ປອ ຟ້າມຊວັນແຄັ໊ງ ຄູດີເດັ່ນນຳໜ້າໃນການປ່ຽນແປງໃໝ່ການສຶກສາວິຊາຊີບ.
Kim Lieu -  
(VOVWORLD) -ດ້ວຍຄວາມຜູກພັນກັບໂຮງຮຽນວິທະຍາໄລເຕັກໂນໂລຊີສູງ ຮ່າໂນ້ຍ ເປັນເວລາກວ່າ 15 ປີ. ສະຫາຍ ປອ ຟ້າມຊວັນແຄັ໊ງ ຄູດີເດັ່ນ, ອະທິການບໍດີໂຮງຮຽນ ໄດ້ປະກອບສ່ວນນຳໂຮງຮຽນກາຍເປັນຮາກຖານການສຶກສາ ເປັນຕົວແບບຂອງນະຄອນຫຼວງ ແລະ ທົ່ວປະເທດ. ການອຸທິດສ່ວນຂອງອາຈານ ແມ່ນຫຼັກຖານທີ່ຈະແຈ້ງໃຫ້ແກ່ຈິດໃຈປ່ຽນແປງໃໝ່ນຳໜ້າ ແລະ ສຸດຈິດສຸດໃຈກັບພາລະກິດການສຶກສາ.
ປອ ຟ້າມຊວັນແຄັ໊ງ ຄູດີເດັ່ນ |
ຕົ້ນປີ 2009 ຂະນະທີ່ພວມເປັນຫົວໜ້າພະແນກເອເລັກໂຕນິກ ມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ ອາຈານ ຟ້າມຊວັນແຄັ໊ງ ໄດ້ຮັບການເຊື້ອເຊີນຈາກນະຄອນ ຮ່າໂນ້ຍ ເຂົ້າຮ່ວມສ້າງຕັ້ງຮາກຖານການສຶກສາພາກລັດ ແນໃສ່ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ໃຫ້ແກ່ນະຄອນຫຼວງ ນັ້ນແມ່ນໂຮງຮຽນວິທະຍາໄລເຕັກໂນໂລຊີສູງ ຮ່າໂນ້ຍ ແລະ ອາຈານ ຟ້າມຊວັນແຄັ໊ງ ໄດ້ຮັບການແຕ່ງຕັ້ງຮັບຕຳແໜ່ງເປັນອະທິການບໍດີຂອງໂຮງຮຽນ ໂດຍແມ່ນຜູ້ສ້າງພື້ນຖານທຳອິດນຳພາໂຮງຮຽນບຳລຸງສ້າງວິຊາຊີບ ໃນສະພາບການທີ່ການບຳລຸງສ້າງມະາວິທະຍາໄລ ແລະ ໄປຮຽນຢູ່ຕ່າງປະເທດພວມຂະຫຍາຍຕົວຢ່າງແຂງແຮງ ນີ້ກໍ່ແມ່ນສິ່ງທ້າທາຍໃຫຍ່ຫຼວງສຳລັບທ່ານ ປອ ຟ້າມຊວັນແຄັ໊ງ ຍ້ອນເຫດນີ້ເອງ ທ່ານໄດ້ເລືອກເອົາທິດກ້າວເດີນສະເພາະບຳລຸງສ້າງຕິດແທດກັບຄວາມຕ້ອງການຂອງຕະຫຼາດຜູກຮັດກັບວິສາຫະກິດຢ່າງໜັກແໜ້ນໃນນັ້ນຍຸດທະສາດລຸລວງ ຍາມໃດກໍ່ຕ້ອງການປ່ຽນແປງໃໝ່ ແລະ ສະຫງວນຢ່າງໜ້ອຍ 70% ເວລາ ແມ່ນສອນຝຶກຫັດຕົວຈິງ ຕາມອານຈານ ຟ້າມຊວັນແຄັ໊ງ ແລ້ວ ການບຳສ້າງບໍ່ຕິດພັນກັບການຜະລິດບໍ່ສາມາດເຂົ້າໃຈຄວາມຕ້ອງການຂອງວິສາຫະກິດຈະເຮັດໃຫ້ຜະລິດຕະພັນສົ້ນອອກບໍ່ສາມາດແຂ່ງຂັນໄດ້ ອາຈານ ຟ້າມຊວັນແຄັ໊ງ ໃຫ້ຮູ້ວ່າ:
“ໃນເມື່ອໂຮງຮຽນຫາກໍ່ສ້າງຕັ້ງຂຶ້ນນັ້ນ ກໍ່ໄດ້ສ້າງສາຍພົວພັນກັບວິສາຫະກິດຢ່າງໜັກແໜ້ນ. ວິສາຫະກິດຮ່ວມມືກັບພວກຂ້າພະເຈົ້າ ນັບແຕ່ຂອດຄັດເລືອກ ແລະ ພ້ອມກັບໂຮງຮຽນສ້າງຫຼັກການສອນ ຈັດຕັ້ງການບຳລຸງກໍ່ສ້າງ ແລ້ວກໍ່ໃຫ້ນັກສຶກສາທັງຮຽນ ທັງຜະລິດຢູ່ຕາມວິສາຫະກິດ ແລະ ເມື່ອຮຽນຈົບກໍ່ໄດ້ກາຍເປັນສະມາຊິກຂອງວິສາຫະກິດ”.
ໂດຍພາຍໃຕ້ການນຳພາຂອງ ອາຈານດີເດັ່ນ ປອ ຟ້າມຊວັນແຄັ໊ງ ໂຮງຮຽນວິທະຍາໄລເຕັກໂນໂລຊີສູງ ຮ່າໂນ້ຍ ໄດ້ສາ
ມາດຢັ້ງຢືນບົດບາດເທື່ອລະກ້າວ ແມ່ນສູນກາງບຳລຸງສ້າງວິຊາຊີບທີ່ມີຄຸນນະພາບສູງ
ປັດຈຸບັນໂຮງຮຽນມີຂະແໜງອາຊີບບຳລຸງສ້າງ 46 ຂະແໜງ ສຳລັບສາມລະດັບຄື ວິທະຍາໄລ ຊັ້ນການ ຊັ້ນຕົ້ນ ໃນນັ້ນໃນຂະແໜງຄື ປັນຍາປະດິດ ອອກແບບຊິບ ເຄື່ອງຊັກນຳໄຟຟ້າ ພະລັງງານອັດສະລິຍະ ເສດຖະກິດໝູນວຽນ ແລະ ອື່ນໆ ນີ້ແມ່ນທິດກ້າວເດີນນຳໜ້າແທດເໝາະກັບການກຳນົດທິດຂອງນະຄອນຫຼວງ ຮ່າໂນ້ຍ ແລະ ທົ່ວປະເທດ ໃນໄລຍະຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ ອານຈານ ຟ້າມຊວັນແຄັ໊ງ ໃຫ້ຮູ້ຕໍ່ໄປວ່າ:
ື “ເຕັກໂນໂລຊີສູງ ບໍ່ພຽງແຕ່ແມ່ນອະນາຄົດພັດທະນາຂອງໂຮງຮຽນເທົ່ານັ້ນ ຫາກຍັງແມ່ນອະນາຄົດຂອງການພັດທະນາບັນດາຂະແໜງອຸດສາຫະກຳອີກດ້ວຍ. ຍ້ອນເຫດນີ້ເອງທັງໂຮງຮຽນໄດ້ສຸມໃສ່ບຳລຸງສ້າງຊັບພະຍາກອນມະນຸດທີີ່ມີທັກສະວິຊາຊີບ ແຕ່ຢູ່ໃນບັນດາຂົງເຂດເຕັກໂລໂນຊີສູງ ມີສີມືການຊ່າງ, ມີລະບຽບວິໄນ ພິເສດມີຄວາມສາມາດຕອບສະໜອງຕາມການພັດທະນາຂອງບັນດາຂະແໜງອຸດສາຫະກຳ ເຊິ່ງນະຄອນ ແລະ ເຂດເສດຖະກິດຈຸດສຸມພາກເໜືອມີຄວາມສົນໃຈ”.
ປັດຈຸບັນທາງໂຮງຮຽນໄດ້ເຊັນສັນຍາຮ່ວມມືກັບສະຫະສາມະຄົມວິສາຫະກິດ ແລະ ບັນດາວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດຫຼາຍກວ່າ 400 ແຫ່ງ ເຊິ່ງພົ້ນເດັ່ນແມ່ນໂຄງການບຳລຸງສ້າງນັກສຶກສາ 800 ຄົນ ໃຫ້ແກ່ກຸ່ມບໍລິສັດ ຮານວາ ຂອງສາທາລະນະລັດ ເກົາຫຼີ ເຊິ່ງແມ່ນໜຶ່ງໃນຈຳນວນ 7 ກຸ່ມບໍລິສັດເສດຖະກິດໃຫຍ່ຂອງສາທາລະນະລັດ ເກົາຫຼີ ບັນດາໂຄງການບຳລຸງສ້າງນັກສຶກສາ1.000 ຄົນ ໃຫ້ແກ່ ຫວຽດເທວ ແທັ່ງລັອງ ຮຶງທິ້ງ ເຊິ່ງແມ່ນບັນດາສັນຍາບຳລຸງສ້າງ ໄດ້ຊ່ວຍໃຫ້ນັກສຶກສາສາມາດເຂົ້າເຖິງສະພາບແວດລ້ອມເຮັດວຽກຕົວຈິງ ຝຶກຝົນທັກສະ ແລະ ລະບຽບວິໄນທາງດ້ານວິຊາຊີບ ທ່ານ ນາງ ບຸ່ຍທິເຮື່ອງ ຮອງຜູ້ອຳນວຍການ ເອັມບີເທັກ ຫວຽດນາມ ໃຫ້ຮູ້ວ່າ:
“ໂຮງຮຽນວິທະຍາໄລເຕັກໂນໂລຊີສູງ ປັດຈຸບັນພວມແມ່ນຈຸດໃຈກາງຂອງຄວາມສົນໃຈຂອງບັນດຜູ້ຄັດເລືອກ. ນັກຮຽນຢູ່ທີ່ນີ້ພາຍຫຼັງຮຽນຈົບ ບໍ່ພຽງແຕ່ມີລະດັບຄວາມຮູ້ດ້ານວິຊາສະເພາະເທົ່ານັ້ນ, ບັນດາເພື່ອນຍັງມີຄວາມເກັ່ງກ້າທາງດ້ານທັກສະ ແລະ ເມື່ອວິສາຫະກິດສົມທົບກັບໂຮງຮຽນກໍ່ຈະໜູນຊ່ວຍບັນດານັກຊ່ຽວຊານ ພວກກັບລະບົບເຄື່ອງຈັກທັນສະໄໝ. ບັນດາເພື່ອນນັກຮຽນຈະໄດ້ຮັບການໜູນຊ່ວຍ ແຕ່ 70% ຫາ 100% ຄ່າຮຽນໃນຕະຫຼອດໄລຍະບຳລຸງກໍ່ສ້າງ”.
ພ້ອມກັບການຍົກສູງຄຸນນະພາບບຳລຸງກໍ່ສ້າງ ເປີດກວ້າງການຮ່ວມມືກັບບັນດາກຸ່ມບໍລິສັດວິສາຫະກິດ ໂຮງຮຽນວິທະຍາໄລເຕັກໂນໂລຊີສູງ ຮ່າໂນ້ຍ ຍັງກາຍເປັນຫົວໜ່ວຍເປັນເຈົ້າພາບຈັດບັນດາງານແຂ່ງຂັນວິຊາຊີບຄັ້ງຕ່າງໆ ໂດຍພາຍໃຕ້ການນຳພາ ແລະ ຊັກຈູງຢ່າງສຸດຈິດສຸດໃຈ ແລະ ມີວິທະຍາສາດຂອງອາຈານ ນັກສຶກສາຂອງໂຮງຮຽນ ໄດ້ສາມາດຮັບຫຼຽນຄຳ ຫຼຽນເງິນ ຫຼຽນທອງຫຼາຍຫຼຽນທີ່ເອຊຽນສະກີນ ແລະ ບັນດາໃບຢັ້ງຢືນທັກສະອາຊີບທີ່ເດັ່ນສາກົນ ອ້າຍ ຮວ່າງບິ່ງ ອະດີດນັກສຶກສາສັງກັດໂຮງຮຽນວິທະຍາໄລເຕັກໂນໂລຊີສູງ ຮ່າໂນ້ຍ ແບ່ງປັນວ່າ:
“ຂ້າພະເຈົ້າແມ່ນໜຶ່ງໃນບັນດານັກຮຽນຊຸດທຳອິດຂອງໂຮງຮຽນ. ໄດ້ຮັບການແນະນຳ ບອກສອນຈາກອາຈານໂດຍກົງ ກ່ຽວກັບຂົງເຂດເອເລັກໂຕນິກ. ພາຍຫຼັງບົດຮຽນ ບົດສອນຂອງອາຈານ ຂ້າພະເຈົ້າຄ່ອຍໆສາມາດເຂົ້າໃຈການກ່ຽວກັບຂົງເຂດນີ້ຫຼາຍກວ່າ ແລະ ປັດຈຸບັນຂ້າພະເຈົ້າໄດ້ກາຍເປັນນາຍຊ່າງທີ່ມີລະດັບເຮັດວຽກຢູ່ເຂດອຸດສາຫະກຳໃນແຂວງ ຮຶງອຽນ”.
ເກືອບ 40 ປີ ທີ່ໄດ້ມີຄວາມຜູກພັນກັບພາລະກິດການສຶກສາ ດ້ວຍຄວາມສຸດຈິດສຸດໃຈມີຫົວຄິດປະດິດສ້າງ ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງຂອງອາຈານ ດີເດັ່ນ, ປອ ຟ້າມຊວັນແຄັ໊ງ ໄດ້ຮັບຫຼຽນໄຊຊັ້ນສອງ ຊັ້ນສາມ ຈາກປະທານປະເທດ ໄດ້ຮັບນາມມະຍົດນັກຮົບແຂ່ງຂັນທົ່ວປະເທດ ປີ 2025 ຈາກນາຍົກລັດຖະມົນຕີ ແລະ ພິເສດກວ່ານັ້ນ ໂຮງຮຽນວິທະຍາໄລເຕັກໂນໂລຊີສູງ ຮ່າໂນ້ຍ ຂອງທ່ານຍັງໄດ້ຮັບການວາງແຜນກຳນົດຈາກນາຍົກລັດຖະມົນ ກາຍເປັນສູນກາງບບຳລຸງສ້າງຊັບພະຍາກອນມະນຸດຄຸນນະພາບສູງໃຫ້ແກ່ນະຄອນ ແລະ ເຂດເສດຖະກິດຈຸດສຸມພາກເໜືອ.
Kim Lieu