(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ສ. ຝລັ່ງ ມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 25 -27 ພຶດສະພາ. ການຢ້ຽມຢາມ ແມ່ນເສົາຄ້ຳສຳຄັນ ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຝລັ່ງ ສືບຕໍ່ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນກວ່າ.
ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດ ຂອງທ່ານ Emmanuel Macron ໃນຖານະແມ່ນປະທານາທິບໍດີ ຝລັ່ງ ພ້ອມທັງແມ່ນການຢ້ຽມຢາມຄັ້ງທີ 5 ຂອງປະທານາທິບໍດີ ຝລ່ັງ ມາ ຫວຽດນາມ ນັບແຕ່ເມື່ອສອງປະເທດສ້າງຕັ້ງສາຍພົວພັນທາງການທູດ ໃນປີ 1973.
ການຮ່ວມມືນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ
ນັບແຕ່ເມ່ືອຍົກການພົວພັນຂຶ້ນສູ່ລະດັບສູງໃຫມ່, ຫວຽດນາມ ແລະ ຝລັ່ງ ສືບຕໍ່ຮັບຮູ້ບັນດາບາດກ້າວໃຫຍ່ໃນການຮ່ວມມືສອງຝ່າຍ. ກ່ຽວກັບດ້ານການເມືອງ - ການຕ່າງທູດ, ການແລກປ່ຽນລະຫວ່າງສອງປະເທດເພີ່ມທະວີ ແລະຮັດແຫນ້ນກວ່າ, ບັນດາກົນໄກຮ່ວມມືໄດ້ຮັບການເປີດກວ້າງຄື: ເລື່ອງຈັດຕັ້ງກອງປະຊຸມສົນທະນາກ່ຽວກັບທະເລເປັນຄັ້ງທຳອິດ ລະຫວ່າງສອງກະຊວງການຕ່າງປະເທດຢູ່ ຮ່າໂນ້ຍ. ສອງປະເທດ ກໍ່ເພີ່ມທະວີການສົມທົບ ແລະ ການຮ່ວມມືໃນບັນດາບັນຫາທົ່ວໂລກຄື: ຢູ່ ກອງປະຊຸມສຸດຍອດກ່ຽວກັບປັນຍາປະດິດ ຢູ່ ປາຣີ ເມື່ອເດືອນ ກຸມພາປີ 2025, ກອງປະຊຸມ P4G ເມ່ືອເດືອນ ເມສາປີ 2025 ຢູ່ ຮ່າໂນ້ຍ ແລະ ກອງປະຊຸມມະຫາສະມຸດ ສະຫະປະຊາຊາດ ຢູ່ Nice ເດືອນມິຖຸນາປີ 2025 ຈະມາເຖິງ. ທ່ານ ດິງຕວານຖັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ເນັ້ນຫນັກວ່າ:
“ໃນໂລກພວມມີການຜັນແປຫລາຍຢ່າງຄື ປະຈຸບັນ, ສອງປະເທດ ຫວຽດນາມ ແລະ ຝລ່ັງ ສືບຕໍ່ແບ່ງປັນຈຸດຄ້າຍຄືກັນ ກ່ຽວກັບວິໄສທັດໃນຫລາຍບັນຫາສຳຄັນ. ນັ້ນແມ່ນ ຕ້ອງເພີ່ມທະວີການຮ່ວມມືເພື່ອນຳມາເຊິ່ງຄວາມວັດທະນາຖາວອນລວມ; ນັ້ນແມ່ນພ້ອມກັນສືບຕາມບັນດາເປົ້າໝາຍພັດທະນາແບບຍືນຍົງ; ນັ້ນແມ່ນ ຕ້ອງມານະພະຍາຍາມເພື່ອຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ”
ການຮ່ວມມືເສດຖະກິດ, ເສົາຄ້ຳສຳຄັນແຖວຫນ້າໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຝລັ່ງ ກໍ່ຮັບຮູ້ບັນດາການຫັນປ່ຽນຕັ້ງຫນ້າ. ວົງເງິນການຄ້າສອງສົ້ນ ຫວຽດນາມ - ຝລັ່ງ ປີກາຍເພີ່ມຂຶ້ນ 12% ເມື່ອທຽບໃສ່ປີ 2023, ບັນລຸກວ່າ 5,4 ຕື້ USD. ການຮ່ວມມືໃນຫລາຍຂົງເຂດຄື: ພະລັງງານ, ຄົມມະນາຄົມເຂດຕົວເມືອງ, ພື້ນຖານໂຄງລ່າງຍຸດທະສາດ,ສາທາລະນະສຸກ, ການສຶກສາ ... ກໍຄືການຮ່ວມມືທ້ອງຖິ່ນ, ຂົງເຂດພິເສດສະເພາະໃນການພົວພັນສອງປະເທດ, ສືບຕໍ່ໄດ້ຮັບການເປີດກວ້າງ. ໃນການຢ້ຽມຢາມຕົ້ນເດືອນ ພຶດສະພາຜ່ານມາ, ລັດຖະມົນຕີສະເພາະກິດການຄ້າຕ່າງປະເທດ ແລະ ຊາວ ຝລັ່ງ ຢູ່ ຕ່າງປະເທດ, ກະຊວງການຕ່າງປະເທດ ຝລ່ັງ ທ່ານ Laurent Saint-Martin ຢືນຢັນ ຄວາມບົ່ມຊ້ອນການຮ່ວມມືເສດຖະກິດ ຫວຽດນາມ - ຝລັ່ງ ຍັງໃຫຍ່ຫລວງຢູ່ ແລະ ສອງປະເທດອາດຈະຫັນຫລາຍການຮ່ວມມືທີ່ມີຍຸດທະສາດໃນໄລຍະຈະມາເຖິງໃຫ້ເປັນລະອຽດ.
“ຝລັ່ງ ແມ່ນຫນຶ່ງໃນບັນດາປະເທດ ອາດຈະຕອບສະຫນອງໄດ້ບັນດາບຸລິມະສິດຍຸດທະສາດໃຫຍ່ຂອງລັດຖະບານ ຫວຽດນາມ ຄື: ພື້ນຖານໂຄງລ່າງ, ຄົມມະນາຄົມ, ການຮັບມືກັບບັນດາສິ່ງທ້າທາຍກ່ຽວກັບພະລັງງານ ຫລື ການບິນ.ໃນຂະນະນັ້ນ ຫວຽດນາມ ແມ່ນຕະຫລາດທີ່ພວມເຕີບໂຕດ້ວຍພົນລະເມືອງ 100 ລ້ານຄົນ, ຫນຸ່ມແຫນ້ນ ແລະ ຊັ້ນຄົນຊັ້ນກາງນັບມື້ນັບເຕີບໃຫຍ່ ແມ່ນບ່ອນບັນດາຜະລິດຕະພັນຂອງ ຝລັ່ງ ອາດຈະຊອກໄດ້ຈຸດຢືນ”
ຊຸກຍູ້ການບຸລິມະສິດການຮ່ວມມືໃຫມ່
ຄຽງຄູ່ບັນດາຂົງເຂດການຮ່ວມມືທີ່ເປັນມູນເຊື້ອ, ຫວຽດນາມ ແລະ ຝລັ່ງ ກໍ່ພວມມີກາລະໂອກາດໃຫຍ່ຊຸກຍູ້ບັນດາການກຳນົດທິດການຮ່ວມມືໃຫມ່, ຕອບສະຫນອງບັນດາເປົ້າໝາຍພັດທະນາຂອງ ຫວຽດນາມ ແລະ ສອດຄ່ອງກັບທ່າແຮງຂອງ ຝລັ່ງຄື: ພະລັງງານນິວເຄຼຍ, ວິທະຍາສາດເຕັກໂນໂລຊີ, ປັນຍາປະດິດ. ທ່ານນາງ Sarah Mamiese, ຜູ້ອຳນວຍການຝ່າຍບໍລິຫານສູນບຳລຸງສ້າງຂອງອົງການພັດທະນາ ຝລັ່ງ (AFD Campus), ຕີລາຄາວ່າ ຫວຽດນາມ ແມ່ນຫນຶ່ງໃນບັນດາປະເທດນຳຫນ້າກ່ຽວກັບນະວັດຕະກຳໃນຈຳນວນບັນດາປະເທດມີລາຍຮັບປານກາງ, ເປັນກຳມະສິດຄວາມສາມາດບົ່ມຊ້ອນໃຫຍ່ ເພື່ອຍົກສູງກຳລັງຄວາມສາມາດນະວັດຕະກຳ ແລະ ແກ້ງແຍ່ງໃນຕະຫລາດເຕັກໂນໂລຊີສູງທົ່ວໂລກ. ທ່ານນາງ Sarah Mamiese ໃຫ້ຂໍ້ສັງເກດວ່າ:
“ບັນດາຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໄດ້ນຳມາເຊິ່ງໝາກຜົນ ແລະ ຫວຽດນາມ ພົ້ນເດັ່ນຂຶ້ນຄືຫນຶ່ງໃນບັນດາປະເທດນຳຫນ້າໃນຈຳນວນບັນດາປະເທດມີລາຍຮັບປານກາງ ກ່ຽວກັບນະວັດຕະກຳ ແຕ່ປີ 2022. ເລື່ອງພັດທະນາວິທະຍາສາດ ເຕັກໂນໂລຊີ, ນະວັດຕະກຳ ປະຈຸບັນໄດ້ຮັບຖືວ່າ ແມ່ນລັດຖະນະໂຍບາຍແຖວຫນ້າ ແລະ ພວກເຮົາພວມໄດ້ເຫັນປະຈັກຕາບັນດາບຸກທະລຸຍຸດທະສາດໃນຂົງເຂດນີ້”
ດ້ວຍຖານະບົດບາດແມ່ນຫນຶ່ງໃນບັນດາປະເທດມະຫາອຳນາດດ້ານເຕັກໂນໂລຊີ ໃນບັນດາຂົງເຂດພະລັງງານ, ການບິນ, ປັນຍາປະດິດ.. ແລະ ແມ່ນປະເທດດຶງດູດການລົງທຶນຢ່າງແຮງທີ່ສຸດ ຢູ່ ເອີລົບໃນ 5 ປີຜ່ານມາ ພິເສດ ໃນຂົງເຂດເຕັກໂນໂລຊີສູງ, ຝລ່ັງ ມີຫລາຍທ່າແຮງອາດຈະຮ່ວມມື ແລະ ເພີ່ມເຕີມໃຫ້ບັນດາບຸລິມະສິດຍຸດທະສາດໃຫມ່ຂອງ ຫວຽດນາມ. ເລື່ອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຄາດວ່າ ຈະແລກປ່ຽນກັບນັກສຶກສາມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຢີ ຮ່າໂນ້ຍ ເປັນການພິສູດໃຫ້ເຫັນ ລະດັບຄວາມສຳຄັນຂອງສອງປະເທດໃນການຊຸກຍູ້ເສົາຄ້ຳການຮ່ວມມືໃຫມ່, ສົມກັບສາຍພົວພັນຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງປະເທດ.