລະ ມີປະສິດທິຜົນ

(VOVWORLD) - ບັນດາສິ່ງທ້າທາຍໂດຍປັນຍາປະດິດສ້າງຂຶ້ນ ພວມສົ່ງຜົນສະທ້ອນຢ່າງຮອບດ້ານຕໍ່ສັງຄົມ, ກໍຄືສື່ມວນຊົນເວົ້າສະເພາະ, ເມື່ອສື່ສັງຄົມອອນລາຍມີຂ່າວປອມເປັນຈຳນວນຫຼາຍ.
ສື່ມວນຊົນ ໄທ - ຫວຽດນາມ ມຸ່ງໄປເຖິງພື້ນຖານສື່ມວນຊົນ ອາຊຽນ ສາມັກຄີ ແລະ ມີປະສິດທິຜົນ - ảnh 1(ທ່ານ ເລກວັກມິງ, ຫົວໜ້າບັນນາທິການໜັງສືພິມ ເຍິນເຢີນ ແລະ ທ່ານນະຄອນ ວີຣະປະວັດ, ປະທານ CTJ)

ໃນສະພາບທີ່ສື່ມວນຊົນທົ່ວໂລກພວມປະເຊີນໜ້າກັບສິ່ງທ້າທາຍໃໝ່ຫຼາຍຢ່າງ, ພິເສດແມ່ນປັນຍາປະດິດ (AI) ແລະ ຂ່າວປອມ, ເລື່ອງເຈາະຈີ້ມໃຫ້ເປີດກວ້າງບັນດາ ທິດທາງຮ່ວມມື ແລະ ມຸ່ງໄປເຖິງພື້ນຖານສື່ມວນຊົນ ອາຊຽນ ສາມັກຄີ ແລະ ມີປະສິດທິຜົນກວ່າໃນອະນາຄົດ ແມ່ນເນື້ອໃນເຊິ່ງສະຫະພັນສື່ມວນຊົນແຫ່ງປະເທດ ໄທ (CTJ) ມີຄວາມເອົາໃຈໃສ່, ແບ່ງປັນກັບອົງການສື່ມວຊົນ ຫວຽດນາມ.

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ເມື່ອທ້າຍເດືອນ ຕຸລາ ຜ່ານມາ, ຄະນະການນຳສະຫະພັນສື່ມວນຊົນແຫ່ງປະເທດ ໄທ (CTJ) ໄດ້ເຮັດວຽກກັບສະມາຄົມນັກຂ່າວ ຫວຽດນາມ (VJA) ກໍ່ຄືກັບອົງການສື່ມວນຊົນໃຫຍ່ຈຳນວນໜຶ່ງ, ຄື: ວິທະຍຸກະຈາຍສຽງ ຫວຽດນາມ (VOV), ໜັງສືພິມ ແລະ ກະຈາຍສຽງ, ໂທລະພາບແຂວງ ກວາງນິງ ເພື່ອແບ່ງປັນບົດຮຽນໃນການເຄື່ອນໄຫວສື່ມວນຊົນຂອງ 2 ປະເທດ. ທີ່ການໂອ້ລົມສົນທະນາກັບຄະນະນັກຂ່າວ ໄທ, ທ່ານ ເລກວັກມິງ, ກຳມະການສູນກາງພັກ, ຫົວໜ້າບັນນາທິການໜັງສືພິມ ເຍິນເຢີນ (ປະຊາຊົນ), ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ປະທານສະມາຄົມນັກຂ່າວ ຫວຽດນາມ ໄດ້ແບ່ງປັນກ່ຽວກັບບັນດາສິ່ງທ້າທາຍເຊິ່ງສື່ມວນຊົນທົ່ວໂລກພວມປະເຊີນໜ້າ, ພິເສດແມ່ນຕໍ່ໜ້າການລະເບີດຂຶ້ນຂອງປັນຍາປະດິດ ແລະ ຂ່າວປອມ.

“ບັນດາສິ່ງທ້າທາຍໂດຍປັນຍາປະດິດສ້າງຂຶ້ນ ພວມສົ່ງຜົນສະທ້ອນຢ່າງຮອບດ້ານຕໍ່ສັງຄົມ, ກໍຄືສື່ມວນຊົນເວົ້າສະເພາະ, ເມື່ອສື່ສັງຄົມອອນລາຍມີຂ່າວປອມເປັນຈຳນວນຫຼາຍ. ໃນສະພາບການນັ້ນ, ພວກຂ້າພະເຈົ້າເຫັນໄດ້ໂອກາດຫຼາຍຢ່າງຂອງບັນດາອົງການສື່ມວນຊົນ. ນັ້ນແມ່ນເລື່ອງຕ້ອງກັບຄືນມາສຸມໃສ່ການຜະລິດບັນດາເນື້ອໃນທີ່ມີຄຸນນະພາບສູງ, ຕ້ອງຮູ້ວິທີນຳໃຊ້ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ເພື່ອສາມາດດຶງດູດຜູ້ນຳໃຊ້”.

ໂດຍເຫັນດີຕໍ່ທັດສະນະຂອງປະທານສະມາຄົມນັກຂ່າວ ຫວຽດນາມ, ທ່ານ ນະຄອນ ວີຣະປະວັດ (Nakorn Veerapravati), ປະທານ CTJ, ໃຫ້ຮູ້ວ່າ: ເພື່ອປະເຊີນໜ້າກັບບັນດາສິ່ງທ້າທາຍໃນການຫັນເປັນດີຈີຕອນໃນປະຈຸບັນຂອງສື່ມວນຊົນ, ໄທ ກໍ່ພວມຕັ້ງໜ້າຈັດບັນດາຊຸດຝຶກອົບຮົມກ່ຽວກັບ AI ໃຫ້ແກ່ບັນດານັກຂ່າວ, ພິເສດແມ່ນເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງກວດກາ, ຢັ້ງຢືນຂໍ້ມູນເມື່ອຂຸດຄົ້ນຂໍ້ມູນຈາກບັນດາພື້ນຖານ AI.

(ທ່ານ Nakorn Veerapravati , ປະທານ CTJ)

ບໍ່ພຽງແຕ່ສະເໜີການຮ່ວມມືໃນລະດັບສອງຝ່າຍ 2 ສະມາຄົມ, ທ່ານ ເລກວັກມິງ, ປະທານສະມາຄົມນັກຂ່າວ ຫວຽດນາມ ກໍ່ຍົກອອກບັນດາຂໍ້ສະເໜີຮ່ວມມືໃຫ້ກວ້າງກວ່າຢູ່ລະດັບພາກພື້ນ.

“ເດືອນ ເມສາ 2026 ຈະຈັດກອງປະຊຸມສະຫະພັນນັກຂ່າວ ອາຊຽນ ຢູ່ ມາເລເຊຍ. ນີ້ຈະແມ່ນໂອກາດເພື່ອໃຫ້ມາຄົມນັກຂ່າວບັນດາປະເທດ ອາຊຽນ ພົບປະ, ອັບເດດຂໍ້ມູນສະພາບການຂອງແຕ່ລະປະເທດ, ວິທີເຮັດທີ່ດີ, ມີປະສິດທິຜົນ, ບົດຮຽນເພື່ອໃຫ້ບັນດາປະເທດທາທາມ. ການຮ່ວມມືລະຫວ່າງບັນດາສະມາຄົມ ແລະ ອົງການສື່ມວນຊົນໃນປະຈຸບັນມີຄວາມສຳຄັນທີ່ສຸດ. ຍ້ອນເຫດການເກີດຂຶ້ນຢູ່ປະເທດໃດໜຶ່ງ ກໍ່ສົ່ງຜົນສະທ້ອນເຖິງບັນດາປະເທດອື່ນ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ການຄ້າມະນຸດ, ການລອກວງ… ສະນັ້ນ, ຕ້ອງມີການຮ່ວມມືລະຫວ່າງບັນດາອົງການສື່ມວນຊົນ ເພື່ອໃຫ້ພວກເຮົາສ່ອງແສງ, ສືບສວນບັນດາການເຄື່ອນໄຫວຂ້າມຊາຍແດນຄືແນວນັ້ນ…”

ປະຈຸບັນ, ສະມາຄົມນັກຂ່າວ ຫວຽດນາມ ພວມຜັນຂະຫຍາຍລາຍການບຳລຸງສ້າງກ່ຽວກັບ AI ດ້ວຍຂອບຂະໜາດໃຫຍ່ໃຫ້ແກ່ນັກຂ່າວ, ດ້ວຍເປົ້າໝາຍແມ່ນຝຶກອົບຮົມດ້ານທັກສະກ່ຽວກັບການນຳໃຊ້ AI ຢ່າງມີປະສິດທິຜົນໃຫ້ນັກຂ່າວ ແລະ ບັນນາທິການນັບພັນຄົນ, ໃນຂະນະທີ່ຍັງຮັບປະກັນລັກສະນະຊັດເຈນ ແລະ ຈັນຍາບັນວິຊາຊີບ. ທ່ານ ຊະວະຣົງ ລິມປັດທະມະປານີ (Chavarong Limpattamapanee), ທີ່ປຶກສາອາວຸໂສ CTJ, ປະທານສະພາສື່ມວນຊົນແຫ່ງປະເທດ ໄທ, ໃຫ້ຮູ້ວ່າ:

(ທ່ານ ຊະວະຣົງ ລິມປັດທະມະປານີ, ທີ່ປຶກສາອາວຸໂສ CTJ)

2 ຝ່າຍໃຫ້ຄຳໝັ້ນສັນຍາຈະສືບຕໍ່ແບ່ງປັນບັນດາຮູບແບບການຄຸ້ມຄອງ ແລະ ວິຊາການທີ່ໄດ້ບັນລຸຜົນສຳເລັດ, ເພື່ອຊ່ວຍໃຫ້ວົງການສື່ມວນຊົນພາກພື້ນຮັບມືກັບສະພາບສື່ມວນຊົນທີ່ພວມມີການປ່ຽນແປງຢ່າງວ່ອງໄວ. ພິເສດ, 2 ຝ່າຍຍັງປຶກສາຫາລືກ່ຽວກັບຄວາມອາດສາມາດທີ່ຈະເຊື້ອເຊີນ Timor-Leste ເຂົ້າຮ່ວມສະຫະພັນນັກຂ່າວ ອາຊຽນ ດ້ວຍຖານະເປັນນັກສັງເກດການ, ສະແດງໃຫ້ເຫັນຈິດໃຈເປີດກວ້າງ ແລະ ສະໜິດຕິດພັນຂອງວົງການນັກຂ່າວພາກພື້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ