ຮ່າ​ໂນ້ຍ - ບ່ອນ​ເຕົ້າ​ໂຮມ ແລະ ແຜ່​ກະ​ຈາຍ​ສີ​ສັນ​ວັດ​ທະ​ນະ​ທຳ ອາ​ຊຽນ

(VOVWORLD) - ຮ່າໂນ້ຍ - ນະຄອນຫຼວງແຫ່ງອະລິຍາທຳນັບພັນປີ ຍາມໃດກໍແມ່ນບ່ອນນຳໜ້າໃນການແນນຳໂຄສະນາຈຸດຄວາມງາມຂອງປະເທດຊາດປະຊາຊົນວັດທະນະທຳ ຫວຽດນາມ ອອກສູ່ໂລກກໍຄືນຳໂລກ ຫຍັບມໍ່ເຂົ້າກັບປະຊາຊົນ ຫວຽດນາມພິເສດແມ່ນໃນພາພື້ນ ອາຊຽນ. ຕົ້ນເດືອນ ກັນຍາ ຜ່ານມາເຫດການວັນບຸນ ວັດທະນະທຳມິດຕະພາບ “ສີສັນ ອາຊຽນ” ຖືກຈັດຂຶ້ນຢູ່ພະລາດຊະວັງທັງລອງຮ່າໂນ້ຍເປັນໂອກາດເພື່ອໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວ ໄດ້ສຳຜັດຕົວຈິງດ້ວຍສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງແຕ່ລະປະເທດໃນກຸ່ມ ອາຊຽນພ້ອມທັງແຜ່ກະຈາຍພາບພົດນະຄອນຫຼວງ ຮ່າໂນ້ຍ “ອະລິຍະທຳ - ສີວິໄລ - ທັນສະໄໝ”ຮັກຫອມສັນຕິພາບ.
ຮ່າ​ໂນ້ຍ - ບ່ອນ​ເຕົ້າ​ໂຮມ ແລະ ແຜ່​ກະ​ຈາຍ​ສີ​ສັນ​ວັດ​ທະ​ນະ​ທຳ ອາ​ຊຽນ - ảnh 1ເຫດການ “ສີສັນ ອາຊຽນ” ແຕ່ວັນທີ 29 ສິງຫາ - 01 ກັນຍາ ຢູ່ພະລາດຊະວັງ 

ເຂດສະໜາມຫຼວງ ດວານມົນ, ພະລາດຊະວັງທັງລອງໃນຕະຫຼອດ 4 ວັນດຳເນີນເຫດການ “ສີສັນ ອາຊຽນ” (ແຕ່ວັນທີ 29 ສິງຫາ - 01 ກັນຍາ), ໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຊົມເປັນຈຳນວນຫຼວງຫຼາຍ. ຈຸດຄວາມງາມດ້ານວັດທະນະທຳທີ່ເປັນມູນເຊື້ອຂອງ 10 ປະເທດ ອາຊຽນ ເບິ່ງຄືວ່າ ໄດ້ເພີ່ມສີສັນໃຫ້ແກ່ເຂດພື້ນທີ່ອັນສັກສິດຂອງພະລາດຊະວັງທັງລອງ. ໃນຄ່ຳຄືນໄຂເຫດການ, ບັນດາຜູ້ແທນສາກົນ, ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ພ້ອມກັນຮັບຊົມບັນດາລາຍການສະແດງສິລະປະທີ່ເປັນເອກະລັກ ໂດຍພະນັກງານ, ລັດຖະກອນສະຖານທູດ, ນັກສຶກສາ ແລະ ເຍົາວະຊົນຂອງບັນດາປະເທດ ອາຊຽນ ສະແດງ. ປິ່ນອ້ອມເວທີສະແດງຫຼັກ ແມ່ນເຂດວາງສະແດງສິນຄ້າ ຫວຽດນາມ - ອາຊຽນ ດ້ວຍຫຼາກຫຼາຍຜະລິດຕະພັນ, ເຄື່ອງທີ່ລະນຶກ, ອາຫານທີ່ເປັນເອກະລັກຂອງບັນດາປະເທດ, ກໍຄືສ້າງຄວາມປະທັບໃຈອັນພິເສດ ກັບປະຊາຊົນຜູ້ເຂົ້າຢ້ຽມຊົມ. ປ້າ ໂຮ່ທຽນງາ, ປະຊາຊົນຢູ່ເມືອງ ເກົ່າເຢີຍ, ຮ່າໂນ້ຍ ໄດ້ແບ່ງບັນວ່າ:

“ຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ໄດ້ສຳຜັດກັບບັນຍາກາດຂອງ ອາຊຽນ ຢ່າງແທ້ຈິງ. ໄດ້ຊິມເຂົ້າໜຽວຂອງລາວ, ແຊບຫຼາຍ, ມັນຕ່າງກັບເຂົ້າໜຽວທີ່ຂ້າພະເຈົ້າໄດ້ເຄີຍກິນມາ, ໄດ້ຮັບຊົມບັນດາຊຸດອາພອນຂອງ ໄທ, ມຽນມາ ທີ່ເປັນເອກະລັກ ແລະ ຈັບໃຈທີ່ສຸດ. ດົນແລ້ວ, ຂ້າພະເຈົ້າຈິ່ງໄດ້ຮັບຊົມເຫດການວັດທະນະທຳສັງລວມທີ່ມີຄວາມໝາຍເຊັ່ນນີ້”.

ຮ່າ​ໂນ້ຍ - ບ່ອນ​ເຕົ້າ​ໂຮມ ແລະ ແຜ່​ກະ​ຈາຍ​ສີ​ສັນ​ວັດ​ທະ​ນະ​ທຳ ອາ​ຊຽນ - ảnh 2ບັນດາຜູ້ແທນມ່ວນຊື່ນກັບວາດຟ້ອນລຳວົງ ແລະ ສຽງແຄນລາວ 

ວັນບຸນວັດທະນະທຳມິດຕະພາບ “ສີສັນ ອາຊຽນ” ແມ່ນເຫດການປະຈຳປີ ໂດຍສະຫະພັນບັນດາອົງການມິດຕະພາບ ນະຄອນ ຮ່າໂນ້ຍ ເປັນເຈົ້າພາບ, ສົມທົບກັບສະຖານທູດບັນດາປະເທດ ອາຊຽນ ຈັດຂຶ້ນ. ປີນີ້, ເຫດການໄດ້ດຳເນີນກົງກັບໂອກາດສະເຫຼີມສະຫຼອງບັນດາວັນບຸນໃຫຍ່ຂອງ ອາຊຽນ, ຫວຽດນາມ ແລະ ນະຄອນຫຼວງ ຮ່າໂນ້ຍ. ໄປຄຽງຄູ່ກັບລາຍການສະແດງສິລະປະທີ່ເປັນເອກະລັກໃນພິທີໄຂແລ້ວ, ວັນບຸນ “ສີສັນ ອາຊຽນ” ຍັງມີ  3 ເຂດວາງຂາຍສິນຄ້າໃຫຍ່, ໂດຍໄດ້ຈັດຕາມ 3 ຫົວຂໍ້ ເຊັ່ນ “ເຊື່ອມໂຍງ” ສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນ ຄົບຮອບ 57 ປີ (8/8/1967 – 8/8/2024), ດ້ວຍ 57 ຮ້ານວາງສະແດງເຄື່ອງທີ່ລະນຶກ, ຜະລິດຕະພັນທີ່ເປັນມູນເຊື້ອ, ອາຫານເຍື່ອງຕ່າງໆຂອງບັນດາປະເທດ; ເຂດທີ 2 ມີຊື່ວ່າ “ລົດຊາດຂອງນະຄອນ” ດ້ວຍ 70 ຮ້ານວາງສະແດງທີ່ເປັນສັນຍາລັກ 70 ປີປົດປ່ອຍນະຄອນຫຼວງ ຮ່າໂນ້ຍ (10/10/1954 – 10/10/2024). ສຸດທ້າຍແມ່ນເຂດ “ກິ່ນຫອມຂອງບ້ານເມືອງ” ໂດຍມີ 79 ຮ້ານວາງສະແດງ ເປັນສັນຍາລັກຂອງວັນຊາດ ຫວຽດນາມ ຄົບຮອບ 79 ປີ. ທ່ານເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ຫວຽດນາມ Dato Tan Yang Thai ໄດ້ສະແດງຄວາມປະທັບໃຈວ່າ:

“ນີ້ແມ່ເຫດການອັນສຸດຍອດດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າທຸກປະເທດ ອາຊຽນ ກໍຄືບາງປະເທດອື່ນ ຢູ່ຮ່າໂນ້ຍ. ບັນດາປະເທດ ອາຊຽນ ຕ່າງກໍມີພື້ນຖານວັດທະນະທຳທີ່ຫຼາກຫຼາຍດັ່ງນັ້ນ ບັນເຫການແບບນີ້ ແມ່ນມີຄວາມຈຳເປັນ ແລະ ມີຄວາມໝາຍທີ່ສຸດອັນໄດ້ປະກອບສ່ວນແນະນຳໂຄສະນາຈຸດຄວາມງາມຂອງວັດທະນະທຳ ແລະ ປະຊາຊົນ ອາຊຽນ. ນອກຈາກນັ້ນຂ້າພະເຈົ້າເຫັນວ່າ ເຫການນີ້ຍັງດຶງດູດແຂກທ່ອງທ່ຽວສາກົນມາຊົມເປັນຈຳນວນຫຼາຍອີກດ້ວຍ”.

ບໍ່ພຽງແຕ່ແນະນຳວັດທະນະທຳທີ່ເປັນເອກະລັກຂອງບັນດາປະເທດສະມາຊິກເທົ່ານັ້ນ, ວັນບຸນ “ສີສັນ ອາຊຽນ” ຍັງແຜ່ກະຈາຍພາບພົດນະຄອນຫຼວງ ຮ່າໂນ້ຍ “ອະລິຍະທຳ - ສີວິໄລ - ທັນສະໄໝ”, ຮັກຫອມສັນຕິພາບ, ຜ່ານເຂດວາງສະແດງບັນດາຜະລິດຕະພັນພົ້ນເດັ່ນໃນການແຂ່ງຂັນແຕ້ມພາບພາຍໃຕ້ຫົວຂໍ້ “ນ້ອງຮັກຮ່າໂນ້ຍ - ນະຄອນເພື່ອສັນຕິພາບ” ປີ 2024. ດ້ວຍພາບແຕ້ມເດັກໆຟ້ອນສິງໂຕ, ນົກກາງແກ, ທາດເຕົ່າ...ຢ່າງມີຊີວິດຊີວາ ນ້ອງ Devanka Morritz ອາຍຸ 11 ປີ, ມາຈາກສະຖານທູດ ອິນໂດເນເຊຍ, ຍາດໄດ້ລາງວັນພິເສດຂອງການແຂ່ງຂັນດັ່ງກ່າວ. ນ້ອງ Devanka Morritz ແບ່ງປັນວ່າ:

“ຫວຽດນາມ ມີຫຼາຍຮ່ອຮອຍປະຫວັດສາດທັດສະນີຍະພາບທີ່ສວຍງາມ ແລະ ປະຊາຊົນສະໜິດສະໜົມ. ຄັ້ງທຳອິດທີ່ນ້ອງໄດ້ຊົມການຟ້ອນສິງໂຕ ຢູ່ ຫວຽດນາມນ້ອງກໍຮັກການຟ້ອນນີ້ທີ່ສຸດ. ສະນັ້ນນ້ອງໄດ້ແຕ້ມຄືນບັນຍາກາດຂອງການຟ້ອນດັ່ງກ່າວ. ນ້ອງແຕ້ມທາດເຕົ່າເຂົ້າຕື່ມ ເພາະວ່າ ນ້ອງມັກທັດສະນີຍະພາບຢູ່ ຫວຽດນາມ”.

ຮ່າ​ໂນ້ຍ - ບ່ອນ​ເຕົ້າ​ໂຮມ ແລະ ແຜ່​ກະ​ຈາຍ​ສີ​ສັນ​ວັດ​ທະ​ນະ​ທຳ ອາ​ຊຽນ - ảnh 3ບັນດາຜູ້ແທນຖ່າຍຮູບນຳນ້ອງ Devanka Morritz (ພາບ: TTXVN)

ໃນຕະຫຼອດໄລຍະ 29 ປີ ນັບແຕ່ເມື່ອເຂົ້າເປັນສະມາຊິກ ອາຊຽນ, ຍາມໃດ ຫວຽດນາມ ກໍຮ່ວມເດີນທາງພ້ອມກັບບັນດາປະເທດສະມາຊິກ, ຕັດສິນໃຈປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ພັດທະນາເສດຖະກິດ, ກໍຄືອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າ, ມໍລະດົກວັດທະນະທຳຂອງພາກພື້ນ. ຮ່າໂນ້ຍ - ນະຄອນຫຼວງຂອງ ຫວຽດນາມ “ນະຄອນເພື່ອສັນຕິພາບ” ໂດຍອົງການ  UNESCO ໄດ້ຮັບຮອງເອົານັ້ນ, ໄດ້ຕາງໜ້າໃຫ້ບັນດາຄຸນຄ່າອັນກົມກຽວ, ຫຼາກຫຼາຍ ແລະ ກວມລວມ. ນັ້ນກໍແມ່ນບັນດາຄຸນຄ່າຫຼັກແຫຼ່ງຂອງ ອາຊຽນ ທີ່ແທ້ຈິງ./.

ຕອບກັບ

ຂ່າວ/ບົດ​ອື່ນ