(VOVWORLD) - ປອ. ສິລະປິນປະຊາຊົນ ຟ້າມທິແທັ່ງຫາກໍ່ເຖິງແກ່ມໍລະນະກຳເມື່ອວັນທີ 3 ກັນຍາ ຢູ່ ຮ່າໂນ້ຍ ລວມອາຍຸ 84 ປີ. ລາວໄດ້ອຸທິດສ່ວນຕະຫຼອດຊີວິດໃຫ້ແກ່ເວທີສະແດງ, ນາງບໍ່ພຽງແຕ່ປະໄວ້ບັນດາບົດລະຄອນທີ່ໂດດເດັ່ນໃຫ້ແກ່ຂະແໜງເວທີວະແດງ ຫວຽດນາມ ເທົ່ານັ້ນ ຫາກຍັງກໍ່ສ້າງລຸ້ນສິລະປິນທີ່ມີຄວາມເກັ່ງກ້າສາມາດອີກດ້ວຍ.
ສິລະປິນປະຊາຊົນ ຟ້າມທິແທັ່ງ |
ສິລະປິນປະຊາຊົນ ຟ້າມທິແທັ່ງ ເກີດວັນທີ 24 ກັນຍາ 1941 ໃນຄອບຄົວທີ່ມີມູນເຊື້ອມັກການຮ່ຳຮຽນ ແລະ ມີວັດທະນະທຳມາແຕ່ດົນນານຢູ່ ເຫວ້. ໂດຍໄດ້ສືບທອດພື້ນຖານວັນນະຄະດີຈາກພໍ່ ແລະ ມີສຳນຽງຂັບ ກາເຫວ້ ທີ່ອ່ອນຫວານຈາກແມ່, ນາງ ຟ້າມທິແທັ່ງ ໄດ້ຫຼໍ່ລ້ຽງຄວາມໃຝ່ຝັນເດີນຕາມເສັ້ນທາງສິລະປະນັບແຕ່ຄາວຍັງນ້ອຍ. ຄາວຍັງມີຊີວິດຢູ່, ສິລະປິນປະຊາຊົນ ຟ້າມທິແທັ່ງ ເລົ່າສູ່ຟັງວ່າ:
“ກ່ອນທີ່ຈະເດີນຕາມອາຊີບນີ້, ຂ້າພະເຈົ້າເຮັດວຽກຢູ່ສຳນັກງານຂອງພໍ່ຂ້າພະເຈົ້າຢູ່ຖານທີ່ໝັ້ນ ຫວຽດບັກ, ບໍ່ຄຳນຶງເຖິງເດີນຕາມຂະແໜງສິລະປະ, ພຽງແຕ່ຄິດວ່າ ໄປຢູ່ນຳພໍ່ເທົ່ານັ້ນ. ຂ້າພະເຈົ້າເຂົ້າຮ່ວມກອງສິລະປະວັນນະຄະດີຢູ່ສຳນັກງານຂອງພໍ່ໃນໂອກາດວັນບຸນ ຫຼື ບຸນເຕັດ. ພວກອາວອາໄດ້ບອກຫຼານວ່າ ມີພອນສະຫວັນ ແລະ ຈະໃຫ້ຢູ່ໃນກອງສິລະປະວັນນະຄະດີ. ເມື່ອຂ້າພະເຈົ້າໄປຮຽນຢູ່ລັດເຊຍ ແລ້ວກໍ່ກັບຄືນມາ ຫວຽດນາມ, ຂ້າພະເຈົ້າຢາກສ້າງຕັ້ງໂຮງລະຄອນໃຫ້ໄວໜຸ່ມ, ດັ່ງນັ້ນຂ້າພະເຈົ້າໄດ້ໂອ້ລົມກັບນາງ ຮ່າເຍິນ ຜູ້ຮັບຜິດຊອບກົມສິລະປະກຳ ແລະ ນາງ ຮ່າເຍິນ ໄດ້ສະໜັບສະໜູນຕໍ່ຂໍ້ສະເໜີໃຫ້ສ້າງຕັ້ງໂຮງລະຄອນໄວໜຸ່ມ”.
ປີ 1987 ແຜນສ້າງຕັ້ງໂຮງລະຄອນໄວໜຸ່ມໄດ້ຮັບຄວາມເຫັນດີ ອັນໄດ້ເປີດສັງກາດໃໝ່ໃຫ້ແກ່ເວທີສະແດງລະຄອນ ຫວຽດນາມ. ຈາກຜູ້ສະໝັກເຂົ້າຮ່ວມການຄັດເລືອກຫຼາຍກວ່າ 1.200 ຄົນ, ນາງ ແທັ່ງ ໄດ້ເລືອກເອົາແບບຢ່າງໜຸ່ມ 20 ຄົນ. ກໍ່ຍ້ອນຊຸດບຳລຸງສ້າງນັ້ນໄດ້ໃຫ້ກຳເນີດບັນດານັກສິລະປິນທີ່ມີຊື່ສຽງ ແລະ ສ້າງເຄື່ອງໝາຍໃຫ້ແກ່ໂຮງລະຄອນໄວໜຸ່ມ. ສິລະປິນດີເດັ່ນ ຈີ໊ຈຸງ ອະດີດຫົວໜ້າໂຮງລະຄອນໄວໜຸ່ມໃຫ້ຮູ້ວ່າ:
“ບັນດານັກສິລະປິນທີ່ມີຊື່ສຽງຄື ເລແຄັງ, ລານເຮືອງ, ຫງອກຮວ່ຽນ… ກໍ່ລ້ວນແຕ່ໄດ້ຮັບການບອກສອນຈາກນາງ ແທັ່ງ. ພວກຂ້າພະເຈົ້າມີພາລະກິດໄດ້ຄືວັນນີ້ ກໍ່ຍ້ອນຄຸນງາມຄວາມດີຂອງນາງ ແທັ່ງ ໄດ້ສ້າງຂຶ້ນໃຫ້ແກ່ພວກຂ້າພະເຈົ້າ”.
ສ່ວນສິລະປິນປະຊາຊົນ ເລແຄັງ ອະດີດຮອງຫົວໜ້າໂຮງລະຄອນໄວໜຸ່ມ ເປີດເຜີຍວ່າ:
“ບັນດາລູກສິດຄືຂ້າພະເຈົ້າກໍ່ປຽບເໝືອນພວກລູກທີ່ນາງ ແທັ່ງ ໄດ້ບອກສອນຊ່ວຍເຫຼືອນັບແຕ່ໄລຍະທຳອິດ. ນາງ ແທັ່ງ ປຽບເໝືອນເອື້ອຍຄູທີ່ຫາຍາກ, ເຖິງວ່າມີອາຍຸສູງແຕ່ເພິ່ນກໍ່ຍັງໄປສອນເປັນເພື່ອນຮ່ວມງານສ້າງຫຼາຍໂຄງການສິລະປະ. ພວກຂ້າພະເຈົ້າຖືເອື້ອຍຄູ ແທັ່ງ ຄືດັ່ງຜູ້ເປັນແມ່”.
ຄາວຍັງມີຊີວິດຢູ່ນັ້ນ ສິລະປິນປະຊາຊົນ ຟ້າມທິແທັ່ງ ຍັງດຳລົງຫຼາຍຕຳແໜງສຳຄັນຄື ຫົວໜ້າໂຮງລະຄອນໄວໜຸ່ມ, ຮອງຫົວໜ້າກົມສິລະປະກຳ, ຮອງປະທານສະຫະສະມາຄົມ Unesco ຫວຽດນາມ, ປະທານສະຫະສະມາຄົມເວທີສະແດງສາກົນທີ່ສະຫງນໃຫ້ເດັກ ແລະ ຜູ້ຊົມໜຸ່ມຢູ່ ຫວຽດນາມ… ໃນພາລະກິດຂອງຕົນນາງ ແທັ່ງ ໄດ້ຈັດສ້າງຫຼາຍກວ່າ 200 ບົດລະຄອນ ໃນນັ້ນເກືອບ 20 ບົດລະຄອນໄດ້ຮັບຫຼຽນຄຳທີ່ງານປະກວດເວທີສະແດງທົ່ວປະເທດ. ນາງຍັງເປັນຜູ້ກຳກັບການສະແດງບັນດາງານບຸນເຫດການທີ່ສຳຄັນຍິ່ງຂອງປະເທດຊາດຄື ພິທີສະເຫຼີມສະຫຼອງ 990 ປີແຫ່ງວັນທັງລັອງ - ຮ່າໂນ້ຍ, Festival ເຫວ້, ງານບຸນວິຫານ ຮຸ່ງ, ຊີເກມ 22… ສິລະປິນປະຊາຊົນ ລານເຮືອງ ອະດີດຫົວໜ້າກອງລະຄອນໂຮງລະຄອນໄວໜຸ່ມ ໃຫ້ຮູ້ວ່າ:
“ນາງ ແທັ່ງ ແມ່ນຜູ້ກຳກັບການສະແດງທີ່ມີຄວາມເກັ່ງກ້າສາມາດ. ສຳລັບໂຮງລະຄອນໄວໜຸ່ມແລ້ວນາງກໍ່ມີຄຸນງາມຄວາມດີອັນໃຫຍ່ຫຼວງ ຍ້ອນວ່າບົດລະຄອນທັງໝົດທີ່ນາງເປັນຜູ້ກຳກັບການສະແດງກໍ່ໄດ້ຮັບຫຼຽນຄຳ. ນາງພ້ອມກັບນາງ ຮ່າເຍິນ ສ້າງເຄື່ອງໝາຍໃຫ້ແກ່ໂຮງລະຄອນໄວໜຸ່ມ ແລະ ຊ່ວຍໃຫ້ລຸ້ນຂ້າພະເຈົ້າມີ 10 ຄົນປະສົບຜົນສຳເລັດໃນເວທີສະແດງ ແລະ ນັບທັງຂົງເຂດຮູບເງົາ”.
ສິລະປິນປະຊາຊົນ ຟ້າມທິແທັ່ງ ບໍ່ພຽງແຕ່ແມ່ນສິລະປິນທີ່ມີຄວາມເກັ່ງກ້າສາມາດເທົ່ານັ້ນ, ນາງຍັງແມ່ນຜູ້ກໍ່ສ້າງຖັນແຖວສິລະປິນຫຼາຍລຸ້ນຄົນ ຊ່ວຍເວທີສະແດງ ຫວຽດນາມ ມີຖັນແຖວສິລະປິນທີ່ມີຊື່ສຽງຕື່ມອີກ.