ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງຊົນເຜົ່າຜູ້ໄທ ຢູ່ເຂດທາງທິດຕາເວັນຕົກແຂວ ເງະອານ.

(VOVWORLD) -ເຂດທາງທິດຕາເວັນຕົກແຂວງ ເງະອານ ແມ່ນບ່ອນເກັບຮັກສາລະບົບພູມປັນຍາຂອງທ້ອງຖິ່ນທີ່ໃຫຍ່ໂຕຂອງຫຼາຍຊົນເຜົ່າ ໃນນັ້ນມີເຜົ່າຜູ້ໄທ, ບັນດາເຮືອນຮ້ານ ຊຸດອາພອນປະຈຳເຜົ່າ, ເຍື່ອງອາຫານພື້ນເມືອງ ພ້ອມກັບບັນດາງານບຸນ ແລະ ວາດຟ້ອນສຽງເພງທີ່ເຂັ້ມຂົ້ນໄປດ້ວຍສີສັນເຂດພູຜາຜ່າໄມ້ ໄດ້ສ້າງຄວາມເປັນເອກະລັກສະເພາະຢູ່ເຂດທາງທິດຕາເວັນຕົກ ແຂວງ ເງະອານ.
ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງຊົນເຜົ່າຜູ້ໄທ ຢູ່ເຂດທາງທິດຕາເວັນຕົກແຂວ ເງະອານ. - ảnh 1ບ້ານ ຮວາຕ໊ຽນ ຕາແສງ ເຈົາຕ໊ຽນເບິ່ງຈາກບ່ອນສູງ

    ຊາວເຜົ່າຜູ້ໄທ ແມ່ນວົງຄະນາຍາດທີ່ມີມາແຕ່ດົນນານກ່ອນໝູ່ຢູ່ເຂດທາງທິດຕາເວັນຕົກແຂວງ ເງະອານ ໃນນັ້ນມີຊາວເຜົ່າຜູ້ໄທ ຢູ່ບ້ານ ຮວາຕ໊ຽນ ຕາແສງ ເຈົາຕ໊ຽນ. ຜ່ານຫຼາຍລຸ້ນຄົນເຂົາເຈົ້າໄດ້ປະດິດຄິດສ້າງຄຸນຄ່າວັດທະນະທຳທີ່ເປັນເອກະລັກ ເຊິ່ງພົ້ນເດັ່ນແມ່ນບັນດາວາດຟ້ອນ ສຽງເພງທີ່ເຂັ້ມຂົ້ນໄປດ້ວຍເຂດພູຜາປ່າໄມ້. ຜ່ານການເວລາ, ບັນດາວາດຟ້ອນສຽງເພງເຫຼົ່ານີ້ຍັງຄົງຮັກສາພະລັງຊີວິດທີ່ຍືນຍົງ ກາຍເປັນຄວາມເອກອ້າງທະນົງໃຈຂອງວົງຄະນາຍາດ. ນາງ ເຊິ່ມທິແຊັງ ຢູ່ບ້ານ ຮວາຕ໊ຽນ ຖືວ່າ:

“ສາງວັດທະນະທຳຂອງຊາວເຜົ່າຜູ້ໄທ ແມ່ນອຸດົມສົມບູນທີ່ສຸດ. ຈາກທ່າທີ່ກິລິຍາ, ຄຳເວົ້າຕະຫຼອດຮອດຕົວໜັງສື ທັງໝົດເຫຼົ່ານີ້ກໍ່ແມ່ນສີສັນວັດທະນະທຳຂອງເຜົ່າຜູ້ໄທ. ເມື່ອກ່ອນນີ້ເຂົາເຈົ້າເຄີຍເວົ້າວ່າ ຂອງກິນບໍ່ກິນມັນເໜົ່າ ຂອງເກົ່າບໍ່ເລົ່າມັນລືມ. ເພາະສະນັ້ນ ພວກຂ້າພະເຈົ້າຕ້ອງພະຍາຍາມຮັກສາ ຖ່າຍທອດໃຫ້ລຸ້ນລູກລຸ້ນຫຼານ ກ່ຽວກັບສາງວັດທະນະທຳອັນລ້ຳຄ່າຂອງເຜົ່າຕົນ”.

ນອກຈາກບັນດາທຳນອງເພງພື້ນເມືອງ, ຊາວເຜົ່າຜູ້ໄທຢູ່ທີ່ນີ້ຍັງມີລະບົບພູມປັນຍາທ້ອງຖິ່ນພິເສດ ກ່ຽວກັບອາຫານການກິນ, ອາຊີບຫັດຖະກຳຕຳແຜ່ນແພພື້ນເມືອງ, ຍ້ອມສີທຳມະຊາດ. ນີ້ແມ່ນແຫຼ່ງກຳລັງທາງດ້ານວັດທະນະທຳເປັນແກ່ນສານ ຊ້ອນແຝງລະບົບພູມປັນຍາທີ່ອຸດດົມສົມບູນຂອງປະຊາຊົນ. ນີ້ກໍ່ແມ່ນພື້ນຖານເພື່ອສ້າງຜະລິດຕະພັນທ່ອງທ່ຽວພິເສດສະເພາະມີຄຸນຄ່າສູງ, ມີສີສັນສະເພາະທາງເຂດທິດຕາເວັນຕົກແຂວງ ເງະອານ. ຍ້ອນບັນດາປັດໄຈທາງດ້ານວັດທະນະທຳທີ່ອຸດົມສົມບູນນີ້, ໃນແຕ່ລະປີບ້ານ
ຮວາຕ໊ຽນ ໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 4.000 ເທື່ອຄົນ. ສອງສາມປີມໍ່ໆມານີ້ ໄດ້ມີແຂກທ່ອງທ່ຽວສາກົນມາທ່ຽວຢ່າງຫຼວງຫຼາຍ. ປັດຈຸບັນບ້ານ ຮວາຕ໊ຽນ ມີ 7 ຄອບຄົວເຮັດໂຮມສະເຕ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານການກິນດື່ມ, ການທ່ອງທ່ຽວຄົ້ນຫາ, ການພັກຜ່ອນບຳລຸງສຸຂະພາບຂອງແຂກຄົນທັງຫຼາຍ ພ້ອມກັນນັ້ນກໍ່ແກ້ໄຂວຽກເຮັດງານທຳໃຫ້ແກ່ແຮງງານທ້ອງຖິ່ນນັບຫຼາຍຄົນ. ທ່ານ ຫງວຽນຕ໊ຽນຮຸ່ງ ປະທານຄະນະກຳມະການປະຊາຊົນ ຕາແສງ ເຈົາຕ໊ຽນ ໃຫ້ຮູ້ວ່າ:

 “ເຈົາຕ໊ຽນ ໄດ້ກຳນົດທ່ອງທ່ຽວແມ່ນໜຶ່ງໃນສາມຂອດບຸກທະລຸ ໃນອາຍຸການ 2025 – 2030. ທາງຕາແສງໄດ້ປະກາດໃຊ້ໂຄງການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງຊາວເຜົ່າຜູ້ໄທ ສົມທົບກັບການພັດທະນາການທ່ອງທ່ຽວ. ອຳນາດການປົກຄອງທ້ອງຖິ່ນໄດ້ກຳນົດທິດ, ວາງບັນດານະໂຍບາຍຈາກການວາງແຜນກຳນົດ, ລົງທຶນກໍ່ສ້າງພື້ນຖານໂຄງລ່າງຕະຫຼອດຮອດການພັດທະນາມະນຸດ ເຮັດການທ້ອງທ່ຽວ”.

ໃນສະພາບການທີ່ແຂວງ ເງະອານ ພວມຍູ້ແຮງການຂຸດຄົ້ນຊັບພະຍາກອນວັດທະນະທຳທ້ອງຖິ່ນ ເພື່ອພັດທະນາຜະລິດຕະພັນທ່ອງທ່ຽວ ພິເສດສະເພາະຢູ່ເຂດທາງທິດຕາເວັນຕົກແຂວງ ເງະອານ, ຮູບແບບຜະລິດຕະພັນ ແລະ ເຂດທ່ອງງທ່ຽວຄົ້ນຫາໃນເບື້ອງຕົ້ນໄດ້ຢັ້ງຢືນຄຸນຄ່າທີ່ແທດເໝາະກັບທ່າອ່ຽງທ່ອງທ່ຽວແບບຍືນຍົງ. ໃນຂະບວນວິວັດນີ້ ພ້ອມກັບຄວາມພະຍາຍາມຂອງປະຊາຊົນ ຂອງອຳນາດການປົກຄອງຂັ້ນຮາກຖານ ກໍ່ຍັງມີການປະກອບສ່ວນຂອງບັນດາຂະແໜງການ,ຫົວໜ່ວຍຕ່າງໆ ໃນນັ້ນ ມີສະຫະພັນບັນດາອົງການມິດຕະພາບແຂວງ ເງະອານ. ທ່ານ ຫງວຽນຮົ່ງກີ່ ຮອງປະທານຜູ້ປະຈຳການສະຫະພັນບັນດາອົງການມິດຕະພາບແຂວງ ເງະອານ ໃຫ້ຮູ້ວ່າ:

“ມີຫຼາຍຄູ່ຮ່ວມມືຢາກມາທ່ຽວຢູ່ແຂວງ ເງະອານ. ຮູບແບບທ່ອງທ່ຽວຄົ້ນຫານີ້ກໍ່ແມ່ນຮູບແບບທ່ອງທ່ຽວ ເຊິ່ງພວກຂ້າພະເຈົ້າພວມຊຸກຍູ້ເພື່ອໃຫ້ແຂກທ່ອງທ່ຽວຢູ່ພາຍໃນປະເທດ ແລະ ຕ່າງປະເທດ ເມື່ອມາທ່ຽວກໍ່ສາມາດເຫັນໄດ້ເຖິງວັດທະນະທຳທ້ອງຖິ່ນທີ່ເປັນເອກະລັກ”.

ການຂຸດຄົ້ນພູມປັນຍາທາງດ້ານວັດທະນະທຳທ້ອງຖິ່ນເປັນຜະລິດຕະພັນການບໍລິການທ່ອງທ່ຽວທີ່ມີລັກສະນະອາຊີບເຊື່ອມຕໍ່ກັນ ຕາມລະບົບຄຸນຄ່າ ເຊິ່ງແມ່ນທິດກ້າວເດີນຍຸດທະສາດ ແມ່ນເສັ້ນທາງຊ່ວຍສ້າງຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ພ້ອມທັງປະກອບສ່ວນອະນຸລັກ ຮັກສາວັດທະນະທຳ,ເພີ່ມລາຍຮັບໃຫ້ແກ່ຊຸມຊົນ. 

ຕອບກັບ

ຂ່າວ/ບົດ​ອື່ນ