ພິທີເລີ່ມປະຕິບັດການເຄື່ອນໄຫວອາສາສະໝັກລະດູແລ້ງຢູ່ ລາວ

(VOVWORLD) - ຄະນະຊາວໜຸ່ມອາສາສະໝັກນະຄອນ ໂຮ່ຈີມີນ ໄປ ລາວ ໃນປີນີ້ລວມມີ 120 ຄົນ, ຈັດຂຶ້ນແຕ່ວັນທີ 15 – 30 ມິຖຸນາ.
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 391 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 23 ສະບັບຈາກທ່ານຜູ້ຟັງລາວ.
ພິທີເລີ່ມປະຕິບັດການເຄື່ອນໄຫວອາສາສະໝັກລະດູແລ້ງຢູ່ ລາວ - ảnh 1ຜູ້ນຳ ຫງວຽນອາຍກວັກ ໄດ້ສ້າງຕັ້ງໜັງສືພິມ “ແທັງນຽນ” (ຊາວໜຸ່ມ) ພິມອອກສະບັບທຳອິດ
(ພາບ: daibieunhandan.vn)

ເພື່ອນ ສຸກມະລີ ທຳມະວົງສາ ຢູ່ແຂວງ ວຽງຈັນ, ເພື່ອນ ທອນສະໄໝ ຈະເລີນສຸກ ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ… ໄດ້ສົ່ງອີເມວ, ໂທລະສັບມາຫາລາຍການພາກພາສາ ລາວ, ສົ່ງຄຳອວຍພອນບັນດາອ້າຍ, ເອື້ອຍ, ນ້ອງບັນນາທິການ, ນັກຂ່າວຂອງລາຍການພາກພາສາ ລາວ ເວົ້າສະເພາະ ແລະ VOV ເວົ້າລວມ ເນື່ອງໃນໂອກາດສະເຫຼີມສະຫຼອງ 99 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21 ມິຖຸນາ 1925 – 21 ມິຖຸນາ 2024). ໃນນັ້ນ, ເພື່ອນ ພອນແສງ ຢູ່ແຂວງ ບໍລິຄຳໄຊ, ກໍ່ຢາກຊອກຮູ້ຂໍ້ມູນກ່ຽວກັບຄວາມເປັນມາຂອງວັນສື່ມວນຊົນປະຕິວັດ ຫວຽດນາມ.

ເພື່ອນ ພອນແສງ ແລະ ທ່ານຜູ້ຟັງທີ່ຮັກແພງ, ສື່ມວນຊົນປະຕິວັດ ໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນການເສີມຂະຫຍາຍຈິດໃຈສ້າງສາ ແລະ ປົກປັກຮັກສາປະເທດຊາດ ຫວຽດນາມ. ວັນທີ 21 ມິຖຸນາ 1925, ຢູ່ແຂວງ ກວາງໂຈ (ຈີນ), ຜູ້ນຳ ຫງວຽນອາຍກວັກ ໄດ້ສ້າງຕັ້ງໜັງສືພິມ “ແທັງນຽນ” (ຊາວໜຸ່ມ) ພິມອອກສະບັບທຳອິດ - ນີ້ແມ່ນການເປີດຕົວຂອງສື່ມວນຊົນປະຕິວັດ ຫວຽດນາມ. ປີ 1985, ຕາມການສະເໜີຂອງສະມາຄົມນັກຂ່າວ ຫວຽດນາມ, ຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ໄດ້ອອກຂໍ້ຕົກລົງຖືເອົາວັນໜັງສືພິມ ແທັງນຽນ ອອກສະບັບທຳອິດແມ່ນວັນສື່ມວນຊົນ ຫວຽດນາມ (21 ມິຖຸນາ 1925). ຮອດວັນທີ 21 ມິຖຸນາ ປີ 2000, ຕາມການສະເໜີຂອງສະມາຄົມນັກຂ່າວ ຫວຽດນາມ, ກົມການເມືອງ ຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ໄດ້ເຫັນດີເອີ້ນວັນສື່ມວນຊົນ ຫວຽດນາມ ແມ່ນ “ວັນສື່ມວນຊົນປະຕິວັດ ຫວຽດນາມ”.

ເພື່ອນ ພອນແກ້ວ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ໂທລະສັບມາຫາລາຍການ, ແບ່ງປັນວ່າ: ວັນທະຫານເສຍອົງ, ນັກຮົບເສຍສະຫຼະຊີວິດເພື່ອຊາດ 27 ກໍລະກົດ ແມ່ນວັນເພື່ອສະແດງໃຫ້ເຫັນມູນເຊື້ອກິນເຂົ້າຄິດຮອດຄຸນາ, ກິນປາຄິດຮອດຄຸນ້ຳ”. ໃນຫຼາຍປີຜ່ານມາ, 2 ປະເທດ ຫວຽດນາມ - ລາວ ໄດ້ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານທີ່ເສຍສະຫຼະຊີວິດໃນສະໄໝສົງຄາມຢູ່ ລາວ ນັບພັນອັດຖິກັບຄືນເມືອປະເທດ. ການອຸທິດສ່ວນ, ການເສຍສະຫຼະທີ່ໃຫຍ່ຫຼວງຂອງນັກຮົບ, ທະຫານອາສາສະໝັກ ຫວຽດນາມ ໃນຊຸມປີໍ່ສູ້ຢູ່ເຂດດິນແດນປະເທດ ລາວ ໄດ້ກາຍເປັນສັນຍາລັກໃຫ້ແກ່ລັດທິວິລະຊົນປະຕິວັດ ແລະ ຄວາມຄາດຫວັງຍາດເອົາເອກະລາດ, ເສລີພາບ, ຄວາມຜາສຸກ. ເນື່ອງໃນໂອກາດໃກ້ຈະຮອດວັນທະຫານເສຍອົງ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຂ້າພະເຈົ້າຂໍອວຍພອນໃຫ້ບັນດານັກຮົບເກົ່າ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເຄີຍຕໍູ່້ຢູ່ສະໜາມຮົບຂອງ ລາວ ຈົ່ງມີສຸຂະພາບແຂງແຮງ ແລະ ຫວັງວ່າຈະໄດ້ຕ້ອນຮັບບັນດາສະຫາຍມາຢ້ຽມຢາມສະໜາມຮົບເກົ່າໂດຍໄວ.

ພິທີເລີ່ມປະຕິບັດການເຄື່ອນໄຫວອາສາສະໝັກລະດູແລ້ງຢູ່ ລາວ - ảnh 2ພິທີເລີ່ມປະຕິບັດການເຄື່ອນໄຫວອາສາສະໝັກລະດູແລ້ງຢູ່ ລາວ
(ພາບ: thanhnienviet.vn)

ເພື່ອນ ວິໄລຸກ, ຢູ່ແຂວງ ຫົວພັນ ໄດ້ສົ່ງອີເມວ ມາຫາລາຍການດ້ວຍເນື້ອໃນທີ່ວ່າ: ໃນຫຼາຍປີຜ່ານມາ, ຄະນະຊາວໜຸ່ມ ຫວຽດນາມ ໄດ້ເຄື່ອນໄຫວອາສາສະໝັກຢູ່ ລາວ ເປັນຫຼາຍຄັ້ງ. ໃນນັ້ນ, ການເຄື່ອນໄຫວອາສາສະໝັກລະດູແລ້ງຢູ່ ລາວ ແມ່ນການເຄື່ອນໄຫວດ້ວຍຈຸດປະສົງເພື່ອເສີມສ້າງນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງສະມາຊິກຊາວໜຸ່ມ, ຊາວໜຸ່ມຂອງ 2 ປະເທດ. ຜ່ານລາຍການ, ເພື່ອນຢາກຮູ້ວ່າ, ໃນປີ 2024 ນີ້ຄະນະຊາວໜຸ່ມບັນດາແຂວງ, ນະອນາງພາກໃຕ້ ຫວຽດນາມ ໄດ້ຈັດການເຄື່ອນໄຫວອາສາສະໝັກລະດູແລ້ງຢູ່ ລາວ ບໍ່?

ເພື່ອນ ວິໄລສຸກ ທີ່ຮັກແພງ, ໃນອາທິດຜ່ານມາ, ຢູ່ນະຄອນ ໂຮ່ຈີມິນ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດພິທີເລີ່ມປະຕິບັດການເຄື່ອນໄຫວອາສາສະໝັກລະດູແລ້ງຢູ່ ລາວ. ປີ 2024, ແມ່ນປີສ້າງຂີດໝາຍ 20 ປີທີ່ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ຈັດການເຄື່ອນໄຫວຢູ່ ລາວ. ຄະນະຊາວໜຸ່ມອາສາສະໝັກນະຄອນ ໂຮ່ຈີມີນ ໄປ ລາວ ໃນປີນີ້ລວມມີ 120 ຄົນ, ຈັດຂຶ້ນແຕ່ວັນທີ 15 – 30 ມິຖຸນາ. ບັນດາການເຄື່ອນໄຫວໄດ້ຜັນຂະຫຍາຍຢູ່ 2 ແຂວງ ຈຳປາສັກ ແລະ ອັດຕະປື. ໃນເວລາ 2 ອາທິດນັ້ນ, ຄະນະຈະຜັນຂະຫຍາຍບັນດາການເຄື່ອນໄຫວສຶກສາມູນເຊື້ອ, ພົບປະແລກປ່ຽນວັດທະນະທຳ, ສິລະປະ, ໜູນຊ່ວຍການສຶກສາ, ສອນວິຊາຊີບ, ແນະນຳອາຊີບ… ນອກນັ້ນ, ຄະນະຍັງຈັດການເຄື່ອນໄຫວແນະນຳ, ເບິ່ງແຍງດູແລສຸຂະພາບ, ພັດທະນາການແພດ; ໜູນຊ່ວຍການພັດທະນາກະສິກຳ, ກໍ່ສ້າງເຂດຕົວເມືອງສີວິໄລ ແລະ ບັນດາການເຄື່ອນໄຫວໜູນຊ່ວຍສັງຄົມອື່ນອີກ.

ພິທີເລີ່ມປະຕິບັດການເຄື່ອນໄຫວອາສາສະໝັກລະດູແລ້ງຢູ່ ລາວ - ảnh 3

ທ່ານຜູ້ຟັງທີ່ເຄົາລົບ, ແຕ່ວັນທີ 01 ກໍລະກົດ ເປັນຕົ້ນໄປ, ລາຍການກະຈາຍສຽງພາກພາສາ ລາວ ທີ່ອອກອາກາດໃນລະບົບ AM ຈະໄດ້ອອກອາກາດໄວກວ່າ 30 ນາທີເມື່ອທຽບໃສ່ປະຈຸບັນ. ລະອຽດແມ່ນ, ໃນຄື້ນຄວາມຖີ່ 7285 KHz, ລາຍການຈະອອກອາກາດແຕ່ເວລາ 17 ໂມງ 30 ນາທີ - 18 ໂມງ 30 ນາທີ ແລະ ໃນຄື້ນຄວາມຖີ່ 1242 ຈະເລີ່ມອອກອາກາດແຕ່ 20 ໂມງ - 21 ໂມງ. ພວກຂ້າພະເຈົ້າຫວັງວ່າ, ທ່ານຜູ້ຟັງຈະແມ່ນຂົວຕໍ່ຊ່ວຍໃຫ້ຄື້ນວິທະຍຸຂອງ VOV ໄດ້ແຜ່ກະຈາຍຢ່າງກວ້າງຂວາງກວ່າ, ຊ່ວຍໃຫ້ຫຼາຍຄົນໄດ້ເຂົ້າເຖິງກັບແຫຼ່ງຂໍ້ມູນທີ່ເປັນປະໂຫຍດກ່ຽວກັບ ຫວຽດນາມ, ກ່ຽວກັບສາຍພົວພັນລະຫວ່າງ 2 ປະເທດ, ປະກອບສ່ວນຊ່ວຍໃຫ້ສາຍພົວພັນມິດຕະພາບເປັນພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ນັບມື້ນັບໄດ້ຮັບການປັບປຸງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ