ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຕາ​ເວັນ​ອອກ​ກາງ​ຢ່າງ​ຕັ້ງ​ໜ້າ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump

(VOVWORLD) - ໂດຍໄດ້ດຳເນີນໄປແຕ່ວັນທີ 13-16 ພຶດສະພາ, ການໄປປະຕິບັດງານຢູ່ 3 ປະເທດຕາເວັນອອກກາງຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຮັບການຕີລາຄາວ່າປະສົບຜົນສຳເລັດ ຂະນະໄດ້ນຳມາໃຫ້ປະເທດ ອາເມລິກາ ບັນດາສັນຍາເສດຖະກິດທີ່ມີມູນຄ່າຂຶ້ນເຖິງນັບພັນຕື້ USD ພ້ອມທັງໄດ້ເພີ່ມຜົນສະທ້ອນພູມສາດການເມືອງຂອງ ອາເມລິກາ ຢູ່ພາກພື້ນ ພາຫຼັງໄດ້ຫລຸດລົງເປັນໄລຍະໜຶ່ງ.
ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຕາ​ເວັນ​ອອກ​ກາງ​ຢ່າງ​ຕັ້ງ​ໜ້າ  ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump - ảnh 1(ພາບ: TTXVN)

   ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ໄປປະຕິບັດງານຢູ່ 3 ປະເທດຕາເວັນອອກກາງ ລວມມີ: Saudi Arabia, Qatar ແລະ UAE ແຕ່ວັນທີ 13-16 ພຶດສະພາ. ນີ້ແມ່ນການໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານ Donald Trump ໃນອາຍຸການທີ 2 ໃນຖານະເປັນ ປະທານາທິບໍດີ ອາເມລິກາ.

ໄດ້ເຊັນສັນຍາຫຼາຍໆສະບັບ

  ການໄປປະຕິບັດງານຢູ່ 3 ປະເທດຕາເວັນອອກກາງຂອງທ່ານ Donald Trump ແມ່ນໄຊຊະນະອັນໃຫ່ຍຫຼວງທາງດ້ານເສດຖະກິດ ຂະນະທີ່ປະທານາທິບໍດີ ອາເມລິກາ ໄດ້ນຳມາໃຫ້ປະເທດນີ້ ບັນດາສັນຍາ ແລະ ຄຳໝັ້ນສັນຍາລົງທຶນໄລຍະຍາວທີ່ມີມູນຄ່ານັບພັນຕື້ USD.  ຢູ່ Saudi Arabia, ປະເທດທຳອິດຂອງການໄປປະຕິບັດງານ, ທ່ານປະທານາທິບໍດີ ອາເມລິກາ ແລະ ການນຳຫຼັກແຫຼ່ງປະເທດເຈົ້າພາບໄດ້ເຊັນບັນດາຂໍ້ຕົກລົງດ້ວຍມູນຄ່າກ່ວາ 300 ຕື້ USD.

ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຕາ​ເວັນ​ອອກ​ກາງ​ຢ່າງ​ຕັ້ງ​ໜ້າ  ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump - ảnh 2(ພາບ: TTXVN)

           ຢູ່ Qatar, ບັນດາຄຳໝັ້ນສັນຍາດ້ານເສດຖະກິດທີ່ທ່ານ Donald Trump ບັນລຸໄດ້ພັດສູງກ່ວາ ຂະນະທີ່ກະສັດ Qatar, Sheikh Tamim bin Hamad Al-Thani ພ້ອມກັບປະທານາທິບໍດີ ອາເມລິກາ ບັນລຸໄດ້ບັນດາບັນດາຄຳໝັ້ນສັນຍາຂຶ້ນເຖິງ 1.200 ຕື້ USD. ໜ້າສົນໃຈທີ່ສຸດແມ່ນຂໍ້ຕົກລົງປະຫັວດສາດລະຫວ່າງບໍລິສັດການບິນ Qatar Airways ກັບນັກຜະລິດ Boeing ຂອງ ອາເມລິກາ. ຊື່ງຕາມນັ້ນແລ້ວ, Qatar Airways ໄດ້ສັ່ງຊື້ເຮືອບິນລຳກ້ວາງ 210 ລຳ ອັນໄດ້ສ້າງສະຖິຕິໃໝ່ ແມ່ນໃບສັ່ງຊື້ເຮືອບິນໃຫ່ຍກ່ວາໝູ່ໃນປະຫວັດສາດຂອງ Boeing.  

ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ຍອດມູນຄ່າຂອງຂໍ້ຕົກລົງແມ່ນກ່ວາ 200 ຕື້ USD ໃນນັ້ນ 160 ຕື້ USD ແມ່ນສຳລັບການຊື້ເຮືອບິນ. ຢູ່ UAE, ສອງຝ່າຍໄດ້ເຊັນບັນດາສັນຍາກ່ຽວກັບການຮ່ວມມືດ້ານການປ້ອງກັນຊາດ, ພະລັງງານ, ເຕັກໂນໂລຊີ ແລະ ພິເສດ ແມ່ນຢືນຢັນຄືນໃໝ່ຄຳໝັ້ນສັນຍາໂດຍ UAE ຍົກອອກມາເມື່ອເດືອນມີນາ ຜ່ານມາ ແມ່ນຈະລົງທຶນເຖິງ 1.400 ຕື້ USD ເຂົ້າ ອາເມລິກາ ໃນ 10 ປີຕໍ່ໜ້າ.

 ຕາມບັນດາຜູ້ຊ່ຽວຊານດ້ານເສດຖະກິດ, ເລື່ອງ ອາເມລິກາ ແລະ 3 ປະເທດຮັ່ງມີແຖວໜ້າຂອງຕາເວັນອອກກາງ ໄດ້ເຊັນບັນດາຄຳໝັ້ນສັນຍາເສດຖະກິດທີ່ມີມູນຄ່ານັບພັນຕື້ USD ແມ່ນໄຊຊະນະຢ່າງຈະແຈ້ງສຳລັບທ່ານ Donald Trump.  ທ່ານ Imad Al-Abdulqader ຜູ້ຊ່ຽວຊານດຳເນີນທຸລະກິດ ແລະ ນະໂຍບາຍ ຂອງກຸ່ມບໍລິສັດ DGA ຢູ່ Ryiadh (Saudi Arabia), ໃຫ້ຂໍ້ສັງເກດວ່າ:

          ບັນດາວິສາຫະກິດ ແລະ ປຊຊ ຢູ່ພາກພື້ນຕາເວັນອອກກາງ ຍາມໃດກໍ່ຢາກຮ່ວມມືດຳເນີນທຸລະກິດຫຼາຍກ່ວາອີກກັບບັນດາບໍລິສັດ ອາເມລິກາ ແລະ ບັນດາບໍລິສັດໃນທົ່ວໂລກ ແຕ່ວ່າເມື່ອກ່ອນແມ່ນຮູ້ສຶກວ່າ ໄດ້ປະສົບກັບຄວາມຫຍຸ້ງຍາກທີ່ສຸດເມື່ອຢາກໄດ້ການຖ່າຍຖອດເຕັກໂນໂລຊີແທດຈິງ ຫຼືບັນດາບ້ວງເງິນລົງທຶນແທດຈິງຍາວນານຈາກຝ່າຍ ອາເມລິກາ.

ໄຊຊະນະດ້ານການທູດ

ໄປຄຽງຄູ່ກັບດ້ານເສດຖະກິດ, ການໄປປະຕິບັດງານຢູ່ Saudi Arabia, Qatar ແລະ UAE ຂອງທ່ານ Donald Trump ຍັງສ້າງຄວາມສົນໃຈຍ້ອນບັນດາການກະທຳດ້ານການທູດທີ່ສຳຄັນ. ຢູ່ Saudi Arabia, ທ່ານປະທານາທິບໍດີ Donald Trump ໄດ້ພົບປະກັບທ່ານ Admed Al-Sharaa ການນຳຄົນໃໝ່ຂອງ Syria.  ນີ້ແມ່ນຄັ້ງທຳອິດພາຍຫຼັງ 25 ປີທີ່ການນຳສອງປະເທດໄດ້ພົບປະກັນ.

          ຕາມບັນດານັກສັງເກດການແລ້ວ, ກ່ອນອື່ນໝົດ, ນີ້ແມ່ນໄຊຊະນະດ້ານການທູດສຳລັບ Saudi Arabia ແລະ ຕວກກີ, ບັນດາປະເທດສະໜັບສະໜູນວົງການການນຳໃໝ່ຢູ່ Syria ຢ່າງແຮງ ແລະ ພວມຢາກຊຸກຍູ້ວິວັດການສ້າງສາປະເທດນີ້ຄືນໃໝ່ ພາຍຫຼັງເວລາຫຼາຍປີທີ່ຖືກທຳລາຍຍ້ອນການປະທະກັນ. ແຕ່ເຖິງແນວນັ້ນກໍ່ຕາມ ເລື່ອງທ່ານປະທານາທິບໍດີ Donald Trump ໄດ້ຍູ້ໄວການຍຸບເລິກບັນດາຄຳສັ່ງລົງໂທດ ຊ້ຳບໍ່ໜຳ ສ້າງການພົວພັນເປັນປົກກະຕິກັບ Syria ໂດຍໄວກໍ່ແມ່ນຄະແນນບວກໃຫ້ແກ່ນະໂຍບາຍການພົວພັນຕ່າງປະເທດຂອງ ອາເມລິກາ ຢູ່ພາກພື້ນຕາເວັນອອກກາງ, ພິເສດແມ່ນໃນສະພາບການທີ່ອຳນາດການປົກຄອງ ອາເມລິກາ ຍັງຄົງໄດ້ຮັບຫຼາຍຄຳຕຳໜິຕິຕຽນ ຍ້ອນວິທີສຳຜັດໃນການປະທະກັນລະຫວ່າງ Israel ແລະ ຂະບວນການ Hamas ຢູ່ເຂດ Gaza. ທ່ານນາງ Rosemary Kelanic, ຜູ້ອຳນວຍການໂຄງການຕາເວັນອອກກາງ ຢູ່ອົງການບັນດາບຸລິມະສິດປ້ອງກັນຊາດ (DPO, ອາເລິກາ)ໄດ້ໃຫ້ຂໍ້ສັງເກດວ່າ:

   ມີບັນດາເຫດຜົນມະນຸດສະທຳທີ່ພາໄປເຖິງເລື່ອງບັນດາຄຳສັ່ງລົງໂທດຕ້ອງໄດ້ຮັບການຍຸບເລິກ, ນັ້ນແມ່ນຊາວ Syria ແມ່ນຜູ້ໄດ້ຮັບຜົນຕາມມາທີ່ໜັກໜ່ວງທີ່ສຸດຈາກບັນດາຄຳສັ່ງລົງໂທດນີ້. ໃນຊຸມປີຜ່ານມາ, ເຂົາເຈົ້າຍັງໄດ້ຮັບບັນດາໄພພິບັດທຳມະຊາດອີກດ້ວຍ, ພິເສດແມ່ນເຫດແຜ່ນດິນໄຫວເມື່ອຕົ້ນປີ 2024 ແລະ ອັດຕາຜູ້ທຸກຍາກອຶດຫິວແມ່ນສູງພິເສດ. ດັ່ງນັ້ນ ຕ້ອງລົບລ້າງບັນດາຄຳສັ່ງລົງໂທດເພື່ອຈາກນັ້ນ ຈະສາມາດຮ່ວມມືກັບບັນດາການນຳຄົນໃໝ່ຂອງ  Syria.

             ນອກຈາກບັນຫາ Syria, ໃນການໄປປະຕິບັດງານ 3 ປະເທດຕາເວັນອອກກາງ, ທ່ານປະທານາທິບໍດີ Donald Trump ຍັງໄດ້ປຶກສາຫາລືກັບບັນດາການນຳພາກພື້ນ ກ່ຽວກັບບັນຫານິວເຄຼຍຂອງ Iran, ຂໍ້ຕົກລົງຢຸດຍິງລະຫວ່າງ ອາເມລິກາ ແລະ ກຳລັງ Houthi ຢູ່ Yemen ກໍ່ຄືວິໄສທັດຂອງ ອາເມລິກາ ສຳລັບການຢຸດຕິການປະທະກັນຢູ່ເຂດ Gaza.

          ໃນຈຳນວນດັ່ງກ່າວ, ສຳເນົາເອກະສານ ນິວເຄຼຍ Iran ໄດ້ຮັບຮູ້ບາງການກະທຳທີ່ໜ້າສົນໃຈ ຂະນະທີ່ ທ່ານປະທານາທິບໍດີ Donald Trump ຢືນຢັນຄືນໃໝ່ການບຸລິມະສິດມາດຕະການທາງການທູດ ເພື່ອບັນລຸໄດ້ຂໍ້ຕົກລົງກັບ Iran, ພ້ອມທັງຍົກສູງບົດບາດເປັນກາງໄກ່ເກ່ຍຂອງ Qatar, UAE  ໃນບັນຫານີ້. ນີ້ອາດຈະຖືວ່າ ແມ່ນສັນຍານອັນຕັ້ງໜ້າ, ຫລຸດຜ່ອນບັນດາຄວາມວິຕົກກັງວົນ ກ່ຽວກັບການເພີ່ມຄວາມເຄັ່ງຕຶງຄັ້ງໃໝ່ລະຫວ່າງ ອາເມລິກາ ແລະ Israel  ກັບ Iran ໃນໄລຍະທີ່ຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ