ຜູ້ນຳຜະລິດຕະພັນເຄື່ອງຈັກສານ ຫວຽດນາມ ອອກສູ່ໂລກພາຍນອກ.
Kim Lieu -  
(VOVWORLD) -ດ້ວຍຄວາມຜູກພັນກັບອາຊີບເຮັດເຄື່ອງຈັກສານເປັນເວລາກວ່າ 50 ປີ, ນັກສິລະປະການ ຫງວຽນວັນຕິ໊ງ ຢູ່ຕາແສງ ຝູເຫງຍ ນະຄອນ ຮ່າໂນ້ຍ ບໍ່ພຽງແຕ່ຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງໝູ່ບ້ານອາຊີບ ທີ່ມີມາກວ່າ 450 ປີ ເທົ່ານັ້ນ ຫາກຍັງຖ່າຍທອດໃຫ້ໄວໜຸ່ມກ່ຽວກັບຄວາມຮັກ ສະຕິຄວາມຮັບຜິດຊອບກ່ຽວກັບການອະນຸລັກພັດທະນາອາຊີບ ເຮັດເຄື່ອງສິລະປະຫັດຖະກຳ ຫວຽດນາມ ອີກດ້ວຍ. ທ່ານໄດ້ຮັບໃບຍ້ອງຍໍຫຼາຍໃບ ຈາກຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ບັນດາກະຊວງຂະແໜງການ ແລະ ໃນປີ 2025 ນັກສິລະປະການ ຫງວຽນວັນຕິ໊ງ ມີຄວາມເປັນກຽດກາຍເປັນໜຶ່ງໃນຈຳນວນພົນລະເມືອງ 10 ຄົນທີ່ດີເດັ່ນຂອງນະຄອນຫຼວງ.
ບັນດາຜະລິດຕະພັນໂດຍນັກສິລະປະການ ຫງວຽນວັນຕິ໊ງ ສ້າງຂຶ້ນ |
ໂດຍໄດ້ກຳເນີດຂຶ້ນ ແລະ ເຕີບໃຫຍ່ໃນຄອບຄົວທີ່ມີຫຼາຍລຸ້ນຄົນມີຄວາມຜູກພັນກັບອາຊີບເຮັດເຄື່ອງຈັກສານຢູ່ບ້ານ ຝູວິງ ຕາແສງ ຝູເຫງຍ ຮ່າໂນ້ຍ ນັບແຕ່ຄາວຍັງນອ້ຍ ຫງວຽນວັນຕິ໊ງ ໄດ້ລື້ງເຄີຍກັບວຽກງານເຮັດເຄື່ອງຈັກສານເປັນຕົ້ນແມ່ນຮຽນຈາກພໍ່ຂອງຕົນ ນັ້ນແມ່ນນັກສິລະປະການ ຫງວຽນວັນຂຽວ ຜູ້ທຳອິດຢູ່ ຫວຽດນາມ ໄດ້ສານພາບ ເຄິ່ງຄີງຂອງລຸງ ໂຮ່ ດ້ວຍຫວາຍ ແລະ ໄມ້ໄຜ່ ຍ້ອນຄວາມເອກອ້າງທະນົງໃຈ ກ່ຽວກັບພໍ່ຂອງຕົນ ລາວໄດ້ຫຼໍ່ລ້ຽງຄວາມເມົາມົວເຮັດເຄື່ອງຈັກສານ ທ່ານຖືວ່າ ເຮົາກໍ່ບໍ່ແມ່ນຜູ້ມີສີມືດີ ແຕ່ຮູ້ຄວາມມານະອົດທົນ ພ້ອມກັບຄວາມຮັກອາຊີບກໍ່ແມ່ນບ່ອນອີງໃຫ້ແກ່ຕົນເອງ ກ້າວເດີນບົນເສັ້ນທາງຂະຫຍາຍອາຊີບພື້ນເມືອງ ເຊິ່ງປູ່ຍ່າຕາຍາຍໄດ້ປະໄວ້ໃຫ້ ນັກສິລະປະການ ຫງວຽນວັນຕິ໊ງ ເວົ້າວ່າ:
“ພວກຂ້າພະເຈົ້າມີເຕັກນິກເຮັດເຄື່ອງຈັກສານ ເຕັກນິກເຮັດວັດຖຸດິບທີ່ເປັນເອກະລັກ. ຢູ່ທີ່ນີ້ມີເຖິງ 80% ໜ້າວຽກເຮັດເຄື່ອງຈັກສານດ້ວຍຫວາຍ. ສຳລັບເຕັກນິກການສານກໍ່ຕ້ອງສົມທົບດ້ວຍມື ດ້ວຍຕາ ຍິ່ງກວ່ານັ້ນກໍ່ຕ້ອງມີຄວາມຮັກແພງອາຊີບອີກດ້ວຍ”.
ປີ 2006 ຜະລິດຕະພັນໂຄມໄຟຂອງນັກສິລະປະການ ຫງວຽນວັນຕິ໊ງ ໄດ້ຮັບລາງວັນທີໜຶ່ງ ໃນງານປະກກວດປະດິດຄິດສ້າງຮູບແບບຜະລິດຕະພັນ ໂກເດິນວີໂດຍສະພາການຄ້າອຸດສາຫະກຳ ຫວຽດນາມ ມອບໃຫ້. ສອງປີຕໍ່ມາ ໂຖດອກໄມ້ຖືກເຮັດດ້ວຍຫວາຍຂອງທ່ານ ສຶບໄດ້ຮັບລາງວັນທີໜຶ່ງ ທີ່ງານປະກວດຜະລິດຕະພັນເຄື່ອງຫັດຖະກຳ ຫວຽດນາມ ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດ ປັດຈຸບັນແມ່ນກະຊວງກະສິກຳ ແລະ ສິ່ງແວດລ້ອມຈັດຕງຂຶ້ນ ລາງວັນເຫຼົ່ານີ້ ຍິ່ງເປັນການສ້າງກຳລັງໜູນແກ່ນັກສິລະປະການ ຫງວຽນວັນຕິ໊ງ ກ້າວຂຶ້ນບົນເສັ້ນທາງປະດິດຄິດສ້າງ ແລະ ນຳຜະລິດຕະພັນເຄື່ອງຈັກສານຫວຽດນາມ ອອກສູ່ໂລກພາຍນອກ ນັກສິລະປະການ ຫງວຽນວັນຕິ໊ງ ແບ່ງປັນວ່າ:
“ເມື່ອປະເທດຊາດເປີດປະຕູ ການເຊື່ອງໂຍງສາກົນໄດ້ນຳຄຸນຄ່າທາງດ້ານການຄ້າມາໃຫ້ພວກເຮົາ ເພາະສະນັ້ນພວກຂ້າພະເຈົ້າຕ້ອງຮຽນຮູ້ ແລະ ຕ້ອງມີການປ່ຽນແປງ ຍາມໃດກໍ່ຕ້ອງສ້າງໃຫ້ມີບັນດາຜະລິດຕະພັນໃໝ່ ເພື່ອສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າ”.
ຕາມນັກສິລະປະການ ຫງວຽນວັນຕິ໊ງ ແລ້ວ ຢາກຂະຫຍາຍອາຊີບແບບຍືນຍົງ ນາຍຊ່າງກໍ່ຕ້ອງມີຫົວຄິດປະດິດສ້າງຢ່າງບໍ່ຢຸດຢັ້ງ ແລະ ຖ່ວງທັນກັບຄວາມນິຍົມຂອງຕະຫຼາດ ແຕ່ບໍ່ເຮັດໃຫ້ສີສັນພື້ນເມືອງຖືກສູນຫານຍໄປ ກໍ່ຍ້ອນວິທີສັງເກດນີ້ເອງຊ່ວຍໃຫ້ຜະລິດຕະພັນຂອງໝູ່ບ້ານເຮັດເຄື່ອງຈັກສານ ຝູເຫງຍ ສາມາດຢັ້ງຢືນເຄື່ອງໝາຍການຄ້າຂອງຕົນ ຜ່ານບັນດາເຫດການັດທະນະທຳການວາງສະແດງຢູ່ຫຼາຍປະເທດໃນໂລກຄື ອົດສະຕາລີ ຈິນ ໄທ. ນັກສິລະປະການ ຫງວຽນວັນຕິ໊ງ ໃຫ້ຮູ້ຕື່ມອີກວ່າ:
“ພວກຂ້າພະເຈົ້າມີທັກສະດ້ານອາຊີບ ດັ່ງນັ້ນພວກຂ້າພະເຈົ້າພ້ອມແລ້ວທີ່ຈະຕອບສະໜອງຕາມມາດຕະຖານຮູບແບບສິນຄ້າຂອງລູກຄ້າ. ມີເຖິງ 80% ປະລິມານສິນຄ້າເພື່ອຮັບໃຊ້ການສົ່ງອອກ ຍັງເຫຼືອພຽງ 20% ແມ່ນຮັບໃຊ້ຄວາມຕ້ອງການຢູ່ພາຍໃນປະເທດເທົ່ານັ້ນ. ຄອບຄົວຂອງຂ້າພະເຈົ້າກໍ່ເຮັດເຄື່ອງເພື່ອສົ່ງອອກ ຮັບໃຊ້ການສົ່ງອອກໄປຂາຍຢູ່ປະເທດຕ່າງໆໃນໂລກ”.
ບໍ່ພຽງແຕ່ປະສົບຜົນສຳເລັດໃນການຮັກສາພັດທະນາ ແລະ ນຳບັນດາຜະລິດຕະພັນເຄື່ອງຈັກສານຂອງໝູ່ບ້ານກ້າວໄປໄກ ນັກສິລະປະການ ຫງວຽນວັນຕິ໊ງ ຍັງເມົາມົວ ແລະ ຖ່າຍທອດໃຫ້ໄວໜູ່ມໃນໝູ່ບ້ານ ກໍ່ຄືບັນດາຜູ້ທີ່ມີຄວາມນິຍົມຊົມຊອບຜະລິດຕະພັນ ອັນເປັນປະເພນີນີ້ ທ່ານ ໂຮ່ງິເຊີນ ຊາວບ້ານ ຝູວິງ ເປີດເຜີຍວ່າ:
“ນັກສິລະປະການ ຫງວຽນວັນຕິ໊ງ ແມ່ນຜູ້ສຸດຈິດສຸດໃຈ ເພື່ອຖ່າຍທອດອາຊີບໃຫ້ແກ່ຊາວບ້ານ. ທ່ານຍາມໃດກໍ່ມີຄວາມເປັນຫ່ວງວ່າ ເຮັດແນວໃດເພື່ອໃຫ້ອາຊີບເຮັດເຄື່ອງຈັກສານຂອງໝູ່ບ້ານ ໄດ້ຮັບການຮັກສາໄວ້ ແລະ ຂະຫຍາຍຕົວ. ພວກຂ້າພະເຈົ້າມີຄວາມເອກອ້າງທະນົງຕໍ່ທ່ານ”.
ໃນຊຸມປີມໍ່ໆມານີ້ ໝູ່ບ້ານອາຊີບເຮັດເຄື່ອງຈັກສານ ຝູວິງ ຍາມໃດກໍ່ໄດ້ຮັບສັ່ງຊື້ສິນຄ້າຈາກຕະຫຼາດ ອີຢູ ສາທາລະນະລັດອາເມກິກາ ຈີນ ແລະ ອື່ນໆ ດ້ວຍປະລິມານຢ່າງໃຫຍ່ຫຼວງ ແລະ ມູນຄ່າການສົ່ງອອກສູງ ທ່ານ ຫງວຽນວັນເຄືອງ ພະນັກງານຕາແສງ ຝູເຫງຍ ນະຄອນ ຮ່າໂນ້ຍ ຢືນຢັນວ່າ:
“ແຕ່ລະປີກໍ່ໄດ້ປະກອບສ່ວນທາງດ້ານເສດຖະກິດໃຫ້ແກ່ທ້ອງຖິ່ນຢ່າງໃຫຍ່ຫຼວງ. ມີໄລຍະທີ່ເຄື່ອງຈັກສານຂອງໝູ່ບ້ານ ບັນລຸມູນຄ່າການສົ່ງອອກເຖິງ 600 ຫາ 700ຕື້ ເທົ່າກັບ 24 ລ້ານໂດລາສະຫະລັດຕໍ່ປີ, ຜົນກຳໄລໃນຈຸດເວລານັ້ນກໍ່ສູງພໍສົມຄວນຄື ແຕ່ 10 ຫາ 15%”.
ເປັນທີ່ຈະແຈ້ງແລ້ວວ່າ ໃນສະພາການຕະຫຼາດ ແລະ ການດຳລົງຊີດໃນຍຸກທັນສະໄໝປັດຈຸບັນ ຂະນະທີ່ມີໝູ່ບ້ານອາຊີບບໍ່ໜ້ອຍຕ້ອງມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ເພື່ອຄົງຕົວນັ້ນ ໝູ່ບ້ານອາຊີບເຮັດເຄື່ອງຈັກສານ ຝູວິງ ກໍ່ຍັງຄົງບືນຕົວຂຶ້ນຫັນປ່ຽນຢ່າງແຂງແຮງ ເພື່ອຢັ້ງຢືນການປະກອບສ່ວນຂອງບັນດານັກສິລປະການຄືທ່ານ ຫງວຽນວັນຕິ໊ງ. ເຂົາເຈົ້າບໍ່ພຽງແຕ່ແມ່ນວິຍານຂອງໝູ່ບ້ານອາຊີບ ຫວຽດນາມ ເທົ່ານັ້ນ ຫາກຍັງເປັນສັນຍາລັກຂອງການປັບຕົວໃຫ້ແທດເໝາະກັບຍຸກເຊື່ອມໂຍງສາກົນ ແລະ ພັດທະນາ.
Kim Lieu