ແນະ​ນຳກ່ຽວ​ກັບທະ​ເລ​ຝູກວັກ

(VOVWORLD) - ໃນອາທິດຜ່ານມາ, ທີຈົດໝາຍທັງໝົດ 535 ສະບັບ ໄດ້ສົ່ງມາຍັງ VOV5,  ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 21 ສະບັບຈາກທ່ານຜູ້ຟັງລາວ.

ເພື່ອນ ຈຳປາ ຢູ່ນະຄອນຫຼວງ ວຽງຈັນ ແບ່ງປັນວ່າ: “ຂ້າພະເຈົ້າພ້ອມກັບເພື່ອນຮ່ວມງານຈຳນວນໜຶ່ງ ຫາກໍເຂົ້າໄປສຸສານຂ່ຳນັບປະທານ ໂຮ່ຈີມິນ ແລະ ຢ້ຽມຢາມເຂດອະນຸສອນສະຖານ ປະທານ ໂຮ່ຈີມິນ. ຜ່ານການບັນລະຍາຍ, ພວກຂ້າພະເຈົ້າມີຄວາມຕື້ນຕັນໃຈຕໍ່ຄວາມລຽບງ່າຍຂອງລຸງ ໂຮ່. ພວກຂ້າພະເຈົ້າກໍມີຄວາມປະທັບໃຈກັບທັດສະນີຍະພາບທີ່ສະອາດສວຍງາມ, ສວນຕົ້ນໄມ້ທີ່ຂຽວສະຫວາດສະເຫວີຍ ແລະ ສະອອນກັບຈຳນວນຕົວເລກຂອງແຂກທ່ອງທ່ຽວທີ່ຫຼັ່ງໄຫຼກັນເຂົ້າມາຢາມສະຖານທີ່ແຫ່ງນີ້.

ຈາກ ແອັດສະປາຍ, ເພື່ອນ Carlos Javier Ordoño Rodriguez ໄດ້ສົ່ຈົດໝາຍມາແບ່ງປັນວ່າ: “ຂ້າພະເຈົ້າຮູ້ສຶກດີໃຈທີ່ສຸດເມື່ອເຂົ້າຮ່ວມການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ 2025 ແລະ ບົດເຂົ້າຮ່ວມການເສັງຂອງຂ້າພະເຈົ້າໄດ້ສົ່ງເຖິງຄະນະຈັດຕັ້ງໄດ້ທັນເວລາ. ຂ້າພະເຈົ້າຈະສືບຕໍ່ອ່ານຂ່າວ, ບົດກ່ຽວກັບ ຫວຽດນາມ ແລະ ຫວັງວ່າ ຈະມີກາລະໂອກາດໄດ້ຊອກຮູ້ກ່ຽວກັບ ຫວຽດນາມ ຜ່ານເວັບໄຊ vovworld.vn ແລະ ໄປຢ້ຽມຢາມປະເທດ ຫວຽດນາມ ທີ່ສວຍງາມຂອງພວກເພື່ອນອີກຄັ້ງໜຶ່ງ”. 

ສືບຕໍ່ລາຍການ, ພວກຂ້າພະເຈົ້າຂໍຕອບບາງຄຳຖາມທີ່ທ່ານຜູ້ຟັງໄດ້ຝາກເຖິງລາຍການ. ຄຳຖາມທຳອິດແມ່ນຂອງເພື່ອນ ຈັນລະສອນ ຢູ່ນະຄອນຫຼວງ ວຽງຈັນ, ເພື່ອນຖາມວ່າ: ຊ່ວງເວລາໃດທີ່ທະເລ ຝູກວັກ ສວຍງາມທີ່ສຸດ?

ແນະ​ນຳກ່ຽວ​ກັບທະ​ເລ​ຝູກວັກ - ảnh 1ທະເລຝູກວັກ ເບິ່ງຈາກມູມສູງ (ພາບ: JW Marriott Phu Quoc)

ສຳລັບຄຳຖາມຂອງເພື່ອນ, ພວກຂ້າພະເຈົ້າຂໍຕອບມາຄືດັ່ງນີ້: ຊ່ວງເວລາທີ່ທະເລ ຝູກວັກ ງາມທີ່ສຸດແມ່ນແຕ່ເດືອນ ພະຈິກ ຫາເດືອນ ເມຂອງປີຕໍ່ມາ. ນັ້ນແມ່ນຈຸດເວລາທີ່ດີທີ່ສຸດເພື່ອໄປທ່ອທ່ຽວ ຝູກວັກ ເພາະວ່າ ອາກາດ ຝູກວັກ ດີທີ່ສຸດ, ຝົນຕົກໜ້ອຍ, ທ້ອງຟ້າສົດໃສ, ທະເລນິ້ງ, ແດດພໍດີ, ເໝາະກັບບັນດາກິດຈະກຳທ່ຽວຊົມ ແລະ ລະຫຼີ້ນຄື ພາຍເຮືອ ກາຢັກ, ດຳນ້ຳຊົມປະກາລັງ, ອາບນ້ຳທະເລ, ຊົມວິວຕາເວັນຕົກດິນ… ນີ້ກໍແມ່ນລະດູທ່ອງທ່ຽວຈຸດສູງສຸດຂອງ ຝູກວັກ, ເຊິ່ງມີທັງແຂກທ່ອງທ່ຽວສາກົນ ແລະ ນັກທ່ອງທ່ຽວພາຍໃນປະເທດ.

ນອກຈາກລະດູຈຸສູງສຸດນັ້ນແລ້ວ, ແຕ່ເດືອນ ພຶດພາ ຫາເດືອນ ມິຖຸນາ ກໍແມ່ນຈຸດເວລາທີ່ນັກທ່ອງທ່ຽວຫຼາຍຄົນເລືອກໄປທ່ຽວ ຝູກວັກ. ນີ້ແມ່ນຊ່ວງເວລາຂ້າມຜ່ານຈາກລະດູແລ້ງສູ່ລະດູຝົນ, ແດດຮ້ອນ ແຕ່ບາງເທື່ອກໍມີຝົນຕົກ. ເດືອນ ກໍລະກົດ ຫາເດືອນ ຕຸລາ ແມ່ນລະດູຝົນ, ສະນັ້ນ ຈຳນວນແຂກໄປທ່ຽວ ຝູກວັກ ກໍໜ້ອຍລົງ. ແຕ່ວ່າ, ຖ້າເພື່ອນເປັນຄົນທີ່ຮັກຄວາມສະຫງົບງຽບ, ບໍ່ມັກທ່ຽວຕອນມີຄົນຫຼາຍນັ້ນ, ໄປທ່ຽວໄລຍະນີ້ກໍເປັນການເລືອກເຟັ້ນທີ່ດີ ເພາະວ່າ ໃນລະດູຝົນນີ້, ຈະມີຫຼາຍໂປຼໂມຊັນກ່ຽວກັບລາຄາຫ້ອງພັກ, ການບໍລິການກິນດື່ມ, ຄ່າໃຊ້ຈ່າຍຈະຕ່ຳກວ່າເມື່ອທຽບໃສ່ລະດູທ່ອງທ່ຽວຈຸດສູງສຸດຂອງ ຝູກວັກ.

   ຄຳຖາມຕໍ່ໄປ ແມ່ນຂອງເພື່ອນ ຈັນທິມາ, ເພື່ອນກໍຢູ່ນະຄອນຫຼວງ ວຽງຈັນ ເຊັ່ນດຽວກັນ, ດ້ວເນື້ອໃນດັ່ງນີ້: “ຜ່ານການຕິດຕາມໃນເວບໄຊ vovworld.vn, ຂ້າພະເຈົ້າເຫັນວ່າ ຫວ່າງມໍ່ໆມານີ້, ພູມປັນຍາພື້ນເມືອງ ກ່ຽວກັບ ເຂົ້າປຸ້ນງົວເຫວ້ ໄດ້ຮັບການຮັບຮອງວ່າ ເປັນມໍລະດົກວັດທະນະທຳນາມມະທຳລະດັບຊາດ. ຂ້າພະເຈົ້າຢາກຮູ້ວ່າ ສຳລັບອາຫານເຍື່ອງໜຶ່ງທີ່ໄດ້ຮັບການຮັບຮອງເປັນມໍລະດົກວັດທະນະທຳນາມມະທຳລະດັບຊາດນີ້ ຕ້ອງມີມາດຕະຖານຫຍັງແດ່? ແລະ ນອກຈາກເຂົ້າປຸ້ນງົວເຫວ້ ແລ້ວ, ຍັງມີເຍື່ອງໃດແດ່ທີ່ໄດ້ຮັບນາມມະຍົດດັ່ງກ່າວ?
ແນະ​ນຳກ່ຽວ​ກັບທະ​ເລ​ຝູກວັກ - ảnh 2ເຂົ້າປຸ້ນງົວເຫວ້ ໄດ້ຮັບການຮັບຮອງວ່າ ເປັນມໍລະດົກວັດທະນະທຳນາມມະທຳລະດັບຊາດ (ພາບ: giaoducthoidai.vn)

ໃນຂະແໜງອາຫານການກິນ ຫວຽດນາມ, ບັນດາເຍື່ອງອາຫານທີ່ໄດ້ຮັບການຮັບຮອງເປັນມໍລະດົກວັດທະນະທຳນາມມະທຳລະດັບຊາດ, ປະເພດພູມປັນຍາພື້ນເມືອງນັ້ນ, ຕ້ອງຕອບສະໜອງບັນດາມາດຕະຖານດັ່ງຕໍ່ໄປນີ້ຢ່າງຄົບຖ້ວນ, ເຊັ່ນ: ມີລັກສະນະເປັນຕົວແທນ, ສະແດງໃຫ້ເຫັນສີສັນວັດທະນະທຳຂອງວົງຄະນະຍາດ, ທ້ອງຖິ່ນ; ສ່ອງແສງໃຫ້ເຫັນຄວາມຫຼາກຫຼາຍວັດທະນະທຳ ແລະ ຫົວຄິດປະດິດສ້າງຂອງມະນຸດ, ໄດ້ຮັບການສືບທອດກັນມາຜ່ານຫຼາຍລຸ້ນຄົນ; ມີຄວາມສາມາດຟື້ນຟູ ແລະ ຄົງຕົວຢ່າງຍານານ; ໄດ້ຮັບຄວາມເຫັນດີເຫັນພ້ອມຈາກວົງຄະນະຍາດ ແລະ ສະໝັກໃຈສະເໜີ ກໍຄືໃຫ້ຄຳໝັ້ນສັນຍາປົກປັກຮັກສາ.

ນອກຈາກເຂົ້ປຸ້ນງົວເຫວ້ແລ້ວ, ຍັງມີອາຫານບາງເຍື່ອງທີ່ໄດ້ຮັບການຮັບຮອງວ່າເປັນມໍລະດົກວັດທະນະທຳນາມມະທຳລະດັບຊາດ ຄື: ນ້ຳປາ ນາມໂອ, ນ້ຳປາ ຝູກວັກ, ເຝີນາມດິ້ງ, ເຝີຮ່າໂນ້ຍ, ໝີ່ກວ໋າງ… 

ກ່ອນຈະສິ້ນສຸດລາຍການ, ພວກຂ້າພະເຈົ້າຂໍຕອບຄຳຖາມຂອງເພື່ອນ ຄຳຫຼ້າ ດ້ວຍຄຳຖາມທີ່ວ່າ: “ພາຍຫຼັງໂຮມບັນດາແຂວງເຂົ້າກັນແລ້ວ, ທ້ອງຖິ່ນໃດຂອງ ຫວຽດນາມ ມີເນື້ອທີ່ກວ້າງທີ່ສຸດ ແລະ ປະຊາກອນຫຼາຍທີ່ສຸດ?” ນີ້ກໍແມ່ນຄຳຖາມທີ່ຜູ້ຟັງຜູ້ອ່ານຈາກຫຼາຍປະເທດມີຄວາມສົນໃຈ.

ພາຍຫຼັງໂຮມບັນດາແຂວງເຂົ້າກັນແລ້ວ, ຫວຽດນາມ ມີ 34 ແຂວງ, ນະຄອນ, ໃນນັ້ນ: ແຂວງ ເລິມດົ່ງໃໝ່ ໄດ້ໂຮມ 3 ແຂວງ ດັກນົງ, ບິ່ງທ້ວນ ແລະ ເລິມດົ່ງເກົ່າ ເຂົ້າກັນ ແລະ ກາຍເປັນທ້ອງຖິ່ນທີ່ມີເນື້ອທີ່ກວ້າງທີ່ສຸດໃນທົ່ວປະເທດ, ດ້ວຍເນື້ອທີ່ກວ່າ 24.000 ກິໂລຕາແມັດ. ນະຄອນ ໂຮ່ຈີມິນ ກາຍເປັນນະຄອນທີ່ມີຈຳນວນປະຊາກອນຫຼາຍທີ່ສຸດ ດ້ວຍກວ່າ 14 ລ້ານຄົນ ພາຍຫຼັງທີ່ໂຮມເຂົ້າກັບແຂວງ ບ່າເຣ້ຍ - ຫວູງເຕົ່າ ແລະ ບິ່ງເຢືອງ.

ດັ່ງທີ່ກ່າວມາຂ້າງທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍໃຫ້ລາຍການຂອງພວກເຮົາ ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn. ຂໍຂອບໃຈ!

ຕອບກັບ

ຂ່າວ/ບົດ​ອື່ນ