ໂກມເຊົາ - ເລົ່າເລື່ອງວັດທະນະທຳ ຫວຽດນາມ.

(VOVWORLD) -ໂກມເຊົາ - ສຽງຈາກເຄື່ອງປັ້ນດິນເຜົາ ເຊິ່ງແມ່ນໂຄງການສິລະປະດົນຕີ ທີ່ມີຫົວຄິດປະດິດສ້າງ ເປັນຄັ້ງທຳອິດໄດ້ຖືແຫຼ່ງບັນດານໃຈຈາກວັດທະນະທຳເຄື່ອງປັ້ນດິນເຜົາ ເຊິ່ງຫາກໍ່ໄດ້ສະແດງໃນທ້າຍເດືອນ ມິຖຸນາ ທີ່ຜ່ານມາຢູ່ ຮ່າໂນ້ຍ. ບໍ່່ພຽງແຕ່ເລົ່າເລື່ອງກ່ຽວກັບດິນຂອງຊາວທ້ອງຖິ່ນດ້ວຍພາສາກືກ, ໂກມເຊົາ ຍັງເຊື່ອມຕໍ່ກັບມໍລະດົກ ໃນແນວຄິດຈິດໃຈທາງດ້ານວັດທະນະທຳ ຫວຽດນາມ - ວັດທະນະທຳເຄື່ອງປັ້ນດິນເຜົາອີກດ້ວຍ
ໂກມເຊົາ - ເລົ່າເລື່ອງວັດທະນະທຳ ຫວຽດນາມ. - ảnh 1ໂກມເຊົາ - ສຽງຈາກເຄື່ອງປັ້ນດິນເຜົາ

     ໂດຍຖືເຄື່ອງແຫຼ່ງບັນດານໃຈຈາກເຄື່ອງປັ້ນດິນເຜົາ, ໂຄງການສິລະປະດົນຕີທີ່ມີຫົວຄິດປະດິດສ້າງ, “ໂກມເຊົາ” ແມ່ນລະບົບການສຽງໂດຍນຳໃຊ້ໂຕະໝູນເຄື່ອງປັ້ນດິນເຜົາ ກາຍເປັນຜູ້ແນະນຳເລື່ອງລາວ, ເຄື່ອງດົນຕີດ້ວຍເຄື່ອງປັ້ນດິນເຜົາແຕ່ລະຢ່າງຄື ໄຫ, ຄ້ອງ, ລະຄັງ ໄດ້ກາຍເປັນຕົວລະຄອນເລົ່າເລື່ອງກ່ຽວກັບດິນ, ມະນຸດ ດ້ວຍພາສາກືກ. ລາຍການສະແດງໄດ້ພາຜູ້ຊົມເຂົ້າສູ່ໂລກໂດຍໃຊ້ຄວາມຮູ້ສຶກຕົວຢູ່ແຫ່ງທີ່ມີສຽງຕ່າງໆ ໄດ້ປຸກລຸກຄວາມວາດນຶກ, ຫວນຄືນຄວາມຊົງຈຳທາງດ້ານວັດທະນະທຳ ແລະ ພາຜູ້ຊົມຮັບຟັງສຽງຕ່າງໆ ຫຼັກຫຼາຍສີສັນເຂັ້ມຂົ້ນໄປດ້ວຍຂີດໝາຍພື້ນເມືອງ ຫວຽດນາມ

     ຈາກວັດຖຸຕ່າງໆໃຊ້ໃນຊີວິດປະຈຳວັນຂອງຊາວ ຫວຽດນາມ ທີ່ເຮັດດ້ວຍເຄື່ອງປັ້ນດິນເຜົາ, ເຄື່ອງເຄືອບສຽງຂອງມັນໄດ້ເລົ່າເລື່ອງວັດທະນະທຳ ຫວຽດນາມ ອອກສູ່ໂລກ. ບັນດາລາຍການໃນ ໂກມເຊົາ ແມ່ນສຽງສະເພາະຈາກວົງຄະນາຍາດບັນດາເຜົ່າຄື ເມີນົງ, ເຜົ່າໄຕ່, ເຜົ່າໂລໆ, ນຸ່ງຢີນ, ເອເດ, ຮ່າຍີ່… ນັກສິລະປິນ ດິງແອັງຕ໊ວນ ສະມາຊິກຂອງໂຄງການເປີດເຜີຍວ່າ:

“ບັນດາຜະລິດຕະພັນນີ້ ຢາກໂຄສະນາໃຫ້ແຂກຕ່າງປະເທດ. ຍ້ອນເຫດນີ້ເອງພວກເຮົາຈຶ່ງຂຸດຄົ້ນວັດຖຸຕ່າງຽຄື ໄຫ, ກວດ, ວັດຖຸຕ່າງໆໃນຊີວິດປະຈຳວັນ ເພື່ອສ້າງເປັນສຽງ”.

ຕາມສິລະປິນ ຫງວຽນດຶກມິງ ສັງກັດກຸ່ມດົນຕີເຄື່ອງປັ້ນດິນເຜົາ, ກຸ່ມສະມາຊິກ ໂກມເຊົາ, ບັນດາວັດຖຸຂອງ ຫວຽດນາມ ຄື ໄມ້ໄຜ່, ດິນ, ນ້ຳ ໄດ້ສ້າງພື້ນຖານອະລິຍະທຳທາງດ້ານວັດຖຸຂອງຊາວຂອງ ຫວຽດນາມ ແລະ ປັດຈຸບັນໂດຍຜ່ານໂກມເຊົາ, ເຂົາເຈົ້າຢາກແນະນຳພື້ນຖານອະລິຍະທຳຂອງຊາວ ຫວຽດນາມ ຜ່ານສຽງດົນຕີອອກສູ່ໂລກພາຍນອກ. ສິລະປິນ ຫງວຽນດຶກແມັງ ໃຫ້ຮູ້ວ່າ:

 “ເນື້ອໃນຈິດໃຈຂອງລາຍການສະແດງແມ່ນວິນຍານໃນດົນຕີຂອງທ້ອງຖິ່ນ. ຍ້ອນວ່າ ໂດຍເລີ່ມກຳເນີດຈາກພື້ນຖານວັດຖຸແມ່ນ ດິນ, ນ້ຳ, ໄມ້ໄຜ່ ໄດ້ສ້າງເປັນສຽງແບບພື້ນເມືອງ, ຄວາມປານີດຢູ່ທີ່ນີ້ ກໍ່ແມ່ນການສ້າງລາຍລະອຽດຕ່າງໆໃຫ້ສົມບູນແບບກາຍເປັນບົດດົນຕີໃຫຍ່. ເຮັດແນວໃດເພື່ອເຮັດໃຫ້ ທຸກໆຄົນມີຄວາມຮູ້ສຶກແຕກຕ່າງກັນ ດ້ວຍລັກສະນະຈັດວາງທາງດ້ານດົນຕີ ແລະ ແສງສີ ການເຄື່ອນເໜັງຂອງເຄື່ອງດົນຕີເຫຼົ່ານີ້”.

 ດ້ວຍສຽງຕ່າງໆທີ່ລຽບງ່າຍ, ໂກມເຊົາ ໄດ້ເຮັດໃຫ້ຜູ້ຟັງມີຄວາມຮູ້ສຶກແປກປະຫຼາດ ຍ້ອນວ່າສຽງເຫຼົ່ານີ້ ໄດ້ກຳເນີດມາຈາກເຄື່ອງດົນຕີທີ່ໃໝ່ອ່ຽມ ແຕ່ເປັນວັດຖຸທີ່ລື້ງເຄີຍໃນຊີວິດປະຈຳວັນ. ປທ ເຈິ່ນເຢິດຮວ່າງ ຮອງຫົວໜ້າກົມຮ່ວມມືສາກົນ ສັງກັດກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຖືວ່າ:

“ສານຂອງເຂົາເຈົ້າແມ່ນສຸດຍອດ ສົ່ງເສີມໃຫ້ມະນຸດຍັບເຂົ້າໃກ້ກັບທຳມະຊາດ. ກັບຄືນສູ້ທຳມະຊາດ ແລະ ມີຄວາມກົມກຽວກັບທຳມະຊາດ. ນັ້ນແມ່ນສິ່ງທີ່ດີທີ່ສຸດ ເຊິ່ງຂ້າພະເຈົ້າຄິດວ່າ ນີ້ແມ່ນຈຸດເວລາທີ່ພວກເຮົາຕ້ອງການທີ່ສຸດ ດ້ວຍສຽງດົນຕີດ້ວຍສານສົ່ງເຖິງມວນຊົນ”.

 ໂກມເຊົາ ບໍ່ພຽງແຕ່ເປັນຂີດໝາຍໃໝ່ໃນການເຄື່ອນໄຫວສິລະປະຂອງກຸ່ມດົນຕີເຄື່ອງປັ້ນດິນເຜົ່ເທົ່ານັ້ນ ຫາກຍັງເປີດບາດກ້າວເດີນພິເສດໃນການເຄື່ອນໄຫວສິລະປະຍຸກທັນສະໄໝຢູ່ ຫວຽດນາມ ອີກດ້ວຍ. ໂກມເຊົາ ທັງຮັກສາລັກສະນະປະເພນີ, ທັງປ່ຽນແປງໃໝ່ແບບວິທີສຳຜັດ ເພື່ອໃຫ້ວັດທະນະທຳ ຫວຽດນາມ ບໍ່ພຽງແຕ່ຖືກເກັບຮັກສາໄວ້ເທົ່ານັ້ນ ຫາກຍັງສືບຕໍ່ມີຊີວິດ ແລະກັງວານໄປທົ່ວທຸກແຫ່ງອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ