ສະເໜີຕົວປື້ມ:ຮັດແຄບຊ່ອງຫວ່າງການພັດທະນາໃນອາຊຽນ

ສະເໜີຕົວປື້ມ:ຮັດແຄບຊ່ອງຫວ່າງການພັດທະນາໃນອາຊຽນ - ảnh 1


(vovworld)- ວັນ​ທີ 17/5,​ ຢູ່​ສຳນັກງານ​ຄະນະ​ເລ​ຂາ​ອາ​ຊຽນ ຢູ່ ນະຄອນຫລວງ    ຢາ​ກາກ​ຕາ ປະ​ເທດ​ອິນ​ໂດ​ເນ​ເຊຍ ​ໄດ້​ດຳ​ເນີນ​ພິທີ​​ສະ​ເຫ​ນີຕົວ, ແນ​ະນຳປື້​ມຄົ້ນ​ຄ້ວາທີ່​ມີ​ຫົວ​ຂໍ້​ວ່າ: “ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາ​ໃນ​ອາ​ຊຽນ: ທິດ​ທາງ ​ແລະ ການ​ເລືອກ​ເຟັ້ນນະ​ໂຍບາຍ”. ນີ້​ແມ່ນ​ສິ່ງ​ພິມ​ໂດຍ​ຄະນະ​ເລຂາ​ອາ​ຊຽນຮ່ວມ​ມື​ກັບ​ອົງການ​ພັດທະນາ​ສາກົນ ອົດ​ສະ​ຕາ​ລີ ພິມ​ຈຳຫນ່າຍ, ​ໃນ​ຂອບ​ເຂດ​ປະຕິ​ບັດ​ໂຄງການ​ຮ່ວມ​ມື​ພັດທະນາ ອາ​ຊຽນ - ອົດ​ສະ​ຕາ​ລີ ​ໄລຍະ 2. ນະ​ພິທີ, ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​​ເລືອ​ງມີນ ​ເນັ້ນ​ຫນັກ​​ເຖິງຄວາມ​ໝາຍ​ສຳຄັນ​ຂອງ​ເລື່ອງ​​ສະ​ເຫ​ນີຕົວ​ປື້​ມດັ່ງກ່າວ, ຊ່ວຍ​ໃຫ້​ອາ​ຊຽນພິຈາລະນາ,​ ຕີ​ລາຄາ​ໄລຍະ​ກາງ​ສະ​ໄຫມ​ຂອງ​ການ​ປະຕິບັດ​ວິວັດ​ການ​ເຊື່ອມ​ໂຍງ​ຂອງ​ພາກ​ພື້ນ, ​ເປັນ​ຕົ້ນ​ໃນ​ຂົງ​ເຂດ​ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາ.

ຂ່າວ/ບົດ​ອື່ນ