ກາລະໂອກາດໃດສຳລັບພາກຕາເວັນອອກຢູແກຼນຢູ່ທີ່ກອງປະຊຸມຍຸດຍອດ 4 ຝ່າຍ



ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ວັນ​ທີ 11/2 , ກອງ​ປະ​ຊຸມ​ຍຸດຍອດ 4 ຝ່າຍ​ລະ​ຫວ່າງ​ບັນ​ດາ​ການ​ນຳ​ເຢັຍ​ລະ​ມັນ, ຝະ​ລັ່ງ, ລັດ​ເຊຍ ແລະ ຢູ​ແກຼນ​ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ Minsk ຂອງ​ເບ​ເລ​ຣຸດ ເພື່ອ​ແນ​ໃສ່​ຊອກ​ຫ​າ​ວິ​ທີ​ການ​ແກ້​ໄຂ​ໃຫ້​ແກ່​ວິ​ກິດ​ການ​ຢູ່​ພາກ​ຕາ​ເວັນ​ອອກຢູ​ແກຼນ. ແຕ່​ກໍ​ຍັງ​ຄົງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ ເຖິງວ່າ ບັນ​ດາ​ຝ່າຍ​ຕ່າງ​ກໍ​ສະ​ແດງ​ຄວາມ​ຫວັງ​ຢາກ​ຢຸດ​ຕິການ​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກຢູ​ແກຼນ.

ກາລະໂອກາດໃດສຳລັບພາກຕາເວັນອອກຢູແກຼນຢູ່ທີ່ກອງປະຊຸມຍຸດຍອດ 4 ຝ່າຍ - ảnh 1
ສະ​ໜາມ​ບິນ​ຢູ່​ພາກ​ຕາ​ເວັນ​ອອກ​ຢູ​ແກຼນ​ຖືກ​ທຳ​ລາຍ​ພາຍຫຼັງ​ການ​ປະ​ທະ​ກັນ    (ພາບ : AP)


    ວົງ​ການ​ນັກ​ສັງ​ເກດ​ການ​ໃຫ້​ຂໍ້​ສັງ​ເກດ​ວ່າ ກອງ​ປະ​ຊຸມ​ຍຸດຍອດທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ Minsk ຂອງ​ເບ​ເລ​ຣຸດຊຶ່ງ​ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 11/2 ໄດ້​ຮັບ​ຖື​ວ່າ ແມ່ນ​ກາ​ລະ​ໂອ​ກາດ​ສັນ​ຕິ​ພາບ​ສຸດ​ທ້າຍ​ໃຫ້​ແກ່​ບັນ​ຫາ​ຢູ​ແກຼນ. ກອງ​ປະ​ຊຸມ​ດັ່ງ​ກ່າວ​ແມ່ນ​ໝາກ​ຜົນ​ພາຍຫຼັງ​ການ​ພົບ​ປະ 3 ຝ່າຍ​ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ​ Putin, ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ Angela Merkel ແລະ ປະ​ທາ​ນາ​ທິ​ບໍ​ດີ​ຝະ​ລັ່ງ Francois Hollande ຢູ່​ມົດ​ສ​ກູ​ເມື່ອ​ວັນ​ທີ 6/2 ກ່ຽວ​ກັບ​ບັນ​ຫານີ້.

    ບັນ​ດາ​ສັນ​ຍານ​ທີ່​ສະ​ດວກ

  ພາຍຫຼັງ​ການ​ພົບ​ປະ​ກັບ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ Angela Merkel ເມື່ອ​ຕອນ​ເຊົ້າ​ວັນ​ທີ 10/2 ຕາມ​ເວ​ລາ​ຫວຽດ​ນາມ, ຢູ່​ທຳ​ນຽບ​ຂາວ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ໄດ້​ເຫັນ​ດີ​ໂຈະ​ການ​ສະ​ໜອງ​ອາ​ວຸດ​ໃຫ້​ແກ່ ຢູ​ແກຼນ. ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ຖະ​ແຫຼງວ່າ ທ່ານ​ປາ​ຖະ​ໜາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ Angela Merkel ແລະ ປະ​ທາ​ນາ​ທິ​ບໍ​ດີ​ຝະ​ລັ່ງ Francois Hollande ອາດ​ຈະ​ບ​ັນ​ລຸ​ຂໍ້​ຕົກ​ລົງ​ສະ​ບັບ​ໜຶ່ງ​ກັບ ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ​ Putin ເພື່ອຢຸດ​ຕິ​ການ​ປະ​ທະ​ກັນ​ທີ່ນອງ​ເລືອດ​ເປັນ​ເວ​ລາ 10 ເດືອນ​ຢູ່ ພາກ​ຕາ​ເວັນ​ອອກຢູ​ແກຼນ.ຂໍ້​ຕົກ​ລົງ​ຂອງ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ໄດ້ຫຼຸດ​ຜ່ອນ​ຄວາມບໍ່​ລົງ​ລອຍ​ກັນ​ສ່ວນ​ໃດ​ສ່ວນ​ໜຶ່ງ​ລະ​ຫວ່າງ​ອາ​ເມ​ລິ​​ນາ ແລະ ສະ​ຫະ​ພາບ​ເອີ​ລົບ, ພ້ອມ​ທັງ​ເປັນ​ການ​ປອບ​ໃຈ​ແກ່ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ Angela Merkel ຂະ​ນະ​ທີ່​ກ່ອນ​ໜ້ານັ້ນ, ທ່ານ​ນາງ​ໄດ້​ຢືນ​ຢັນ​ກ່ຽວ​ກັບ​ການ​ສະ​ໜອງ​ອາ​ວຸດ​ໃຫ້​ແກ່ກອງ​ທັບຢູ​ແກຼນ ແມ່ນ​ປຽບ​ເໝືອນ​ການ​ຖອກ​ນ້ຳ​ມັນ​ໃສ່​ແປວ​ໄຟ​ຢູ່ພາກ​ຕາ​ເວັນ​ອອກຢູ​ແກຼນ. ຫາງ​ສຽງ​ຍັງ​ຍັງ​ຈື​ດີ​ກ່ຽວ​ກັບ​ຄຳ​ກ່າວ​ປາ​ໄສ​ທີ່ກອງ​ປະ​ຊຸມ​ປ້ອງ​ກັນ​ຄວາມ​ສະ​ຫງົບ Munich ເມື່ອ​ວັນ​ທີ 7/2, ທ່ານ​ນາງນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ Angela Merkel ໄດ້​ຢືນ​ຢັນ​ຄືນ​ວ່າ ແບກ​ລິນບໍ່​ສູ້​ຢັນ ແລະ ໃຫ້​ການ​ຮ່ວມ​ມື​ກັບ​ລັດ​ເຊຍ​ເພື່ອ​ຄວາມ​ສະ​ຫງົບ​ຢູ່​ເອີ​ລົບ. ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ Angela Merkel ຍັງ​ເນັ້ນ​ໜັກ​ວ່າ ເຢຍ​ລະ​ມັນ​ຫວັງ​ຢາກ​ສ້າງ​ຄວາມ​ສະ​ຫງົບ​ຢູ່​ເອີ​ລົບ​ພ້ອມ​ກັບ​ລັດ​ເຊຍ, ຫາກບໍ່​ແມ່ນ​ຕ້ານ​ລັດ​ເຊຍ.

    ໃນ​ການ​ກະ​ທຳ​ອັນ​ໜຶ່ງ​ຊຶ່ງ​ໄດ້​ຮັບ​ຖື​ວ່າ ແມ່ນ​ເພື່ອ​ແນ​ໃສ່ຫຼີກ​ລ້ຽງ​ການ​ກໍ​ຄວາມ​ສັບ​ສົນ​ກ່ອນ​ທີ່​ດຳ​ເນີນ ກອງ​ປະ​ຊຸມ​ຍຸດຍອດ 4 ຝ່າຍລະ​ຫວ່າງເຢັຍ​ລະ​ມັນ, ຝະ​ລັ່ງ, ລັດ​ເຊຍ ແລະ ຢູ​ແກຼນ​ຢູ່ນະ​ຄອນຫຼວງ Minsk ຂອງ​ເບ​ເລ​ຣຸດນັ້ນ, ທີ່ກອງ​ປະ​ຊຸມ​ຢູ່ບ​ຣຸກ​ແຊນ​ປະ​ເທດ​ແບນ​ຊິກ ເມື່ອ​ວັນ​ທີ 9/2, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ບັນ​ດາ​ປະ​ເທດ EU ໄດ້​ຕົກ​ລົງ​ໂຈະ​ການ​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ຂວ້ຳ​ບາດ​ໃໝ່​ຕ້ານ​ລັດ​ເຊຍ.

   ສິ່ງ​ທ້າ​ທາຍ​ນາໆ​ປະ​ການ

   ເຖິງວ່າ​ໄດ້​ປະ​ກົດ​ມີ​ບາງ​ສັນ​ຍານ​ທີ່​ຕັ້ງ​ໜ້າ ແນ​ໃສ່​ຊ່ວຍຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ກ່ອນ​ທີ່​ດຳ​ເນີນ ກອງ​ປະ​ຊຸມ​ຍຸດຍອດ 4 ຝ່າຍ, ແຕ່​ຫາງ​ສຽງ​ຍັງ​ຄົງ​ເຫັນ​ວ່າ ຍັງ​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ​ຊ​ຶ່ງ​ບັນ​ດາ​ຝ່າຍ​ຕ້ອງ​ຜ່ານ​ຜ່າ. ນັງ​ທັງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເຢຍ​ລະ​ມັນ Frank – Walter Steinmeier ກໍ​ຍອມ​ຮັບ​ວ່າ ປະ​ຈຸ​ບັນ​ຍັງ​ບໍ່​ທັນ​ແນ​ໃຈ​ກ່ຽວ​ກັບ​ເລື່ອງ ຢູ​ແກຼນ ແລະ ລັດ​ເຊຍ​ອາດ​ຈະ​ບັນ​ລ​ຸ​ຂໍ້​ຕົກ​ລົງ​ການ​ເມືອງ​ສະ​ບັບ​ໜຶ່ງ​ທີ່ກອງ​ປະ​ຊຸມ​ຈັດ​ຂຶ້ນ​ຢູ່ນະ​ຄອນຫຼວງ Minsk ຂອງ​ເບ​ເລ​ຣຸດ ໄດ້ຫຼືບໍ່. ນີ້​ແມ່ນ​ສິ່ງ​ທີ່ ປະ​ທາ​ນາ​ທິ​ບໍ​ດີ​ຝະ​ລັ່ງ Francois Hollande ໄດ້​ພັນ​ລະ​ນາ​ວ່າ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ກາ​ລະ​ໂອ​ກາດ​ສຸດ​ທ້າຍ​ເພື່ອ​ຢຸດ​ຕິ​ການ​ປະ​ທະ​ກັນ​ມາ​ເປັນ​ເວ​ລາ 10 ເດືອນ​ຢູ່ ຢູ​ແກຼນ. ປະ​ຈຸ​ບັນ, ບັນ​ດາ​ຝ່າຍ​ພວມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ສຸດ​ຂິີດ. ກ່ອນ​ໜ້ານັ້ນ​ຢູ່​ທີ່ ກອງ​ປະ​ຊຸມ​ປ້ອງ​ກັນ​ຄວາມ​ສະ​ຫງົບ Munich ເມື່ອ​ວັນ​ທີ 7/2, ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ Angela Merkel ໄດ້​ຖື​ວ່າ ເຖິງວ່າ​ທ່ານ​ນາງບໍ່​ແນ່​ໃຈວ່າ ກອງ​ປະ​ຊຸມ​ຍຸດຍອດ 4 ຝ່າຍ​ຈະ​ບັນ​ລຸ​ໝາກ​ຜົນ​ໄດ້ຫຼືບໍ່ ກໍ​ຕາມ, ແຕ່​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ເຖິງວິ​ກິດ​ການ​ຢູ່ ຢູ​ແກຼນ​ຕ້ອງ​ເດີນ​ຕາມ​ບັນ​ດາ​ກາ​ລະ​ໂອ​ກາດ. ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ຍັງ​ບໍ່​ປະ​ເອີບ​ໃຈ​ປານ​ໃດຕໍ່​ແງ່​ຫວັງ​ຂອງ ກອງ​ປະ​ຊຸມ​ຍຸດຍອດ​ຂະ​ນະ​ທີ່​ທ່ານ​ກາ່ວເຕືອນ​ວ່າ ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຂວ້ຳບາດ​ລັດ​ເຊຍ ແລະ ສະ​ໜອງ​ອາ​ວຸດ​ໃຫ້​ແກ່​ຢູ​ແກຼນ​ຖ້າ​ຫາກ​ການ​ພົບ​ປະ 4 ຝ່າຍ​ລະ​ຫວ່າງເຢັຍ​ລະ​ມັນ, ຝະ​ລັ່ງ, ລັດ​ເຊຍ ແລະ ຢູ​ແກຼນ​ທີ່ນະ​ຄອນຫຼວງ Minsk ຂອງ​ເບ​ເລ​ຣຸດບໍ່​ສາ​ມາດ​ນຳ​ມາ​ເຊິ່ງ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ໄດ້.

    ໃນ​ຂະ​ນະ​ນັ້ນ, ການ​ສູ້​ຮົບ​ຍັງ​ຄົງ​ດຳ​ເນີນ​ຢ່າງ​ດຸ​ເດືອດ​ຢູ່ ພາກ​ຕາ​ເວັນ​ອອກຢູ​ແກຼນ, ສືບ​ຕໍ່​ກໍ​ຄວາມ​ບາດ​ເຈັບ​ລົ້ມ​ຕາຍ​ໃຫ້​ແກ່​ທະ​ຫານ ແລະ ສາ​ມັນ​ຊົນ. ມາ​ຮອດ​ປະ​ຈຸ​ບັນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ການ​ສູ້​ຮົບ​ທີ່​ແກ່​ຍາວ ເປັນ​ເວ​ລາ 10 ເດືອນ​ຢູ່ ຢູ​ແກຼນ ໄດ້​ຂຶ້ນ​ເຖິງ 5.600 ຄົນ.

    ຄວາມ​ຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ທ່າ​ທີ​ຂອງ​ມົດ​ສະ​ກູ​ຢູ່​ທີ່ ກອງ​ປະ​ຊຸມ​ຍຸດຍອດ​ໃນນະ​ຄອນຫຼວງ Minsk ຂອງ​ເບ​ເລ​ຣຸດເມື່ອ​ວັນ​ທີ 11/2 ຈະ​ຕັດ​ສິນ​ກ່ຽວ​ກັບ​ສະ​ພາບ​ການ​ຂອງຢູ​ແກຼນກໍ​ຄື​ວິ​ທີ​ການ​ປະ​ພຶດ​ຕໍ່​ໄປ​ຂອງ​ອາ​ເມ​ລິ​ກາ ແລະ EU ທີ່​ມີຕໍ່​ລັດ​ເຊຍ. ກ່ອນ​ໜ້ານັ້ນ. ບັນ​ດາ​ການ​ນຳ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ສະ​ເໜີປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ​ Putin ຈົ່ງ​ມີ​ການ​ກະ​ທຳ​ທີ່​ເດັດ​ດຽວ​ເພື່ອຢັ້ງ​ຢືນ​ວ່າ ມົດ​ສະ​ກູ​ຢາກ​ມີ​ສັນ​ຕິ​ພາບ​ແທ້.

    ຂໍ້​ຕົກ​ລົງ​ເພື່ອຫຼຸດ​ຜ່ອນ​ວິ​ກິດ​ການ​ຢູ​ແກຼນ ແມ​່ນ​ຄວາມ​ຫວັງ​ຂອງຫຼາຍ​ຝ່າຍ. ແຕ່​ໃນ​ສະ​ພາບ​ການ​ທີ​່​ຫຍຸ້ງ​ຍາກ​ຄື​ປະ​ຈຸ​ບັນ, ຫາງ​ສຽງ​ຍັງ​ລໍ​ຖ້າ​ຕໍ່​ໝາກ​ຜົນ​ທີ່​ຕັ້ງ​ໜ້າ​ຂອງ ກອງ​ປະ​ຊຸມ​ຍຸດຍອດ 4 ຝ່າຍ​ທີ່​ດຳ​ເນີນ​ຢູ່ນະ​ຄອນຫຼວງ Minsk ຂອງ​ເບ​ເລ​ຣຸດໃນ​ວັນ​ທີ 11/2.

ຕອບກັບ

ຂ່າວ/ບົດ​ອື່ນ