(VOVWORLD) -ລາງວັນອາຫານການກິນໂລກ ຄັ້ງທີ 6 ຫາກໍ່ປະກາດບັນຊີລາຍຊື່ບັນດາສະຖານທີ່ກິນດື່ມທີ່ດີເດັ່ນທົ່ວໂລກ ປີ 2025. ໃນນັ້ນ ຫວຽດນາມ ໄດ້ຮັບການເຊີດຊູແມ່ນສະຖານທີ່ກິນດື່ມແຖວໜ້າຢູ່ອາຊີ ປີ 2025. ອາຫານການກິນ ຫວຽດນາມ ແມ່ນການປະສົມປະສານຢ່າງລະອຽດອອ່ນຂອງລົດຊາດ ແລະ ສີສັນສ່ອງແສງວັດທະນະທຳຫຼາກຫຼາຍສີສັນ ຈາກພາກເໜືອລົງຮອດພາກໃຕ້. ແຕ່ລະເຂດແຄວ້ນ ກໍ່ລ້ວນແຕ່ມີເລື່ອງລາວສະເພາະ ຜ່ານແຕ່ລະເຍື່ອງອາຫານພິເສດສະເພາະ.
ຫວຽດນາມ ຈຸດທີ່ພົ້ນເດັ່ນທາງດ້ານອາຫານການກິນຢູ່ອາຊີ |
ຈາກບັນດາເຍື່ອງອາຫານທຳມະດາ ຕະຫຼອດຮອດບັນດາເຍື່ອງອາຫານໃນພັດຕະຄານທີ່ຫຼູຫຼາ, ອາຫານການກິນ ຫວຽດນາມ ແມ່ນການສະແດງໃຫ້ເຫັນຢ່າງມີຊີວິດຊີວາ ກ່ຽວກັບວັດທະນະທຳປະຫັວດສາດ ແລະ ຊາວ ຫວຽດນາມ. ແຕ່ລະເຍື່ອງອາຫານກໍ່ລ້ວນແຕ່ມີເລື່ອງລາວກ່ຽວກັບດິນແດນ, ວິຖີຊີວິດ ແລະ ການປະສົມປະສານລະຫວ່າງທຳມະຊາດກັບມະນຸດ. ການປະສົມປະສານລະຫວ່າງລົດຫວານ, ລົດສົ້ມ, ລົດເຂັ້ມ, ລົດເຜັດ ພ້ອມກັບຜັກໝາກໄມ້ຊະນິດຕ່າງໆໃນທຳມະຊາດ ບໍ່ພຽງແຕ່ສ້າງລົດຊາດພິເສດສະເພາະເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມລະອຽດອ່ອນ ຫົວຄິດປະດິດສ້າງຂອງຊາວ ຫວຽດນາມ ອີກດ້ວຍ. ນາງ ເຢືອງຫ໋າຍແອັງ ນັກຊ່ຽວຊານດ້ານອາຫານການກິນ ຫວຽດນາມ ໃຫ້ຮູ້ວ່າ:
“ອາຫານການກິນ ຫວຽດນາມ ໄດ້ດຶງດູດເພື່ອນມິດໃນໂລກ ພ້ອມທັງເຮັດໃຫ້ຊາວ ຫວຽດນາມ ມີຄວາມຊົມຊອບພື້ນຖານອາຫານການກິນຂອງຕົນ. ຈຸດພິເສດຮ່ວມຂອງອາຫານການກິນຢູ່ທຸກໆເຂດ ແລະ ພາກ ແມ່ນຢູ່ເບື້ອງຫຼັງຂອງແຕ່ລະເຍື່ອງອາຫານກໍ່ລ້ວນແຕ່ມີເລື່ອງລາວວັດທະນະທຳກ່ຽວຂ້ອງເຖິງຄຸນຄ່າຈຸດພິເສດສະເພາະຂອງປະເທດຊາດ ເມື່ອແຂກທ່ອງທ່ຽວມາຢາມຢູ່ທີ່ນີ້ ເຂົາເຈົ້າບໍ່ພຽງແຕ່ໄດ້ກິນດື່ມໄດ້ຊີມລົດຊາດອາຫານ ຫວຽດນາມ ເທົ່ານັ້ນ, ເຂົາເຈົ້າຍັງໄດ້ຊອກຮູ້ກ່ຽວກັບວັດທະນະທຳຂອງ ຫວຽດນາມ ອີກດ້ວຍ ໃນນັ້ນມີທັງວັດທະນະທຳໃນການດຳລົງໍຊີວິດອີກດ້ວຍ”.
ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດສົ່ງອອກເຂົ້າສານໃຫຍ່ໃນໂລກ. ເຂົ້າສານໄດ້ສວມບົດບາດສຳຄັນໃນອາຫານກາກນິນຂອງ ຫວຽດນາມ. ຈາກເຂົ້າສານຊາວ ຫວຽດນາມປຸງແຕ່ງໄດ້ຫຼາຍເຍື່ອງອາຫານ. ພ້ອມກັບເຂົ້າສານກໍ່ຍັງມີເຝີ, ເຂົ້າປຸ້ນ ແລະ ເຂົ້າໝົມຊະນິດຕ່າງໆ. ແຕ່ລະເຍື່ອງອາຫານ, ຊາວທ້ອງຖິ່ນກໍ່ໄດ້ປຸງແຕ່ງດ້ວຍບັນດາວັດຖຸດິບ ແລະ ເຄື່ອງປຸງທີ ແຕກຕ່າງກັນ ອັນໄດ້ສ້າງລົດຊາດພິເສດສະເພາະໃຫ້ແກ່ແຕ່ລະເຍື່ອງອາຫານ. ນາງ ກາເຊຍກຣີມແຊວກາ ແຂກທ່ອງທ່ຽວຕ່າງປະເທດໃຫ້ຮູ້ວ່າ:
“ໃນເຂົ້າປຸ້ນຖ້ວຍໜຶ່ງກໍ່ມີວັດຖຸດິບ ພ້ອມກັບເຄື່ອງປຸງແຕກຕ່າງກັນຄື ຫົວສີໃຄ, ໝາກເຜັດ ພ້ອມກັບເສັ້ນເຂົ້າປຸ້ນນ້ອຍຂາວ ກໍ່ສ້າງເປັນເຍື່ອງອາຫານທີ່ແຊບນົວ”.
ອາຫານການກິນຢຸ່ ຫວຽດນາມ ແມ່ນອຸດົມສົມບູນຫຼາຍຮູບຫຼາຍສີ ຕາມເຂດແຄວ້ນ. ແຕ່ລະເຍື່ອງອາຫານກໍ່ລ້ວນແຕ່ມີວິນຍານສີສັນ ຫວຽດນາມ. ນະຄອນຫຼວງ ຮ່າໂນ້ຍ ຫາກໍ່ໄດ້ຮັບນາມມະຍົດສະຖານທີ່ອາຫານການກິນທີ່ຫາກໍ່ພົ້ນເດັ່ນແຖວໜ້າອາຊີ. ບັນດາເຍື່ອງອາຫານຢູ່ ຮ່າໂນ້ຍ ບໍ່ພຽງແຕ່ແຊບນົວ ຫຼາຍຮູບຫຼາຍເຍື່ອງດູດດື່ມເທົ່ານັ້ນ, ແຕ່ລະເຍື່ອງອາຫານກໍ່ຍັງແມ່ນເລື່ອງລາວອີກດ້ວຍ. ກາເຟໄຂ່ກໍ່ແມ່ນເຄື່ອງດື່ມທີ່ເປັນເອກະລັກ ແລະ ມີຊື່ສຽງໃນແຜນທີ່ອາຫານການກິນໂລກ. ໃນຂະນະທີ່ຢູ່ເມືອງຫຼວງເກົ່າ ເຫວ້ ຢູ່ພາກກາງ ກໍ່ຍັງມີເຍື່ອງອາຫານເຂົ້າປຸ້ນຊີ້ນງົວ, ບັ໊ນແບ່ວ, ບັ໊ນຫຼອກ, ບັ້ນຣາມອິດ… ສ່ວນຢູ່ນະຄອນ ໂຮ່ຈີມິນ ແຂກທ່ອງທ່ຽວຈະໄດ້ຮັບປະທານເຂົ້າຈີ່ທີ່ແຊບນົວດ້ວຍຊີ້ນ, ຜັກຫອມ, ຫອມບົ່ວ ແລະ ນ້ຳຊ໋ອດຊະນິດຕ່າງໆ. ທ່ານ ຫງວຽນເທື່ອງກວັນ ນັກຊ່ຽວຊານດ້ານອາຫານການກິນ ໃຫ້ຮູ້ວ່າ:
“ອາຫານການກິນ ຫວຽດນາ ກໍ່ມີວິທີປຸງແຕ່ງແຕກຕ່າງກັນ ເພື່ອເຮັດໃຫ້ການດຳລົງຊີວິດພວກເຮົາເພີ່ມຄວາມອຸດົມສົມບູນ, ຖືກປຸງແຕ່ງຕາມລະດູ ແລະ ຢູ່ຕາມເຂດແຄວ້ນ ເພື່ອແທດເໝາະກັບວັດຖຸດິບຂອງທ້ອງຖິ່ນ”.
ພ້ອມກັບບັນດາເຍື່ອງອາຫານຢູ່ຕາມພັດຕະຄານຫຼູຫຼາ, ບັນດາເຍື່ອງອາຫານຢູ່ຕາມຮ້ານແຄມທາງຂອງ ຫວຽດນາມ ກໍ່ໄດ້ສ້າງຂີດໝາຍທີ່ພົ້ນເດັ່ນ. ຢູ່ຕາມເຂດຕະຫຼາດ, ຖະໜົນອາຫານການກິນ, ຮ້ານຂາຍແຄມທາງ ໄດ້ດຶງດູດແຂກທ່ອງທ່ຽວ ດ້ວຍບັນດາເຍື່ອງອາຫານພື້ນບ້ານ ສະແດງໃຫ້ເຫັນຄວາມລຽບງ່າຍຂອງຊາວ ຫວຽດນາມ. ນາງເຢືອງຫ໋າຍແອັງ ນັກຊ່ຽວຊານດ້ານອາຫານການກິນ ໃຫ້ຮູ້ວ່າ:
“ບັນດາຜູ້ຂາຍເຍື່ອງອາຫານຕ່າງໆຢູ່ຕາມທາງກໍ່ລ້ວນແຕ່ແມ່ນບັນດາຜູ້ເຄີຍໄດ້ປຸງແຕ່ງ ແລະ ຂາຍເຍື່ອງອາຫານນັ້ນເປັນເວລາຫຼາຍປີ ແລະ ຖືກເອີ້ນວ່າ ແມ່ນອາຊີບສືບທອດໃນວົງຕະກຸນ ເຂົາເຈົ້າຮູ້ວິທີເຮັດແນວໃດ ເພື່ອໃຫ້ເຍື່ອງອາຫານນັ້ນມີຄວາມແຊວນົວລະດັບສູງສຸດ”. ອາຫານການກິນ ຫວຽດນາມ ແມ່ນການປະສົມປະສານລະຫວ່າງລົດຊາດ, ສີສັນ ແລະ ຈິດວິນວານ ຫວຽດນາມ. ໃນນັ້ນ ອາຫານກາກນິນໄດ້ກາຍເປັນຂົວເຊື່ອມຕໍ່ທາງດ້ານວັດທະນະທຳ ປະກອບສ່ວນແຜ່ກະຈາຍພາບພົດປະເທດ ຫວຽດນາມ ມີຫົວຄິດປິດິດສ້າງ ແລະ ເຂົ້ມຂົ້ນໄປດ້ວຍສີສັນຊາດ.