(VOVWORLD) - ບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ພ້ອມກັບຄວາມເອົາໃຈໃສ່ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນ ໄດ້ປະກອບສ່ວນປັບປຸງຄວາມເປັນລະບຽບຮຽບຮ້ອຍ, ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບອັນໝັ້ນແກ່ນລະຫວ່າງ ຫວຽດນາມ - ກຳປູເຈຍ.
ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສົມທົບກັນມອບງົວພັນຄຸນນະພາບສູງໃຫ້ແກ່ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເຂດຊາຍແດນ
(ພາບ: bienphong.com.vn)
|
ການກໍ່ສ້າງເຂດຊາຍແດນມິດຕະພາບ ຫວຽດນາມ - ກຳປູເຈຍ ຍາມໃດກໍ່ແມ່ນບຸລິມະສິດ ແລະ ເປົ້າໝາຍລວມຂອງ ລັດ, ກອງທັບ ແລະ ປະຊາຊົນ 2 ປະເທດ, ເຊິ່ງໄດ້ສະແດງໃຫ້ເຫັນຢ່າງມີຊີວິດຊີວາຜ່ານບັນດາການເຄື່ອນໄຫວຮ່ວມມືປ້ອງກັນຊາດ, ວັດທະນະທຳ, ສັງຄົມ ແລະ ການພົບປະແລກປ່ຽນປະຊາຊົນ. ຫວ່າງມໍ່ໆມານີ້, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ກຳປູເຈຍ ຄັ້ງທີ 2 ໄດ້ຈັດຂຶ້ນຢູ່ເຂດຊາຍແດນ ໄຕນິງ (ຫວຽດນາມ) ແລະ Svay Rieng (ກຳປູເຈຍ). ບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ພ້ອມກັບຄວາມເອົາໃຈໃສ່ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນ ໄດ້ປະກອບສ່ວນປັບປຸງຄວາມເປັນລະບຽບຮຽບຮ້ອຍ, ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບອັນໝັ້ນແກ່ນລະຫວ່າງ ຫວຽດນາມ - ກຳປູເຈຍ.
ທີ່ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ກຳປູເຈຍ ເຊິ່ງຈັດຂຶ້ນຢູ່ຕາແສງ ເບັນເກົ່າ, ແຂວງ ໄຕນິງ ຫວ່າງແລ້ວນີ້. ທ່ານ ໂຮ່ວັນລາມ, ປະຊາຊົນຢູ່ຕາແສງ ເບັນເກົ່າ, ໃຫ້ຮູ້ວ່າ ຄອບຄົວຂອງທ່ານດຳລົງຊີວິດຢູ່ເຂດຕິດກັບເຂດຊາຍແດນ, ການໄປມາລະຫວ່າງ 2 ຟາກກໍ່ກາຍເປັນການດຳລົງຊີວິດທີ່ລື້ງເຄີຍ. ແຕ່ລະເຊົ້າ, ລູກສາວຂອງທ່ານໄດ້ກະກຽມເຄື່ອງກິນເພື່ອນຳໄປຂາຍຢູ່ຟາກ ກຳປູເຈຍ, ຕອນທ່ຽງກໍ່ກັບມາ ຫວຽດນາມ.
“ປະຊາຊົນຢູ່ເຂດຊາຍແດນປາດຖະໜາວ່າ ການໄປມາຄ້າຂາຍຈະມີຄວາມສະດວກ. ຄວາມສາມັກຄີລະຫວ່າງປະຊາຊົນ 2 ຝ່າຍໄດ້ຊ່ວຍໃຫ້ການແລກປ່ຽນສິນຄ້າ, ການພົບປະແລກປ່ຽນວັດທະນະທຳ ດຳເນີນໄປເປັນປະຈຳ, ສ້າງໂອກາດຕິດພັນ ແລະ ເຮັດໃຫ້ຜູ້ໃດກໍ່ມີຄວາມປິຕິຊົມຊື່ນ”.
ບໍ່ພຽງແຕ່ຝ່າຍ ຫວຽດນາມ ເທົ່ານັ້ນ, ປະຊາຊົນ ກຳປູເຈຍ ກໍ່ໄດ້ຮັບການໜູນຊ່ວຍຢ່າງແທດຈິງ. ໃນຂອບເຂດຂອງງານບຸນພົບປະແລກປ່ຽນ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສົມທົບກັນມອບງົວພັນຄຸນນະພາບສູງໃຫ້ແກ່ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເຂດຊາຍແດນ (ແຕ່ລະຝ່າຍມີ 10 ຄອບຄົວ), ເພື່ອແນໃສ່ໜູນຊ່ວຍການພັດທະນາເສດຖະກິດຄອບຄົວ ແລະ ຫຼຸດຜ່ອນຄວາມຫຍຸ້ງຍາກແບບຍືນຍົງ. ແບ່ງປັນຄວາມປິຕິຊົມຊື່ນເມື່ອໄດ້ຮັບງົວພັນໃນຄັ້ງນີ້, ອ້າຍ Ouch Narith ແລະ ເອື້ອຍ Sray Mau, ຢູ່ຕາແສງ Monorom, ເມືອງ Svay Teap, ກຳປູເຈຍ, ກ່າວຄວາມໃນໃຈວ່າ:
“ຂ້າພະເຈົ້າບໍ່ເຄີຍມີງົວພັນຄຸນນະພາບດີຄືແນວນີ້ຈັກເທື່ອ. ຂ້າພະເຈົ້າຈະພະຍາຍາມລ້ຽງໃຫ້ດີ, ເພື່ອໃຫ້ມັນເກີດແມ່ແຜ່ລູກອອກຫຼາຍກວ່າ. ຈາກນັ້ນ, ກໍ່ຈະສາມາດພັດທະນາເສດຖະກິດຄອບຄົວ, ບໍ່ຂາດເຂີນຄືໃນປະຈຸບັນອີກ”.
“ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ຮັບງົວພັນໂດຍບໍ່ເສຍຄ່າ. ຂ້າພະເຈົ້າຈະລ້ຽງມັນໃຫ້ເປັນຢ່າງດີ, ຄືດັ່ງລູກຂອງຕົນແທ້. ເຮັດຄືແນວນັ້ນ ຜູ້ທີ່ໄດ້ມອບງົວໃຫ້ຂ້າພະເຈົ້າໃນມື້ນີ້ ຈຶ່ງບໍ່ຜິດຫວັງ”.
(ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ມອບປາຍສັນຍາລັກໂຮງຮຽນ Sang Sovan ໃຫ້ແກ່ຜູ້ຕາງໜ້າໂຮງຮຽນ)
|
ໃນຫຼາຍປີມານີ້, ການດຳເນີນຊີວິດ, ການພົບປະແລກປ່ຽນ, ຄ້າຂາຍຂອງປະຊາຊົນຢູ່ 2 ຟາກຊາຍແດນໄດ້ຮັບການຮັກສາໄວ້ເປັນປົກກະຕິ,ຍ້ອນມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງກຳລັງປ້ອງກັນຊາດຂອງ 2 ປະເທດ. ຢູ່ ໄຕນິງ, ບັນດາປ້ອມປ້ອງກັນຊາຍແດນ ຫວຽດນາມ ຍາມໃດກໍ່ຮັກສາກົນໄກຮ່ວມມືກັບຝ່າຍ ກຳປູເຈຍ ເປັນປະຈຳ, ປະກອບສ່ວນຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຮັດແໜ້ນນ້ຳໃຈສາມັກຄີ. ຈຸດພົ້ນເດັ່ນທີ່ເຕັມໄປດ້ວຍຄວາມໝາຍຂອງງານພົບປະຄັ້ງນີ້ ແມ່ນພິທີເລີ່ມລົງມືກໍ່ສ້າງກິດຈະກຳໂຮງຮຽນປະຖົມມິດຕະພາບ Sang Sovan ຢູ່ເມືອງ Svay Teap, ແຂວງ Svay Rieng, ກຳປູເຈຍ. ໂຮງຮຽນໄດ້ຮັບການກໍ່ສ້າງໃນເນື້ອທີ່ດິນ 30.000 ຕາແມັດ, ແມ່ນກິດຈະກຳມິດຕະພາບ ໂດຍກະຊວງປ້ອງກັນປະເທດ ຫວຽດນາມ ອຸປະຖຳທັງໝົດ, ແນໃສ່ປະກອບສ່ວນຍົກສູງເງື່ອນໄຂຮ່ຳຮຽນໃຫ້ແກ່ເດັກນ້ອຍຢູ່ເຂດຊາຍແດນ. ທີ່ພິທີ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ເນັ້ນໜັກວ່າ:
“ການກໍ່ສ້າງໂຮງຮຽນປະຖົມ Sang Sovan ແມ່ນພະຍານຫຼັກຖານທີ່ຈະແຈ້ງວ່າ, ນ້ຳໃຈມິດຕະພາບ ບໍ່ພຽງແຕ່ສະແດງໃຫ້ເຫັນໃນການຮ່ວມມືປ້ອງກັນຊາດ, ປ້ອງກັນຄວາມສະຫງົບເທົ່ານັ້ນ, ຫາກຍັງໃນການເບິ່ງແຍງດູແລ, ຝຶກຝົນບຳລຸງສ້າງໃຫ້ລຸ້ນຕໍ່ໆໄປອີກດ້ວຍ. ນີ້ບໍ່ພຽງແຕ່ແມ່ນໂຮງຮຽນຫຼັງໃໝ່, ຫາກຍັງແມ່ນສັນຍາລັກທີ່ມີຊີວິດຊີວາແຫ່ງນ້ຳໃຈສາມັກຄີມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ກຳປູເຈຍ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງກະຊວງປ້ອງກັນປະເທດ ແລະ ກອງທັບ 2 ປະເທດທີ່ມີຕໍ່ພາລະກິດການສຶກສາ, ພິເສດແມ່ນລຸ້ນໜຸ່ມ, ເຈົ້າຂອງປະເທດຊາດໃນອະນາຄົດອີກດ້ວຍ”.
ຈາກບັນດາວຽກງານລະອຽດ, ຄື: ມອບງົວພັນ, ກວດ, ປິ່ນປົວພະຍາດ, ໜູນຊ່ວຍກໍ່ສ້າງໂຮງຮຽນ ຕະຫຼອດຮອດການສົມທົບກັນລາດຕະເວນ, ການຝຶກຊ້ອມຮ່ວມ, ບັນດາວຽກງານທີ່ແທດຈິງນັ້ນສືບຕໍ່ພິສູດໃຫ້ເຫັນວ່າ: ນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ບໍ່ພຽງແຕ່ສະແດງອອກໃນບັນດາເອກະສານການຮ່ວມມືເທົ່ານັ້ນ, ຫາກຍັງໄດ້ເຂົ້າສູ່ຊີວິດປະຈຳວັນຂອງປະຊາຊົນ 2 ປະເທດອີກດ້ວຍ.