(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຈະເດີນໄປຢ້ຽມຢາມທາງລັດຖະກິດຢູ່ ສ.ເກົາຫຼີ ແຕ່ວັນທີ 10 – 13 ສິງຫາ. ການຢ້ຽມຢາມເປັນການຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ທີ່ປາດຖະໜາຢາກນຳການພົວພັນຮ່ວມມືກັບ ສ.ເກົາຫຼີ ພັດທະນາຂຶ້ນສູ່ລະດັບສູງໃໝ່, ພ້ອມທັງແຜ່ກະຈາຍສານທີ່ວ່າ ຫວຽດນາມ ພວມກ້າວເຂົ້າສູ່ສັງກາດໃໝ່, ຕ້ອງມີການຮ່ວມເດີນທາງຈາກບັນດາເພື່ອນມິດສາກົນ, ພິເສດແມ່ນຈາກບັນດາຄູ່ຮ່ວມມືຍຸດທະສາດຮອບດ້ານ, ໃນນັ້ນມີ ສ.ເກົາຫຼີ.
ທ່ານເລຂາທິການໃຫຍ່ ໂຕເລິມ ແມ່ນແຂກຕ່າງປະເທດທຳອິດຂອງອຳນາດການປົກຄອງປະທານາທິບໍດີຄົນໃໝ່ ທ່ານ Lee Jae Myung ແລະ ແມ່ນການຢ້ຽມຢາມ ສ.ເກົາຫຼີ ຄັ້ງທຳອິດຂອງເລຂາທິການໃຫຍ່ ຫວຽດນາມ ພາຍຫຼັງ 11 ປີ.
ການຢ້ຽມຢາມໄດ້ດຳເນີນໃນສະພາບການພົວພັນ ຫວຽດນາມ - ສ.ເກົາຫຼີ ພວມຢູ່ໃນໄລຍະພັດທະນາດີງາມທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ, ພິເສດ ພາຍຫຼັງທີ່ສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງເປັນທາງການ ເມື່ອເດືອນທັນວາ 2022.
ຄູ່ຮ່ວມມືສຳຄັນແຖວໜ້າຂອງກັນໃນຫຼາຍຂົງເຂດ
ການພົວພັນ ຫວຽດນາມ - ສ.ເກົາຫຼີ ໃນໄລຍະຜ່ານມາ ບັນລຸໄດ້ຫຼາຍບາດກ້າວກະໂດດຂັ້ນ ແລະ ກາຍເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງກັນໃນຫຼາຍຂົງເຂດ.
ປັດຈຸບັນ, ສ.ເກົາຫຼີ ຢືນອັນດັບທີ 1 ໃນການລົງທຶນໂດຍກົງເຂົ້າ ຫວຽດນາມ, ຢືນອັນດັບທີ 2 ກ່ຽວກັບການຮ່ວມມືພັດທະນາ (ODA), ແຮງງານ ແລະ ການທ່ອງທ່ຽວ ແລະ ຢືນອັນດັບທີ 3 ກ່ຽວກັບການຮ່ວມມືດ້ານການຄ້າ. ກົງກັນຂ້າມ, ຫວຽດນາມ ແມ່ນຄູ່ຮ່ວມມືທາງດ້ານເສດຖະກິດໃຫຍ່ສຸດຂອງ ສ.ເກົາຫຼີ ໃນ ອາຊຽນ, ກວມເອົາ 30% ການລົງທຶນ ແລະ 50% ຍອດວົງການການຄ້າລະຫວ່າງ ສ.ເກົາຫຼີ ກັບ ອາຊຽນ. ສອງປະເທດພວມມຸ່ງໄປເຖິງເປົ້າໝາຍ ຍົກວົງເງິນການຄ້າສອງຝ່າຍຂຶ້ນ 100 ຕື້ USD ໃນປີ 2025 ແລະ 150 ຕື້ USD ໃນປີ 2030 ຕາມທິດດຸ່ນດ່ຽງ ແລະ ຍືນຍົງ.
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ກ່າວຄຳເຫັນໃນເຫດການ “ພົບປະ ສ.ເກົາຫຼີ ປີ 2025” (ພາບ: TTXVN) |
ສອງປະເທດຍາມໃດກໍສ້າງເງື່ອນໄຂຮ່ວມມືລົງທຶນໃຫ້ກັນຢ່າງສະດວກທີ່ສຸດ. ໃນເຫດການ “ພົບປະ ສ.ເກົາຫຼີ ປີ 2025” ທີ່ໄດ້ດຳເນີນໃນເດືອນພຶດສະພາ ຜ່ານມາ, ຢູ່ ຫວຽດນາມ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ:
“ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກດີ ແລະ ຈະແຈ້ງ, ສືບຕໍ່ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ການຄຸ້ມຄອງແບບອັດສະລິຍະ, ດຳເນີນການປະຕິວັດກ່ຽວກັບກົງຈັກການຈັດຕັ້ງ, ຫຼຸດຂັ້ນຕອນ, ລົບລ້າງກົນໄກຂໍ-ໃຫ້, ຍູ້ແຮງການຈັດແບ່ງຂັ້ນ, ສິດອຳນາດຕາມທິດຍອດຢ້ຽມ, ກະທັດລັດ, ມີປະສິດທິພາບ, ປະສິດທິຜົນ; ສ້າງເງື່ອນໄຂສະດວກ ແລະ ຕັ້ງໜ້າໜູນຊ່ວຍແກ້ໄຂບັນດາຂໍ້ຕິດຂັດ ເພື່ອໃຫ້ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນ ມີວິສາຫະກິດ ສ.ເກົາຫຼີ ລົງທຶນຍາວນານ ແລະ ສະຖຽນລະພາບຢູ່ ຫວຽດນາມ”.
ປັດຈຸບັນ, ສ.ເກົາຫຼີ ພວມຕັ້ງໜ້າຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດແກ່ນສານ, ເຊັ່ນ: ອຸດສາຫະກຳເຕັກໂນໂລຢີສູງ, ການຫັນເປັນດີຈີຕອນ, ປັນຍາປະດິດ, ພະລັງງານ, ໃນນັ້ນ ມີໄຟຟ້ານິວເຄຼຍ, ພື້ນຖານໂຄງລ່າງ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ.
ປັດຈຸບັນ ມີປະມານ 100 ຄູ່ພົວພັນຂັ້ນທ້ອງຖິ່ນລະຫວ່າງສອງປະເທດໄດ້ຮັບການສ້າງຕັ້ງຂຶ້ນ. ນອກຈາກນັ້ນແລ້ວ, ປັດຈຸບັນ ກໍ່ຍັງມີຄອບຄົວວັດທະນະທຳ ສ.ເກົາຫຼີ - ຫວຽດນາມ ເກືອບ 100.000 ຄອບຄົວ ອີກດ້ວຍ. ສ.ເກົາຫຼີ ສືບຕໍ່ແມ່ນຕະຫຼາດສະໜອງແຂກທ່ອງທ່ຽວຈຳນວນຫຼາຍທີ່ສຸດໃຫ້ແກ່ ຫວຽດນາມ. ສະເພາະປີ 2024, ມີແຂກທ່ອງທ່ຽວ ສ.ເກົາຫຼີ ຈຳນວນ 4,6 ລ້ານເທື່ອຄົນມາ ຫວຽດນາມ. ໃນເຫດການ Korea Travel Festa 2025 ທີ່ໄດ້ດຳເນີນເມື່ອເດືອນ ມິຖຸນາ ຜ່ານມາຢູ່ນະຄອນ ໂຮ່ຈີມິນ, ທ່ານ Kim Jong Hoon, ຮັກສາການກົມໃຫຍ່ທ່ອງທ່ຽວ. ສ. ເກົາຫຼີ, ເນັ້ນໜັກວ່າ:
“ເຫດການແມ່ນໂອກາດເພື່ອໃຫ້ແຂກທ່ອງທ່ຽວ ຫວຽດນາມ ເຂົ້າຮ່ວມ, ສຳຜັດໂດຍກົງ ແລະ ເຊື່ອມຕໍ່ກັບວັດທະນະທຳ ສ.ເກົາຫຼີ ຜ່ານບັນດາກິດຈະກຳຕົວຈິງ. ຜ່ານນັ້ນ, ກໍປະກອບສ່ວນປຸກລຸກຄວາມສົນໃຈ ແລະ ນ້ຳໃຈຕັ້ງໜ້າກັບການທ່ອງທ່ຽວ ສ.ເກົາຫຼີ ໃນໃຈມະຫາຊົນ ຫວຽດນາມ”.
ທ່ານ Kim Jong Hoon, ຮັກສາການກົມໃຫຍ່ທ່ອງທ່ຽວ. ສ. ເກົາຫຼີ ກ່າວຄຳເຫັນໃນເຫດການ Korea Travel Festa 2025 (ພາບ: TITC) |
ການຢ້ຽມຢາມມຸ່ງໄປເຖິງການພັດທະນາແບບຍືນຍົງຂອງການພົວພັນ ຫວຽດນາມ - ສ.ເກົາຫຼີ
ໃນສະພາບການນັ້ນ, ການຢ້ຽມຢາມທາງລັດຖະກິດ ຢູ່ ສ.ເກົາຫຼີ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ຄັ້ງນີ້ ໄດ້ສ່ອງແສງໃຫ້ເຫັນການພັດທະນາຂອງສາຍພົວພັນ ຫວຽດນາມ - ສ.ເກົາຫຼີ ຢ່າງຈະແຈ້ງ, ເຊິ່ງການນຳສອງປະເທດໄດ້ເພີ່ມພູນຄູນສ້າງໃນຕະຫຼອດ 3 ທົດສະວັດຜ່ານມາ. ບັນດາການແລກປ່ຽນ, ປຶກສາຫາລືໃນການຢ້ຽມຢາມ ແມ່ນຄຳໝັ້ນສັນຍາໃຫ້ແກ່ການພັດທະນາແບບຍືນຍົງຂອງຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ.
ທ່ານ ຫວູໂຮ່ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ສ.ເກົາຫຼີ ໃຫ້ການສຳພາດ (ພາບ: TTXVN) |
ຕາມທ່ານ ຫວູໂຮ່ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ສ.ເກົາຫຼີ ແລ້ວ, ການຢ້ຽມຢາມຄັ້ງນີ້ອາດຈະມີກິດຈະກຳຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນ ດ້ວຍບັນດາຈຸດເນັ້ນໜັກຍຸດທະສາດກ່ຽວກັບດ້ານການເມືອງ, ການຮ່ວມມືດ້ານເສດຖະກິດ - ການຄ້າ, ວັດທະນະທຳ ແລະ ສິລະປະ ແລະ ນັບທັງການພົບປະແລກປ່ຽນປະຊາຊົນ. ບັນດາການແລກປ່ຽນຈະມີລັກສະນະຍຸດທະສາດ, ກຳນົດທິດໃຫ້ແກ່ການພົວພັນ ຫວຽດນາມ - ສ.ເກົາຫຼີ ສືບຕໍ່ພັດທະນາໃນສັງກາດໃໝ່ ທີ່ພວມໄດ້ຮັບການສ້າງຕັ້ງຢູ່ທັງ ຫວຽດນາມ ແລະ ສ.ເກົາຫຼີ. ການຢ້ຽມຢາມ ຍັງສ້າງຄວາມຫວັງຈະເປີດໂສມໜ້າໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ, ການເຕີບໂຕທັງດ້ານປະລິມານ, ການປ່ຽນແປງດ້ານຄຸນນະພາບ ແລະ ແມ່ນການລະດົມກຳລັງໃຈຢ່າງໃຫຍ່ຫຼວງສຳລັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ສ.ເກົາຫຼີ ອີກດ້ວຍ.
ໂລກ ແລະ ພາກພື້ນເວົ້າລວມ, ສອງປະເທດ ຫວຽດນາມ ແລະ ສ.ເກົາຫຼີ ເວົ້າສະເພາະ, ກໍພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່. ຈຸດເວລາທີ່ມີໂອກາດສະດວກ ແລະ ສິ່ງທ້າທາຍສະຫຼັບສັບຊ້ອນນີ້ ແມ່ນຈຸດເວລາອັນເໝາະສົມເພື່ອໃຫ້ການນຳສອງປະເທດພ້ອມກັນສົ່ງສານກ່ຽວກັບຄວາມຕັດສິນໃຈຮ່ວມມືຢ່າງແໜ້ນແຟ້ນ ແລະ ຮອບດ້ານ. ບັນດາເນື້ອໃນແລກປ່ຽນລະອຽດໃນການຢ້ຽມຢາມຄັ້ງນີ້ ຈະມີລັກສະນະຍຸດທະສາດ, ກຳນົດທິດໃຫ້ແກ່ການພົວພັນ ຫວຽດນາມ - ສ.ເກົາຫຼີ ສືບຕໍ່ພັດທະນາໃນສັງກາດໃໝ່ທີ່ພວມໄດ້ສ້າງຕັ້ງຂຶ້ນຢູ່ທັງສອງປະເທດ./.