ກີມງອກຮ໋າວ ຊ່າງຕັດຜົມທີ່ລຽບງ່າຍ ດ້ວຍຈິດໃຈຮັກແພງມະນຸດ.
Kim Ngoc -  
(VOVWORLD) -ກີມງອກຮ໋າວ ເຊິ່ງແມ່ນຊ່າງຕັດຜົມຊາວເຜົ່າ ຂະແມໄດ້ສະຫງວນເວລາ, ກຳລັງເຫື່ອແຮງ ແລະ ຄວາມກ້າຫານບໍລິຈາກເລືອດເພື່ອຊ່ວຍກູ້ຊີວິດໃຫ້ແກ່ຄົນເຈັບ. ລາວມີຄວາມຮັກແພງມະນຸດ ແລະ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແຜ່ກະຈາຍສານທີ່ມີຄວາມໝາຍ “ຢາດເລືອດໜຶ່ງຊ່ວຍກູ້ຊີວິດຄົນໜຶ່ງ”.
ກີມງອກຮ໋າວ ພວມບໍລິຈາກເລືອດເພື່ອຊ່ວຍກູ້ຊີວິດໃຫ້ແກ່ຄົນເຈັບ |
ໃນການດຳລົງຊີວິດທີ່ຟ້າວຟັ່ງຢູ່ຕາແສງ ເຈົາແທັ່ງ ແຂວງ ຫວິງລອງ ກໍ່ມີອ້າຍບ່າວດ້ວຍຮອຍຍິ້ມເປັນໜ້າຮັກ, ສອງຝາມືທີ່ມີຄວາມຄ່ອງແຄ້ວເພື່ອຕັດຜົມ. ທັງເຮັດວຽກ ລາວມີຄວາມເບີກບານໃຈແລກປ່ຽນກັບແຂກມາຕັດຜົມ ດ້ວຍຄວາມໝາຍອັນສູງສົ່ງຂອງຜູ້ບໍລິຈາກເລືອດ ເພື່ອມຸ່ງໄປສູ່ວົງຄະນະຍາດ. ນັ້ນແມ່ນອ້າຍ ກີມງອກຮ໋າວ ສະມາຊິກສະພາກາແດງຕາແສງ ເຈົາແທັ່ງ ແຂວງ ຫວິງລອງ. ອ້າຍ ຮ໋າວ ແມ່ນບຸກຄົນໜຶ່ງທີ່ດີເດັ່ນໃນຂະບວນການບໍລິຈາກເລືອດໂດຍສະໝັກໃຈ ດ້ວຍການບໍລິຈາກເລືອດມະນຸດສະທຳ 20 ຄັ້ງ ລາວໄດ້ປະກອບສ່ວນແຜ່ກະຈາຍຈິດໃຈຮັກແພງມະນຸດດ້ວຍກັນຂອງຊາດ ຫວຽດນາມ.
ເກີດປີ 1988, ອ້າຍ ຮ໋າວ ໄດ້ໃຫຍ່ຂຶ້ນໃນຄອບຄົວຊາວເຜົາ ຂະແມ ທີ່ທຸກຍາກຢູ່ຕາແສງ ເຈົາແທັ່ງ ແຂວງ ຫວິງລອງ. ຄາວອາຍຸ 19 ປີ ລາວໄດ້ເຂົ້າຮັບໃຊ້ຖັນແຖວກອງທັບ ແລະ ເປັນຄັ້ງທຳອິດໄດ້ເຂົ້າຮ່ວມບໍລິຈາກເລືອດໂດຍສະໝັກໃຈຕາມຄຳຮຽກຮ້ອງຂອງຜູ້ບັນຊາການກົມກອງ. ອ້າຍ ຮ໋າວ ເປີດເຜີຍວ່າ:
“ໃນຖັນແຖວກອງທັບກໍ່ມີລາຍການບໍລິຈາກເລືອດໂດຍສະໝັກໃຈ, ຂ້າພະເຈົ້າໄດ້ໄປກວດແລະ ບໍລິຈາກເລືອດ. ເມື່ອບໍລິຈາກເລືອດແລ້ວ ຂ້າພະເຈົ້າເຫັນວ່າດີ ດັ່ງນັ້ນໃນບັ້ນບໍລິຈາກເລືອດຕໍ່ໄປ ຂ້າພະເຈົ້າກໍ່ສະຫຼະເວລາໄປບໍລິຈາກເລືອດ”.
ພາຍຫຼັງອອກຈາກຖັນແຖວກອງທັບ, ອ້າຍ ຮ໋າວ ໄດ້ທຳມາຫາກິນເກືອບສິບປີຢູ່ນະຄອນ ໂຮ່ຈີມິນ ທັງເຮັດຮັບຈ້າງ ທັງຮຽນວິຊາຊີບຕັດຜົມ. ປີ 2018 ເມື່ອກັບຄືນບ້ານ, ອ້າຍ ຮ໋າວ ໄດ້ເປີດຮ້ານຕັດຜົມ ແລະ ແຕ່ງງານ. ເຖິງວ່າ ການດຳລົງຊີວິດຂອງຄອບຄົວບໍ່ອຸດົມສົມບູນກໍ່ຕາມ ແຕ່ອ້າຍ ຮ໋າວ ຍັງຄົງເຂົ້າຮ່ວມການເຄື່ອນໄຫວບໍລິຈາກເລືອດມະນຸດສະທຳຢ່າງສະເໝີ. ສຳລັບລາວແລ້ວ ການບໍລິຈາກເລືອດບໍ່ພຽງແຕ່ແມ່ນການກະທຳອັນສູງສົ່ງເທົ່ານັ້ນ ຫາກຍັງນຳມາຊຶ່ງຄວາມມ່ວນຊື່ນ ແລະ ສຸຂະພາບອີກດ້ວຍ. ອ້າຍ ຮ໋າວ ໃຫ້ຮູ້ຕື່ມອີກວ່າ:
“ເວົ້າລວມແລ້ວ ໃນມື້ບໍລິຈາກເລືອດທຳອິດ ພາຍຫຼັງກັບມາເຮືອນຂ້າພະເຈົ້າກໍ່ເອົາໃຈໃສ່ກິນດື່ມທາດມີສານອາຫານຢ່າງພຽງພໍ ແລະ ບໍ່ເຮັດວຽກໜັກ. ພາຍຫຼັງປະມານສາມມື້ກໍ່ເຮັດວຽກປົກກະຕິ. ການບໍລິຈາກເລືອດກໍ່ຍັງຊ່ວຍໃຫ້ຮ່າງກາຍຂອງເຮົາໄດ້ແລກປ່ຽນທາດໄດ້ດີກວ່າ ຍ້ອນວ່າເມື່ອນຳປະລິມານເລືອດອອກຈາກຮ່າງກາຍ, ເຮົາກໍ່ບຳລຸງຮ່າງກາຍ ເພື່ອໃຫ້ກຳເນີດເລືອດແດງໃໝ່.”
ເພື່ອໃຫ້ມີສຸຂະພາບທີ່ດີ ສຳລັບການບໍລິຈາກເລືອດຄັ້ງຕໍ່ໄປນັ້ນ, ອ້າຍ ຮ໋າວ ຍາມໃດກໍເອົາໃຈໃສ່ເຖິງການກິນ ການດື່ມ ໃຫ້ມີທາດບຳລຸງພຽງພໍ, ແອບກຳລັງກາຍຢ່າງສະເໝີ ພ້ອມກັນນັ້ນອ້າຍ ຮ໋າວ ກໍ່ມີຄວາມປະເອີບໃຈຮັກຊີວິດ ແລະ ແຜ່ກະຈາຍຈິດໃຈນີ້ເຖິງຫຼາຍຄົນຢູ່ອ້ອມຂ້າງ. ຄວາມມານະພະຍາຍາມຂອງງອ້າຍ ຮ໋າວ ໄດ້ຮັບການຢັ້ງຢືນຜ່ານໃບຍ້ອງຍໍຂອງຕາແສງ ເຈົາແທັ່ງ, ຂອງສະພາກາແດງຕາແສງ… ທ່ານ ເລຮວ່າຍລິງ ປະທານສະພາກາແດງຕາແສງ ເຈົາແທັ່ງ ໃຫ້ຮູ້ວ່າ:
“ອ້າຍ ຮ໋າວ ກໍ່ມີຈິດໃຈເພື່ອວົງຄະນາຍາດ ດ້ວຍຄວາມໂອບອ້ອມອາລີຢາກນຳສິ່ງທີ່ມີປະໂຫຍດມາສູ່ຊີວິດຂອງມະນຸດ. ເຖິງວ່າສະພາບຄອບຄົວກໍ່ບໍ່ຮັ່ງມີປານໃດກໍ່ຕາມ ແຕ່ເມື່ອບໍລິຈາກເລືອດແຕ່ລະເທື່ອ ລາວກໍ່ເຂົ້າຮ່ວມຢ່າງຕັ້ງໜ້າ ປະກອບສ່ວນຊ່ວຍທ້ອງຖິ່ນເຮັດສຳເລັດຄາດໝາຍທີ່ໄດ້ວາງອອກ”.
ກີມງອກຮ໋າວ ຊ່າງຕັດຜົມທີ່ລຽບງ່າຍດ້ວຍຈິດໃຈຮັກແພງມະນຸດ ກໍ່ແມ່ນພະຍານຫຼັກຖານຢັ້ງຢືນວ່າ ພຽງແຕ່ມີຈິດໃຈເທົານັ້ນ,ແຕ່ລະຄົນຕ່າງກໍ່ສ້າງສິ່ງທີ່ມະຫັດສະຈັນໄດ້. ແບບຢ່າງຂອງອ້າຍ ຮ໋າວ ຈະສືບຕໍ່ສ້າງແຫຼ່ງບັນດານໃຈເພື່ອໃຫ້ຂະບວນການໍລິຈາກເລືອດໂດຍສະໝັກໃຈນັບມື້ນັບຂະຫຍາຍຕົວເພື່ອສັງຄົມເຕັມໄປດ້ວຍຄວາມຮັກແພງ ແລະ ແບ່ງປັນຄວາມຫຍຸ້ງຍາກ.
Kim Ngoc