ນັກສະຖາປະນິກ ຈຸງມາຍ ເລືອກເອົາລັກສະນະແທດເໝາະໃຫ້ຕົວເມືອງໃນອະນາຄົດ

(VOVWORLD) -ໂດຍບໍ່ເດີນຕາມທິດກໍ່ສ້າງແບບເລັ່ງລັດໃຫ້ສົມບູນດ້ວຍບັນດາກິດຈະກຳປຸກສ້າງໃໝ່, ນັກສະຖາປະນິກ ຈຸງມາຍ ໄດ້ເລືອກເອົາວິທີຮັບຟັງຈັງຫວະການດຳລົງຊີວິດຢູ່ເຂດຕົວເມືອງ ເພື່ອຫັນບັນດາທີ່ສັບສົນກາຍເປັນວິທີການແກ້ໄຂ. ສຳລັບ ຈຸງມາຍ ແລ້ວ, ນັກສະຖາປະນິກແຕ່ລະຄົນຕ້ອງການມີນະຄອນສະເພາະຂອງຕົນ ແລະ ອ້າຍໄດ້ເລືອກເອົາ ຮ່າໂນ້ຍ ແມ່ນແຫ່ງເພື່ອປະດິດຄິດສ້າງ ແລະ ນຳຄຸນຄ່າມາສູ່ວົງຄະນາຍາດ
ນັກສະຖາປະນິກ ຈຸງມາຍ ເລືອກເອົາລັກສະນະແທດເໝາະໃຫ້ຕົວເມືອງໃນອະນາຄົດ - ảnh 1ນັກສະຖາປະນິກ ຈຸງມາຍ

      ນັກສະຖາປະນິກ ຈຸງມາຍ ຊື່ແທ້ວ່າແມ່ນ ມາຍຮຶງຈຸງ ແມ່ນນັກສະຖາປະນິກຄົນອາຊີທຳອິດໄດ້ຮັບລາງວັນ ເອີໂຣປານ ເຊິ່ງແມ່ນລາງວັນວາງແຜນຜັງສະຖາປັດຕະຍາກຳໃຫຍ່ທີ່ສຸດຢູ່ ເອີລົບ ທີ່ສະຫງວນໃຫ້ແກ່ບັນດານັກສະຖາປະນິກໄວຕ່ຳກວ່າ 40 ປີ ໃນສາມປີລຽນຕິດຄືປີ 2019, 2021 ແລະ 2023 ພາຍຫຼັງດຳລົງຊີວິດ ຮ່ຳຮຽນ ແລະ ເຮັດວຽກຢູ່ ເອີລົບ ເປັນເວລາ 14 ປີ ຈຸງມາຍ ໄດ້ກັບຄືນ ຫວຽດນາມ ໃນປີ 2023  ດ້ວຍຄວາມຫວັງຢາກຫັນບັນດາກິດຈະກຳ ສະຖາປັດຕະນະກຳພວມມີບັນຫາກາຍເປັນສະຖານທີ່ມີຄຸນຄ່າ ແລະ ເປັນໜ້າດຳລົງຊີວິດ ນັກສະຖາປະນິກ ຈຸງມາຍ ໃຫ້ຮູ້ວ່າ:

 “ກິດຈະກຳສະຖາປັດຕະຍະກຳໄດ້ຮັບການຕີລາຄາສູງ ຫຼື ບໍ່ໃນຈຸດເວລາປັດຈຸບັນ ບໍ່ແມ່ນອີງໃສ່ຄວາມງາມເທົ່ານັ້ນ ຫາກຍັງແມ່ຍເລື່ອງລາວ ແລະ ສານຢູ່ທາງຫຼັງຂອງມັນ. ສະຖາປັດຕະຍະກຳສາມາດແກ້ໄຂບັນຫາສັງຄົມໂດຍຜ່ານສານເຫຼົ່ານີ້. ການນຳສະຖາປັດຕະຍະກຳສີຂຽວເຂົ້າໃນຕົວເມືອງທີ່ຄັບແຄບ ແລະ ຖືກມົນລະພິດຢູ່ ຮ່າໂນ້ຍ ກໍ່ປຽບເໝືອນຮ່າງກາຍຄົນໜຶ່ງພວມຕິດພະຍາດ ແລະ ສະຖາປັດຕະຍະກຳກໍ່ແມ່ນຢາປົວພະນາດ”.

ຢູ່ນະຄອນຫຼວງຮ່າໂນ້ຍ, ທາງຍ່າງຖືກນຳໃຊ້ດ້ວຍຫຼາຍຈຸດປະສົງໃນຊຸມເວລາແຕກຕ່າງກັນໃນມື້ຫຼືບໍລິເວນໃນເຂດເຮືອນລວມເກົ່າຖືກສ້ອມແປງບໍ່ຕາມກົດໝາຍ ທຸກສິ່ງຄິດວ່າຈະໃຫ້ ຮ່າໂນ້ຍບໍ່ເປັນລະບຽບ ແຕ່ໃນນັ້ນພັດຊ້ອນແຝງວິທີການແກ້ໄຂໃນເຂດຕົວເມືອງໃນອະນາຄົດ ນັກສະຖາປະນິກ ຈຸງມາຍ ໄດ້ເຫັນວິຖີຊີວິດຂອງຊາວ ຮ່າໂນ້ຍ ແຕ່ 100 ປີມານີ້ ໄດ້ນຳນຳໃຊ້ເຂດດຳລົງຊີວິດຂອງຕົນດ້ວຍຫຼາຍຄຸນປະໂຫຍດ ເຂົາເຈົ້າໄດ້ນຳໃຊ້ເຂດດຳລົງຊີວິດນີ້ ແບບອີງຕາມຄວາມແທດເໝາະກັບເວລາດິນຟ້າອາກາດ ແລະ ຄວາມຕ້ອງການສະເພາະຂອງຕົນ. ນັກສະຖາປະນິກ ຈຸງມາຍ ໃຫ້ຮູ້ຕື່ມອີກວ່າ:

“ສຳລັບຫຼາຍຄົນແລ້ວ ການເຄື່ອນໄຫວຢູ່ທາງຍ່າງ ຫຼື ສ້ອມແປງນຳໃຊ້ບ່ອນຫວ່າງຢູ່ເຂດເຮືອນລວມກໍ່ແມ່ນບັນຫາໜຶ່ງ ເພາະວ່າເຂົາເຈົ້າຖືກວ່າ ມັນເປັນໂສມໜ້າຂອງເຂດຕົວເມືອງທີ່ສູນເສຍຄວາມເປັນລະບຽບຮຽບຮ້ອຍ. ສຳລັບເຮົາເມື່ອດຳລົງຊີວິດຢູ່ຕ່າງປະເທດເປັນເວລາຫຼາຍປີ ກໍ່ຄິດວ່າ ມັນກໍ່ແມ່ນວິທີການແກ້ໄຂ. ໜຶ່ງໃນບັນດາຍຸດທະສາດທີ່ໂລກພວມເວົ້າເຖິງ ນັ້ນແມ່ນການນຳໃຊ້ບັນດາບໍລິເວນທີ່ມີຄຸນປະໂຫຍດຫຼາຍຢ່າງ. ນີ້ກໍ່ແມ່ນທ່າອ່ຽງໃນປັດຈຸບັນ”.

 ແຕ່ລະປີ ນັກສະຖາປະນິກ ຈຸງມາຍ ກໍ່ມີການຄົ້ນຄວ້າເພື່ອຊຸມຊົນ ເມື່ອຫາກໍ່ກັບຄືນປະເທດ ຈຸງມາຍ ໄດ້ມີຊື່ສຽງດ້ວຍໂຄງການປັບປຸງໂຮງງານລົດໄຟ ຢາເລິມ ກາຍເປັນສູນການສະແດງ ຈຸງມາຍ ແລະ ທີມງານຂອງຕົນ ໄດ່ຄົ້ນຄວ້າຢ່າງລະອຽດ ແລະ ຄາດວ່າ ໃນໄລຍະຕໍ່ໄປຈະມີຫຼາຍໂຮງງານຕື່ມອີກ ເພື່ອຫັນບໍລິເວນຖືກປະລະຮົກເຮື້ອກາຍເປັນສະຖານທີ່ມີຄຸນປະໂຫຍດຕໍ່ຊຸມຊົມ ນັກສະຖາປະນິກ ຈຸງມາຍ ກ່າວຕໍ່ໄປວ່າ:

“ເຮົາຄິດວ່າ ຄຳນິຍາມກ່ຽວກັບມໍລະດົກ ກໍ່ບໍ່ຄວນຈຳກັດໃນສະຖາປັດຕະນະກຳ ຫຼື ບັນດາກິດຈະກຳກໍ່ສ້າງເທົ່ານັ້ນ ຫາກຍັງຄິດກວ້າງອອກແມ່ນທຳມະຊາດ ແມ່ນຕົ້ນໄມ້ໃບຫຍ້າດິນ ນ້ຳ. ປັດຈຸບັນນອນຄອນສ່ວນຫຼາຍໄດ້ຖືກຫັນເປັນເບຕົງ ແລະ ສະຫງວນໃຫ້ແກ່ມະນຸດ. ບັນດາບໍລິເວນສະຫງວນໃຫ້ສັດ ແມ່ນສິ່ງທີ່ຈຳເປັນ ເຮົາກໍ່ປົກປ້ອງສິດຂອງສັດ ກໍ່ຄືຕົ້ນໄມ້ໃບຫຍ້າໃນນະຄອນ”.

ສຳລັບນັກສະຖາປະນິກ ຈຸງມາຍ, ສະຖາປັດຕະຍະກຳ ບໍ່ພຽງແຕ່ແມ່ນບັນດາກ້ອນດິນຈີ່ເບຕົງເທົ່ານັ້ນ ແຕ່ລະເຂດຕົວເມືອງພັດມີສີສັນສະເພາະ ໂດຍອີງຕາມວິຖີຊີວິດຈິນຕະນາການຂອງປະຊາຊົນປະຈຳຖິ່ນ ຢູ່ທາງຫຼັງເຮືອນຫຼັງຕ່າງໆ ກໍ່ແມ່ນບັນດາເລື່ອງລາວ ແລະ ສານຖືກຖ່າຍຖອດໃຫ້ຄົນລຸ້ນຕ່າງໆ ນັກສະຖາປະນິກຊາວ ຝຣັ່ງ ແອມມາເຣັກ ສັງກັດທິມງານຂອງ ຈຸງມາຍ ໃຫ້ຮູ້ວ່າ:

“ຢູ່ທີ່ນີ້ຂ້າພະເຈົ້າໄດ້ເຮັດຫຼາຍກິດຈະກຳໂຄງການແຕ່ຕ່າງກັນ ຈາກຕົວເມືອງຕະຫຼອດຮອດສະຖາປັດຕະຍະກຳ, ວາງສະແດງຫໍພິພິທະພັນ, ສຳລັບຂ້າພະເຈົົ້າແລ່ວ ນີ້ແມ່ນສິ່ງທີ່ເປັນໜ້າຈັບໃຈ. ພ້ອມກັນນັ້ນ ຈຸງມາຍ ກໍ່ຊ່ວຍໃຫ້ຂ້າພະເຈົ້າມີໂອກາດສ້າງແນວຄວາມຄິດໃຫ້ບັນດາໂຄງການທີ່ຂ້າພະເຈົ້າເຂົ້າຮ່ວມ. ນັ້ນແມ່ນການຄົ້ນຫາໃໝ່ຂອງຂ້າພະເຈົ້າ”

ການເລືອກເອົາ ຮ່າໂນ້ຍ ແມ່ນນະຄອນສະເພາະຂອງຕົນ ຈຸງມາຍ ໄດ້ສະແດງໃຫ້ເຫັນຄວາມຮັກດ້ວຍນະຄອນຫຼວງມີວິທີການແກ້ໄຂດ້ານສະຖາປັດຕະຍະກຳລະອຽດ ເພື່ອໃຫ້ ຮ່າໂນ້ຍ ກາຍເປັນນະຄອນທີ່ສວຍງາມທີ່ສຸດ ບັນດາແນວຄວາມສຳລັບບັນດາໂຄງການການປະດິດຄິດສ້າງແລະນຳບັນດາກິດຈະກຳ ສະຖາປັດຕະຍະກຳອອກສູ່ໂລກພາຍນອກ ນັກສະຖາປະນິກ ຈຸງມາຍ ພວມປະກອບສ່ວນຊ່ວຍເພື່ອນມິດສາກົນມີມູມມອງການສັງກັດກ່ຽວກັບສະຖາປັດຕະຍະກຳ ຫວຽດນາມ ແລະ ເລິກເຊິ່ງກວ່ານັ້ນອີກແມ່ນ ວິທີນຶກຄິດ ວິຖີຊີວິດ ວັດທະນະທຳຂອງວົງຄະນາຍາດຊຸມຊົນຢູ່ບັນດາເຂດຕົວເມືອງທັນສະໄໝຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ