ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ: ຂີດ​ໝາຍ​ພິ​ເສດ,ຄາດ​ຫວັງ​ພັດ​ທະ​ນາ

(VOVWORLD) - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແມ່ນກອງປະຊຸມໃຫຍ່ທີ່ເປັນຂີດໝາຍສຳຄັນພິເສດບົນເສັ້ນທາພັດທະນາຂອງປະເທດກອງປະຊຸມໃຫຍ່ຈະເປີດສັງກາດໃໝ່ - ສັງກາດເຊິ່ງ ຫວຽດນາມ ຕັດສິນໃຈຫັສອງເປົ້າໝາຍ 100 ປີແຫ່ງວັນສ້າງຕັ້ງພັກ ແລະ 100 ປີແຫ່ງວັນສ້າງຕັ້ປະເທດໃຫ້ປະກົດຜົນເປັນຈິງສູ້ຊົນຮອດປີ 2045 ກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ.

ກອງປະຊຸມໃຫຍ່ຄັ້ງທີ XIV ໄດ້ຮັບຖືວ່າແມ່ນກິດຈະການປ່ຽນແປງໃໝ່ຄັ້ງທີ 2, ສະແດງຄວາມຕັດສິນໃຈສູງທາງການເມືອງຂອງທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນໃນການນຳປະເທດກ້າວເຂົ້າສູ່ສັງກາດບຸກບືນຂອງຊາດ.

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ: ຂີດ​ໝາຍ​ພິ​ເສດ,ຄາດ​ຫວັງ​ພັດ​ທະ​ນາ - ảnh 1ທຸກພັກ, ທຸງຊາດ, ຄຳຂວັນຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

       ຂີດໝາຍພິເສດ

        ໃນຂະບວນວິວັດແຫ່ງປະຫວັດສາດອັນສະຫງ່າລາສີຂອງພັກ ແລະ ຊາດ ຫວຽດນາມ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແຕ່ລະຄັ້ງຂອງພັກກອມມູນິດ ຫວຽດນາມ ລ້ວນແຕ່ແມ່ນຂີດໝາຍສຳຄັນ, ຂີດໝາຍບາດກ້າວພັດທະນາໃໝ່ຂອງຈິນຕະນາການ, ວິໄສທັດ ແລະ ຄຸນນະທາດການຊີ້ນຳນຳພາຂອງພັກ. ກອງປະຊຸມໃຫຍ່ຄັ້ງທີ XIV ໄດ້ດຳເນີນໃນສະພາບການພິເສດ: ປະເທດພວມກ້າວເຂົ້າສູ່ໄລຍະຕັດສິນຫັນຄວາມຄາດຫວັງພັດທະນາເຖິງກາງສະຕະວັດທີ XXI - ຄວາມຄາດຫວັງສ້າງ ຫວຽດນາມເປັນປະເທດເຂັ້ມແຂງແຮງກ້າ, ວັດທະນາຖາວອນ, ປະຊາຊົນມີຄວາມຜາສຸກໃຫ້ປະກົດຜົນເປັນຈິງ.

        ທ່ານ ຫງວຽນດຶກຮ່າ, ອະດີດຫົວໜ້າກົມຮາກຖານພັກ ຂຶ້ນກັບຄະນະຈັດຕັ້ງສູນກາງພັກໃຫ້ຮູ້ວ່າ:

        ກອງປະຊຸມໃຫຍ່ຄັ້ງທີ XIV ບໍ່ພຽງແຕ່ສະຫຼຸບ 5 ປີຜ່ານມາເທົ່ານັ້ນ ຫາກຍັງ ສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ອີກດ້ວຍ. ກອງປະຊຸມໃຫຍ່ກໍກຳນົດເປົ້າໝາຍ, ທິດທາງ, ໜ້າທີ່ໃຫ້ແກ່ 5 ປີຕໍ່ໄປ ນັ້ນແມ່ນຮອດປີ 2030 (ວັນສ້າງຕັ້ງພັກຄົບຮອບ 100 ປີ), ວາງທິດທາງ, ເປົ້າໝາຍ, ໜ້າທີ່ໃຫ້ແກ່ 15 ປີຫຼັງ, ໝາຍຄວາມວ່າ 3 ສະໄໝຕໍ່ໄປ (ຮອດປີ 2045, ສະເຫຼີມສະຫຼອງ 100 ປີແຫ່ງວັນສະຖາປະນາປະເທດ). ສິ່ງດັ່ງກ່າວເຮັດໃຫ້ກອງປະຊຸມໃຫຍ່ຄັ້ງທີ XIV ມີຄວາມສຳຄັນ ແລະ ຂອບຂະໜາດໃຫຍ່ກວ່າກອງປະຊຸມໃຫຍ່ອື່ນໆ. ນີ້ແມ່ນໄລຍະທີ່ພວກເຮົາກ້າວເຂົ້າສູ່ສັງກາດໃໝ່".

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ: ຂີດ​ໝາຍ​ພິ​ເສດ,ຄາດ​ຫວັງ​ພັດ​ທະ​ນາ - ảnh 2ທ່ານໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ 

        ບັນດາເອກະສານທີ່ຍື່ນສະເໜີໃນກອງປະຊຸມໃຫຍ່ ໄດ້ສະແດງໃຫ້ເຫັນວິໄສທັດຍຸດທະສາດ, ຈິນຕະນາການປ່ຽນແປງໃໝ່ທີ່ສຸດ, ການກະທຳຂ້ຽວຂາດທີ່ສຸດໃນທຸກຂົງເຂດ, ນັບແຕ່ຂົງເຂດເສດຖະກິດຕະຫຼອດຮອດບັນດາບັນຫາວັດທະນະທຳ, ສັງຄົມ, ມະນຸດ… ນັບແຕ່ເມື່ອເລີ່ມຊີ້ນຳວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ທ່ານໂຕເລິມ ເລຂາທິການໃຫຍ່ ໄດ້ຮຽກຮ້ອງວ່າ:

        “ເອກະສານແມ່ນທວນໄຟເຍືອງທາງໃຫ້ແກ່ພວກເຮົາກ້າວເດີນ, ຕ້ອງຮັບປະກັນລວມເອົາສິ່ງຍອດຢ້ຽມທັງໝົດ, ຄຸນຄ່າຂອງອະດີດຕະການ, ປັດຈຸບັນ ແລະ ອະນາຄົດ; ຕ້ອງຮັບປະກັນບັນດາຫຼັກການ: ພັກນຳພາ, ກຳອຳນາດ; ຜົນປະໂຫຍດຂອງຊາດ, ຄວາມອີ່ມໜຳສຳລານຄວາມສົມບູນພູນສຸກຂອງປະຊາຊົນ ແມ່ນເໜືອກວ່າສິ່ງໃດໝົດ."

       ຕັດສິນໃຈນຳປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່

        ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ມີຄວາມໝາຍເປັນບາດລ້ຽວເພື່ອຢັ້ງຢືນຄວາມຕັດສິນໃຈນຳປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່ຈະແຈ້ງກວ່າເວລາໃດໝົດ. ນັ້ນແມ່ນໄລຍະບືນຕົວຂຶ້ນ, ບຸກທະລຸ, ຫັນຄວາມຄາດຫວັງພັດທະນາຈະເລີນຮຸ່ງເຮືອງໃນກາງສະຕະວັດທີ XXI ໃຫ້ປະກົດຜົນເປັນຈິງ.

  ຕໍ່ໜ້າບັນດາການຜັນແປຢ່າງວ່ອງໄວ, ສັບສົນຂອງສະພາບການໂລກ ແລະ ພາກພື້ນ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ຮັບຄວາມຫວັງວ່າ ຈະສືບຕໍ່ຢັ້ງຢືນຄຸນນະທາດ, ພູມປັນຍາຂອງພັກໃນການຮັບຮູ້ກາລະໂອກາດສິ່ງທ້າມາຍ, ວາງອອກບັນດານະໂຍບາຍຊີ້ຂາດອັນຖືກຕ້ອງ, ມີລັກສະນະບຸກທະລຸ. ນັ້ນແມ່ນບຸກທະລຸກ່ຽວກັບລະບອບລະບຽບການພັດທະນາ, ກ່ຽວກັບວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ; ບຸກທະລຸກ່ຽວກັບການສ້າງຖັນແຖວພະນັກງານທີ່ມີບຸກຄະລິກກະພາບ,ຄວາມສາມາດ ແລະ ອິດທິຜົນຢ່າງພຽງພໍ; ບຸກທະລຸໃນການປຸກລຸກ ແລະ ເສີມຂະຫຍາຍທຸກແຫຼ່ງກຳລັງຢ່າງແຮງ, ໂດຍສະເພາະແມ່ນຊັບພະຍາກອນມະນຸດ ຫວຽດນາມ. ທ່ານ ສຈ.ປອ ຫງວຽນກວາງງອກ, ຮອງປະທານສະມາຄົມວິທະຍາປະຫວັດສາດ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:

        ພວກເຮົາໄດ້ຜ່ານໄລຍະ 80 ປີເພື່ອສ້າງສາກະກຽມ ແລະ ດຽວນີ້ຮອດຈຸດເວລາເພື່ອກ້າວກະໂດດແລ້ວດັ່ງນັ້ນອາດເວົ້າໄດ້ວ່າ ກອງປະຊຸມໃຫຍ່ຄັ້ງນີ້ແມ່ນຂີດໝາຍບາດກ້າວກະໂດດທີ່ມະຫັດສະຈັນກ້າວເຂົ້າສູ່ສັງກາດໃໝ່ສັງກາດທີ່ປະເທດຊາດພັດທະນາຈະເລີນຮຸ່ງເຮືອງສິວິໄລວັດທະນະຖາວອນ ແລະ ທຽບທັນກັບບັນດາປະເທດມະຫາອຳນາດໃນ 5 ທະວີບ”.

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ: ຂີດ​ໝາຍ​ພິ​ເສດ,ຄາດ​ຫວັງ​ພັດ​ທະ​ນາ - ảnh 3ທ່ານນາງ Pauline Tamesis ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ (ພາບ: baoquocte.vn)

     ທ່ານນາງ Pauline Tamesis, ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ ແບ່ງປັນວ່າ:

        ສິ່ງທີ່ສ້າແຮງບັນດານໃຈຢ່າງແທ້ຈິ່ງໃຫ້ແກ່ເລື່ອງລາວຂອງຫວຽດນາມບໍ່ພຽງແຕ່ແມ່ນບັນດາຕົວເລກເທົ່ານັ້ນ ຫາກຍັງແມ່ນຄວາມຕັດສິນໃຈຮັບປະກັນວ່າ ການເຕີບໂຕເສດຖະກິດຈະນຳມາເຊິ່ງຊີວິດທີ່ສົດໃສກວ່າໃຫ້ແກ່ປະຊາຊົນທຸກຄົນ, ຫຼຸດຜ່ອນຄວາມຂາດສະເໝີພາບ ແລະ ປັບປຸງບັນດາລະບອບລະບຽບການ. ນັ້ນແມ່ນຄວາມກ້າຫານເພື່ອປະເຊີນໜ້າກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດໃນຂະນະສູ້ຊົນເພື່ອອະນາຄົດສີຂຽວກວ່າ ແລະ ອົງອາດກ້າແກ່ນກວ່າ”.

        ດ້ວຍມູນເຊື້ອອັນສະຫງ່າລາສີ, ດ້ວຍຄຸນນະທາດທີ່ໄດ້ຮັບການຊຸບຫຼໍ່ຜ່ານພຶດຕິກຳຕົວຈິງຂອງການປະຕິວັດ ແລະ ດ້ວຍຄວາມເຊື່ອໝັ້ນຂອງປະຊາຊົນ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຈະເປີດໄລຍະທາງພັດທະນາໃໝ່ຢ່າງແນ່ນອນ, ສ້າງພື້ນຖານອັນໝັ້ນແກ່ນເພື່ອຫັນຄວາມຄາດຫວັງ 100 ປີ - ຄວາມຄາດຫວັງກ່ຽວກັບປະເທດ ຫວຽດນາມ ຈະເຂັ້ມແຂງແຮງກ້າ, ວັດທະນາຖາວອນ, ທຽບທັນກັບບັນດາປະເທດມະຫາອຳນາດໃນ 5 ທະວີບ ຄືດັ່ງຄວາມມຸ່ງມາດປາດຖະໜາຂອງປະທານ ໂຮ່ຈີມິນ ໃຫ້ປະກົດຜົນເປັນຈິງ./.

ຕອບກັບ

ຂ່າວ/ບົດ​ອື່ນ