ພ້ອມ​ກັນ​ມຸ່ງ​ໄປ​ສູ່​ຄວາມຄາດ​ຫວັງ​ 100 ​ປີ​ຂອງ​ຊາດ

(VOVWORLD) - ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແມ່ນຄຳຮຽກໂຮມປະຊາຊົນ ຫວຽດນາມ ໝົດທຸກຄົນ ສູ້ຊົນປະຕິບັດສຳເລັດສອງເປົ້າຫມາຍຍຸດທະສາດ 100 ປີ, ຫັນຄວາມຄາດຫວັງຂອງປະຊາຊົນ ຫວຽດນາມ ຫຼາຍລຸ້ນຄົນ ກ່ຽວກັບປະເທດ ຫວຽດນາມ ເຂັ້ມແຂງແຮງກ້າ, ມີຖານະທີ່ຕັ້ງທີ່ເໝາະສົມໃນພາກພື້ນ ແລະ ໂລກ ໃຫ້ປະກົດຜົນເປັນຈິງ.

ພ້ອມ​ກັນ​ມຸ່ງ​ໄປ​ສູ່​ຄວາມຄາດ​ຫວັງ​ 100 ​ປີ​ຂອງ​ຊາດ - ảnh 1ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ດຳເນີນແຕ່ວັນທີ 19 – 23 ມັງກອນ 2026 (ພາບ: TTXVN)

ກອງປະຊຸມໃຫຍ່ຄັ້ງທີ XIV ດ້ວຍບັນດາມະຕິທີ່ມີລັກສະນະຍຸກສະໄໝ ສະແດງໃຫ້ເຫັນວິໄສທັດຍຸດທະສາດ, ເປີດກວ້າງພາບພົດແຫ່ງການພັດທະນາໃນຕະຫຼອດໄລຍະເກືອບ 1 ສະຕະວັດຂອງປະເທດຊາດ; ຢັ້ງຢືນສອງເປົ້າໝາຍຍຸດທະສາດ 100 ປີ ເຊິ່ງ ຫວຽດນາມ ຕັດສິນໃຈບັນລຸໄດ້ນັ້ນຢ່າງຈະແຈ້ງກ່ວາເວລາໃດໝົດ: ຮອດປີ 2030, ຫວຽດນາມ ກາຍເປັນປະເທດພວມພັດທະນາ ມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ ແລະ ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.

ຄວາມຄາດຫວັງຂອງປະຊາຊົນ

ກ່ອນດຳເນີນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ມີຄຳເຫັນປະກອບຂອງປະຊາຊົນທຸກຊັ້ນວັນນະ ທັງຢູ່ພາຍໃນ ແລະ ຕ່າງປະເທດເກືອບ 14 ລ້ານຄຳເຫັນ ໄດ້ປະກອບໃສ່ຮ່າງເອກະສານກອງປະຊຸມໃຫຍ່, ໃນນັ້ນສ່ອງແສງຫຼາຍຄວາມຄາດຫວັງກ່ຽວກັບຄຸນນະພາບການດຳລົງຊີວິດ, ວຽກເຮັດງານທຳແບບຍືນຍົງ, ວັດທະນະທຳທີ່ເປັນມູນເຊື້ອ ໄດ້ຮັບການເຄົາລົບ ແລະ ໂອກາດພັດທະນາສຳລັບຄົນລຸ້ນຫຼັງ. ນີ້ແມ່ນສັນຍະລັກຢ່າງຈະແຈ້ງທີ່ວ່າ “ຄາດຫວັງ 100 ປີບໍ່ພຽງແຕ່ແມ່ນນິຍາມແບບນາມມະທຳໃນເອກະສານເທົ່ານັ້ນ ຫາກຍັງໄດ້ກາຍເປັນຄວາມລໍຄອຍອັນເລິກເຊິ່ງຂອງປະຊາຊົນກ່ຽວກັບສັງຄົມທີ່ຈະເລີນຮຸ່ງເຮືອງ, ສີວິໄລ, ຜາສຸກ ແລະ ແກ່ຍາວໃນໄລຍະຍາວອີກດ້ວຍ ໂດຍບໍ່ພຽງແຕ່ໃນ 2 – 3 ສະໄໝຂອງກອງປະຊຸມໃຫຍ່.

ພ້ອມ​ກັນ​ມຸ່ງ​ໄປ​ສູ່​ຄວາມຄາດ​ຫວັງ​ 100 ​ປີ​ຂອງ​ຊາດ - ảnh 2ກອງປະຊຸມຮັບເອົາຄຳເຫັນປະກອບໃສ່ຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຢູ່ແຂວງ ກ໋ວາງນິງ (ພາບ: VOV)

ຄວາມຄາດຫວັງນີ້ກໍ່ສະແດງໃຫ້ເຫັນຢ່າງຈະແຈ້ງໃນຫົວຂໍ້ຂອງກອງປະຊຸມໃຫຍ່ຄັ້ງທີ XIV, ເມື່ອພັກເນັ້ນໜັ້ກເຖິງ “ການຮ່ວມແຮງຮ່ວມໃຈ, ເປັນເອກະພາບເພື່ອປະຕິບັດເປົ້າໝາຍພັດທະນາປະເທດຊາດຮອດປີ 2030 ຢ່າງສຳເລັດຜົນ, ເປັນເຈົ້າຕົນເອງທາງດ້ານຍຸດທະສາດ, ປັບປຸງຄວາມເຊື່ອໝັ້ນ, ກ້າວເຂົ້າສູ່ໄລຍະປະເທດຊາດພັດທະນາຢ່າງໝັ້ນແກ່ນ”. ນີ້ແມ່ນສິ່ງພິສູດຢ່າງຈະແຈ້ງທີ່ສຸດໃຫ້ແກ່ຄວາມກົມກຽວລະຫວ່າງເຈດຈຳນົງຂອງພັກ ແລະ ຄວາມໃນໃຈຂອງປະຊາຊົນ.

ບັນດາຄຳສັບ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຈະເລີຮຸ່ງເຮືອງ ແລະ ຄວາມຜາສຸກ ໄດ້ລະບຸເປັນຫຼາຍຄັ້ງໃນເອກະສານກອງປະຊຸມໃຫຍ່ ສ່ອງແສງໃຫ້ເຫັນຢ່າງຈະແຈ້ງເຖິງເຈດຈຳນົງຂອງພັກ ກ່ຽວກັບລະດັບຄວາມສຳຄັນຂອງບັນດາຄຸນຄ່າທາງດ້ານຈິດໃຈ ແລະ ກຳລັງແຮງພາຍໃນຂອງຊາດ ຫວຽດນາມ ໃນການສ້າງສາປະເທດໃຫ້ຈະເລີນຮຸ່ງເຮືອງ ແລະ ຍືນຍົງ, ເຊິ່ງແມ່ນສະຖານທີ່ມະນຸດໄດ້ພັດທະນາຢ່າງຮອບດ້ານ, ສີສັນວັດທະນະທຳໄດ້ຮັບການອະນຸລັກຮັກສາ ແລະ ປະເທດໄດ້ເຊື່ອມໂຍງເຂົ້າກັບວົງຄະນະຍາດສາກົນ ບົນຈິດໃຈສັນຕິພາບ ແລະ ເອກະລາດ. ທ່ານ ປ.ອ ເຈິ່ນຫ໋າຍລິນ, ຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ, ປະທານສະມາຄົມນັກທຸລະກິດ  ແລະ ການລົງທຶນ ຫວຽດນາມ - ສ.ເກົາຫຼີ (VKBIA), ປະທານຜູ້ກໍ່ຕັ້ງສະມາຄົມນັກຊ່ຽວຊານ - ປັນຍາຊົນ ຫວຽດນາມ - ສ.ເກົາຫຼີ (VKEIA) ແບ່ງປັນວ່າ:

ສານເຮັດໃຫ້ຂ້າພະເຈົ້າຈັບໃຈທີ່ສຸດແມ່ນການເນັ້ນໜັກເຖິງບົດບາດໃຈກາງຂອງມະນຸດ ແລະ ຄາດຫວັງພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ມີຄວາມຜາສຸກ, ໃນນັ້ນການພັດທະນາເສດຖະກິດຕ້ອງຕິດພັນກັບຄວາມກ້າວໜ້າຂອງສັງຄົມ, ຮັກສາສີສັນວັດທະນະທຳ ແລະ ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ. ນີ້ບໍ່ພຽງແຕ່ແມ່ນເປົ້າໝາຍພັດທະນາເທົ່ານັ້ນ ຫາກຍັງແມ່ນຖະແຫຼງການກ່ຽວກັບຄຸນຄ່າອີກດ້ວຍ, ຊື່ງໄດ້ສະແດງໃຫ້ເຫັນຄວາມເປັນເອກະພາບລະຫວ່າງອຸດົມການຂອງພັກ ແລະ ຄວາມລໍຄອຍຂອງປະຊາຊົນ.

ພ້ອມ​ກັນ​ມຸ່ງ​ໄປ​ສູ່​ຄວາມຄາດ​ຫວັງ​ 100 ​ປີ​ຂອງ​ຊາດ - ảnh 3ທ່ານປ.ອ ເຈິ່ນຫ໋າຍລິງ ຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ (ພາບ: VOV)

ເພື່ອປະຕິບັດຄາດຫວັງລວມເຊິ່ງພັກ ແລະ ປະຊາຊົນພ້ອມກັນສູ້ຊົນ, ບັນດາມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIV ມຸ່ງໄປເຖິງການລະດົມທຸກແຫຼ່ງກຳລັງ, ວາງທຸກເປົ້າໝາຍຂອງຊາດເຂົ້າທີ່ຕັ້ງ ແລະ ບົດບາດທີ່ເໝາະສົມ ເພື່ອເສີມຂະຫຍາຍໝົດທຸກຄວາມສາມາດບົ່ມຊ້ອນ. ທ່ານນາງ ຕະຖຸຍລຽນ, ຫົວໜ້າຄະນະຕິດຕໍພົວພັນຊາວ ຫວຽດນາມ ອາໄສຢູ່ ສິງກະໂປ ໃຫ້ຄຳເຫັນວ່າ:

ກອງປະຊຸມໃຫຍ່ຄັ້ງທີ XIV ໄດ້ເປີດວິທີການສຳຜັດໃໝ່ສຳລັບຜູ້ມີຄວາມເກັ່ງກ້າສາມາດ ແລະ ປັນຍາຊົນ. ໃນນັ້ນ, ປັນຍາຊົນ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຈັດເຂົ້າທີ່ຕັ້ງທີ່ຖືກຕ້ອງແມ່ນ ຄູ່ຮ່ວມມືຮ່ວມສ້າງນະໂຍບາຍ ບໍ່ພຽງແຕ່ແມ່ນແຫຼ່ງໃຫ້ຄຳປຶກສາພາຍນອກເທົ່ານັ້ນ. ເມື່ອບັນດາຄຳໝັ້ນສັນຍານັ້ນ ໄດ້ຮັກສາຢ່າງລຸລວງ ພວກຂ້າພະເຈົ້າກໍ່ພ້ອມທີ່ຈະຈັດຄວາມໄວ້ວາງໃຈດ້ານອາຊີບ, ພາລະກິດ ແລະ ເຄືອຂ່າຍສາກົນຂອງຕົນ ເຂົ້າໃນຂະບວນການພັດທະນາຂອງປະເທດຊາດ.

ພ້ອມ​ກັນ​ມຸ່ງ​ໄປ​ສູ່​ຄວາມຄາດ​ຫວັງ​ 100 ​ປີ​ຂອງ​ຊາດ - ảnh 4ທ່ານນາງ ຕະຖຸຍລຽນ, ຫົວໜ້າຄະນະຕິດຕໍພົວພັນຊາວ ຫວຽດນາມ ອາໄສຢູ່ ສິງກະໂປ ເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ XI ຢູ່ຮ່າໂນ້ຍ (ພາບ: VOV)

ຄວາມເຊື່ອໝັ້ນ ແລະ ຜົນສຳເລັດ

ເພື່ອປະຕິບັດຄວາມຄາດຫວັງໃຫ້ປະກົດຜົນເປັນຈິງ, ຕ້ອງມີການກະທຳ. ກອງປະຊຸມໃຫຍ່ຄັ້ງທີ XIV ແມ່ນກອງປະຊຸມໃຫຍ່ຂອງການກະທຳ. ເປັນຄັ້ງທຳອິດທີ່ພັກໄດ້ນຳໂຄງການກະທຳເຂົ້າໃນບົດລາຍງານການເມືອງຢູ່ກອງປະຊຸມໃຫຍ່ຄັ້ງທີ XIV, ວາງອອກຈິນຕະນາການຢ່າງຈະແຈ້ງກ່ຽວກັບເລື່ອງແຕ່ລະສ່ວນບຸກຄົນ, ອົງການຂອງພັກ ລ້ວນແຕ່ຕ້ອງຕິດພັນຄວາມຮັບຜິດຊອບກັບບັນດາການກະທຳລະອຽດ, ຖືປະສິດທິຜົນຂອງວຽກງານ ແລະ ຄວາມເພິ່ງພໍໃຈຂອງປະຊາຊົນແມ່ນໄມ້ຫຼາວັດແທກໃຫຍ່ທີ່ສຸດຂອງນະໂຍບາຍ. ທ່ານ ໂຕຢຸງທ້າຍ, ປະທານສະພາສະມາຊິກກຸ່ມບໍລິສັດໄປສະນີໂທລະຄົມມະນາຄົມ (VNPT)  ແບ່ງປັນວ່າ:

ມີມະຕິເລກທີ 79 ຂອງສູນກາງ (79/NQ-TW) ກ່ຽວກັບລັດວິສາຫະກິດ, ພວກຂ້າພະເຈົ້າມີຄວາມໝັ້ນໃຈບືນຕົວຂຶ້ນອອກສູ່ທະເລໃຫຍ່, ໝັ້ນໃຈກ້າວໄປຍັງຕ່າງປະເທດ, ໝັ້ນໃຈເຮັດບັນດາສິ່ງທີ່ເມື່ອກ່ອນກໍ່ເຄີຍຄິດເຖິງ ແຕ່ບໍ່ກ້າເຮັດ.

ພ້ອມ​ກັນ​ມຸ່ງ​ໄປ​ສູ່​ຄວາມຄາດ​ຫວັງ​ 100 ​ປີ​ຂອງ​ຊາດ - ảnh 5ທ່ານ ໂຕຢຸງທ້າຍ, ປະທານສະພາສະມາຊິກກຸ່ມບໍລິສັດໄປສະນີໂທລະຄົມມະນາຄົມ (VNPT) (ພາບ: VGP)

ຄວາມເຊື່ອໝັ້ນຕໍ່ຜົນສຳເລັດຍັງມາຈາກພື້ນຖານອັນໝັ້ນແກ່ນຂອງປະເທດຊາດພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ເມື່ອບັນດາຜົນງານໄດ້ນຳມາເຊິ່ງຖານະທີ່ຕັ້ງ ແລະ ກຳລັງແຮງໃໝ່ ສ່ວນຂໍ້ຈຳກັດໄດ້ຮັບການຍົກອອກມາຢ່າງກົງໄປກົງມາເພື່ອແກ້ໄຂ ແລະ ປັບປຸງ. ທ່ານ ປ.ອ ໂຮ່ມິງເຊີນ, ຫົວໜ້າສະຖາບັນຄົ້ນຄ້ວາ ແລະ ພັດທະນາຕະຫຼາດ - ຮອງປະທານສະມາຄົມໝູ່ບ້ານອາຊີບ ຫວຽດນາມ ມີຄຳເຫັນວ່າ:

ຜ່ານການຕິດຕາມຈາກຕົວຈິງໃນບັນດາສະໄໝກ່ອນໆນັ້ນເຫັນວ່າ ຂັ້ນຕອນຈັດຕັ້ງປະຕິບັດ ສ່ວນຫຼາຍແມ່ນຈຸດອຸດຕັນ, ເຮັດໃຫ້ຫຼຸດປະສິດທິພາບຂອງມະຕິລົງ. ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ຍອມຮັບຂໍ້ຈຳກັດນີ້ຢ່າງກົງໄປກົງມາ ແລະ ຍົກອອກວິທີການແກ້ໄຂທີ່ມີລັກສະນະລະບອບລະບຽບການ, ຮັບປະກັນລັກສະນະລຸລ່ວງ, ຄົບຊຸດ, ນັບແຕ່ການສ້າງນະໂຍບາຍຕະຫຼອດຮອດການຜັນຂະຫຍາຍປະຕິບັດ, ຈຳກັດຄວາມຊັກຊ້າໃນການປະຕິບັດຕົວຈິງ. ນີ້ແມ່ນຈຸດປ່ຽນແປງໃໝ່ທີ່ໜ້າສົນໃຈ, ສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງຢູ່ລະດັບສູງໃນການຫັນວິໄສທັດກາຍເປັນການກະທຳລະອຽດ.

ດ້ວຍເຈດຈຳນົງ, ຈິນຕະນາການບຸກທະລຸຂອງພັກ, ຄວາມໝັ້ນໃຈ ແລະ ຕັດສິນໃຈຂອງປະຊາຊົນ, ພ້ອມກັບພື້ນຖານແມ່ນຖານະບົດບາດ, ທີ່ຕັ້ງຂອງປະເທດຊາດພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ຄາດຫວັງ 100 ປີຂອງຊາດ ຫວຽດນາມ ພວມມີໂອກາດໃຫຍ່ກວ່າເວລາໃດໝົດ ເພື່ອປະຕິດບັດໃຫ້ປະກົດຜົນເປັນຈິງ. ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແມ່ນກຳລັງໜູນເພື່ອປະຕິບັດສຳເລັດຄວາມຄາດຫວັງດັ່ງກ່າວ./.

ຕອບກັບ

ຂ່າວ/ບົດ​ອື່ນ