ມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແມ່ນກຳລັງໜູນເພື່ອໃຫ້ແຂວງ ລ່າວກາຍ ພັດທະນາແບບຍືນຍົງ

(VOVWORLD) -ໃນຊຸມປີທີ່ຜ່ານມາ ບັນດາແຜນນະໂຍບາຍ ນະໂຍບາຍຂອງພັກ ແລະ ລັດ ໄດ້ຊ່ວຍແຂວງ ລ່າວກາຍ ເຊິ່ງແມ່ນແຂວງທີ່ທຸກຍາກຢູ່ເຂດຊາຍແດນ ພັດທະນາຢ່າງແຂງແຮງພ້ອມກັບທ່າພັດທະນາຂອງປະເທດຊາດ. ມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກຄອມມູນິດ ຫວຽດນາມ ໄດ້ ແລະ ພວມໄດ້ຮັບການຮອງຮັບ ແລະ ຕັ້ງຄວາມຫວັງຈາກປະຊາຊົນແຂວງ ລ່າວກາຍ ວ່າ ຈະນຳການປ່ຽນແປງໃໝ່ອັນໃຫຍ່ຫຼວງມາສູ່ປະຊາຊົນບັນດາເຜົ່າຢູ່ແຫ່ງນີ້
ມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແມ່ນກຳລັງໜູນເພື່ອໃຫ້ແຂວງ ລ່າວກາຍ ພັດທະນາແບບຍືນຍົງ - ảnh 1ລ່າວກາຍ ກາຍເປັນຂົ້ວເຕີບໂຕທີ່ສຳຄັນຂອງບັນດາແຂວງທາງທິດຕາເວັນຕົກພາກເໜືອໃນໄລຍະໃໝ່

    ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ແຂວງ ລ່າວກາຍ ໄດ້ກຳນົດການຊາບຊຶມ ຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ແມ່ນໜ້າທີ່ຈຸດສຸມ. ເຕິນເຫີບ ແມ່ນໜຶ່ງໃນບັນດາຕາແສງທຳອິດໃນແຂວງ ລ່າວກາຍ ໄດ້ຊາຍຊຶມ ເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຂອງພັກໂດຍໄວ. ທ່ານ ຮ່າຈຸງກຽນ ປະທານຄະນະກຳມະການປະຊາຊົນ ຕາແສງ ເຕິນເຫີບ ໃຫ້ຮູ້ວ່າ:

 “ດ້ວຍບັນໜ້າທີ່ຈຸດສຸມທີ່ໄດ້ກຳນົດ, ອົງຄະນະພັກ ແລະ ປະຊາຊົນຕາແສງ ເຕິນເຫີບ ພວມສ້າງບັນດາແຜນການຕັດສິນໃຈຜັນຂະຫຍາຍບັນດາຄຳສັ່ງ ມະຕິຂອງສູນກາງພັກ, ຂອງແຂວງຕິດພັນກັບຕົວຈິງ ເພື່ອໃຫ້ນະໂຍບາຍເຂົ້າສູ່ຊີວິດຢ່າງແທ້ຈິງ ຊ່ວຍໃຫ້ປະຊາຊົນລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ”.

ການນຳມະຕິຂອງພັກມາສູ່ປະຊາຊົນໄດ້ຮັບການຜັນຂະຫຍາຍຈາກຕາແສງ ເຕິນເຫີບ ໂດຍຜ່ານການດຳເນີນຊີວິດຂອງບັນດາໜ່ວຍພັກ ຕິດພັນກັບບັນດາບັນຫາໃກ້ຊິດ ຂອງຊີວິດການເປັນຢູ່ ແລະ ການຜະລິດ. ທ່ານ ເຢືອງວັນມິງ ເລຂາໜ່ວຍພັກບ້ານ ດວ່ານເກັດ ຕາແສງ ເຕິນເຫີບ ເປີດເຜີຍວ່າ:

“ພາຍຫຼັງທີ່ໄດ້ມີມະຕິສູນກາງພັກ, ຕາແສງ,ບ້ານຈະຜັນຂະຫຍາຍຢ່າງກວ້າງຂວາງໃຫ້ແກ່ພໍ່ແມ່ພີ່ນ້ອງ. ພວກຂ້າພະເຈົ້າໄດ້ຕັ້ງຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ນຳມະຕິເຂົ້າສູ່ຊີວິດຕົວຈິງ ຕອບສະໜອງຄວາມຮຽກຮ້ອງຕ້ອງການຢ່າງແທດຈິງຂອງປະຊາຊົນ”.

ບໍ່ພຽງແຕ່ຢູ່ຂັ້ນຮາກຖານເທົ່ານັ້ນ ບັນດາພະແນກຂະແໜງການໃນບໍລິເວນແຂວງ ລ່າວກາຍ ກໍ່ພວມຮີບເຮັ່ງສ້າງໂຄງການດຳເນີນງານສັງລວມ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຢູ່ຫຼາຍຂົງເຂດ. ໃກ້ຊິດກັບເນຶ້ອທີ່ສຳຄັນຈາກມະຕິ ແລະ ເນື້ອໃນຈິດໃຈຊີ້ນຳຂອງທ່ານເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ໂຕເລິມ, ຄະນະຄຸ້ມຄອງເສດຖະກິດແຂວງ ລ່າວກາຍ ພວມເປັນເສນາທິການໃຫ້ແກ່ບັນດາວິທີການແກ້ໄຂຢ່າງບຸກທະລຸ ເພື່ອປຽນແປງໃໝ່ຂົງເຂດການນຳເຂົ້າສົ່ງອອກ ເຊິ່ງແມ່ນໜຶ່ງໃນບັນດາສີ່ເສົາຄ້ຳເສດຖະກິດຂອງທ້ອງຖິ່ນ. ທ່ານ ເວືອງຈິງກວັກ ຫົວໜ້າຄະນະຄຸ້ມຄອງເສດຖະກິດແຂວງ ລ່າວກາຍ ໃຫ້ຮູ້ວ່າ:

 “ພວກຂ້າພະເຂົ້າເປັນເສນາທິການໃຫ້ແກ່ຄະນະກຳມະການປະຊາຊົນແຂວງ ເພື່ອຜັນຂະຫຍາຍວາງແຜນກຳນົດເຂດເສດຖະກິດດ່ານຊາຍແດນເຖິງປີ 2045 ພິເສດແມ່ນສ້າງຮູບແບບດ່ານຊາຍແດນອັດສະລິຍະ. ນີ້ແມ່ນວິທີ່ການແກ້ໄຂເພື່ອເພີ່ມຄວາມສາມາດ ເຮັດລະບຽບການຜ່ານຊາຍແດນ ຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ເວລາໃຫ້ແກ່ວິສາຫະກິດ ແລະ ປະຊາຊົນເຄື່ອນໄຫວສົ່ງອອກນຳເຂົ້າຜ່ານດ່ານສາກົນ ລ່າວກາຍ”.

ທ່ານ ເຢືອງດຶກຮຸຍ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະພັກແຂວງ ລ່າວກາຍ ໃຫ້ຮູ້ວ່າຄວາມຕັດສິນໃຈຂອງທ້ອງຖິ່ນ ບໍ່ພຽງແຕ່ນອນຢູ່ຕາມແຕ່ລະຂະແໜງການ ແຕ່ລະຂັ້ນເທົ່ານັ້ນ ຫາກຍັງຢູ່ໃນໂຄງການດຳເນີນງານສັງລວມ ເປັນເອກະພາບໃນທົ່ວແຂວງ ຈາກເສດຖະກິດວັດທະນະທຳສັງຄົມຕະຫຼອດຮອດການປ້ອງກັນຊາດ ປ້ອງກັນຄວາມສະຫງົບ. ທ່ານ ຮຸຍ ໃຫ້ຮູ້ວ່າ:

 “ບັນດາມະຕິດັ່ງກ່າວ ພວກຂ້າພະເຈົ້າຈະຊາບຊຶມຢ່າງກວ້າງຂວາງ ດ້ວຍບັນດາມາດຕະການແກ້ໄຂທີ່ແຕກຕ່າງກັນ ຫວັງວ່າ ພະນັກງານສະມາຊິກພັກ ແລະ  ປະຊາຊົນທຸກໆຄົນກໍ່ລ້ວນແຕ່ມີຄວາມເຂົ້າໃຈ. ຈາກນັ້ນ ທຸກໆຄົນຈະຫັນໂຄງການດຳເນີນງານເປັນລະອຽດ ບໍ່ພຽງແຕ່ຂອງແຕ່ລະສ່ວນບຸກຄົນນັ້ນ ຫາກຍັງແມ່ນຂອງແຕ່ລະອົງການສຳນັກງານ ຫົວໜ່ວຍ ແລະ ທ້ອງຖິ່ນອີກດ້ວຍ”.

ຈາກມະຕິຮອດການກະທຳລະອຽດ, ແຂວງ ລາວກາຍ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈການເມືອງຢ່າງສູງ ແລະ ວິທີການປະຕິບັດວຽກງານ ເປັນແບບເປັນແຜນໃນການນຳມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກເຂົ້າສູ່ຊີວິດຕົວຈິງ. ນີ້ບໍ່ພຽງແຕ່ແມ່ນຄວາມເປັນເອກະພາບທາງດ້ານການຮັບຮູ້ເທົ່ານັ້ນ ຫາກຍັງແມ່ນຄວາມເຊື່ອໝັ້ນຕໍ່ບັນດານະໂຍບາຍຊີ້ຂາດຂອງພັກ ເພື່ອເປົ້າໝາຍສ້າງແຂວງ ລ່າວກາຍ ກາຍເປັນຂົ້ວເຕີບໂຕທີ່ສຳຄັນຂອງບັນດາແຂວງທາງທິດຕາເວັນຕົກພາກເໜືອໃນໄລຍະໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ