ການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030

(VOVWORLD) - ກອງປະຊຸມສຸດຍອດ P4G 2025 ໄດ້ຮັບຄວາມຫວັງວ່າ ຈະສ້າງກຳລັງດັນໃໝ່ໃຫ້ແກ່ຄວາມມານະພະຍາຍາມຫັນເປັນສີຂຽວ, ການເຕີບໂຕແບບຍືນຍົງຂອງບັນດາປະເທດ
ການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 - ảnh 1ທີ່ກອງປະຊຸມຖະແຫຼງຂ່າວສານກົນ ກອງປະຊຸມສຸດຍອດ P4G 2025
(ພາບ: baoquocte.vn)

ກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ ແຕ່ວັນທີ 14 17 ເມສາ. ກອງປະຊຸມນີ້ໄດ້ຈັດຂຶ້ນໃນສະພາບພວມໃຫ້ບຸລິມະສິດແກ່ການເຕີບໂຕສີຂຽວ ພ້ອມກັບການປະຕິບັດບັນດາເປົ້າໝາຍທົ່ວໂລກ 2030 ທີ່ພວມປະສົບກັບສິ່ງທ້າທາຍຫຼາຍຢ່າງ, ຮຽກຮ້ອງຕ້ອງມີວິທີສຳພັດໃໝ່ຢ່າງມີໄຫວພິບ ແລະ ເດັດດຽວກວ່າ.

ດ້ວຍຫົວຂໍ້ “ການຫັນເປັນສີຂຽວແບບຍືນຍົງ, ຖືມະນຸດເປັນໃຈກາງ”, ກອງປະຊຸມສຸດຍອດ P4G 2025 ໄດ້ຮັບຄວາມຫວັງວ່າ ຈະສ້າງກຳລັງດັນໃໝ່ໃຫ້ແກ່ຄວາມມານະພະຍາຍາມຫັນເປັນສີຂຽວ, ການເຕີບໂຕແບບຍືນຍົງຂອງບັນດາປະເທດ ໃນຈຸດເວລາຄວາມສົນໃຈ ແລະ ການລົງທຶນຂອງປະຊາຄົມສາກົນໃນຂົງເຂດນີ້ ມີສັນຍານຖືກກະແຈກກະຈາຍ.

ການພັດທະນາແບບຍືນຍົງມີຄວາມສ່ຽງຖືກເຂວທິດ

ທີ່ກອງປະຊຸມສອດຍອດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ໂດຍສະຫະປະຊາຊາດຈັດຂຶ້ນໃນເດືອນ ກັນຍາ 2024, ຢູ່ສຳນັກງານຂອງອົງການນີ້ທີ່ ນິວຢອກ, ອາເມລິກາ, ບັນດາເຈົ້າໜ້າທີ່ສະຫະປະຊາຊາດໄດ້ປະກາດຕົວເລກທີ່ໜ້າກາວເຕືອນ ເມື່ອເຫັນວ່າ ໃນຈຳນວນ 17 ເປົ້າໝາຍ SDGs ເຊິ່ງປະຊາຄົມສາກົນວາງອອກໃຫ້ປະຕິບັດສຳເລັດໃນປີ 2030, ໃນນັ້ນມີບັນດາເປົ້າໝາຍກ່ຽວກັບການເຕີບໂຕສີຂຽວນັ້ນ ສ່ວນຫຼາຍມີຄວາມສ່ຽງບໍ່ສາມາດບັນລຸໄດ້. ຕາມທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres, ສາຍເຫດຕົ້ນຕໍແມ່ນມາຈາກການຂາດການໜູນຊ່ວຍດ້ານການເງິນ ແລະ ເຕັກໂນໂລຊີທີ່ຈຳເປັນຈາກບັນດາປະເທດພັດທະນາໃຫ້ແກ່ບັນດາປະເທດພວມພັດທະນາ, ຂາດກົນໄກຮ່ວມມືທີ່ມີປະສິດທິຜົນລະຫວ່າງບັນດາປະເທດ, ກໍຄືລະຫວ່າງພາກລັດ ແລະ ເອກະຊົນ. ທ່ານ Antonio Guterres, ໃຫ້ຂໍ້ສັງເກດວ່າ:

“ບັນດາເປົ້າໝາຍພັດທະນາແບບຍືນຍົງແມ່ນວິໄສທັດອັນແຮງກ້າ, ແມ່ນຄຳໝັ້ນສັນຍາໃຫ້ແກ່ອະນາຄົດທີ່ສົດໄສກວ່າ, ແຂງແຮງກວ່າ, ປອດໄພກວ່າ, ມີຄວາມວັດທະນາຖາວອນ ແລະ ຍືນຍົງກວ່າ. ແຕ່ບັນດາເປົ້າໝາຍດັ່ງກ່າວພວມປະເຊີນໜ້າກັບກະແສລົມກົງກັນຂ້າມຢ່າງຮ້າຍແຮງ. ກວ່າ 4/5 ເປົ້າໝາຍພັດທະນາແບບຍືນຍົງພວມໄປເຂວທິດ”.

ໃນຂະນະນັ້ນ, ທ່ານນາງ Amina Mohammed, ຮອງເລຂາທິການໃຫຍ່ສະຫະປະຊາຊາດ, ໃຫ້ຮູ້ວ່າ ບັນດາປະເທດທຸກຍາກແລະ ພວມພັດທະນາ ສືບຕໍ່ປະສົບກັບຄວາມຫຍຸ້ງຍາກໃນຄວາມມານະພະຍາຍາມຫັນພື້ນຖານເສດຖະກິດເປັນສີຂຽວ, ມຸ່ງໄປເຖິງການພັດທະນາແບບຍືນຍົງ. ທ່ານນາງ Amina Mohammed, ກ່າວເຕືອນວ່າ:

“ມີຄວາມຈິງທີ່ອັນຕະລາຍນັ້ນແມ່ນ ບັນດາປະເທດພວມພັດທະນາ, ເຄີຍມີແຫຼ່ງພະລັງງານທົດແທນອຸດົມສົມບູນ ມີຄວາມໝາຍຈຳເປັນໃຫ້ແກ່ການຫັນປ່ຽນ, ພັດຖືກປັດເຂ່ຍລົງຕອນທ້າຍຂອງລະບົບມູນຄ່າ, ປະຊາຊົນຖືກກົດຂີຂູດຮີດ, ສິ່ງແວດລ້ອມຖືກທຳລາຍ, ໃນຂະນະທີ່ບັນດາປະເທດອື່ນພັດເຕີບໂຕ ຮັ່ງມີຍ້ອນແຫຼ່ງກຳລັງຂອງບັນດາປະເທດນີ້”.

ແບ່ງປັນທັດສະນະຕໍ່ສະພາບຕົວຈິງໃນປະຈຸບັນໃນການເຕີບໂຕສີຂຽວທົ່ວໂລກ, ທ່ານນາງ Rebecca Grynspan, ເລຂາກອງປະຊຸມສະຫະປະຊາຊາດກ່ຽວກັບດ້ານການຄ້າ ແລະ ການພັດທະນາ (UNCTAD) ໃຫ້ຮູ້ວ່າ, ບັນດາປະເທດພວມພັດທະນາ ແລະ ດ້ອຍພັດທະນາທີ່ສຸດ (LDCs) ພຽງແຕ່ສວມບົດບາດບໍ່ສຳຄັນໃນການກໍ່ໃຫ້ເກີດການປ່ອຍອາຍພິດເຮືອນແກ້ວ, ໃນຂະນະນັ້ນ, ບັນດາປະເທດພວມພັດທະນາ ແລະ ດ້ອຍພັດທະນາທີ່ສຸດພຽງແຕ່ກວມເອົາຕ່ຳກວ່າ 4% ການປ່ອຍອາຍພິດກາກບອນທົ່ວໂລກ, ແຕ່ບັນດາປະເທດນີ້ຖືກຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດຢ່າງຮ້າຍແຮງທີ່ສຸດ. ສະນັ້ນ, ບັນດາກົນໄກຮ່ວມມື, ໜູນຊ່ວຍດ້ານການເງິນ, ໜູນຊ່ວຍການເລີ່ມຕົ້ນທຸລະກິດໃນການເຕີບໂຕສີຂຽວ, ການພັດທະນາແບບຍືນຍົງຕ້ອງມີການປ່ຽນແປງ.

P4G ແລະ ບັນດາວິທີສຳພັດໃໝ່

        ໂດຍໄດ້ຮັບການສ້າງຂຶ້ນໃນປີ 2017 ຈາກແນວຄິດຂອງ ແດນມາກ, ເວທີປາໄສ P4G ມີເປົ້າໝາຍສົມທົບນະໂຍບາຍ, ຊຸກຍຸ້ການຮ່ວມມືພາກລັດ - ເອກະຊົນ, ເຊື່ອມຕໍ່ບັນດາລັດຖະບານ, ວິສາຫະກິດ ແລະ ອົງການຈັດຕັ້ງການເມືອງ - ສັງຄົມ ເພື່ອຊຸກຍູ້ການເຕີບໂຕສີຂຽວ, ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDGs) ທົ່ວໂລກປີ 2030. ຈຸດທີ່ແຕກຕ່າງກັນ, ກໍ່ໄດ້ຮັບຖືວ່າແມ່ນບຸລິມະສິດຂອງ P4G ເມື່ອທຽບໃສ່ເວທີປາໄສອື່ນໆ ແລະ ກົນໄກເຕີບໂຕສີຂຽວອື່ນໆແມ່ນ ວິທີສຳພັດຫຼາຍແງ່ມູມ ແລະ ສຸມໃສ່ບັນດາມາດຕະການແກ້ໄຂມີລັກສະນະທ້ອງຖິ່ນສູງ.

ທີ່ກອງປະຊຸມສຸດຍອດຄັ້ງທີ 4 ໄດ້ຈັດຂຶ້ນຢູ່ ຫວຽດນາມ, P4G ໄດ້ຮັບຄວາມລໍຄອຍວ່າຈະຊຸກຍູ້ບັນດາກົນໄກຮ່ວມມືໃຫ້ຂຶ້ນສູ່ລະດັບສູງໃໝ່, ສ້າງກຳລັງດັນໃຫ້ແກ່ການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ. ຕາມທ່ານນາງ Robyn McGuckin, ຜູ້ອຳນວຍການໃຫຍ່ບໍລິຫານ P4G ແລ້ວ, ກອງປະຊຸມສຸດຍອດຄັ້ງນີ້ຈັດຂຶ້ນກົງກັບຈຸດເວລາສຳຄັນສຳລັບບັນດາຄວາມມານະພະຍາຍາມເພື່ອການເຕີບໂຕສີຂຽວ ແລະ ການພັດທະແບບຍືນຍົງ, ພ້ອມກັນນັ້ນ, ຫວຽດນາມ ກໍ່ແມ່ນສະຖານທີ່ທີ່ດີເພື່ອແຜ່ຂະຫຍາຍ ແລະ ຊຸກຍູ້ບັນດາຄວາມມານະພະຍາຍາມດັ່ງກ່າວ.

“ຫວຽດນາມ ມີທີ່ຕັ້ງທີ່ດີໃນການດຳເນີນທຸລະກິດນະວັດຕະກຳ ແລະ ຂົງເຂດເຕັກໂນໂລຊີ. ຫວຽດນາມ ມີບັນດາປັດໃຈຈຳເປັນເພື່ອບັນລຸຜົນສຳເລັດ, ດ້ວຍພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ແລະ ໂດຍສະເພາະແມ່ນມີປະຊາກອນໜຸ່ມ ມີຈິດໃຈວິສາຫະກິດສູງທີ່ສຸດ, ມີຄວາມດຸໝັ້ນ. ພ້ອມກັນນັ້ນ, ກຳລັງການຜະລິດຂອງ ຫວຽດນາມ ກໍ່ດີ, ບໍ່ພຽງແຕ່ຂະແໜງສົ່ງອອກທີ່ເປັນມູນເຊື້ອເທົ່ານັ້ນ, ຫາກຍັງໃນບັນດາຂົງເຂດເຕັກໂນໂລຊີສູງ, ຄື: ລົດໄຟຟ້າ, ຖ່ານໃຫ້ລົດໄຟຟ້າ ຫຼື ປັນຍາປະດິດ (AI)”.

ຄາດວ່າ, ທີ່ກອງປະຊຸມສຸດຍອດ P4G ຢູ່ ຫວຽດນາມ ຈະຮັບຮອງເອົາຖະແຫຼງການ ຮ່າໂນ້ຍ, ຢືນຢັນບັນດາຄຳໝັ້ນສັນຍາກ່ຽວກັບການເຕີບໂຕສີຂຽວ, ຍືນຍົງຢ່າງແຮງ, ຖືມະນຸດເປັນໃຈກາງ, ບັນດາປະເທດຕັດສິນໃຈພ້ອມກັບສົມທົບກັນກະທຳໂດຍມີຄວາມຮັບຜິດຊອບ ເພື່ອແນໃສ່ຮັບມືກັບສິ່ງທ້າທາຍໃນທົ່ວໂລກໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ