ສະຖາບັນການປົກຄອງ ສັງກັດສະຖາບັນການເມືອງ ການປົກຄອງແຫ່ງຊາດໂຮ່ຈິມິນ ມີໂຄງການຮ່ວມມືກັບ ສປປລາວ ເພື່ອແນໃສ່ບຳລຸງສ້າງ ແລະຍົກລະດັບຄວາມຮູ້ກ່ຽວກັບການຄຸ້ມຄອງລັດ ໃຫ້ແກ່ບັນດາພະນັກງານຊັ້ນກາງ ແລະຊັ້ນສູງຂອງລາວ ກໍຄືບຳລຸງສ້າງປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກດ້ານການປົກຄອງ… ນັບແຕ່ປີ 1999 ມາຮອດປະຈຸບັນ, ໄດ້ມີສຳມະນາກອນລາວນັບຮ້ອຍໆຄົນ ໄດ້ຮັບການບຳລຸງສ້າງຢູ່ສະຖາບັນ. ພາຍຫລັງກັບເມືອປະເທດ ມີຫຼາຍຄົນໄດ້ຮັບຕຳແໜ່ງ ການນຳຂັ້ນສູງ ແລະເຄື່ອນໄຫວຢ່າງມີປະສິດທິຜົນໃນຂົງເຂດວຽກງານຂອງຕົນ.
ຊຸດບຳລຸງສ້າງໄລຍະສັ້ນກ່ຽວກັບຄວາມຮູ້ດ້ານການຄຸ້ມຄອງລັດ ໃຫ້ແກ່ບັນດາພະນັກງານລາວເຄີຍຈັດຂຶ້ນໃນໄລຍະເວລາ 3 ເດືອນ. ບັນດານັກສຳມະນາກອນທັງໄດ້ຮຽນທິດສະດີ, ທັງໄດ້ລົງຕົວຈິງຢູ່ແຂວງ, ນະຄອນຈຳນວນໜື່ງຂອງຫວຽດນາມ. ນາງບົວຈັນ, ຢູ່ແຂວງຫຼວງພະບາງ, ສຳມະນາກອນຊຸດທີ່ 13 ໃຫ້ຮູ້ວ່າ: ຊຸດຮຽນນີ້ມີຄວາມໝາຍຢ່າງແທ້ຈິງ, ໄດ້ຊ່ວຍໃຫ້ລາວມີຄວາມເຂົ້າໃຈຕື່ມອີກກ່ຽວກັບຂົງເຂດວິຊາສະເພາະຂອງຕົນ: ມາຝຶກອົບຮັມເທື່ອນີ້ຂໍໄດ້ຄວາມຮູ້ໃໝ່, ໂດຍສະເພາະ: ທີ່ໜຶ່ງແມ່ນເວົ້າເຖິງການບໍລິການວຽກງານຢູ່ຕາມສຳນັກງານ, ການຄຸ້ມຄອງລັດຖະກອນຢູ່ຫວຽດນາມ ແລະ ຢູ່ລາວແຕກຕ່າງກັນຄືແນວໃດ? ມີການສົມທຽບກັນໃໝ່ໆ ຫລາຍຢ່າງ. ນອກຈາກນັ້ນກ່ຽວກັບການພັດທະນາເສດຖະກິດສັງຄົມ ເຊິ່ງສຳຄັນແມ່ນທາງດ້ານເຕັກໂນໂລຢີ ເຊິ່ງທຽບຫວຽດນາມ ກັບ ລາວເຮົາ ຫວຽດນາມຍັງດີກ່ວາເຮົາຫຼາຍ. ຈຸດພິເສດທີ່ສຸດແມ່ນເວົ້າເຖິງການວາງແຜນພັດທະນາເສດະກິດສັງຄົມ ຂອງຫວຽດນາມ, ທີ່ 2 ແມ່ນ ເວົ້າເຖິງລະບຽບ, ກົດລະບຽບ, ກົດໝາຍ, ນິຕິກຳ ຫລາຍໆຢ່າງ ເມື່ອທຽບກັບລາວ ແມ່ນສົມບຸນຫຼາຍກ່ວາ, ນັ້ນແມ່ນບັນດາສິ່ງທີ່ມີຄວາມພິເສດ ແລະ ມີຄວາມສົນໃຈ ເພາະວ່າມັນມີຄວາມສຳຄັນກ່ຽວກັບການເຖິງການຄຸ້ມຄອງມະນຸດ
ອ້າຍໄຊດວງຕາ ໄຊວຸດ ຢູ່ແຂວງໄຊຍະບູລີແບ່ງປັນວ່າ: ຊຸດຮຽນບຳລຸງສ້າງຢູ່ສະຖາບັນປົກຄອງໄດ້ປະກອບຄວາມຮູ້ກ່ຽວກັບການຄຸ້ມຄອງຂອງຫວຽດນາມໃນໄລຍະປ່ຽນແປງໃໝ່ໃຫ້ແກ່ອ້າຍ ແລະສຳມະນາກອນອື່ນໆ:ເຊື່ອໝັ້ນວ່າພະນັກງານພວກເຮົາທີ່ໄດ້ໃຫ້ການຮ່ຳຮຽນ, ຝຶກອົບຮົມສຸດນີ້ຈະສາມາດຍົກລະດັບຄວາມຮູ້, ຈະນຳເອົາໄດ້ຄວາມຮູ້ຈາກການຮຽນຊຸດນີ້ໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງ ເຂົ້າໃນໜ້າທີ່, ຄວາມຮັບຜິດຊອບຢູ່ທ້ອງຖິ່ນຂອງຕົວເອງດີຂຶ້ນ. ໂຄງການດັ່ງກ່າວນີ້ແມ່ນໂຄງການໜຶ່ງທີ່ດີເຊິ່ງພັກ ແລະ ລັດຖະບານຂອງລາວ ແລະ ຫວຽດນາມຕົກລົງ ໄດ້ເຊັນສັນຍາກັນ ເພື່ອຍົກລະດັບຄວາມຮູ້ໃຫ້ແກ່ການນຳພະນັກງານຂັ້ນທ້ອງຖິ່ນກໍ່ຄືຂັ້ນສູນກາງ.
ໃນຫຼາຍປີຜ່ານມາ, ທາງສະຖາບັນການປົກຄອງ ແລະບັນດາຄູອາຈານຍາມໃດກໍມີການພົວພັນຢ່າງໃກ້ສິດສະໜິດແໜ້ນກັບບັນດານສຳມະນາ ກອນ, ນັກສຶກສາລາວ, ເພື່ອຕອບສະໜອງຄວາມຕ້ອງການທັງດ້ານວັດຖຸ ແລະຈິດໃຈ, ຊ່ວຍໃຫ້ສຳມະນາກອນລາວບັນລຸໄດ້ຜົນງານທີ່ດີທີ່ສຸດ. ຮອງສາດສະດາຈານ, ດຣ ລືວກຽນແທງ, ຮອງຜູ້ ອຳນວຍການສະຖາບັນການປົກຄອງໃຫ້ຮູ້ວ່າ: ທາງສະຖາບັນໄດ້ສົ່ງພະນັກງານທີ່ມີປະສົບກັານເຂົ້າຮ່ວມການສິດສອນ ແລະຊ່ວຍເຫຼືອບັນດາສຳມະນາກອນລາວ:
“ນອກຈາກໄດ້ຮັບຄວາມຮູ້ກ່ຽວກັບການຄຸ້ມຄອງ, ບັນດາສຳມະນາ ກອນຍັງສາມາດຊອກຮູ້ກ່ຽວກັບຫວຽດນາມ ຜ່ານການລົງຊອກຮູ້ຕົວຈິງຢູ່ແຂວງຈຳນວນໜື່ງ. ແລະບັນດາບົດລາຍງານຂອງຫວຽດນາມ ຈະຊ່ວຍໃຫ້ພວກເພື່ອນລາວ ຍົກສູງປະສິດທິຜົນໃນວຽກງານຂອງຕົນ, ປະກອບສ່ວນເຂົ້າໃນການປະຕິຮູບພື້ນຖານບໍລິຫານ ຮັບໃຊ້ໃຫ້ແກ່ພາລະກິດສ້າງສາປະເທດລາວ, ພ້ອມທັງປະກອບສ່ວນປັບປຸງ, ເພີ່ມທະວີນ້ຳໃຈມິດຕະພາບ ຄວາມສາມັກຄີ ແລະການຮ່ວມມືລະຫວ່າງຫວຽດນາມ-ລາວຫລາຍກ່ວາອີກ”
ຊຸດບຳລຸງສ້າງຂອງສະຖາບັນການປົກຄອງແຫ່ງຊາດ ທີ່ສະຫງວນໃຫ້ບັນດາພະນັກງານລາວ ໄດ້ຊ່ວຍໃຫ້ບັນດານັກສຳມະນາກອນມີບົດຮຽນ, ຄວາມຮູ້ທີ່ເປັນພື້ນຖານ ແລະມີລະບົບ ກ່ຽວກັບລັດ, ການບໍລິຫານລັດ, ກ່ຽວກັບກົດໝາຍ, ການຄຸ້ມຄອງບຸກຄະລາກອນ… ແລະນັບທັງການນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າເຂົ້າໃນການຄຸ້ມຄອງ… ເຂົ້າຮ່ວມຊຸດຮຽນ, ບັນດານັກສຳມະນາກອນຍັງມີເງື່ອນໄຂເຂົ້າໃຈຕື່ມກ່ຽວກັບປະເທດຊາດ ແລະຊາວຫວຽດນາມ, ກ່ຽວກັບນ້ຳໃຈສາມັກຄິແບບພິເສດລະຫວ່າງສອງປະເທດກ່ວາອີກ.