ກະ​ກຽມ​ຢ່າງ​ລະ​ອຽດ​ເພື່ອ​ໃຫ້​ກົງ​ຈັກ​ການ​ຈັດ​ຕັ້ງ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ເຂົ້າ​ການ​ເຄື່ອນ​ໄຫວ​ຢ່າງ​ລຸ​ລ່ວງ ແລະ ຕໍ່​ເນື່ອງ

(VOVWORLD) - ກົງຈັກໃໝ່ຂອງ ຫວຽດນາມ ຕາມຮູບແບບການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ຈະໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການແຕ່ວັນທີ 1 ກໍລະກົດຈະມາເຖິງ. ນີ້ແມ່ນເຫດການໃຫຍ່, ມີຄວາມໝາຍປະຫວັດສາດຂອງປະເທດຊາດ. ເພື່ອໃຫ້ກົງຈັກໃໝ່ເຂົ້າເຄື່ອນໄຫວຢ່າງລຸລ່ວງ, ມີປະສິດທິຜົນ, ຫວຽດນາມ ໄດ້ກະກຽມຢ່າງລະອຽດລະອໍ, ຈັດແບ່ງໜ້າທີ່, ສິດອຳນາດ ແລະ ໂຄງຮ່າງການຈັດຕັ້ງກົງຈັກຂອງອຳນາດການປົກຄອງແຕ່ລະຂັ້ນຢ່າງລະອຽດ.

ກະ​ກຽມ​ຢ່າງ​ລະ​ອຽດ​ເພື່ອ​ໃຫ້​ກົງ​ຈັກ​ການ​ຈັດ​ຕັ້ງ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ເຂົ້າ​ການ​ເຄື່ອນ​ໄຫວ​ຢ່າງ​ລຸ​ລ່ວງ ແລະ ຕໍ່​ເນື່ອງ - ảnh 1ພາບປະກອບ: VOV

ດ້ວຍອັດຕາສ່ວນສະມາຊິກສະພາແຫ່ງຊາດ 100% ເຫັນດີ, ມະຕິກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ໄດ້ຮັບຮອງເອົາຢ່າງເປັນທາງການຢູ່ກອງປະຊຸມຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV ໃນວັນທີ 16 ມິຖຸນາ ທີ່ຜ່ານມາ. ນີ້ແມ່ນເຫດການທີ່ມີຂີດໝາຍປະຫວັດສາດ, ຮັບໃຊ້ໃຫ້ແກ່ເປົ້າໝາຍພັດທະນາຂອງປະເທດຊາດ ໃນໄລຍະໃໝ່.

ມີເອກະສານດ້ານກົດໝາຍກ່ວາ 5000 ສະບັບໄດ້ຮັບການສຳຫຼວດກວດຄືນ

ເພື່ອປະຕິບັດແຜນນະໂຍບາຍໃຫຍ່ນີ້, ໃນໄລຍະຜ່ານມາ, ຫວຽດນາມ ໄດ້ກະກຽມຢ່າງຄົບຊຸດ, ແໜ້ນແຟ້ນ ແລະ ຮອບດ້ານຈາກສູນກາງ ລົງຮອດທ້ອງຖິ່ນ.

ໃນວິວັດການກະກຽມ, ຄວາມຮຽກຮ້ອງຕ້ອງການໃຫຍ່ທີ່ສຸດ ທີ່ໄດ້ວາງອອກແມ່ນຕ້ອງເຮັດແນວໃດ ເພື່ອບູລະນະລະບົບນິຕິກຳໃນໄລຍະສັ້ນ, ແຕ່ຍັງຕ້ອງຮັບປະກັນວ່າ “ບໍ່ມີບ່ອນວ່າງດ້ານນິຕິກຳ”. ເພາະສະນັ້ນ, ສະພາແຫ່ງຊາດ, ລັດຖະບານ ແລະ ອົງການທີ່ກ່ຽວຂ້ອງ ໄດ້ມານະພະຍາຍາມເພື່ອປະກາດໃຊ້ເອກະສານທີ່ເປັນຈຳນວນຫຼາຍໃນໄລຍະສັ້ນ. ທ່ານຮອງລັດຖະມົນຕີກະຊວງພາຍໃນ ເຈື່ອງຫາຍລອງ ໃຫ້ຮູ້ວ່າ:

ສະພາແຫ່ງຊາດ ແລະ ລັດຖະບານ ໄດ້ຕັ້ງໜ້າສຳຫຼວດກວດຄືນ, ປັບປຸງ, ເພີ່ມເຕີມລັດຖະທຳມະນູນ ແລະ ກົດໝາຍສຳຄັນສະບັບຕ່າງໆ, ຄືກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍພະນັກງານລັດຖະກອນ ພາລະກອນເພື່ອສ້າງກອບນິຕິກຳໃຫ້ແກ່ການຈັດຕັ້ງຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ. ນອກຈາກນັ້ນ, ລະບົບເອກະສານໃຕ້ກົດໝາຍຄື ມະຕິ, ການແນະນຳ ຂອງບັນດາກະຊວງ, ຂະແໜງການ ກໍ່ໄດ້ປະກາດໃຊ້ຢ່າງທັນການ, ຮັບປະກັນຖືກຕ້ອງກັບຈຸດເວລາເຄື່ອນໄຫວຮູບແບບໃໝ່.

ໂດຍຫັນການກະກຽມໃຫ້ແກ່ການເຄື່ອນໄຫວຂອງກົງຈັກອຳນາດການປົກຄອງທ້ອງຖິ່ນສອງຂັ້ນໃຫ້ເປັນລະອຽດ, ທ່ານຮອງລັດຖະມົນຕີກະຊວງການເງິນ ໂຮ່ຊີຮຸ່ງ ຢັ້ງຢືນວ່າ ວິວັດການນີ້ໄດ້ຮັບການສ້າງຢ່າງລະອຽດ, ແຕ່ລະວຽກງານ, ແຕ່ລະຄົນ, ແຕ່ລະຂັ້ນຕອນຢ່າງຈະແຈ້ງ. ບັນດາແຜນການໄດ້ເປີດເຜີຍ, ສົ່ງໄປຍັງບັນດາຫົວໜ່ວຍທີ່ກ່ຽວຂ້ອງ ເພື່ອປະຕິບັດຢ່າງຄົບຊຸດ ແລະ ມີປະສິດທິຜົນ:

ພວກຂ້າພະເຈົ້າໄດ້ສຳຫຼວດກວດຄືນເອກະສານດ້ານກົດໝາຍ 5000 ສະບັບ, ຍົກອອກ 6738 ໜ້າທີ່ຂອງທຸກຂັ້ນ, ຈາກນັ້ນກໍ່ແບ່ງ ແລະ ແຍກ 2718 ໜ້າທີ່ຈຸດສຸມ, ກຳນົດຢ່າງຈະແຈ້ງໜ້າທີ່ຂອງອຳນາດການປົກຄອງທ້ອງຖິ່ນແຕ່ລະຂັ້ນ, ແບ່ງແລະ ແຍກໜ້າທີ່ລະຫວ່າງຂັ້ນແຂວງ ແລະ ຂັ້ນຕາແສງ. ນອກຈາກນັ້ນ, ລັດຖະບານກໍ່ປະກາດໃຊ້ມະຕິ 28 ສະບັບ ແບ່ງຂັ້ນ, ແບ່ງ ອຳນາດ, ແບ່ງແຍກໜ້າທີ່, ສິດອຳນາດຂອງອຳນາດການປົກຄອງສູນກາງ ແລະ ອຳນາດການປົກຄອງທ້ອງຖິ່ນ.

ການຜັນຂະຫຍາຍຮັບເອົາຄຳເຫັນຂອງປະຊາຊົນໄດ້ຮັບການປະຕິບັດຢ່າງເຂັ້ມງວດ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມຢູ່ລະດັບສູງ. ພ້ອມກັນນັ້ນ, ເພື່ອກະກຽມບຸກຄະລາກອນກໍ່ຄືຈັດຕັ້ງກົງຈັກຂອງອົງການວິຊາຊີບເມື່ອເຄື່ອນໄຫວອຳນາດການປົກຄອງສອງຂັ້ນ, ລັດຖະບານໄດ້ຄົ້ນຄ້ວາ, ສ້າງແຜນການສັບຊ້ອນພະນັກງານໃຫ້ເໝາະສົມ, ເອົາໃຈໃສ່ເປັນພິເສດຕໍ່ການສັບຊ້ອນພະນັກງານທີີ່ມີຄວາມສາມາດບົ່ມຊ້ອນ, ມີລະດັບຄວາມຮູ້ວິຊາສະເພາະ ເຂົ້າໃຈກົດໝາຍ ແລະ ມີບົດຮຽນປະສົບການໃນການຄຸ້ມຄອງແຫ່ງລັດເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່. ການມອບໜ້າທີ່ໃຫ້ແກ່ພະກງານກໍ່ຕ້ອງຮັບປະກັນ ວຽກງານ, ຄວາມຮັບຜິດຊອບຢ່າງຈະແຈ້ງ, ຕາມທີ່ຕັ້ງຕຳແໜ່ງວຽກເຮັດ, ມີຄວາມສາມາດໃນການຮັບເອົາບັນດາໜ້າທີ່, ສິດອຳນາດໃໝ່.

ພື້ນຖານໂຄງລ່າງວັດຖຸ, ພື້ນຖານໂຄງລ່າງດີຈີຕອນ, ພື້ນຖານໂຄງລ່າງເຕັກໂນໂລຢີ, ພິເສດແມ່ນລະບົບພື້ນຖານໂຄງການເຕັກໂນໂລຢີຂໍ້ມູນຂ່າວສານໄດ້ຮັບປະກັນເຊື່ອມຕໍ່ລະຫວ່າງ 3.321 ຫົວໜ່ວຍປົກຄອງຂັ້ນຕາແສງ, ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວຂອງອຳນາດການປົກຄອງດີຈີຕອນ, ແກ້ໄຂລະບຽບການບໍລິຫານທາງເອເລັກໂຕນິກ.

ສ້າງພື້ນທີ່ພັດທະນາໃໝ່ໃຫ້ແກ່ປະເທດຊາດ

ປ່ຽນແທນຈາກຮູບແບບອຳນາດການປົກຄອງທ້ອງຖິ່ນແຕ່ 3 ຂັ້ນມາເປັນ 2 ຂັ້ນແມ່ນການປະຕິຮູບໃຫຍ່ຂອງ ຫວຽດນາມ, ສ່ອງແສງໃຫ້ເຫັນວິໄສທັດຍຸດທະສາດ ແລະ ຄວາມຕັດສິນໃຈປ່ຽນແປງໃໝ່ຂອງຫວຽດນາມ ໃນສັງກາດໃໝ່. ກົງຈັກອຳນາດການປົກຄອງກະທັດລັດ, ມີປະສິດທິຜົນ, ມີປະສິດທິພາບ ຈະປະກອບສ່ວນສ້າງໂຄງປະກອບສະຖານທີ່ພັດທະນາຄືນໃໝ່, ສ້າງໂອກາດແກ້ງແຍ້ງເປັນຢ່າງດີກ່ວາໃຫ້ແກ່ຫວຽດນາມ ໃນພາກພື້ນ ແລະ ບົນເວທີສາກົນ ໃນໄລຍະຈະມາເຖິງ. ທ່ານຮອງລັດຖະມົນຕີກະຊວງພາຍໃນ ເຈື່ອງຫ໋າຍລອງ ຊີ້ແຈ້ງວ່າ:

ກົງຈັດກະທັດລັດຈະປະຢັດງົບປະມານ, ຍົກສູງປະສິດທິຜົນປະສິດທິພາບ. ເມື່ອຈັດຕັ້ງບັນດາຫົວໜ່ວຍຂັ້ນແຂວງດ້ວຍຂອບຂະໜາດໃຫຍ່ກ່ວາ ຈະສ້າງຄວາມສາມາດບົ່ມຊ້ອນໃຫ້ແກ່ການພັດທະນາເສດຖະກິດກໍຄືການລົງທຶນ, ເຊື່ອມຕໍ່ເຂດ, ຊຸກຍູ້ການພັດທະນາຢ່າງສະໝ່ຳສະເໝີລະຫວ່າງບັນດາທ້ອງຖິ່ນ, ມີເງື່ອນໄຂພັດທະນາເສດຖະກິດທາງຄົມມະນາຄົມ, ທາງທະເລ, ທາງການບິນ. ນອກຈາກນັ້ນ, ການຈັດຕັ້ງອຳນາດການປົກຄອງສອງຂັ້ນຈະໃກ້ຊິດຕິດແທດປະຊາຊົນກ່ວາ, ເມື່ອໃກ້ກັບປະຊາຊົນກໍ່ຈະຍົກສູງຄຸນນະພາບໃນການຮັບໃຊ້ປະຊາຊົນ ແລະ ວິສາຫະກິດໄດ້ເປັນຢ່າງດີ.

ດ້ວຍຈິນຕະນາການປ່ຽນແປງໃໝ່, ແບ່ງຂັ້ນ, ແບ່ງອຳນາດຢ່າງຈະແຈ້ງ, ການຜັນຂະຫຍາຍຮູບແບບອຳນາດການປົກຄອງສອງຂັ້ນ ແມ່ນເພື່ອແນໃສ່ມຸ່ງໄປເຖິງຮູບແບບຄຸ້ມຄອງແຫ່ງລັດທີ່ທັນສະໄໝ, ສ້າງພື້ນທີ່ພັດທະນາ, ແກ້ໄຂບັນດາຈຸດອຸດຕັນ, ລຸລວ່ງແຫຼ່ງກຳລັງ, ຕອບສະໜອງໄດ້ເປົ້າໝາຍການເຕີບໂຕໂດຍໄວ, ຍືນຍົງຂອງປະເທດຊາດໃນສັງກາດໃໝ່./.

ຕອບກັບ

ຂ່າວ/ບົດ​ອື່ນ