ກອງ​ປະ​ຊຸມ​ສຸດຍອດ G7 ແລະ ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ສາ​ມັກ​ຄີ​ຂອງ​ຝ່າຍ​ຕາ​ເວັນ​ຕົກ

(VOVWORLD) - ໂດຍແມ່ນກອງປະຊຸມຂັ້ນສູງຄັ້ງປະຖົມມະເລິກຂອງກຸ່ມບັນດາປະເທດອຸດສາກະກຳພັດທະນາ – G7  ນັບແຕ່ເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump ກັບຄືນຂຶ້ນກຳອຳນາດເມື່ອຕົ້ນປີ 2025. ກອງປະຊຸມສຸດຍອດ G7  ໄດ້ດຳເນີນໄປໃນສະພາບຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກ ຍ້ອນນະໂຍບາຍພາສີອາກອນຂອງ ອາເມລິກາ ແລະ ການປະທະກັນດ້ານພູມສາດການເມືອງ ທີ່ນັບມື້ນັບສັບສົນຢູ່ຫຼາຍປະເທດໃນໂລກ.

ກອງປະຊຸມສຸດຍອດ G7  ປີນີ້ໄດ້ຈັດຂຶ້ນແຕ່ວັນທີ 15-17 ມິຖຸນາ ຢູ່ Kananaskis,  ລັດ Alberta, Canada, ແມ່ນກອງປະຊຸມຂັ້ນສູງ  G7 ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump  ໃນອາຍຸການທີ 2 ພ້ອມທັງແມ່ນກອງປະຊຸມສຸດຍອດ ຄັ້ງທຳອິດຂອງ ນາຍົກລັດຖະມົນຕີປະເທດເຈົ້າພາບ ທ່ານ -Mark Carney.

ວິໃສທັດຂອງ ການາດາ

ໃນແຈ້ງການທີ່ຍົກອອກມາເມື່ອວັນທີ 9 ມິຖຸນາ, ຫ້ອງວ່າການນາຍົກລັດຖະມົນຕີ ການາດາ Mark Carney ໃຫ້ຮູ້ກ່ຽວກັບບັນດາບຸລິມະສິດແຖວໜ້າຂອງ ການາດາ ຢູ່ກອງປະຊຸມສຸດຍອດ G7   ປີນີ້ແມ່ນເພີ່ມທະວີສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກ, ລວມທັງການຕ້ານການແຊກແຊງຂອງຕ່າງປະເທດ ແລະ ອາດສະຍາກຳຂ້າມຊາດ, ປົວແປງຄວາມສາມາດຮັບມືກັບເຫດໄຟໄໝ້ປ່າ.

          ລະອຽດຄື, ດ້ວຍເປົ້າໝາຍສ້າງພື້ນຖານເສດຖະກິດໝັ້ນຄົງເຂັ້ມແຂງກ່ວານັ້ນ, ການາດາ ຈະຊອກຫາບັນດາຂໍ້ຕົກລົງ ແລະ ເຄື່ອນໄຫວປະສົມປະສານຕາມ 3 ໜ້າທີ່ຫຼັກ. ທີ່ໜຶ່ງແມ່ນ ປົກປ້ອງປະຊາຄົມ ແລະ ໂລກ, ສຸມໃສ່ການເພີ່ມທະວີສັນຕິພາບ ແລະ ຄວາມໝັ້ນຄົງ, ຕ້ານການແຊກແຊງຂອງຕ່າງປະເທດ ແລະ ອາດສະຍາກຳຂ້າມຊາດ, ປົວແປງປະຕິກິລິຍາຕໍ່ໄຟໄໝ້ປ່າ. ທີສອງແມ່ນ ສ້າງຄວາມໝັ້ນຄົງດ້ານພະລັງງານ ແລະ ຍູ້ໄວວິວັດການຫັນເປັນດີຈີຕອນ. ສຸດທ້າຍແມ່ນຮັບປະກັນການພົວພັນຄູ່ຮ່ວມມືໃນອະນາຄົດ-ຊຸກຍູ້ການລົງທຶນພາກເອກະຊົນ ກໍ່ສ້າງພື້ນຖານໂຄງລ່າງໃຫ້ໝັ້ນຄົງໜັກແໜ້ນກ່ວາ, ສ້າງວຽກເຮັດງານທຳມີລະດັບເງິນເດືອນສູງກ່ວາ ແລະ ເປີດຕະຫຼາດທີ່ມີໄຫວພິບເພື່ອໃຫ້ວິສາຫະກິດສາມາດແກ້ງແຍ້ງໄດ້ ແລະ ປະສົບຜົນສຳເລັດ.

ນອກຈາກບັນດາຫົວເລື່ອງດັ່ງກ່າວ, ກອງປະຊຸມສຸດຍອດ G7   ປີນີ້ຈະສືບຕໍ່ປຶກສາຫາລືບັນດາບັນຫາພູມສາດການເມືອງທີ່ພົ້ນເດັ່ນອື່ນໆໃນໂລກ. ເລື່ອງປະເທດເຈົ້າພາບເຊີນ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ເຂົ້າຮ່ວມກອງປະຊຸມໄດ້ໃຫ້ເຫັນວ່າ ການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ ຈະສືບຕໍ່ແມ່ນໜຶ່ງໃນບັນດາຈຸດສຸມການປຶກສາຫາລື. ທ່ານລັດຖະມົນຕີກະຊວງການເງິນ ການາດາ Francois-Philippe Champagne ຖະແຫຼງວ່າ:

          ຂ້າພະເຈົ້າຄິດວ່າ ນີ້ແມ່ນຈຸດເວລາສຳຄັນທີ່ສຸດສຳລັບ G7 ແລະ ໂລກ. ໜ້າທີ່ຂອງພວກຂ້າພະເຈົ້າແມ່ນຟື້ນຟູຄວາມສະຖຽນລະພາບ ແລະ ການເຕີບໂຕ. ນີ້ແມ່ນສອງເປົ້າໝາຍຕົ້ນຕໍຂອງກອງປະມສຸດຍອດ G7.

             ໂດຍໄດ້ສະແດງອອກໃຫ້ແກ່ວິໄສທັດດັ່ງກ່າວ, ນອກຈາກບັນດາປະມຸກລັດຂອງບັນດາປະເທດ G7 ຄື: ອາເມລິກາ, ອັງກິດ, ຝະລັ່ງ, ເຢຍລະມັນ, ອີຕາລີ, ການາດາ, ຍີ່ປຸ່ນ ແລ້ວ, ທ່ານນາຍົກລັດຖະມົນຕີ ດານາດາ Mark Carney ກໍ່ໄດ້ເຊື້ອເຊີນການນຳຫຼາຍປະເທດເຂົ້າຮ່ວມກອງປະຊຸມສຸດຍອດ G7 ປີນີ້, ລວມມີ: ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskyy, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese, ທ່ານປະທານາທິບໍດີ ອາຟຼິກກາໃຕ້ Cyril Ramaphosa, ທ່ານປະທານາທິບໍດີ ບຣາຊິນ, Luiz Inacio Lula da Silva  ແລະ ທ່ານປະທານາທິບໍດີ ແມັກຊີໂກ, Claudia Sheinbaum. ໜ້າສົນໃຈແມ່ນ ການາດາ ກໍ່ເຊື້ອເຊີນທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ເຂົ້າຮ່ວມກອງປະຊຸມ, ເຖິງວ່າ ສອງປະເທດພວມຢູ່ໃນໄລຍະເຄັ່ງຕຶງດ້ານການທູດ.

ຄວາມວິຕົກກັງວົນດ້ານພາສີອາກອນ

ໂດຍແມ່ນກອງປະຊຸມຂັ້ນສູງຄັ້ງປະຖົມມະເລິກຂອງ G7  ມີການເຂົ້າຮ່ວມຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ນັບແຕ່ເມື່ອທ່ານກັບຄືນຂຶ້ນດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ ອາຍຸການທີ 2. ກອງປະຊຸມສຸດຍອດ G7 ປີນີ້ ໄດ້ຮັບຄວາມຫວັງວ່າ ຈະຊ່ວຍແກ້ໄຂໜຶ່ງໃນບັນດາຄວາມຕິດຂັດໃຫຍ່ກວ່າໝູ່ໃນປະຈຸບັນ ນັ້ນແມ່ນການພົວພັນລະຫວ່າງບັນດາປະເທດສະມາຊິກ ແມ່ນຂໍ້ຂັດແຍ້ງດ້ານການຄ້າ ຍ້ອນນະໂຍບາຍພາສີອາກອນຂອງ ອາເມລິກາ. ທ່ານ Ryosei Akazawa, ລັດຖະມົນຕີກະຊວງຟື້ນຟູເສດຖະກິດ ແລະ ແມ່ນຫົວໜ້າຄະນະເຈລະຈາການຄ້າຂອງ ຍີ່ປຸ່ນ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຈະສະເໜີໃຫ້ທັງສອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ປະທານາທິບໍດີ ອາເມລິກາ ເອົາໃຈໃສ່ຕໍ່ເລື່ອງບັນດາການເຈລະຈາດ້ານພາສີອາກອນລະຫວ່າງ ອາເມລິກາ ແລະ ຍີ່ປຸ່ນ ໄດ້ກ້າວໄປໄກຮອດລະດັບໃດແລ້ວ. ດັ່ງນັ້ນ, ກອງປະຊຸມສຸດຍອດ G7 ແມ່ນຈຸດເວລາທີ່ສຸກງອມໃຫ້ແກ່ບັນດານັກເຈລະຈາພວກຂ້າພະເຈົ້າ.

ສ່ວຍຝ່າຍ ເອີລົບ, ວັນທີ 12 ມິຖຸນາ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Friedrich Merz ໄດ້ຖະແຫຼງວ່າ ເອີລົບ ລໍຄອຍເລື່ອງ ອາມເລິກາ ຈະເປັນເອະພາບກ່ຽວກັບຂໍ້ຕົກລົງແມ່ກັບກຸ່ມນີ້ ຄືກັນກັບຂໍ້ຕົກລົງແມ່ ຊື່ງ ອາເມລິກາ ແລະ ຈີນ ບັນລຸໄດ້ເມື່ອວັນທີ 10 ມິຖຸນາ ຢູ່ ລອນດອນ ປະເທດ ອັງກິດ. ທ່ານນາງ Claudia Sheinbaum  ປະທານາທິບໍດີ ແມັກຊີໂກ ກໍ່ໄດ້ອອກຖະແຫຼງການຄ້າຍຄືກັນ. ແຕ່ເຖິງຢ່າງໃດກໍ່ຕາມ, ວົງການນັກສັງເກດການ ໄດ້ມີຄວາມສົງໄສຕໍ່ເລື່ອງກອງປະຊຸມສຸດຍອດ  G7 ອາດສາມາດສ້າງຄວາມບຸກທະລຸໃນບັນຫາພາສີອາກອນໄດ້.

ນອກຈາກສິ່ງທ້າທາຍດ້ານພາສີອາກອນ, ບັນດາປະເທດ G7  ແລະ ຄູ່ຮ່ວມມືທີ່ໃກ້ຊິດສະໜິດສະໜົມຈຳນວນໜຶ່ງ ກໍ່ຕ້ອງປະເຊີນໜ້າກັບຄວາມບໍ່ລົງລອຍກັນພາຍໃນ ກ່ຽວກັບດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກ່ຽວຂ້ອງເຖິງບັນດາຄຳຖະແຫຼງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump  ກ່ຽວກັບເລື່ອງ ອາເມລິກາ ຢາກໂຮມ ການາດາ ແລະ ເກາະ Greenland  ຂຶ້ນກັບ ແດນມາກ ເຂົ້າ, ກໍ່ຄືເລື່ອງອຳນາດການປົກຄອງ ອາເມລິກາ ໃຫ້ຮູ້ຈະພິຈາລະນາຄືນ ຂໍ້ຕົກລົງຄວາມໝັ້ນຄົງ Aukus  ລົງນາມໃນປີ 2021 ລະຫວ່າງ ອາເມລິກາ, ອັງກິດ ແລະ ອົດສະຕາລີ. ສຸດທ້າຍ, ສະພາບການມະນຸດສະທຳຢູ່ເຂດ ກາຊາ ພ້ອມດ້ວຍການປະທະກັນທີ່ຫາກໍ່ເກີດຂຶ້ນຢູ່ ຕາເວັນອອກກາງ ລະຫວ່າງ ອິດສະຣາແອັນ ແລະ ອີຣານ ກໍ່ອາດຈະກໍ່ໃຫ້ເກີດຄວາມແບ່ງແຍກລະຫວ່າງ ອາເມລິກາ, ສຳພັນທະມິດສຳຄັນທີ່ສຸດຂອງ ອິດສະຣາແອັນ ກັບບັນດາປະເທດ ເອີລົບ ທີ່ນັບມື້ນັບມີທັດສະນະແຂງກະດ້າງກ່ວາຕໍ່ກັບ ອີຣານ./.

ຕອບກັບ

ຂ່າວ/ບົດ​ອື່ນ