(VOVWORLD) - ການຊີງໂຈມຕີກ່ອນຂອງ ອິດສະຣາແອັນ ແນໃສ່ ອີຣານ ໃນວັນທີ 13 ມິຖຸນາ ໄດ້ເປັນຂີດໝາຍລະເບີດຂຶ້ນຮ້າຍແຮງທີ່ສຸດໃນການພົວພັນສູ້ຢັນກັນໃນຫຼາຍປີຜ່ານມາລະຫວ່າງ ອິດສະຣາແອັນ ແລະ ອີຣານ
ການຊີງໂຈມຕີກ່ອນຂອງ ອິດສະຣາແອັນ ແນໃສ່ ອີຣານ ໄດ້ເປັນຂີດໝາຍລະເບີດຂຶ້ນຮ້າຍແຮງທີ່ສຸດໃນການພົວພັນສູ້ຢັນກັນໃນຫຼາຍປີຜ່ານມາລະຫວ່າງ ອິດສະຣາແອັນ ແລະ ອີຣານ
(ພາບປະກອບ: REUTERS/Jamal Awad)
|
ວັນທີ 13 ມິຖຸນາ, ກອງທັບ ອິດສະຣາແອັນ ໄດ້ເປີດການຊີງໂຈມຕີກ່ອນແນໃສ່ ອີຣານ ດ້ວຍສາຍເຫດແມ່ນສະກັດກັ້ນໂຄງການນິວເຄຼຍຂອງປະເທດນີ້. ການຜັນແປດັ່ງກ່າວໄດ້ພາໄປເຖິງການປະທະກັນຢ່າງຮ້າຍແຮງທີ່ສຸດລະຫວ່າງ 2 ປະເທດມະຫາອຳນາດຢູ່ພາກພື້ນໃນຫຼາຍທົດສະວັດຜ່ານມາ ແລະ ຍູ້ພາກພື້ນຕາເວັນອອກກາງທັງໝົດຕົກເຂົ້າສູ່ສະພາບການທີ່ອັນຕະລາຍ.
ເພື່ອໂຕ້ຕອບຄືນການກະທຳດ້ານການທະຫານຂອງ ອິດສະຣາແອັນ ໃນວັນທີ 13 ມິຖຸນາ, ອີຣານ ໄດ້ປຸກລະດົມບັ້ນບຸກໂຈມຕີໂຕ້ຕອບຢ່າງແຮງ ແນໃສ່ຫຼາຍນະຄອນໃຫຍ່ຂອງ ອິດສະຣາແອັນ, ພາໄປເຖິງເລື່ອງ 2 ຝ່າຍດຳເນີນການບຸກໂຈມຕີທາງອາກາດເຄັ່ງຕຶງຂຶ້ນໃນຫຼາຍມື້ຜ່ານມາ.
ການໂຕ້ຕອບເຄັ່ງຕຶງຂຶ້ນ
ການຊີງໂຈມຕີກ່ອນຂອງ ອິດສະຣາແອັນ ແນໃສ່ ອີຣານ ໃນວັນທີ 13 ມິຖຸນາ ໄດ້ເປັນຂີດໝາຍລະເບີດຂຶ້ນຮ້າຍແຮງທີ່ສຸດໃນການພົວພັນສູ້ຢັນກັນໃນຫຼາຍປີຜ່ານມາລະຫວ່າງ ອິດສະຣາແອັນ ແລະ ອີຣານ ຍ້ອນບັນດາທັດສະນະທີ່ຍາກທີ່ຈະປອງດອງກັນເຊິ່ງກ່ຽວຂ້ອງເຖິງບັນດາບັນຫາສາສະໜາ, ສິດທິຂອງຊາວ ປາແລັດສະຕິນ ຫຼື ຜົນປະໂຫຍດຂອງແຕ່ລະຝ່າຍໃນພາກພື້ນ. ອະທິບາຍໃຫ້ການກະທຳຊີງໂຈມຕີກ່ອນ ອີຣານ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຖືວ່າ, ອິດສະຣາແອັນ ຕ້ອງມີການກະທຳເພື່ອສະກັດກັ້ນ ອີຣານ ກຳມະສິດອາວຸດນິວເຄຼຍ, ສິ່ງທີ່ ອິດສະຣາແອັນ ຖືວ່າ “ເປັນການນາບຂູ່ເຖິງຄວາມເປັນຕາຍ” ສຳລັບປະເທດນີ້. ເຖິງຢ່າງໃດກໍ່ຕາມ, ອີຣານ ປະຕິເສດແນວຄິດເດີນຕາມອາວຸດນິວເຄຼຍ ແລະ ຖືວ່າ, ປະເທດນີ້ມີສິດພັດທະນາກຳລັງຄວາມສາມາດດ້ານນິວເຄຼຍພົນລະເຮືອນ, ພ້ອມທັງ ການກະທຳດ້ານການທະຫານຂອງ ອິດສະຣາແອັນ ແມ່ນການລະເມີດສຳລັບອະທິປະໄຕຂອງ ອີຣານ ຢ່າງຈະແຈ້ງ.
ເລື່ອງທັງ 2 ຝ່າຍເດັດດ່ຽວບໍ່ປະນິປະນອມຕໍ່ການຮຽກຮ້ອງຂອງຝ່າຍກົງກັນຂ້າມ, ພ້ອມກັບສະພາບບໍ່ມີທາງອອກຂອງບັນດາການເຈລະຈາດ້ານນິວເຄຼຍລະຫວ່າງ ອາເມລິກາ ແລະ ອີຣານ ໃນ 2 ເດືອນຜ່ານມາ ໄດ້ເຮັດໃຫ້ລັດຖະບານເດີນຕາມແນວທາງແຂງກະດ້າງຂອງ ອິດສະຣາແອັນ ເລືອກເອົາມາດຕະການເກີດຄວາມສ່ຽງສູງແມ່ນບຸກໂຈມຕີດ້ານການທະຫານແນໃສ່ ອີຣານ. ຕາມບັນດາການສະຖິຕິໃນເບື້ອງຕົ້ນໄລ່ຮອດວັນທີ 17 ມິຖຸນາ ຊີ້ໃຫ້ເຫັນວ່າ, ມີຊາວ ອີຣານ ປະມານ 300 ຄົນ ແລະ ຊາວ ອິດສະຣາແອັນ ປະມານ 40 ຄົນເສຍຊີວິດ, ນັບພັນຄົນຮັບບາດເຈັບ, ມີຫຼາຍພື້ນຖານໂຄງລ່າງສຳຄັນຂອງທັງ 2 ຝ່າຍຖືກທຳລາຍ. ທ່ານນາງ Negar Mortazavi, ນັກຄົ້ນຄວ້າຢູ່ສະຖາບັນຄົ້ນຄວ້າສາກົນ (CIP) ຢູ່ ເຕເຮຣານ (ອີຣານ), ໃຫ້ຂໍ້ສັງເກດວ່າ:
“ຈາກແງ່ມູມຂອງ ອີຣານ, ບາງເທື່ອອຳນາດການປົກຄອງ ອີຣານ ຢາກສະແດງໃຫ້ເຫັນຄວາມດຸ່ນດ່ຽງທັດທຽມ, ດ້ວຍການໂຕ້ຕອບເຮັດແນວໃດຈະສາມາດສະກັດກັ້ນເລືື່ອງການບຸກໂຈມຕີຂອງ ອິດສະຣາແອັນ ທີ່ເຄັ່ງຕຶງເພີ່ມຂຶ້ນ, ພ້ອມກັນນັ້ນ ກໍ່ບໍ່ຍູ້ໃຫ້ 2 ຝ່າຍຕົກເຂົ້າສູ່ສະພາບສົງຄາມທີ່ໃຫຍ່ກວ່າ. ຄວາມດຸ່ນດ່ຽງທັດທຽມນັ້ນນອນຢູ່ໃສ ຂ້າພະເຈົ້າກໍ່ບໍ່ຮູ້”.
ສ່ວນທ່ານ Andrew Miller, ອະດີດຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ກ່ຽວກັບບັນດາບັນຫາ ອິດສະຣາແອັນ - ປາແລັດສະຕິນ ແລະ ປະຈຸບັນແມ່ນນັກຊ່ຽວຊານຂຶ້ນກັບສູນເພື່ອຄວາມກ້າວໜ້າ ອາເມລິກາ (CAP), ຕີລາຄາວ່າ:
“ຂ້າພະເຈົ້າບໍ່ຄິດວ່າບັນດາການບຸກໂຈມຕີດັ່ງກ່າວສົ່ງຜົນສະທ້ອນເຖິງການເຈລະຈາກ່ຽວກັບເຂດ ກາຊາ, ຫາກກໍ່ຄວາມເສຍຫາຍເຖິງບັນດາການເຈລະຈາດ້ານໂຄງການນິວເຄຼຍ ອີຣານ. ອີຣານ ເຮັດສິ່ງໃດກໍ່ຈະແມ່ນຊົ່ວຄາວເທົ່ານັ້ນ. ມາດຕະການແກ້ໄຂຢ່າງຍາວນານໃຫ້ແກ່ໂຄງການນິວເຄຼຍ ອີຣານ ພຽງແຕ່ແກ້ໄຂຜ່ານມາດຕະການດ້ານການທູດເທົ່ານັ້ນ, ແຕ່ ອີຣານ ຍັງຍາກທີ່ຈະຍອມຮັບດຳເນີນການເຈລະຈາໃນສະພາບການປະຈຸບັນ”.
ບົດບາດໃດຂອງ ອາເມລິກາ?
ຄຳຖາມໃຫຍ່, ພ້ອມກັນນັ້ນກໍ່ຈະອາດແມ່ນປັດໄຈຕັດສິນສະພາບການໃນປະຈຸບັນ, ແມ່ນບົດບາດຂອງ ອາເມລິກາ, ສຳພັນທະມິດສຳຄັນທີ່ສຸດຂອງ ອິດສະຣາແອັນ. ນັກຊ່ຽວຊານດ້ານການທະຫານສ່ວນຫຼາຍໃຫ້ຂໍ້ສັງເກດວ່າ ບັ້ນການທະຫານຂອງ ອິດສະຣາແອັນ, ລວມມີການທຳລາຍບັນດາຮາກຖານນິວເຄຼຍທີ່ນອນເລິກໃຕ້ດິນຂອງ ອີຣານ ຫຼື ການປ້ອງກັນຕົວຕໍ່ບັນດາບັ້ນບຸກໂຈມຕີໂຕ້ຕອບຂອງ ອີຣານ, ຈະຍາກທີ່ຈະບັນລຸປະສິດທິຜົນ ຖ້າບໍ່ມີການແຊກແຊງໂດຍກົງຂອງກອງທັບ ອາເມລິກາ. ຕາມທ່ານ Brian Katulis, ນັກໄຈ້ແຍກຢູ່ສະຖາບັນຕາເວັນອອກກາງ (ອາເມລິກາ) ແລ້ວ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ພວມຢືນຢູ່ຕໍ່ໜ້າການເລືອກ 2 ທາງທີ່ຫຍຸ້ງຍາກແມ່ນ, ສ້າງຄວາມກົດດັນຕໍ່ບັນດາຝ່າຍເພື່ອຢຸດຕິການປະທະກັນ ແລະ ສືບຕໍ່ດຳເນີນບັນດາການເຈລະຈາດ້ານນິວເຄຼຍກັບ ອີຣານ ຫຼື ເຂົ້າຮ່ວມບັນດາການກະທຳດ້ານການທະຫານຂອງ ອິດສະຣາແອັນ.
“ເມື່ອກັບມາຂຶ້ນກຳອຳນາດໃນຕົ້ນປີ 2025 ນີ້, ທ່ານປະທານາທິບໍດີ Donald Trump ໄດ້ຖະແຫຼງວ່າ ທ່ານຢາກຢຸດຕິບັນດາການປະທະກັນ, ຄື ລັດເຊຍ - ຢູແກຼນ ຫຼື ຢູ່ເຂດ ກາຊາ, ແລະ ຫຼີກລ່ຽງບັນດາສົງຄາມໃຫຍ່ຢູ່ພາກພື້ນ ຕາເວັນອອກກາງ. ທ່ານຍັງບໍ່ທັນບັນລຸຜົນສຳເລັດ ແລະ ການກະທຳຂອງ ອິດສະຣາແອັນ ແມ່ນການສະແດງໃຫ້ເຫັນຢ່າງຈະແຈ້ງໃຫ້ສິ່ງນັ້ນ. ທ່ານ Trump ໄດ້ຕັ້ງຄວາມຫວັງ ແລະ ມີຄວາມມານະພະຍາຍາມດ້ານການທູດຫຼາຍຢ່າງກັບ ອີຣານ ແຕ່ກໍ່ບໍ່ບັນລຸໝາກຜົນ”.
ສຳລັບຫຼາຍປະເທດມະຫາອຳນາດອື່ນ, ມາດຕະການແກ້ໄຂດ້ານການທູດກໍ່ແມ່ນທາງເລືອກພຽງໜຶ່ງດຽວເພື່ອສະກັດກັ້ນການປະທະກັນລະຫວ່າງ ອິດສະຣາແອັນ - ອີຣານ ທີ່ເພີ່ມຂຶ້ນເປັນອັນຕະລາຍກວ່າ. ໃນການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ ທ້າຍອາທິດກ່ອນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ເນັ້ນໜັກເຖິງການຮຽກຮ້ອງບັນດາຝ່າຍຢຸດຍິງໃນທັນທີ, ພ້ອມກັນນັ້ນກໍ່ສະເໜີຄວາມອາດສາມາດວ່າ ລັດເຊຍ ອາດຈະເປັນກາງໄກເກ່ຍການເຈລະຈາ. ທີ່ກອງປະຊຸມສຸດຍອດ G7, ການນຳບັນດາປະເທດ ເອີລົບ (ຝລັ່ງ, ເຢຍລະມັນ, ອັງກິດ, ອີຕາລີ) ກໍ່ໄດ້ສ້າງຄວາມກົດດັນຕໍ່ທ່ານປະທານາທິບໍດີ ອາເມລິກາ Donald Trump ຕໍ່ເລື່ອງຕ້ອງຊຸກຍູ້ມາດຕະການດ້ານການທູດລະຫວ່າງ ອິດສະຣາແອັນ ແລະ ອີຣານ… ເຖິງຢ່າງໃດກໍ່ຕາມ, ວົງການນັກສັງເກດການໄດ້ກ່າວເຕືອນວ່າ, ບໍ່ວ່າຄວາມມານະພະຍາຍາມໃດກໍ່ຕ້ອງດຳເນີນໃນທັນທີ ກ່ອນທີ່ຄວາມເຄັ່ງຕຶງລະຫວ່າງ ອິດສະຣາແອັນ ແລະ ອີຣານ ໃນປະຈຸບັນຈະເພີ່ມຂຶ້ນໄປເຖິງລະດັບທີ່ບໍ່ສາມາດຄວບຄຸມໄດ້.