ໂຄສະນາວັດທະນະທຳບັນດາເຜົ່າ ຫວຽດນາມ ຜ່ານຕຸກກະຕາ

(VOVWORLD) -ພາຍໃຕ້ສີມືອັນຄ່ອງແຄ້ວ ລະອຽດອ່ອນ, ຈິດຕະກອນ ຫງວຽນຮວ່າງແອັງ ຢູ່ ຮ່າໂນ້ຍ ໄດ້ສ້າງຕຸກກະຕານຸ່ງຊຸດອາພອນຂອງບັນດາເຜົ່າ ຫວຽດນາມ. ຜ່ານຊຸດຕຸກກະຕາສະສົມຂອງຕົນ, ຫງວຽນຮວ່າງແອັງ ມີຄວາມຫວັງຢາກແຜ່ກະຈາຍຈຸດຄວາມງາມທາງດ້ານວັດທະນະທຳຂອງປະເທດຊາດ ແລະ ຊາວຫວຽດນາມ ສູ່ເພື່ອນມິດສາກົນ. 
ໂຄສະນາວັດທະນະທຳບັນດາເຜົ່າ ຫວຽດນາມ ຜ່ານຕຸກກະຕາ - ảnh 1ຈິດຕະກອນ ຮວ່າງແອັງ ພວມເຮັດກຸບໃຫ້ຕຸກກະຕາ

     “ຈິດຕະກອນ ຮວ່າງແອັງ ມີຕຸກກະຕາຫຼາຍໜ່ວຍ. ຕຸກກະຕາຂອງອ້າຍມີວິນຍານ. ຂ້າພະເຈົ້າໄດ້ນຳໃຊ້ເປັນຂອງຂວັນໃຫ້ລູກຄ້າຂອງຕົນ, ທຸກໆຄົນຕ່າງກໍ່ຊົມຊອບທີ່ສຸດ”

      “ບັນດາຕຸກກະຕາກໍ່ເປັນຂີດໝາຍທີ່ເປັນເອກະລັກ, ບັນດາຊຸດອາພອນຂອງຕຸກກະຕາ 54 ຊົນເຜົ່າ ຫວຽດນາມ ກໍ່ມີວີນຍານ ດັ່ງນັ້ນສວຍງາມທີ່ສຸດ”.

     ໂດຍບໍ່ແມ່ນຜູ້ເຮັດຕຸກກະຕາຄົນທຳອິດຢູ່ ຫວຽດນາມ, ແຕ່ຈິດຕະກອນ ຮວ່າງແອັງ ຢູ່ ຮ່າໂນ້ຍ ແມ່ນຜູ້ມີຊື່ສຽງ ຂະນະທີ່ບັນດາຕຸກກະຕານ້ອຍ ສວຍງາມນຸ່ງຊຸດອາພອນບັນດາເຜົ່າ ຫວຽດນາມ ໄດ້ປາກົດຕົວຢູ່ສະໜາມບິນ, ຮ້ານຂາຍເຄື່ອງທີ່ລະນຶກຢູ່ຕາມຄຸ້ມຖະໜົນເກົ່າ ຮ່າໂນ້ຍ. ແນວຄວາມຄິດເຮັດຕຸກກະຕານຸ່ງຊຸດອາພອນປະຈຳເຜົ່າຖືກ ຮວ່າງແອັງ ຝັກໄຝ່ ຂະນະທີ່ເຫັນຕະຫຼາດເຮັດຕຸກກະຕາຢູ່ ຫວຽດນາມ ຍັງບໍ່ທັນອຸດົມສົມບູນ. ລາວມີຄວາມຫວັງນຳຊຸດອາພອນ ຫວຽດນາມ ເຂົ້າໃນຕຸກກະຕາ ເພື່ອໃຫ້ເພື່ອນມິດສາກົນຮູ້ຈັກເຖິງວັດທະນະທຳ ຫວຽດນາມ ຫຼາຍຂຶ້ນ. ນັບແຕ່ປີ 2011 ຮວ່າງແອັງ ໄດ້ລົງມືຮັດແຄບບັນດາຊຸດອາພອນປະຈຳເຜົ່າ ຜ່ານຕຸກກະຕາ. ຈິດຕະກອນ ຮວ່າງແອັງເປີດເຜີຍວ່າ:

     “ທີີ່ຕະຫຼາດນັດຂອງພໍ່ແມ່ພີ່ນ້ອງບັນດາເຜົ່າ ຫຼື ໃນວັນບຸນເຕັດທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມນັ້ນ, ແຕ່ລະຊົນເຜົ່າກໍ່ນຸ່ງຊຸດອາພອນແຕກຕ່າງກັນ ອັນໄດ້ສ້າງຮູບພາບຫຼາກຫຼາຍສີສັນ. ເມື່ອກຳແໜ້ນຈິດໃຈດັ່ງກ່າວນັ້ນ, ຂ້າພະເຈົ້າໄດ້ນຳເຂົ້າສູ່ຕຸກກະຕາ ແລະ ເຮັດຢ່າງຖືກຕ້ອງຕາມຈິດໃຈຂອງປະຊາຊົນ”.

     ເພື່ອຜະລິດອອກຜະລິດຕະພັນ ແມ່ນລວມມີຫຼາຍຂັ້ນຕອນ. ທຳອິດແມ່ນຄົ້ນຄວ້າຊຸດອາພອນກ່ຽວກັບການອອກແບບ, ປະເພດແຜ່ນແພ, ຫຼັງຈາກນັ້ນກໍ່ເຮັດຮູບຈຳລອງດ້ວຍກົມໂປສິດ. ທັດມາແມ່ນປະຕິມາກຳ ແລະ ແຕ້ມໜ້າໃຫ້ຕຸກກະຕາ, ສຸດທ້າຍຕັດຫຍິບໃຫ້ຊຸດອາພອນ ແລະ ປະດັບເຄື່ອງເອ້ຢ້ອງ. ຈິດຕະກອນ ຮວ່າງແອັງ ໃຫ້ຮູ້ວ່າ:

     “ເມື່ອເຮັດບັນດາຕຸກກະຕາ, ມີບາງຄັ້ງ ຂ້າພະເຈົ້າກໍ່ບໍ່ພໍໃຈ ແລະ ຕ້ອງປາດຖິ້ມ. ເພື່ອຮັດແຄບຊຸດອາພອນຊຸດໜຶ່ງກໍ່ແມ່ນຄວາມຫຍຸ່ງຍາກ, ແຕ່ລະເຜົ່າກໍ່ມີລວດລາຍສີສັນແຕກຕ່າງກັນ. ໃນຜະລິດຕະພັນນ້ອຍເຊັ່ນນັ້ນ ເຮົາກໍ່ຕ້ອງກັ່ນຕອງລວດລາຍຄືແນວໃດ ເພື່ອສະແດງຈິດໃຈຂອງຊົນເຜົ່ານນັ້ນ”.

     ປັດຈຸບັນ ຈິດຕະກອນ ຮວ່າງແອັງ ມີຕຸກກະຕາປະມານ 5.000 ໜ່ວຍ ດ້ວຍສອງຂະໜາດ 25 ຊມ ແລະ 35 ຊມ ແນະນຳຊຸດອາພອນຂອງແຕ່ລະເຜົ່າ. ຈິດຕະກອນ ຮວ່າງແອັງ ໄດ້ເຮັດຊຸດອາພອນປະຈຳເຜົ່ານັບພັນຊຸດປຽບເໝືອນຊຸດອາພອນຂອງຊາວເຜົ່າຢ້າວ, ເຜົ່າມົ້ງ, ຜູ້ໄທ, ເຜົ່າໄຕ່… ສຳລັບວັດສະດຸທີ່ລາວນຳໃຊ້ກໍ່ແມ່ນວັດສະດຸອັນເປັນປະເພນີຂອງພໍ່ແມ່ພີ່ນ້ອງບັນດາເຜົ່າ. ຈິດຕະກອນ ຮວ່າງແອັງ ໃຫ້ຮູ້ຕື່ມອີກວ່າ:

        “ຍ້ອນແມ່ນຜະລິດຕະພັນຫັດຖະກຳ ດັ່ງນັ້ນເກືອບຄືວ່າ ຕ້ອງເຮັດດ້ວຍມື. ຍົກຕົວຢ່າງຄື ຊຸດປະລັກແຂວນ ແລະ ສາຍຄໍຂອງຕຸກກະຕາ, ໃນຕົວຈິງຈິດຕະກອນຕ້ອງຊອກຫາວັດສະດຸຊະນິດໃດທີ່ແທດເໝາະກັບຊຸດອາພອນ ເຊິ່ງຕົນເອງຫວັງຢາກໄດ້, ສຳລັບສ່ວນທັກແຊ່ວໃນສິ້ນຂອງຕຸກກະຕາ ໂດຍແມ່ນພໍ່ພີ່ນ້ອງບັນດາເຜົ່າທັກແຊວເອງ”.

       ໃນໄລຍະທີ່ຈະມາເຖິງ, ຈິດຕະກອນ ຮວ່າງແອັງ ຈະມີບັນດາຂໍ້ມູນຂ່າວສານກ່ຽວກັບບັນດາເຜົ່າຕື່ມອີກຄື ປະຊາກອນ, ບໍລິເວນອາໄສ, ປະເພນີ ເປັນພາສາ ຫວຽດ ແລະ ພາສາອັງກິດ, ຮວ່າງແອັງ ມີຄວາມຫວັງຢາກປະກອບສ່ວນໜ້ອຍໜຶ່ງ ເພື່ອກະແສວັດທະນະທຳ ຫວຽດນາມ ສືບຕໍ່ຖືກເສີມຂະຫຍາຍ ເພື່ອໃຫ້ສີສັນວັດທະນະທຳພື້ນເມືອງຂອງຫວຽດນາມ ປະກົດຕົວໃນຊີວິກຍຸກທັນສະໄໝ. ທ່ານ ປອ ຫງວຽນວັນຮຸຍ ອະດີດຫົວໜ້າຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ ໃຫ້ຮູ້ວ່າ:

       “ຈິດຕະກອນສ້າງຕຸກກະຕາ ຕ້ອງອີງໃສພື້ນຖານວັດທະນະທຳຂອງແຕ່ລະເຜົ່າ ແຕ່ເຂົາເຈົ້າມີສິດຈຳເປັນຕ້ອງປະດິດຄິດສ້າງເພື່ອໃຫ້ຮູບແບບສິນຄ້າຂອງເຂົາເຈົ້າສາມາດເຂົ້າເຖິງວັດທະນະທຳຂອງແຕ່ລະເຜົ່າ ແຕ່ພັດມີຫົວຄິດປະດິດສ້າງເຮັດໃຫ້ຕຸກກະຕາສວຍງາມຫຼາຍຂຶ້ນ”.

     ຈິດຕະກອນ ຮວ່າງແອັງ ຍາມໃດກໍ່ມີຄວາມສຳນຶກວ່າ ຕຸກກະຕາ ບໍ່ພຽງແຕ່ແມ່ນຂອງຂວັນເທົ່ານັ້ນ ຫາກຍັງແມ່ນຂົວເຊື່ອມຕໍ່ທາງດ້ານວັດທະນະທຳນຳຊຸດອາພອນຂອງບັນດາເຜົ່າຍັບເຂົ້າໃກ້ກັບເພື່ອນມິດສາກົນ. 

ຕອບກັບ

ຂ່າວ/ບົດ​ອື່ນ