(VOVWORLD) - ອຳນາດການປົກຄອງ ອາເມລິກາ ຍາກທີ່ຈະເຮັດຫຍັງໄດ້ ສຳລັບຄຳສັ່ງລົງໂທດທີ່ບໍ່ແມ່ນປະເທດຕົນໄດ້ຍົກອອກມາ.
ທະຫານ ລັດເຊຍ ປະຕິບັດໜ້າທີ່ຢູ່ເຂດເກີດການປະທະກັນ
(ພາບປະກອບ: TASS)
|
ພາຍຫຼັງຂໍ້ຕົກລົງຢຸດຍິງໃນເວລາ 30 ວັນ ເລັ່ງໃສ່ພື້ນຖານໂຄງລ່າງພະລັງງານ, ວັນທີ 25 ມີນາ, ອາເມລິກາ, ລັດເຊຍ ແລະ ຢູແກຼນ ກໍ່ໄດ້ປະກາດຂໍ້ຕົກລົງບົນຫຼັກການກ່ຽວກັບການຢຸດຕິບັນດາການກະທຳດ້ານການທະຫານໃນທະເລດຳ. ແຕ່ເຖິງແນວນັ້ນກໍ່ຕາມ, ບັນດາສິ່ງກີດຂວາງປະຈຸບັນ ໄດ້ເຮັດໃຫ້ຫຼາຍຄົນເກີດຄວາມສົງໃສກ່ຽວກັບຄວາມອາດສາມາດທີ່ບັນດາຄຳສັ່ງຢຸດຍິງນີ້ ຈະປະຕິບັດໃນພື້ນທີ່ຕົວຈິງໂດຍໄດ້ຫຼືບໍ່.
ຕາມຂ່າວໂດຍຄະນະຜູ້ແທນ ອາເມລິກາ ປະກາດເມື່ອວັນທີ 25 ມີນາ ພາຍຫຼັງການເຈລະຈາສະເພາະເປັນເວລາ 3 ວັນກັບຄະນະຜູ້ແທນ ລັດເຊຍ ແລະ ຢູແກຼນ ຢູ່ນະຄອນຫຼວງ Ryiadh ຂອງ Saudi Arabia, ລັດເຊຍ ແລະ ຢູແກຼນ ໄດ້ເຫັນດີຮັບປະກັນຄວາມໝັ້ນຄົງທາງທະເລ, ປັດເຂ່ຍການນຳໃຊ້ອາວຸດ ແລະ ສະກັດກັ້ນການນຳໃຊ້ກຳປັ່ນການຄ້າໃຫ້ແກ່ຈຸດປະສົງການທະຫານຢູ່ທະເລດຳ.
ບາດກ້າວເດີນຕໍ່ໄປ
ຂໍ້ຕົກລົງວ່າດ້ວຍການຢຸດຕິບັນດາການກະທຳດ້ານການທະຫານປໍລະປັກຢູ່ທະເລດຳ ແມ່ນສັນຍານທີ່ຕັ້ງໜ້າຕໍ່ໄປ ສຳລັບບັນດາຄວາມມານະພະຍາຍາມແກ້ໄຂການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ຊື່ງອຳນາດການປົກຄອງຂອງປະທານາທິບໍດີ ອາເມລິກາ Donald Trump ພວມມານະພະຍາຍາມຊຸກຍູ້. ພາຍຫຼັງຂໍ້ຕົກລົງ (ບົນຫຼັກການ) ກ່ຽວກັບການຢຸດຍິງໃນເວລາ 30 ວັນເລັ່ງໃສພື້ນຖານໂຄງລ່າງພະລັງງານຂອງລັດເຊຍ ແລະ ຢູແກຼນ, ຂໍ້ຕົກລົງຢຸດຍິງຢູ່ທະເລດຳ ໄດ້ຊ່ວຍປະຕິບັດສຳເລັດ 2/3 ເປົ້າໝາຍທີ່ບັນດາຝ່າຍໄດ້ວາງອອກໃນຫຼາຍເດືອນທີ່ຜ່ານມາ ແມ່ນການສ້າງຂໍ້ຕົກລົງຢຸດຍິງຮອບດ້ານໃນທາງບົກ, ທາງອາກາດ ແລະ ທາງທະເລ. ທ່ານ Stephan Dujarric ໂຄສົກຂອງທ່ານເລຂາທິການໃຫ່ຍ ສປຊ ຖະແຫຼງວ່າ:
ດ້ວຍເລື່ອງບັນລຸໄດ້ຂໍ້ຕົກລົງວ່າດ້ວຍຄວາມເສລີການເດີນທະເລຢູ່ທະເລດຳ, ຜ່ານນັ້ນ ກໍ່ໄດ້ປົກປ້ອງບັນດາກຳປັ່ນພົນລະເຮືອນ ແລະ ພື້ນຖານໂຄງລ່າງທ່າກຳປັ່ນ ແມ່ນໄດ້ປະກອບສ່ວນສຳຄັນ ສຳລັບການຄ້ຳປະກັນດ້ານສະບຽງອາຫານ ແລະ ລະບົບສະໜອງທົ່ວໂລກ. ສິ່ງນີ້ກໍ່ໄດ້ສ່ອງແສງຄວາມສຳຄັນຂອງບັນດາເສັ້ນທາງການຄ້າຈາກ ລັດເຊຍ ໄປ ຢູແກຼນ ອອກສູ່ຕະຫຼາດທົ່ວໂລກ.
ບັນຫາໄດ້ຕັ້ງມາສຳລັບຝ່າຍຕ່າງໆໃນປະຈຸບັນ ນັ້ນແມ່ນເຮັດແນວໃດເພື່ອໃຫ້ຂໍ້ຕົກລົງທະເລດຳ ໄດ້ຮັບການປະຕິບັດໂດຍໄວ. ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ຖືວ່າ, ໃນຈຸດເວລາປະຈຸບັນ, ສິ່ງສຳຄັນແມ່ນ ຝ່າຍຕ່າງໆທີ່ເຂົ້າຮ່ວມການປະທະກັນ ລ້ວນແຕ່ພວມດຳເນີນການເຈລະຈາຢ່າງເຂັ້ມງວດ:
ຂ້າພະເຈົ້າຄິດວ່າ ສິ່ງທີ່ຕັ້ງໜ້າແມ່ນພວກເຮົານຳທັງຝ່າຍ ລັດເຊຍ ແລະ ຢູແກຼນ ເຂົ້າຮ່ວມການເຈລະຈາກ່ຽວກັບຄຳສັ່ງຢຸດຍິງໄດ້, ເຖິງວ່າກ່ຽວກັບການຢຸດຍິງສຳລັບພື້ນຖານໂຄງລ່າງພະລັງງານ ຫຼື ອາດຈະແມ່ນການຢຸດຍິງຢູ່ທະເລດຳ. ແນ່ນອນແລ້ວ, ນີ້ແມ່ນວຽກງານທີ່ສົບສົນ ແລະ ຫຍຸ້ງຍາກ.
ຄວາມແຂວງກະດ້າງຂອງ ເອີລົບ
ຕາມວົງການນັກສັງເກດການແລ້ວ, ໜຶ່ງໃນບັນດາສິ່ງທ້າທາຍໃຫ່ຍທີ່ສຸດສຳລັບເລື່ອງປະຕິບັດບັນດາຄຳສັ່ງຢຸດຍິງໂດຍໄວ, ເຖິງວ່າຝ່າຍຕ່າງໆໄດ້ເຫັນດີເຫັນພ້ອມບົນຫຼັກການແລ້ວກໍ່ຕາມ, ນັ້ນແມ່ນທັດສະນະທີ່ນັບມື້ນັບແຕກຕ່າງກັນລະຫວ່າງ ອາມເລິກາ ແລະ ເອີລົບ, ຊື່ງແມ່ນບັນດາສຳພັນທະມິດສຳຄັນກວ່າໝູ່ຂອງ ຢູແກຼນ. ໃນຂະນະທີ່ອຳນາດການປົກຄອງ ອາເມລິກາ ໄດ້ສະແດງໃຫ້ເຫັນວິທີສຳຜັດທີ່ມີລັກສະນະໂອ້ລົມສົນທະນາກັບ ລັດເຊຍ, ຝ່າຍ ເອີລົບ ພັດເພີ່ມທະວີທັດສະນະແຂງກະດ້າງໃນໄລຍະທີ່ຜ່ານມາ. ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ຖະແຫຼງວ່າ:
ສຳລັບພວກຂ້າພະເຈົ້າ, ສິ່ງສຳຄັນໃນຈຸດເວລານີ້, ນັ້ນແມ່ນເລື່ອງຢຸດຕິບັນດາຄຳສັ່ງລົງໂທດສຳລັບ ລັດເຊຍ ຈະແມ່ນຄວາມພິດພາດອັນໃຫ່ຍຫຼວງ. ບັນດາຄຳສັ່ງລົງໂທດ ຕ້ອງສືບຕໍ່ດຳເນີນ, ຊ້ຳບໍ່ໜຳຕ້ອງເພີ່ມຂຶ້ນ ແລະ ເອີລົບ ພ້ອມກັບ ອາເມລິກາ ຕ້ອງພ້ອມກັນຍົກອອກທັດສະນະທີ່ຈະແຈ້ງກ່ຽວກັບເລື່ອງໜູນຊ່ວຍ ຢູແກຼນ ກວ່າອີກ.
ທັດສະນະດັ່ງກ່າວຂອງ ເອີລົບ ຖືກຖືວ່າ ແມ່ນສິ່ງກີດຂວາງພໍສົມຄວນ ສຳລັບບັນດາການເຈລະຈາເຕັກນິກລະອຽດ ຊື່ງປະຈຸບັນ, ອາເມລິກາ ແລະ ລັດເຊຍ ກຳລັງດຳເນີນ ເພື່ອປະຕິບັດຂໍ້ຕົກລົງທະເລດຳ. ຕາມທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ, ອຳນາດການປົກຄອງ ອາເມລິກາ ຍາກທີ່ຈະເຮັດຫຍັງໄດ້ ສຳລັບຄຳສັ່ງລົງໂທດທີ່ບໍ່ແມ່ນປະເທດຕົນໄດ້ຍົກອອກມາ. ໃນຂະນະນັ້ນ, ຝ່າຍ ລັດເຊຍ ພັດເດັດດ່ຽວຮຽກຮ້ອງໃຫ້ ອາເມລິກາ ຊ່ວຍຟື້ນຟູສິດສຳຜັດຕະຫຼາດໂລກ ໃຫ້ແກ່ການສົ່ງອອກຜະລິດຕະພັນກະເສດ ແລະ ຝຸ່ນເຄມີຂອງ ລັດເຊຍ, ເຊື່ອມຕໍ່ການຮ່ວມສຳພັນຂອງທະນາຄານກະສິກຳ ລັດເຊຍ (Rosselkhozbank) ກັບລະບົບຊຳລະສາກົນ SWIFT. ມາຮອດປະຈຸບັນ, ຝ່າຍຕ່າງໆລ້ວນແຕ່ຍັງບໍ່ທັນມີສັນຍານປະນີປະນອມ ແລະ ຄວາມອາດສາມາດທີ່ຈະບັນລຸໄດ້ບັນດາຂໍ້ຕົກລົງຢຸດຍິງໂດຍໄວໄດ້ຫຼືບໍ່ ຍັງແມ່ນຄຳຖາມທີ່ໃຫ່ຍຢູ່./.