(VOVWORLD) -ທອງແມ່ນວັດຖຸທີ່ລື້ງເຄີຍກັບຊາວ ຫວຽດນາມ ຜ່ານຮູບຫຼໍ່, ຮູບແກະຄວັດສະຫຼັກ ຫຼື ເຄື່ອງໃຊ້ໃນຄອບຄົວຄື ພາເຂົ້າ, ກະຕິກນ້ຳເຮັດດ້ວຍທອງ ແລະ ເຄື່ອງປະດັບປະດາ… ມີນັກສິລະປະການໜຸ່ມຄົນໜຶ່ງພວມສ້າງຜະລິດຕະພັນເຮັດດ້ວຍທອງ ດ້ວຍການແກະຄວັດສະຫຼັກ ແຫວນ ຫຼື ສາຍຄໍ… ຢ່າງລະອຽດອ່ອນ. ນັ້ນແມ່ນອ້າຍ ຫງວຽນດຶກແອັງ ນັກສິລະປະການໜຸ່ມຢູ່ບ້ານ ດ້າຍບ໊າຍ ເມືອງ ຢາບິ່ງ ແຂວງ ບັກນິງ ເຊິ່ງແມ່ນໜຶ່ງໃນບັນດາອູ່ໃຫ້ກຳເນີດອາຊີບຫຼໍ່ທອງຢູ່ ຫວຽດນາມ ທີ່ມີມາກ່ອນນີ້ກວ່າ 800 ປີ.
ນັກສິລະປະການໜຸ່ມ ຫງວຽນດຶກແອັງ |
ອ້າຍຫງວຽນດຶກແອັງ ເວົ້າວ່າ:
“ຂ້າພະເຈົ້າໄດ້ກຳເນີດ ແລະ ໃຫຍ່ຂຶ້ນໃນໝູ່ບ້ານອາຊີບຫັດຖະກຳ ເຊິ່ງໄດ້ລື້ງເຄີຍກັບສຽງເຈາະ ສຽງເຄາະຂອງພໍ່. ອາຊີບນີ້ແມ່ນອາຊີບສືບທອດໃນວົງຕະກຸນ ທັງແມ່ນອາຊີບຫັດຖະກຳຂອງໝູ່ບ້ານໄດ້ຊຶມເລິກເຂົ້າໃນຫົວໃຈຂອງຊາວບ້ານ. ຂ້າພະເຈົ້າມີຄວາມຫວັງວ່າ ອາຊີບຫັດຖະກຳນີ້ຈະຂະຫຍາຍຕົວຢ່າງແຂງແຮງ ແລະ ເປັນໝູ່ບ້ານທີ່ມີຊື່ສຽງ ແລະ ຂ້າພະເຈົ້າຢາກຮັກສາມູນເຊື້ອຂອງໝູ່ບ້ານ”.
ໂດຍບໍ່ເດີນຕາມແບບວິທີການຜະລິດຄື ປູ່ຍ່າຕາຍາຍ, ດຶກແອັງ ປີນີ້ອາຍຸ 35 ປີ ໄດ້ຊອກຫາທິດກ້າວເດີນໃໝ່ສະເພາະໃຫ້ແກ່ຕົນເອງ. ລາວໄດ້ມຸ່ງໄປສູ່ບັນດາຜະລິດຕະພັນນ້ອຍ, ເບົາ ແຕ່ມີລັກສະນະນຳໃຊ້ໃນຊີວິດປະຈຳວັນ. ຜະລິດຕະພັນແຕ່ລະຢ່າງຄື ພາເຂົ້າ, ພາບ, ໂຖ, ໂຄມໄຟ… ກໍ່ລ້ວນແຕ່ຖືກເຮັດແບບຫັດຖະກຳທີ່ເປັນເອກະລັກ ແລະ ລະອຽດອ່ອນໃນແຕ່ລະລາຍລະອຽດ. ພ້ອມກັນນັ້ນກໍ່ມີຜະລິດຕະພັນເຄື່ອງເອ້ຢ້ອງເຮັດແບບຫັດຖະກຳຄື ປະລັກແຂນ ປະລັກຄໍ ຕຸ້ມຫູ ແຫວນ, ຮູບແກະຄວັດສະຫຼັກເຮັດດ້ວຍທອງ. ຜະລິດຕະພັນເຫຼົ່ານີ້ ບໍ່ພຽງແຕ່ມີຄວາມງາມແບບປະເພນີເທົ່ານັ້ນ ຫາກຍັງມີລັກສະນະຄວາມປານີດທັນສະໄໝ ແທດເໝາະກັບໄວໜຸ່ມ. ດຶກແອັງ ໃຫ້ຮູ້ຕື່ມອີກວ່າ:
“ລວດລາຍທັງໝົດທີ່ເຮົາຊອກຫາໄດ້ ໃນບັນດາເອກະສານບູຮານ ພຽງແຕ່ແມ່ນຮູບ 2D ເທົ່ານັ້ນ ເຊິ່ງໄດ້ເຮັດໃຫ້ຜະລິດຕະພັນບໍ່ມີລວງເລິກ. ເມື່ອເຮົາຜະລິດອອກຜະລິດຕະພັນນັ້ນ ເຮົາກໍ່ຕ້ອງເຈາະ ຕ້ອງຕີແກະຄວັດສະຫຼັກເພື່ອໃຫ້ຜະລິດຕະພັນມີວິນຍານ. ສຳລັບເຕັກນິກການແກະຄວັດສະຫຼັກ ກໍ່ແມ່ນເຕັກນິກຍາກພໍສົມຄວນ ຕ້ອງແກະຄວັດສະຫຼັກຢ່າງສະເໝີ ຈຶ່ງຈະມີຮູບງາມ”.
ໃນຍຸກທັນສະໄໝ ເຊິ່ງວັດຖຸສິ່ງຂອງທຸກຢ່າງກໍ່ລ້ວນແຕ່ເຮັດດ້ວຍເຄື່ອງຈັກ, ກໍ່ຍ້ອນຄວາມບໍ່ສົມບູນຈາກການແກະຄວັດສະຫຼັກດ້ວຍມື ໄດ້ກາຍເປັນຂີດໝາຍຕ່າງຫາກ, ນັ້ນແມ່ນຄວາມງາມຖືກສ້າງຂຶ້ນ ໂດຍສອງຝາມືຂອງນາຍຊ່າງ ດ້ວຍຄວາມມານະອົດທົນ ແລະ ຄວາມຮັກອາຊີບ. ຕ໊ວນແອັງ ໃຫ້ຮູ້ຕື່ມອີກວ່າ:
“ຂ້າພະເຈົ້າມຸ່ງໄປສູ່ວັດທະນະທຳຂອງຊາດ ດັ່ງນັ້ນບັນດາວາດແຕ້ມຈາກສະໄໝລາດຊະວົງ ຮຸ່ງ, ລາດຊະວົງຫຼີ, ເຈິ່ນ, ເລ, ຂ້າພະເຈົ້າລ້ວນແຕ່ພະຍາຍາມຄົ້ນຄວ້າ ແລະ ໜູນໃຊ້ເຂົ້າໃນຜະລິດຕະພັນຄື ຄ້ອງບັ້ງດົງເຊີນ ຫຼື ບັນດາລວດລາຍດອກບົວ, ນົກຍາງ, ຕົວໜັງສືຫວຽດເດີມ ຫຼື ລວດລາຍທຳມະຊາດ”.
ດ້ວຍຄວາມຫວັງຢາກພິຊິດຕະຫຼາດຢູ່ພາຍໃນປະເທດ ພິເສດແມ່ນໄວໜຸ່ມ, ດຶກແອັງ ແລະ ເພື່ອນຮ່ວມງານໄດ້ສ້າງເຄື່ອງໝາຍເຄື່ອງເອ້ຢ້ອງທອງ Tonkin Craft. ເຄື່ອງເອ້ຢ້ອງແຕ່ລະຢ່າງ ກໍ່ລ້ວນແຕ່ມີການແນະນຳກ່ຽວກັບຕົ້ນກຳເນີດຄວາມໝາຍ ແລະ ແຫຼ່ງບັນດານໃຈອອກແບບ. ນ້ອງເຈືອງເຮືອງຢາງ ນັກສຶກສາ ສະຖາບັນການຕ່າງປະເທດ ເປີດເຜີຍວ່າ:
“ໃນໄລຍະທີ່ຈະມາເຖິງຂ້າພະເຈົ້າຈະເຂົ້າຮ່ວມເຫດກາການພົບປະແລກປ່ຽນວັດທະນະທຳ ຫວຽດນາມ ກັບ ຍີ່ປຸ່ນ, ເຮົາຈະໄປ Tonkin Craft ເພື່ອເລືອກເອົາເຄື່ອງເອ້ຢ້ອງທີ່ແທດເໝາະກັບຊຸດເສື້ອຍາວປະເພນີ. ຜະລິດຕະພັນຢູ່ທີ່ນີ້ແມ່ນລະອຽດອ່ອນ ບໍ່ພຽງແຕ່ມີຄວາມງາມເທົ່ານັ້ນ ເຄື່ອງເອ້ຢ້ອງແຕ່ລະຢ່າງຍັງມີຄວາມເປັນເອກະລັກສະເພາະທາງດ້ານວັດທະນະທຳຂອງ ຫວຽດນາມ ອີກດ້ວຍ”.
ດ້ວຍບັນດາຜະລິດຕະພັນທີ່ເປັນເອກະລັກເຮັດດ້ວຍທອງຂອງນັກສິລະປະການ ດຶກແອັງ ນັ້ນ, ອາຊີບຫຼໍ່ທອງຫັດຖະກຳ ຫວຽດນາມ ອີກເທື່ອໜຶ່ງໄດ້ຢັ້ງຢືນເຄື່ອງໝາຍຂອງຕົນ ເຊິ່ງບໍ່ພຽງແຕ່ແມ່ນຜະລິດຕະພັນເຄື່ອງເອ້ຢ້ອງເຮັດດ້ວຍທອງເທົ່ານັ້ນຫາກຍັງຊ້ອນແຝງຄວາມຮັກອາຊີບ ຄວາມເມົາມົວຂອງນັກສິລະປະການໜຸ່ມ ດຶກແອັງ ອີກດ້ວຍ.