(VOVWORLD) - ຄວາມສັບສົນຢູ່ໃນບັນດາຕະຫຼາດການຄ້າ ແລະ ການເງິນທົ່ວໂລກ ໃນຊຸມວັນຜ່ານມາ ຍ້ອນນະໂຍບາຍພາສີອາກອນຂອງ ອາເມລິກາ ໄດ້ຕັ້ງຄຳຖາມກ່ຽວກັບບົດບາດຂອງອົງການການຄ້າໂລກ (WTO) ໃນຈຸດເວລາທີີ່ອົງການນີ້ມີອາຍຸຄົບຮອບ 30 ປີເຕັມ (1995-2025).
ສຳນັກງານອົງການການຄ້າໂລກຢູ່ ເຊີແນວ-ສະວິດ (ພາບ: Getty Images/TTXVN)
|
ວັນທີ 9 ເມສາ, ເປີດວາລະປະຊຸມທີ່ຈັດຂຶ້ນເປັນເວລາ 2 ວັນຂອງສະພາການຄ້າສິນຄ້າ (CTG) ຂອງ WTO ຢູ່ເຊີແນວ ປະເທດສະວິດ, ບັນດາຜູ້ຕາງໜ້າຂອງຄະນະຜູ້ແທນ ຈີນ, ອີຢູ, ສະວິດ, ການາດາ, ບຣາຊິນ…ໄດ້ຮຽກຮ້ອງຍົກສູງບົດບາດຂອງ WTO ໃນສະພາບການບັນດາກົນໄກການຄ້າຫຼາຍຝ່າຍຢືນຢູ່ຕໍ່ໜ້າຄວາມສ່ຽງຖືກທຳລາຍ.
ໝາຍຖາມສຳລັບ WTO
ຄຳຮຽກຮ້ອງຂອງບັນດາປະເທດສະມາຊິກ WTO ມີໃນຈຸດເວລາທີ່ບັນດານັກຊ່ຽວຊານເສດຖະກິດ ໄດ້ຕີລາຄາວ່າ ການຄ້າທົ່ວໂລກ ພວມຜ່ານຜ່າວິກິດການໃຫ່ຍກ່ວາໝູ່ໃນຫຼາຍທົດສະວັດ ຂະນະທີ່ໃນວັນທີ 2 ເມສາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຕົກລົງຈັດວາງພາສີສົມທົບສຳລັບກ່ວາ 180 ຄູ່ຮ່ວມມືເສດຖະກິດຂອງປະເທດນີ້ໃນທົ່ວໂລກ. ການກະທຳຈາກ ອາເມລິກາ ໄດ້ສ້າງສັບປະດາທີ່ສັບສົນໃນຕະຫຼາດການເງິນທົ່ວໂລກ ແລະ ຍູ້ໂລກຕົກຢູ່ໃນການປະທະກັນດ້ານການຄ້າຮອບດ້ານ ຂະນະທີ່ ຈີນ, ອີຢູ ແລະ ການາດາ ໄດ້ຍົກອອກບັນດາມາດຕະການໂຕ້ຕອບຄືນ.
ທ່ານ Jose Manuel Barroso ອະດີດປະທານຄະນະກຳມະການ ເອີລົບ (EC), ຖືວ່າ ບັນດາວິກິດການຄືໃນປະຈຸບັນ ຍິ່ງຢັ້ງຢືນຄວາມຈຳເປັນຕ້ອງຮັກສາກຳລັງແຮງໃຫ້ແກ່ WTO:
ປະຈຸບັນ, ພວກເຮົາບໍ່ຕ້ອງການບັນດາການສູ້ຮົບດ້ານການຄ້າ, ພວກເຮົາຕ້ອງຊຸກຍູ້ໃຫ້ບັນດາປະເທດໃຫ່ຍເຮັດວຽກນຳກັນ ເພື່ອບໍ່ພຽງແຕ່ຊຸກຍູ້ການຄ້າເປີດກ້ວາງເທົ່ານັ້ນ, ຫາກຍັງຊຸກຍູ້ຄວາມວັດທະນາຖາວອນທົ່ວໂລກອີກດ້ວຍ. WTO ໄດ້ຮັບການສ້າງຕັ້ງຂຶ້ນ ແມ່ນເພື່ອໜູນຊ່ວຍພື້ນຖານເສດຖະກິດເປີດກ້ວາງ, ອາດຈະຄາດຄະເນໄດ້ ແລະ ອີງຕາມກົດລະບຽບ.
ໂອກາດໃນສິ່ງທ້າທາຍ
ທ່ານຜູ້ອຳນວຍການໃຫ່ຍ WTO, ນາງ Ngozi Okonjo-Iweala, ກໍ່ຖືວ່າ ບັນດາຄວາມຂາດສະຖານລະພາບໃນປະຈຸບັນ ພວມເຮັດໃຫ້ຄຸນຄ່າຂອງ WTO ພົ້ນເດັ່ນຂຶ້ນຄືດັ່ງເສົາຄ້ຳໃຫ້ແກ່ການໂອ້ລົມສົນທະນາ ແລະ ການຮ່ວມມືດ້ານການຄ້າທົ່ວໂລກ ຕາມບັນດາກົດລະບຽບທີ່ມີຄວາມຍຸດຕິທຳ ແລະ ໃສແຈ້ງ, ສິ່ງທີ່ຫຼາຍປະເທດສະມາຊິກ WTO ພວມຊອກຫາຢູ່. ດັ່ງນັ້ນ, ໃນສະພາບການນີ້, WTO ຕ້ອງກາຍເປັນພື້ນຖານເປັນກາງທີ່ໜ້າໄວ້ວາງໃຈທີ່ສຸດ ເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນລະຫວ່າງບັນດາພື້ນຖານເສດຖະກິດ ພ້ອມທັງປະຕິຮູບ WTO ເອງຕາມທິດບັນລຸປະສິດທິຜົນກ່ວາ:
ພວກເຮົາອາດຈະນຳໃຊ້ບັນດາຄວາມວິຕົກກັງວົນໃນປະຈຸບັນ, ເພື່ອປ່ຽນແປງລະບົບໃຫ້ເປັນຢ່າງດີກ່ວາ. ນີ້ແມ່ນໂອກາດທີ່ດີເລີດໃຫ້ແກ່ບັນດາປະເທດສະມາຊິກ WTO ພ້ອມກັນຮ່ວມມື ເພື່ອປົກປ້ອງ 74% ການຄ້າສິນຄ້າທົ່ວໂລກ ຊື່ງປະຈຸບັນຍັງໄດ້ດຳເນີນພາຍໃຕ້ບັນດາຂໍ້ກຳນົດແບບຊາດທີ່ໄດ້ຮັບການອະນຸເຄາະ (MFN)”.
ໂດຍໄດ້ຢັ້ງຢືນຄວາມຕັດສິນໃຈຫັນໂອກາດເປັນສິ່ງທ້າທາຍນັ້ນ, ທ່ານ Saqer Abdullah Almogbel, ເອກອັກຄະລັດຖະທູດ Saudi Arabia ປະຈຳ WTO, ປະທານສະມັດຊາໃຫ່ຍ WTO, ໃຫ້ຮູ້ວ່າ WTO ໄດ້ພ້ອມກັບບັນດາປະເທດສະມາຊິກ ພວມປຶກສາຫາລືຢ່າງເຂັ້ມງວດ ກ່ຽວກັບການສ້າງບັນດາກົນໄກໃໝ່ຢ່າງໄວວາ ເພື່ອຫັນ WTO ເປັນອົງການທີ່ມີສິດອຳນາດແທດຈິງກ່ວາ ໃນການຊຸກຍູ້ການຄ້າເສລີທົ່ວໂລກ ອີງຕາມກົດລະບຽບ:
ພວກຂ້າພະເຈົ້າພວມດຳເນີນບັນດາການທາບທາມຄຳເຫັນໃນທັນທີໃນອາທິດນີ້ ກັບບັນດາຄະນະຜູ້ແທນທີ່ມີຄວາມສົນໃຈ ເພື່ອຊ່ວຍບັນດາສະມາຊິກ WTO ຊອກເຫັນວິທີທີ່ດີທີ່ສຸດ ເພື່ອແກ້ໄຂບັນດາການຜັນແປໃນມໍ່ໆມານີ້. ພວກເຮົາພວມຢູ່ໃນຈຸດເວລາສຳຄັນທີ່ສຸດ, ຂະນະທີ່ບັນດາປະເທດສະມາຊິກ ຕ້ອງເລືອກເຟັ້ນເອົາ 1 ໃນ 2 ວິທີ: ປະລະບັນດາຜົນປະໂຫຍດທີ່ WTO ໄດ້ນຳມາເຊິ່ງຄວາມວັດທະນາຖາວອນໃຫ້ທົ່ວໂລກ ຫລືວ່າ ສືບຕໍ່ສ້າງສາຕາມມໍລະດົກຂອງ 3 ທົດສະວັດແຫ່ງລະບົບການຄ້າ ອີງຕາມກົດລະບຽບ ເພື່ອຊ່ວຍໃຫ້ໂລກດີງາມກ່ວາ.
ບັນດາຕົວເລກໂດຍ WTO ຍົກອອກມາໃນອາທິດນີ້, ກ່ອນທີ່ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ-ຈີນ ເພີ່ມຂຶ້ນ, ອົງການນີ້ໄດ້ປະສານປະມານ 80% ການແລກປ່ຽນການຄ້າທົ່ວໂລກ ແຕ່ປະຈຸບັນ, ຕົວເລກນີ້ໄດ້ຫລຸດລົງເຫຼືອພຽງ 75% ເທົ່ານັ້ນ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ WTO ຕ້ອງມີການກະທຳຢ່າງວ່ອງໄວ ເພື່ອສະກັດກັ້ນສະພາບການທີ່ຮ້າຍແຮງກ່ວາ ຍ້ອນວ່າ ຖ້າຖືກຕັດແຍກອອກເປັນສອງກຸ່ມສູ້ຢັນກັນນັ້ນ, GDP ແທ້ຈິງຂອງພື້ນຖານເສດຖະກິດທົ່ວໂລກ ອາດຈະຖືກຫລຸດລົງເຖິງ 7% ໃນໄລຍະຍາວ./.