![ສະພາຄວາມໝັ້ນຄົງສປຊແລະລັດເຊຍຮຽກຮ້ອງຢູແກຼນປົກປ້ອງບັນດານັກຂ່າວຕ່າງປະເທດ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2014_06_19/8.jpg)
ນັກຂ່າວຖືກບຸກໂຈມຕີ
ພາບ:AFP/TTXVN
|
(vovworld)- ແຈ້ງການຫນັງສືພິມເມື່ອວັນທີ 18/6 ຂອງສະພາຄວາມໝັ້ນຄົງ ສປຊ ໄດ້ຮຽກຮ້ອງເປີດການສືບສວນສອບສວນກ່ຽວກັບການກະທຳໃຊ້ຄວາມຮຸນແຮງ ທີ່ແນ ໃສ່ບັນດານັກຂ່າວ ຢູ່ ຢູແກຼນ ພ້ອມທັງ ສະແດງຄວາມວິຕົກກັງວົນຕໍ່ສະພາບການຈັບຕົວ ແລະ ກໍ່ຄວາມວຸ້ນວາຍຕໍ່ບັນດານັກຂ່າວ. ໃນແຈ້ງການກໍ່ໄດ້ຍົກອອກຄຳກ່າວເຕືອນວ່າ “ບັນດານັກຂ່າວພວມກາຍເປັນເປົ້າໝາຍຂອງບັນດາກຳລັງປະກອບອາວຸດ ຢູແກຼນ.
ພ້ອມກັບສະພາຄວາມໝັ້ນຄົງ ສປຊ ແລະ ລັດເຊຍ, ອົງການປ້ອງກັນຄວາມສະຫງົບ ແລະ ຮ່ວມມື ເອີລົບ (OSCE), ອົງການຕິດຕາມສິດທິມະນຸດສາກົນ, ອົງການສາກົນປົກປ້ອງນັກຂ່າວ … ກໍໄດ້ສະເຫນີເຈົ້າຫນ້າທີ່ ຢູແກຼນ ຮັບປະກັນຄວາມປອດໄພໃຫ້ແກ່ບັນດານັກຂ່າວຕ່າງປະເທດທີ່ພວມປະຕິບັດງານຢູ່ພາກພື້ນ ເອີລົບຕາເວັນອອກ ນີ້.