(VOVWORLD) - ໃນລະຫວ່າງວັນທີ 15 – 1 ພຶດສະພາ, ທ່ານນາງ ແພທອງທານ ສີນະວັດ ນາຍົກລັດຖະມົນຕີ ໄທ ຈະມາຢ້ຽມຢາມ ຫວຽດນາມຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ລະຫວ່າງຄະນະລັດຖະບານ ຫວຽດນາມ - ໄທ. ການຢ້ຽມຢາມບໍ່ພຽງແຕ່ສ້າງຂີດໝາຍສຳຄັນໃນການພົວພັນສອງຝ່າຍເທົ່ານັ້ນ ຫາກຍັງເປີດບັນດາໂອກາດຮ່ວມມືຢ່າງເລິກເຊິ່ງກວ້າງຂວາງລະຫວ່າງສອງປະເທດ, ພິເສດແມ່ນຫັນເປົ້າໝາຍນຳວົງເງິນການຄ້າສອງຝ່າຍບັນລຸ 25 ຕື້ USD ໃນອະນາຄົດໃກ້ໆນີ້ໃຫ້ປະປົດຜົນເປັນຈິງ.
ທ່ານນາງ ອຸຣະວະດີ ສີພິຣົມ ເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ |
ການຢ້ຽມຢາມໄດ້ດຳເນີນໃນສະພາບການສອງປະເທດກະກຽມການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1976-2026). ການຢ້ຽມຢາມຈະກຳນົດທິດໃຫ້ແກ່ບັນດາຂໍ້ລິເລີ່ມຮ່ວມມືເສດຖະກິດໃໝ່, ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງໝັ້ນແກ່ນ ແລະ ຍົກລະດັບການພົວພັນຂຶ້ນສູ່ລະດັບສູງໃໝ່.
ມຸ່ງໄປເຖິງເປົ້າໝາຍການແລກປ່ຽນການຄ້າທີ່ສູງກວ່າ
ຫວຽດນາມ ແລະ ໄທ ແມ່ນສອງປະເທດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ມີການພົວພັນທີ່ສະໜິດຕິດພັນ ແລະ ອົບອຸ່ນໃນຫຼາຍດ້ານ. ນີ້ແມ່ນພື້ນຖານອັນໝັ້ນແກ່ນໃຫ້ແກ່ການຮ່ວມມືສອງຝ່າຍໃນການພັດທະນາ, ເປັນຕົ້ນແມ່ນການຮ່ວມມືດ້ານເສດຖະກິດ.
ປັດຈຸບັນ, ໄທແມ່ນຄູ່ຮ່ວມມືທາງການຄ້າໃຫຍ່ທີສຸດຂອງ ຫວຽດນາມ ໃນອາຊຽນ ແລະ ຢື່ນຢູ່ອັນດັບທີ 9 ໃນຈຳນວນບັນດາປະເທດມີການລົງທຶນຫຼາຍທີ່ສຸດຢູ່ ຫວຽດນາມ. ບັນດານັກລົງທຶນ ໄທ ໄດ້ມາລົງທຶນຢູ່ ຫວຽດນາມໂດຍໄວ ເຊິ່ງມີການດຳເນີນທຸລະກິດໃນຫຼາຍຂະແໜງ, ຫຼາຍຂົງເຂດ. ທ່ານນາງ ອຸຣະວະດີ ສີພິຣົມ ເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ ຢັ້ງຢືນວ່າ:
ຜ່ານການພົບປະກັບກຸ່ມວິສາຫະກິດ, ຂ້າພະເຈົ້າເຫັນວ່າບັນດານັກລົງທຶນລ້ວນແຕ່ມີຄວາມໄວ້ເນື້ອເຊື່ອໃຈຕໍ່ຄວາມສາມາດບົ່ມຊ້ອນ ແລະ ບັນດານະໂຍບາຍໜູນຊ່ວຍຊຸກຍູ້ການລົງທຶນຂອງ ຫວຽດນາມ ແລະ ເຂົາເຈົ້າຖືວ່າ ຫວຽດນາມຍັງແມ່ນສະຖານທີ່ລົງທຶນອັນດັບທີ 1 ຂອງໄທ ຢູ່ຕ່າງປະເທດ. ບັນດານັກລົງທຶນ ໄທ ຍາມໃດກໍ່ນອນໃນ top 10 ປະເທດມີນັກລົງທຶນມາລົງທຶນຢູ່ ຫວຽດນາມ ດ້ວຍຍອດເງິນລົງທຶນຈົດທະບຽນຂຶ້ນເຖິງ 14 ຕື້ USD ດ້ວຍຫຼາຍຂົງເຂດທີ່ແຕກຕ່າງກັນ.
ປີ 2024, ເຖິງວ່າປະສົບກັບສິ່ງທ້າທາຍຫຼາຍຢ່າງໃນພາກພື້ນ ແລະ ໂລກກໍຕາມ, ແຕ່ວົງເງິນການຄ້າສອງຝ່າຍຍັງເພີ່ມຂຶ້ນ 6,3% ເມື່ອທຽບໃສ່ກັບປີ 2023, ບັນລຸກ່ວາ 20 ຕື້ USD . ການຮ່ວມມືລະຫວ່າງທ້ອງຖິ່ນເປີດກວ້າງກັບ 19 ຄູ່ແຂວງ, ນະຄອນທີ່ໄດ້ເຊັນຂໍ້ຕົກລົງການຮ່ວມມື ແລະ ເປັນແຮກສ່ຽວ.
ບົນພື້ນຖານນັ້ນ, ການແລກປ່ຽນກ່ຽວກັບບັນດາມາດຕະການເພື່ອແນໃສ່ຊຸກຍູ້ການຄ້າຮ່ວມລະຫວ່າງສອງປະເທດ ແນ່ນອນວ່າຈະແມ່ນເນື້ອໃນຈຸດສຸມຂອງນາຍົກລັດຖະມົນຕີ ສອງຝ່າຍໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານນາງ ແພທອງທານ ສີນະວັດ ນາຍົກລັດຖະມົນຕີ ເປັນຕົ້ນແມ່ນໃນສະພາບການຂາດສະຖຽນລະພາບຂອງສະພາບການສາກົນ, ການປ່ຽນແປງກ່ຽວກັບພູມີສາດການເມືອງ ແລະ ພູມີສາດດ້ານເສດຖະກິດ, ພາໄປເຖິງເລື່ອງສອງປະເທດຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍໃຫຍ່ກ່ຽວກັບເສດຖະກິດ.
ຊຸກຍູ້ຍຸດທະສາດ “ສາມການເຊື່ອມຕໍ່”
ປັດຈຸບັນ, ສອງປະເທດກໍ່ພວມປະຕິບັດໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ລະຫວ່າງ ຫວຽນດາມ - ໄທໄລຍະ 2022 – 2027 ຢ່າງມີປະສິດທິຜົນ, ໃນນັ້ນມີຍຸດທະສາດ “ສາມເຊື່ອມຕໍ່”, ລວມມີ: ການເຊື່ອມຕໍ່ລະບົບສະໜອງໃນບັນດາຂົງເຂດ, ການເຊື່ອມຕໍ່ບັນດາວິຫະກິດ ແລະ ທ້ອງຖິ່ນຂອງສອງປະເທດ, ການເຊື່ອມຕໍ່ບັນດາຍຸດທະສາດພັດທະນາແບບຍືນຍົງ.. ທ່ານ ກະວີ ຈົງກິດຖາວອນ ນັກຄົ້ນຄ້ວາສາກົນແຖວໜ້າຢູ່ ໄທ ໃຫ້ຮູ້ວ່າ:
ນີ້ແມ່ນໂຄງການທີ່ດີຍ້ອນວ່າມັນຍົກອອກຂໍ້ສະເໜີກ່ຽວກັບຍຸດທະສາດ “ສາມການເຊື່ອມຕໍ່”ຢູ່ລະດັບຮາກຖານ. ພວກເຮົາມີລະບົບສະໜອງ, ມີຜູ້ຜະລິດທ້ອງຖິ່ນ, ມີປະຊາຄົມທ້ອງຖິ່ນເຊື່ອມຕໍ່ເຊິ່ງກັນແລະກັນ ແລະ ໂຄງການຈະເຊື່ອມຕໍ່ພາກອີສານ ກັບພາກກາງ ຫວຽດນາມ, ໜູນຊ່ວຍວິສາຫະກິດສອງປະເທດ ຮ່ວມມືກັນໃນການພົວພັນແລກປ່ຽນທາງການຄ້າ ກໍ່ຄືພົວພັນແລກປ່ຽນປະຊາຊົນ.
ໃນຂົງເຂດຂົນສົ່ງ, logistic ທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ປັດຈຸບັນ, ທັງ ຫວຽດນາມ ແລະ ໄທລ້ວນແຕ່ຕັ້ງໜ້າລົງທຶນພື້ນຖານໂຄງລ່າງຄົມມະນາຄົມ, ຊ່ວຍການເດີນທາງຢ່າງສະດວກ, ເຖິງວ່າບໍ່ມີເສັ້ນຊາຍແດນຕິດຈອດກັນ. ກ່ຽວກັບຄວາມສາມາດບົ່ມຊ້ອນນີ້, ທ່ານນາງ ເອກອັກຄະລັດຖະທູດ ອຸຣະວະດີ ສີພິຣົມ ໃຫ້ຮູ້ວ່າ:
ໄທມີແຜນການພັດທະນາເສັ້ນທາງລົດໄຟໃນຂະນະ ຫວຽດນາມ ກໍ່ມີບັນດາແຜນການພັດທະນາພື້ນຖານໂຄງລ່າງໃນຫຼາຍຂົງເຂດ. ດັ່ງນັ້ນ, ພວກເຮົາມີຫຼາຍເງື່ອນໄຂເພື່ອພັດທະນາ, ພິເສດແມ່ນຄົມມະນາຄົມຂົນສົ່ງ, ໃນນັ້ນ ມີການຂົນສົ່ງສິນຄ້າຈາກ ໄທ ໄປຍັງ ຫວຽດນາມ. ຂ້າພະເຈົ້າຖືວ່າ ລັດຖະບານ ຫວຽດນາມ ຖືເປັນສຳຄັນການພັດທະນາລະບົບ logistic ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການນຳສິນຄ້າຜ່ານແດນ. ຂ້າພະເຈົ້າເຄີຍໄປຢາມດ່ານຊາຍແດນ ແລະ ເຫັນໄດ້ວ່າຝ່າຍ ຫວຽດນາມ ມີການພັດທະນາພື້ນຖານໂຄງລ່າງຢ່າງຄົບຊຸດ.
ນອກຈາກນັ້ນ, ບັນດາໂຄງການອື່ນໆພວມໄດ້ຜັນຂະຫຍາຍຢ່າງຕັ້ງໜ້າຈາກທັງສອງຝ່າຍຄື: ການຮ່ວມມືລະຫວ່າງສະຖາບັນການສຶກສາມະຫາວິທະຍາໄລ ໄທ ແລະ ມະຫາວິທະຍາໄລ FPT ກ່ຽວກັບ robot ແລະ ປັນຍາປະດິດ (AI), ບັນດາໂຄງການເຊື່ອມຕໍ່ວິສາຫະກກິດສອງປະເທດໃນຂົງເຂດເຕີບໂຕສີຂຽວ ແລະ ຮູບແບບເສດຖະກິດຊີວະພາບ - ໝູນວຽນ - ສີຂຽວ (ໄທ), ຊຸກຍູ້ການທ່ອງທ່ຽວ “6 ປະເທດ, ຈຸດພັດພົບດຽວ”.
ໂດຍອີງຕາມບັນດາໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ, ການຢ້ຽມຢາມ ຫວຽດນາມ ຂອງທ່ານນາງ ແພທອງທານ ສີນະວັດ ນາຍົກລັດຖະມົນຕີ ຈະເປີດບັນດາໂອກາດຮ່ວມມືຢ່າງເລິກເຊິ່ງກວ້າງຂວາງລະຫວ່າງສອງປະເທດ, ຫັນເປົ້າໝາຍນຳວົງເງິນການຄ້າສອງຝ່າຍບັນລຸລະດັບວາງອອກໃຫ້ປະກົນຜົນເປັນຈິງ, ຊຸກຍູ້ບັນດາໂຄງການເຊື່ອມຕໍ່ເຂດ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ແຕ່ລະປະເທດໃນສະພາບການເສດຖະກິດໂລກທີ່ເຕັມໄປດ້ວຍການຫັນປ່ຽນ. ການຢ້ຽມຢາມກໍ່ປະກອບສ່ວນປັບປຸງການຮ່ວມມືໃນອາຊຽນ ນັບທັງ ຫວຽດນາມ ແລະ ໄທຍາມໃດກໍ່ຕັ້ງໜ້າສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ໃນການເພີ່ມທະວີກຳລັງແຮງຂອງ ອາຊຽນ.