ນາຍບ້ານ ຊິ່ງຢີ່ກ່າຍ ຜູ້ນຳໜ້າການຂະຫຍາຍທ່່ອງທ່ຽວຊຸມຊົນຢູ່ບ້ານ ໂລໆຈ່າຍ

(VOVWORLD) -ໂດຍນອນຢູ່ຕີນເສົາທຸງຊາດ ຫຼຸງກູ໊ ເຊິ່ງແມ່ນຕອນເໜືອສຸດຂອງປະເທດຊາດໝູ່ບ້ານ ໂລໆຈ່າຍ ໃນຕາແສງ ຫຼຸງກູ໊ ແຂວງ ຕວຽນກວາງ ແຕ່ດົນນານມາແລ້ວ ໄດ້ມີຊື່ສຽງດ້ວຍເຮືອນມຸງດິນຂໍສອງຊັ້ນທີ່ເກົ່າແກ່,ບັນດາຝາເຮືອນຖືກກໍ່ດ້ວຍດິນ ແລະວີຖີຊີວິດທີ່ເປັນເອກະລັກຂອງຊາວເຜົ່າ ໂລໆ. ແຕ່ເພື່ອໃຫ້ໜູ່ບ້ານນ້ອຍໆ ໄດ້ຮັບການເຊີດຊູແມ່ນບ້ານທ່ອງທ່ຽວດີທີ່ສຸດໃນໂລກ ໃນປີ 2025, ເພື້ອໃຫ້ວັດທະນະທຳກາຍເປັນການຫາເງິນລ້ຽງຊີບ, ແມ່ນຕ້ອງເວົ້າເຖິງຜູ້ນຳໜ້າ ນັ້ນແມ່ນນາຍບ້ານ ຊິ່ງຢີ່ກ່າຍ 
ນາຍບ້ານ ຊິ່ງຢີ່ກ່າຍ ຜູ້ນຳໜ້າການຂະຫຍາຍທ່່ອງທ່ຽວຊຸມຊົນຢູ່ບ້ານ ໂລໆຈ່າຍ - ảnh 1ນາຍບ້ານ ຊິ່ງຢີ່ກ່າຍ

     ກ່ອນນີ້ 10 ປີ ເມື່ອເວົ້າເຖິງທ່ອງທ່ຽວຊຸມຊົນ, ພໍ່ແມ່ພີ່ນ້ອງຢູ່ ໂລໆຈ່າຍ ຍັງມີຄວາມສົງໄສຢູ່. ການລ້ຽງຄວາຍປູກສາລີກໍ່ບໍ່ພໍກິນ ດັ່ງນັ້ນເຮັດທ່ອງທ່ຽວຈະນຳມາເຊິ່ງຜົນປະໂຫຍດຫຍັງແດ່. ແຕ່ທ່ານ ຊິ່ງຢີ່ກ່າຍ ພາຍຫຼັງການເດີນທາງໄປຮຽນຕາມຮູບແບບເຮັດທ່ອງທ່ຽວຢູ່ທ່ອງຖິ່ນຕ່າງໆນັັ້ນ ກໍ່ໄດ້ເຫັນທິດກ້າວເດີນທີ່ນຳມາເຊິ່ງຜົນປະໂຫຍດ ນັ້ນແມ່ນຖືເອົາຊີວິດປະເພນີເປັນມູນຄ່າການທ່ອງທ່ຽວ. ລາວໄດ້ກ້າຫານເປີດໂຮມສະເຕ ດ້ວຍເຮືອນຝາດິນຂອງຄອບຄົວ. ລາວໄດ້ຮັກສາຈຸດທີ່ເກົ່າແກ່ເໝືອນເດີມຈາກດິນຂໍສອງຊັ້ນຕະຫຼອດຮອດເຕົາໄຟຕັ້ງຢູ່ກາງເຮືອນ. ເມື່ອເວົ້າເຖິງຄວາມຫຍຸ້ງຍາກໃນຊຸມວັນທຳອິດເຮັດທ່ອງທ່ຽວ, ນາຍບ້ານ ຊິ່ງຢີ່ກ່າຍ ແບ່ງປັນວ່າ:

“ກ່ອນນີ້ 10 ປີ ບ້ານໂລໆ ກໍ່ແມ່ນບ້ານທີ່ທຸກຍາກທີ່ສຸດ. ລູກເຕົ້າໄປຮຽນບໍ່ຫຼາຍ.ກ່ອນທີ່ຈພເຮັດທ່ອງທ່ຽວ ແຂກທ່ອງທ່ຽວມານີ້ ເຂົາເຈົ້າພຽງແຕ່ຖ່າຍຮູບແລ້ວ ກັບກໍ່ກັບເມືອເລີຍ. ໄລຍະຕໍ່ມາບັນດາຄອບຄົວກໍ່ໄດ້ເຮັດທ່ອງທ່ຽວໄດ້ສ້ອມແປງເຮືອນຂອງຕົນເພື່ອຮັບໃຊ້ແຂກທ່ອງທ່ຽວ.“

ຈາກຄວາມເຊື່ອໝັ້ນນີ້ ຊາວບ້ານໄດ້ຄ່ອຍໆເຮັດຕາມອ້າຍ ກ່າຍ. ຄອຍຄົວນີ້ ກໍ່ສ້ອມແປງເຂດຫ້ອງນ້ຳໃຫ້ສະອາດ, ອີກຄອບຄົວໜ່ຶງກໍ່ສ້ອມແປງສາງເຂົ້າເປືອກເຮັດເປັນຫ້ອງພັກ... ແລ້ວການບໍລິການທ່ອງທ່ຽວໄດ້ກາຍເປັນແຫຼ່ງລາຍຮັບຕົ້ນຕໍ ແລະ ປະຊາຊົນຢູ່ແຫ່ງນີ້ໄດ້ກ້າຫານປ່ຽນແປງຈາກເສດຖະກິດລ້ຽງສັດໄປສູ່ເສດຖະກິດເຮັດທ່ອງທ່ຽວ.ນາງວ່າງທິໄດ ໃຫ້ຮູ້ດ້ວຍຄວາມພາກພູມໃຈວ່າ:

“ກ່ອນໜ້ານັ້ນແມ່ນຫາເງິນບໍ່ໄດ້ ແຕ່ປັດຈຸບັນສາມາດຫາເງິນໄດ້ແລ້ວ ແລະ ດີໃຈເມື່ອມີແຂກມາພັກເຊົາ”.

ທ່ານ ຫງວຽນຈຸງຫງອກ ຫົວໜ້າພະແນກວັດທະນະທຳກິລາ ແລະທ່ອງທ່ຽວແຂວງ ຕວຽນກວາງ ໄດ້ຕີລາຄາການນຳໜ້າຂອງທ່ານ ຊິ່ງຢີ່ກ່າຍ ເຊິ່ງບໍ່ພຽງແຕ່ແມ່ນເປີດໂຮມສະເຕເທົ່ານັ້ນ ຫາກຍັງສ້າງຈິນຕະນາການເສດຖະກິດໃຫ້ແກ່ຜູ້ອື່ນ.ເຫດການບ້ານ ໂລໆຈ່າຍ ໄດ້ຮັບຮອງແມ່ນບ້ານທ່ອງທ່ຽວດີທີ່ສຸດໃນໂລກ ປີ 2025 ກໍ່ມີການປະກອບສ່ວນຂອງນາຍບ້ານຄົນນີ້ຢ່າງໃຫຍ່ຫຼວງ.ທ່ານ ຫງວຽຈຸງຫງອກ ໃຫ້ຮູ້ວ່າ:

 “ໂຄສະນາໃຫ້ແກ່ປະຊາຊົນຮູ້ເຖິງການຂະຫຍາຍທ່ອງທ່ຽວຊຸມຊົນ ພິເສດມີບັນດາຜູ້ເຂົ້າຮ່ວມຢ່າງຕັ້ງໜ້າຄື ນາຍບ້ານ ຊິ່ງຢີ່ກ່າຍ ຜູ້ໄດ້ນຳໜ້າໃນການຂະຫຍາຍທ່ອງທ່ຽວຊຸມຊົນແລະ ມີຄວາມສຸດຈິດສຸດໃຈ,ມີຄວາມຮັບຜິດຊອບຕໍ່ຊາວບ້ານ ແລະ ໄດ້ແນະນຳໃຫ້ແກ່ເຂົາເຈົ້າ ເຂົ້າຮ່ວມຂະຫຍາຍທ່ອງທ່ຽວຊຸມຊົນ”.

ສຳລັບວິສາຫະກິດເຮັດການທ່ອງທ່ຽວ, ໂຮມສະເຕຂອງອ້າຍ ກ່າຍ ກໍ່ແມ່ນຈຸດອີງ ເມື່ອສ້າງລາຍການທ່ອງທ່ຽວ.ແຂກທ່ອງທ່ຽວສາກົນກໍ່ມັກພັກຜ່ອນໃນເຮືອນຝາດິນ, ໄດ້ຮັບປະທານເຂົ້າໜົມສາລີ, ມັກດື່ມເຫຼົ້າສາລີຢາກນັ່ງອ້ອມເຕົາໄຟຮັບຟັງເລື່ອງລາວຄອບຄົວ. ອ້າຍ ຫງວຽນວັນຫິວ ສັງກັດບໍລິສັດທ່ອງທ່ຽວ ຕາດສະໂກ ໃຫ້ຂໍ້ສັງເກດວ່າ:

“ຈຸດທີ່ດີເດັ່ນຂອງນາຍບ້ານ ກ່າຍ ແມ່ນຮັກສາວິຖີຊີວິດຂອງຊາວເຜົ່າ ໂລໆ ຢູ່ຕາມໂຮມສະເຕຂອງຕົນ.ແຂກທ່ອງທ່ຽວມານີ້ ບໍ່ພຽງແຕ່ໄດ້ຖ່າຍຮູບເປັນທີ່ລະນຶກເທົ່ານັ້ນ ຫາກຍັງມີຊີວິດປຽບເໝືອນຊາວບ້ານຄົນໜຶ່ງ.ນັ້ນແມ່ນການຄົ້ນຫາ ເຊິ່ງຕະຫຼາດທ່ອງທ່ຽວພວມຕ້ອງການສິ່ງທີ່ຮົກເຮື້ອດັ້ງເດີມ”.

ໃນທຸກວັນນີ້ ບ້ານໂລໆຈ່າຍ ບໍ່ພຽງແຕ່ແມ່ນບ້ານທີ່ທຸກຍາກອີກແລ້ວ.ພວກເດັກໄດ້ໄປໂຮງຮຽນດ້ວຍເຄື່ອວນຸ່ງໃໝ່,ບັນດາຄອບຄົວກໍ່ມີລາຍຮັບຈາກການບໍລິການ ໂຮມສະເຕ,ແຂກທ່ອງທ່ຽວຫຼາຍຄະນະກໍ່ເຄີຍກັບຄືນມາທ່ຽວຍ້ອນຄວາມອົບອຸ່ນໃກ້ຊິດສະໜິດສະໜົມຂອງຊາວເຜົ່າ ໂລໆ. ແລະ ຢືນຢູ່ເບື້ອງຫຼັງການປ່ຽນແປງຢ່າງຕັ້ງໜ້າຂອງບ້ານ ໂລໆຈ່າຍ ກໍ່ມີການການປະກອບສ່ວນຂອງນາຍບ້ານ ຊິ່ງຢີ່ກ່າຍ ຜູ້ສ້າງຂີດໝາຍທຳອິດໃຫ້ແກ່ທ່ອງທ່ຽວຊົມຢູ່ບ້ານ ໂລໆຈ່າຍ. 

ຕອບກັບ

ຂ່າວ/ບົດ​ອື່ນ