(VOVWORLD) - ໃນລະຫວ່າງວັນທີ 19 – 25 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ເຊິ່ງເປັນເຫດການການເມືອງທີ່ມີຄວາມໝາຍສຳຄັນເປັນພິເສດ, ມີຄວາມໝາຍປະຫວັດສາດຂອງປະເທດຊາດ ຈະໄດ້ຈັດຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ. ກອງປະຊຸມໃຫຍ່ເປັນຂີດໝາຍບາດລ້ຽວໃນວິວັດທະນາການພັດທະນາຂອງປະເທດຊາດ, ແມ່ນຂີດໝາຍເປີດສັງກາດໃໝ່, ສັງກາດບຸກບືນຂອງຊາດ ຫວຽດນາມ, ດ້ວຍຄວາມຄາດຫວັງອັນແຮງກ້າຕໍ່ກັບການຫັນປ່ຽນຕົນຢ່າງຮອບດ້ານ.
ບໍລິເວນໜອງຮວ່ານກຽມ ໄດ້ຮັບການປະດັດປະດາດ້ວຍທຸງ ແລະ ດອກໄມ້ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ທົ່ວປະເທດຂອງພັກ ຄັ້ງທີ XIV (ພາບ: VOV5) |
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແມ່ນຈຸດເວລາສຳຄັນເພື່ອສ້າງວິໄສທັດຍຸດທະສາດ, ປຸກລຸກຄວາມຄາດຫວັງພັດທະນາ ແລະ ປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ອະນາຄົດຂອງປະເທດຊາດ.
ຈິດໃຈປ່ຽນແປງໃໝ່ຢ່າງແຂງແຮງ
ກອງປະຊຸມໃຫຍ່ມີຄວາມໝາຍຕັດສິນສຳລັບການກຳນົດທິດພັດທະນາ ຫວຽດນາມ ໃນໄລຍະໃໝ່, ໄລຍະພັດທະນາແບບວ່ອງໄວ, ຍືນຍົງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າຕົນເອງ, ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ ແລະ ຫັນເປັນທັນສະໄໝຢ່າງຮອບດ້ານ. ຈຸດເນັ້ນໜັກອັນພົ້ນເດັ່ນໃນວຽກງານກະກຽມກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກແມ່ນການປ່ຽນແປງໃໝ່ຢ່າງແຮງໃນການສ້າງເອກະສານຂອງກອງປະຊຸມໃຫຍ່. ທ່ານ ເຈິ່ນເກີມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ໃຫ້ຮູ້ວ່າ:
“ພັກກອມມູນິດ ຫວຽດນາມ ໄດ້ປະຕິບັດບາດກ້າວປະຕິຮູບທີ່ສຳຄັນເມື່ອໂຮມ 3 ບົດລາຍງານ: ບົດລາຍງານການເມືອງ, ບົດລາຍງານເສດຖະກິດ - ສັງຄົມ ແລະ ບົດລາຍງານວຽກງານກໍ່ສ້າງພັກ ກາຍເປັນບົດລາຍງານການເມືອງທີ່ເປັນເອກະພາບ, ຄົບຊຸດ. ນີ້ແມ່ນຄັ້ງທຳອິດທີ່ເອກະສານມີໂຄງການກະທຳຕິດຄັດໄປພ້ອມ, ກຳນົດແຕ່ລະແຜນຮ່າງ, ຄວາມຄືບໜ້າ ແລະ ຄວາມຮັບຜິດຊອບປະຕິບັດຢ່າງຈະແຈ້ງ, ຮັບປະກັນໃຫ້ມະຕິສາມາດນຳໄປຈັດຕັ້ງປະຕິບັດພາຍຫຼັງກອງປະຊຸມໃຫຍ່ໃນທັນທີ. ຮ່າງເອກະສານດັ່ງກ່າວໄດ້ສົ່ງໄປຂໍຄຳເຫັນຈາກປະຊາຊົນ, ໂດຍມີຜູ້ປະກອບຄຳເຫັນເກືອບ 14 ລ້ານຄົນ, ສິ່ງດັ່ງກ່າວໄດ້ຢັ້ງຢືນໃຫ້ເຫັນຄວາມເຫັນດີເຫັນພ້ອມສູງສຸດລະຫວ່າງ ເຈດຈຳນົງຂອງ ພັກກັບຈິດໃຈຂອງປະຊາຊົນ".
ທ່ານ ເຈິ່ນເກີມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ (ພາບ: daibieunhandan.vn) |
ພ້ອມດ້ວຍຈຸດເນັ້ນໜັກນີ້, ກອງປະຊຸມໃຫຍ່ຍັງມີຫຼາຍຈຸດໃໝ່ຢ່າງຮອບດ້ານ, ນັບແຕ່ເນື້ອໃນສ້າງເອກະສານ, ວິທີການສະແດງອອກຂອງເອກະສານ ຕະຫຼອດຮອດການຈັດຕັ້ງຜັນຂະຫຍາຍປະຕິບັດເອກະສານກ່ອນດຳເນີນກອງປະຊຸມໃຫຍ່. ທ່ານ ຫງວຽນຊວັນຖັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກກອມມູນິດ ຫວຽດນາມ ເນັ້ນໜັກວ່າ:
“ທີໜຶ່ງແມ່ນ, ປ່ຽນແປງໃໝ່ກ່ຽວກັບດ້ານຈິນຕະນາການ, ຈຸດສຸມຢູ່ນີ້ແມ່ນບັນຫາບຸກທະລຸ, ເຮັດສຳເລັດລະບອບລະບຽບການພັດທະນາປະເທດຊາດແບບວ່ອງໄວ ແລະ ຍືນຍົງໃຫ້ສົມບູນ. ນີ້ແມ່ນເນື້ອໃນທີ່ໃໝ່ອ່ຽມທີ່ສຸດ ເຊິ່ງບັນດາເອກະສານສະບັບກ່ອນໆ ຍັງບໍ່ທັນໄດ້ເຕື້ອງເຖິງ ຫຼື ໄດ້ເວົ້າເຖິງຢູ່ໃນລະດັບໃດໜຶ່ງເທົ່ານັ້ນ. ແຕ່ຄັ້ງນີ້ ບໍ່ພຽງແຕ່ແມ່ນຂົງເຂດເສດຖະກິດເທົ່ານັ້ນ, ຫາກຍັງມີຂົງເຂດວັດທະນະທຳ, ສັງຄົມ, ຊັບພະຍາກອນມະນຸດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ ແລະ ການກໍ່ສ້າງພັກ, ລະບົບການເມືອງ. ທີສອງແມ່ນ, ຢຶດໝັ້ນ, ພ້ອມທັງຍູ້ແຮງການພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງກວ່າອີກ, ແຕ່ເນື້ອໃນຂອງການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ ກໍມີຈຸດໃໝ່ຫຼາຍຈຸດ. ຄັ້ງນີ້ໄດ້ເນັ້ນໜັກເຖິງບັນຫາສິ່ງແວດລ້ອມ, ນີ້ແມ່ນສາມເສົາຄ້ຳສຳຄັນທີ່ສຸດ: ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ພວກເຮົາກໍຍັງໄດ້ເຕື້ອງເຖິງບົດບາດຂອງສີສັນທີ່ເປັນເອກະລັກທາງດ້ານວັດທະນະທຳ ແລະ ສະຖຽນລະພາບດ້ານການເມືອງອີກດ້ວຍ”.
ທ່ານ ຫງວຽນຊວັນຖັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກກອມມູນິດ ຫວຽດນາມ (ພາບ: VOV) |
ເລື່ອງຫັນບັນດາທັດສະນະ, ແນວຄິດເປັນລະອຽດດ້ວຍລະບົບມາດຕະການແກ້ໄຂ ແລະ ໂຄງການກະທຳທີ່ຈະແຈ້ງນັ້ນ ໄດ້ຮັບຖືວ່າແມ່ນບາດກ້າວເດີນສຳຄັນ, ຫຼຸດຜ່ອນໄລຍະຫ່າງລະຫວ່າງແຜນນະໂຍບາຍກັບສະພາບຕົວຈິງ, ສ້າງບາດກ້າວບຸກທະລຸໃນການພັດທະນາປະເທດຊາດ.
ຄວາມຕັ້ງຫວັງຕໍ່ກັບບັນດານະໂຍບາຍຊີ້ຂາດຍຸດທະສາດ
ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກໄດ້ດຳເນີນໃນສະພາບການໂລກ ແລະ ພາກພື້ນມີການປ່ຽນແປງຫຼາຍຢ່າງທີ່ມີລັກສະນະຍຸກສະໄໝ, ນຳມາເຊິ່ງກາລະໂອກາດຫຼາຍຢ່າງພ້ອມກັບສິ່ງທ້າທາຍຫຼາຍຢ່າງທີ່ຍາກຈະຄາດຄະເນລ່ວງໜ້າໄດ້. ດັ່ງນັ້ນ, ປະຊາຊົນໄດ້ລໍຄອຍຕໍ່ກອງປະຊຸມໃຫຍ່ຄັ້ງນີ້ ດ້ວຍບັນດານະໂຍບາຍຊີ້ຂາດຍຸດທະສາດນຳປະເທດຊາດປະຕິບັດສອງເປົ້າໝາຍ 100 ປີແຫ່ງວັນສ້າງຕັ້ງພັກ ແລະ ເປົ້າໝາຍ 100 ປີແຫ່ງວັນສະຖາປະນາປະເທດຊາດ ຢ່າງມີໄຊ.
“ພວກຂ້າພະເຈົ້າເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຈະວາງອອກບັນດາແຜນນະໂຍບາຍ, ນະໂຍບາຍບຸກທະລຸ, ສືບຕໍ່ເອົາໃຈໃສ່ເຖິງບັນດານະໂຍບາຍການສຶກສາ, ການແພດ ແລະ ການຮັບປະກັນຊີວິດສັງຄົມກວ່າອີກ, ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນຍົກສູງຄຸນນະພາບໃນການດຳລົງຊີວິດ”.
“ຂ້າພະເຈົ້າ ຕັ້ງຫວັງວ່າ ກອງປະຊຸມໃຫຍ່ຈະສືບຕໍ່ມີບັນດານະໂຍບາຍຊີ້ຂາດບຸກທະລຸກ່ຽວກັບລະບອບລະບຽບການ ແລະ ຈິນຕະນາການພັດທະນາ, ກຳນົດແຈ້ງບົດບາດຂອງວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ຄືກຳລັງໜູນຫຼັກແຫຼ່ງເພື່ອຍົກສູງສະມັດຕະພາບ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ ຫວຽດນາມ ໃນສະພາບການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງໂປ່ງໄສ, ມີສະຖຽນລະພາບເພື່ອໃຫ້ວິສາຫະກິດພັດທະນາ”.
. ທ່ານ ຈິ້ງວັນກວຽດ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ
|
ຈາກບັນດາຄຳຄິດເຫັນທີ່ສຸດຈິດສຸດໃຈ, ຄວາມຕັ້ງຫວັງອັນຊອບທຳຂອງປະຊາຊົນທຸກຊັ້ນວັນນະຢູ່ພາຍໃນ ແລະ ຕ່າງປະເທດ, ຈິດໃຈນັ້ນສືບຕໍ່ໄດ້ຢັ້ງຢືນດ້ວຍຄວາມຕັດສິນໃຈດ້ານການເມືອງ ແລະ ການກຳນົດທິດຍຸດທະສາດຂອງສູນກາງພັກ. ທ່ານ ຈິ້ງວັນກວຽດ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ຢັ້ງຢືນວ່າ:
“ພວກຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມເຫັນດີເປັນເອກະພາບຢ່າງສູງໃນທົ່ວພັກ, ຄວາມເຫັນດີເຫັນພ້ອມຂອງປະຊາຊົນ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ຈະວາງອອກບັນດານະໂຍບາຍຊີ້ຂາດສຳຄັນທີ່ສຸດ, ຍຸດທະສາດ. ມະຕິຂອງກອງປະຊຸມໃຫຍ່ຈະແມ່ນມະຕິຂອງການປ່ຽນແປງໃໝ່ ແລະ ການກະທຳເພື່ອນຳປະເທດຊາດພັດທະນາຮັ່ງມີເຂັ້ມແຂງ, ສີວິໄສ, ມີຄວາມຜາສຸກໃນສັງກາດໃໝ່.”
ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກແມ່ນບ່ອນເຕົ້າໂຮມຂອງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມມຸ່ງຫວັງໃນການພັດທະນາຂອງຊາດ ຫວຽດນາມ. ເມື່ອຄວາມໄວ້ເນື້ອເຊື່ອໃຈນັ້ນໄດ້ຮັບການຕອບແທນດ້ວຍບັນດານະໂຍບາຍຊີ້ຂາດທີ່ຖືກຕ້ອງ ກໍຈະສ້າງກຳລັງໜູນອັນຍິ່ງໃຫຍ່ ນຳປະເທດຊາດກ້າວເດີນໄປບົນເສັ້ນທາງປ່ຽນແປງໃໝ່ ແລະ ເຊື່ອມໂຍງຢ່າງໝັ້ນແກ່ນ.