(VOVWORLD) - .ໃນນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍ 367 ສະບັບ, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 26 ສະບັບຈາກທ່ານຜູ້ຟັງລາວ.
ໃນອາທິດຜ່ານມາ, ພວກຂ້າພະເຈົ້າໄດ້ຮັບຄຳແບ່ງປັນຂອງເພື່ອນ ສີສະໜຸກ ຢູ່ແຂວງ ວຽງຈັນ ດ້ວຍເນື້ອໃນດັ່ງນີ້: “ຂໍຊົມເຊີຍ ຫວຽດນາມ ທີ່ໄດ້ຮັບການເຊີດຊູດ້ວຍນາມມະຍົດ ເປັນຈຸດນັບພົບແຫ່ງມໍລະດົກແຖວໜ້າໂລກ. ຂ້າພະເຈົ້າເຄີຍມີໂອກາດໄປທ່ຽວ ອ່າວຮະລອງ - ມໍລະດົກທຳມະຊາດລະດັບໂລກຂອງ ຫວຽດນາມ. ອ່າວຮະລອງງາມຫຼາຍ”. ໄປຄຽງຄູ່ກັນນັ້ນ, ເພື່ອນ ສີສະໜຸກ ກໍໄດ້ຖາມວ່າ: ນອກຈາກອ່າວ ຮະລອງ, ຫວຽດນາມ ຍັງມີມໍລະດົກວັດທະນະທຳ ແລະ ທຳມະຊາດລະດັບໂລກແຫ່ງໃດອີກແດ່? ຈຳນວນແຂກທ່ອງທ່ຽວສາກົນ ມາທ່ຽວ ຫວຽດນາມ ໃນປີ 2025 ຫຼາຍເທົ່າໃດ?
ທັດສະນີຍະພາບ ອຽນຕື໋ - ຫວິງງຽມ - ກົນເຊີນ, ກຽບບາກ (ພາບ: VOV) |
ຂໍຂອບໃຈຕໍ່ຄຳຊົມເຊຍຂອງເພື່ອນ ສີສະໜຸກ. ສຳລັບຄຳຖາມຂອງເພື່ອນ, ພວກຂ້າພະເຈົ້າຂໍຕອບຄືດັ່ງນີ້: ຫວຽດນາມ ມີມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ 9 ແຫ່ງ. ນອກຈາກ ອ່າວຮະລອງ ແລ້ວ, ຍັງມີບັນດາສະຖານທີ່ທີ່ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າ ເປັນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ, ເຊັ່ນ: ເຂດປູຊະນີຍະສະຖານເມືອງເກົ່າ ເຫວ້; ເມືອງເກົ່າ ໂຮ້ຍອານ; ເຂດປູຊະນີຍະສະຖານດິນແດນສັກສິດ ໝີເຊີນ; ສວນອຸທິຍານແຫ່ງຊາດ ຟອງຍາ - ແກ໋ບ່າງ; ເຂດໃຈກາງພະລາດຊະວັງທັງລອງ; ພະລາດຊະວັງວົງຕະກຸນ ໂຮ່; ເຂດທັດສະນີຍະພາບ ຈ່າງອານ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ຍັງມີມໍລະດົກໂລກທີ່ລວມກັນຢູ່ຫຼາຍແຂວງ ນັ້ນແມ່ນ ອ່າວຮະລອງ - ໝູ່ເກາະ ກາດບ່າ (ແຂວງ ກວາງນິງ ແລະ ນະຄອນ ຫາຍຟ່ອງ) ແລະ ເຂດປູຊະນີຍະສະຖານ ແລະ ທັດສະນີຍະພາບ ອຽນຕື໋ - ຫວິງງຽມ - ກົນເຊີນ, ກຽບບາກ (ແຂວງ ກວາງນິງ, ບັກນິງ ແລະ ນະຄອນ ຫາຍຟ່ອງ), ພ້ອມກັບມໍລະດົກໂລກທີ່ຢູ່ເຂດຊາຍແດນຮ່ວມກັນສອງປະເທດ ແຫ່ງທຳອິດ ສວນອຸທິຍານແຫ່ງຊາດ ຟອງຍາ - ແກ໋ບ່າງ (ແຂວງ ກວາງຈິ, ຫວຽດນາມ) ແລະ ສວນອຸທິຍານແຫ່ງຊາດຫີນໜາມໜໍ່ (ແຂວງ ຄຳມ່ວນ, ລາວ.
ສ່ວນປະລິມານແຂກທ່ອງທ່ຽວສາກົນມາ ຫວຽດນາມ ໃນປີ 2025 ນັ້ນ, ຕາມຂໍ້ມູນຈາກກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ, ໃນ 11 ເດືອນຕົ້ນປີ 2025, ປະລິມານແຂກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸ 19,15 ລ້ານເທື່ອຄົນ, ເພີ່ມຂຶ້ນ 20,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ແຂກທ່ອງທ່ຽວມາຈາກ ຈີນ ແລະ ສ.ເກົາຫຼີ ກວມເອົາເກືອບເຄິ່ງໜຶ່ງຂອງຈຳນວນດັ່ງກ່າວ.
ຂ້າພະເຈົ້າຫວັງວ່າ, ບັນດາທັດສະນີຍະພາບທີ່ກ່າວມາຂ້າງເທິງນັ້ນ ຈະນອນໃນບັນຊີລາຍຊື່ສະຖານທີ່ທີ່ຕ້ອງໄປຄົ້ນຫາຂອງເພື່ອນໃນໄລຍະຈະມາເຖິງ ແລະ ຢ່າລືມແບ່ງປັນຄວາມຮູ້ສຶກນຳພວກຂ້າພະເຈົ້າເດີ.
ສືບຕໍ່ລາຍການ, ພວກຂ້າພະເຈົ້າຂໍຕອບຄຳຖາມຂອງເພື່ອນ ຄຳຫຼ້າ ສີບຸນເຮືອງ ຢູ່ນະຄອນຫຼວງ ວຽງຈັນ. ເພື່ອນແບ່ງປັນວ່າ ເພື່ອນຈະມີໂອກາດໄປຝຶກອົບຮົມຢູ່ ຮ່າໂນ້ຍ 3 ມື້ ໃນໄລຍະໃກ້ໆນີ້. ເພື່ອນຢາກຄົ້ນຫາ ຮ່າໂນ້ຍ, ແຕ່ວ່າ ມີເວລາຫວ່າງແຕ່ຕອນຄ່ຳເທົ່ານັ້ນ. ສະນັ້ນ, ຢາກໃຫ້ທາງລາຍການແນະນຳບາງກິດຈະກຳ ແລະ ລາຍການທ່ອງທ່ຽວຕອນກາງຄືນຢູ່ ຮ່າໂນ້ຍ ສູ່ຟັງແດ່.
ຕອນຄ່ຳ ຢູ່ ຮ່າໂນ້ຍ, ກໍມີຫຼາຍກິດຈະກຳລະຫຼີ້ນບັນເທິງ ແລະ ຄົ້ນຫາເຊັ່ນດຽວກັນ. ເພື່ອນສາມາດສຶກສາບັນດາລາຍການທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຄື: ລາຍການທ່ອງທ່ຽວ “ແກະລະຫັດພະລາດຊະວັງທັງລອງ”, ລາຍການທ່ອງທ່ຽວ “ວັນໝຽວຍາມກາງຄືນ - ສິ່ງຍອດຍິ່ງຂອງຈັນຍາບັນການສຶກສາ”, ລາຍການ “ຄ່ຳຄືນສັກກະລະບູຊາ” ຢູ່ຄຸກ ຫວາຫຼໍ່. ເພື່ອນກໍສາມາດຍ່າງເລາະອ້ອມໜອງ ຮວ່ານກຽມ ໃນວັນທ້າຍອາທິດ, ມີຫຼາຍລາຍການສະແດງສິລະປະ, ການລະຫຼີ້ນບັນເທິງຖືກຈັດຂຶ້ນຢູ່ທີ່ນີ້. ຫຼືວ່າ ເພື່ອນກໍສາມາດຊິມບັນດາເຍື່ອງອາຫານຢູ່ແຖວຄຸ້ມຖະໜົນເມືອງເກົ່າ, ຖະໜົນ ຕົງຢຸຍເຕິນ, ຕະຮ້ຽນ, ຕະຫຼາດ ດົ່ງຊວັນ. ໄປຄຽງຄູ່ກັນນັ້ນ, ເພື່ອນກໍສາມາດເລືອກໄປຮັບຊົມຄວາມງາມຂອງນະຄອນດ້ວຍການຂີ່ລົດເມສອງຊັ້ນ ຫຼື ລົດຖີບສາມລໍ້…
ລາຍການວັນໝຽວຍາມກາງຄືນ - ສິ່ງຍອດຍິ່ງຂອງຈັນຍາບັນການສຶກສາ (ພາບ: VOV)
|
ດັ່ງທີ່ກ່າວມານັ້ນ ແມ່ນລາຍການຈຳນວນໜຶ່ງ ກໍຄືກິດຈະກຳທີ່ພວກຂ້າພະເຈົ້າຢາກແນະນຳໃຫ້ເພື່ອນ. ຫວັງວ່າ ເພື່ອນຈະມີຄວາມຊົງຈຳທີ່ດີຢູ່ ຮ່າໂນ້ຍ.
ຄຳຖາມຕໍ່ໄປແມ່ນຂອງເພື່ອນ ຈັນທິມາ, ຢູ່ນະຄອນຫຼວງ ວຽງຈັນ ເຊັ່ນດຽວກັນ. ເພື່ອນຖາມວ່າ ຢູ່ ຊີເກມ 33 ຄັ້ງນີ້, ຄະນະນັກກິລາ ຫວຽດນາມ ຈະເຂົ້າຮ່ວມການແຂ່ງຂັນໃນປະເພດກິລາໃດແດ່?
ຊີເກມ 33 ໄດ້ຮັບຖືວ່າແມ່ນງານມະຫາກຳກິລາສຳຄັນສຳລັບຂະແໜງກິລາ ຫວຽດນາມ. ດ້ວຍຈຳນວນນັກກິລາ 842 ຄົນ, ຄະນະນັກກິລາ ຫວຽດນາມ ວາງເປົ້າໝາຍເຂົ້າຮ່ວມການແຂ່ງຂັນ 47 ປະເພດ ແລະ ສູ້ຊົນຍາດໄດ້ 443 ຫຼຽນ. ບັນດາປະເພດກິລາຈຸດສຸມຄື ແລ່ນ ແລະ ລານ, ລອຍນ້ຳ, ຍິງປືນ, ຍົກນ້ຳໜັກ, gymnastics ແລະ ບັນດາກິລາມວຍປະເພດຕ່າງໆຄື karate, taekwondo, judo, wushu… ສືບຕໍ່ແມ່ນທ່າແຮງທີ່ເປັນມູນເຊື້ອຂອງ ຫວຽດນາມ. ໄປຄຽງຄູ່ກັນນັ້ນ, ຍັງມີກິລາປະເພດຕ່າງໆທີ່ພວມພັດທະນາຄື e-sports, ບີລຽດ (billiards), ບານບ້ວງ 3x3, ມວຍປະສົມ (MMA) ແລະ ສະເກັດລີລາ (figure skating)… ນອກຈາກນັ້ນແລ້ວ, ຫວຽດນາມ ຍັງເຂົ້າຮ່ວມການແຂ່ງຂັນໃນບັນດາເນື້ອໃນທົ່ວໄປຄື: ບານເຕະ, ບານສົ່ງ, ຕີດອກປີກໄກ່, ປີງປ່ອງ, ໝາກຮຸກ, rowing, canoeing, ມວຍ, kickboxing, pencak silat ແລະ ກິລາກາຍຍະກຳອີກດ້ວຍ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍໃຫ້ລາຍການຂອງພວກເຮົາ ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn.
ຂໍຂອບໃຈ!